Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 5:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ໃນ​ທຳນອງ​ດຽວ​ກັນ​ນີ້ ພວກເຈົ້າ​ຜູ້​ມີ​ອາຍຸ​ອ່ອນ​ກວ່າ, ຈົ່ງ​ຍອມ​ເຊື່ອຟັງ​ບັນດາ​ຜູ້​ທີ່​ອາວຸໂສ​ກວ່າ. ພວກເຈົ້າ​ທຸກຄົນ​ຈົ່ງ​ສວມ​ຄວາມຖ່ອມໃຈ​ຕໍ່​ກັນແລະກັນ ເພາະວ່າ, “ພຣະເຈົ້າ​ຄັດຄ້ານ​ຄົນ​ທີ່​ຈອງຫອງ ແຕ່​ມີ​ພຣະຄຸນ​ໃຫ້​ແກ່​ຄົນ​ທີ່​ຖ່ອມຕົວລົງ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ໃນທຳນອງ​ດຽວກັນ ພວກເຈົ້າ​ຜູ້​ມີ​ອາຍຸ​ອ່ອນກວ່າ ຈົ່ງ​ນ້ອມຟັງ​ຕໍ່​ພວກ​ອາວຸໂສ. ພວກເຈົ້າ​ທຸກຄົນ ຈົ່ງ​ສວມ​ຄວາມ​ຖ່ອມໃຈ ເພື່ອ​ຮັບໃຊ້​ຊຶ່ງກັນແລະກັນ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະເຈົ້າ​ຊົງ​ຕໍ່ສູ້​ຄົນ​ທີ່​ຈອງຫອງ ແຕ່​ຊົງ​ປະທານ​ພຣະຄຸນ​ແກ່​ຜູ້​ທີ່​ຖ່ອມໃຈ​ລົງ.”

Uka jalj uñjjattʼäta Copia luraña




1 ເປໂຕ 5:5
27 Jak'a apnaqawi uñst'ayäwi  

ແຕ່​ສຳລັບ​ພວກເຈົ້າ​ແລ້ວ​ບໍ່​ເປັນ​ດັ່ງນັ້ນ. ກົງກັນຂ້າມ​ຜູ້​ທີ່​ເປັນ​ໃຫຍ່​ທີ່ສຸດ​ໃນ​ທ່າມກາງ​ພວກເຈົ້າ ຕ້ອງ​ເປັນ​ເໝືອນດັ່ງ​ຜູ້​ນ້ອຍ​ທີ່ສຸດ ແລະ ຜູ້​ທີ່​ປົກຄອງ​ໃຫ້​ເປັນ​ເໝືອນດັ່ງ​ຜູ້​ທີ່​ຮັບໃຊ້.


ຈົ່ງ​ຮັກເຊິ່ງກັນແລະກັນ​ເໝືອນດັ່ງ​ພີ່ນ້ອງ ຈົ່ງ​ໃຫ້​ກຽດ​ເຊິ່ງກັນແລະກັນ​ໂດຍ​ຖື​ວ່າ​ຜູ້​ອື່ນ​ດີ​ກວ່າ​ຕົນ.


ແຕ່​ຈົ່ງ​ປະດັບ​ກາຍ​ດ້ວຍ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ແລະ ຢ່າ​ຄິດ​ຈັດຫາ​ອັນໃດ​ເພື່ອ​ສະໜອງ​ຄວາມປາຖະໜາ​ຂອງ​ທຳມະຊາດ​ບາບ.


ຈົ່ງ​ຍອມ​ເຊື່ອຟັງ​ກັນແລະກັນ​ດ້ວຍ​ຄວາມ​ຢຳເກງ​ພຣະຄຣິດເຈົ້າ.


ຢ່າ​ເຮັດ​ສິ່ງ​ໃດ​ດ້ວຍ​ຄວາມ​ທະເຍີທະຍານ​ທີ່​ເຫັນແກ່ຕົວ ຫລື ການ​ອວດດີ​ທີ່​ໄຮ້ປະໂຫຍດ. ແຕ່​ຈົ່ງ​ເຮັດ​ດ້ວຍ​ຄວາມຖ່ອມໃຈ​ຖື​ວ່າ​ຄົນ​ອື່ນ​ດີ​ກວ່າ​ຕົນ.


ເຫດສະນັ້ນ, ໃນ​ຖານະ​ທີ່​ເປັນ​ຄົນ​ທີ່​ພຣະເຈົ້າ​ເລືອກ, ເປັນ​ຜູ້​ບໍລິສຸດ ແລະ ເປັນ​ທີ່ຮັກ​ຂອງ​ພຣະອົງ, ຈົ່ງ​ສວມ​ໂຕ​ເອງ​ດ້ວຍ​ຄວາມເມດຕາ, ຄວາມປານີ, ຄວາມຖ່ອມຕົວ, ຄວາມອ່ອນສຸພາບ ແລະ ຄວາມອົດທົນ.


ຢ່າ​ຕຳໜິ​ຊາຍ​ຜູ້ອາວຸໂສ​ຢ່າງ​ຮຸນແຮງ, ແຕ່​ຈົ່ງ​ຂໍຮ້ອງ​ເພິ່ນ​ເໝືອນດັ່ງ​ເພິ່ນ​ເປັນ​ພໍ່​ຂອງ​ເຈົ້າ. ຈົ່ງ​ປະຕິບັດ​ຕໍ່​ຊາຍໜຸ່ມ​ທີ່​ອາຍຸ​ອ່ອນ​ກວ່າ​ເໝືອນດັ່ງ​ເປັນ​ນ້ອງຊາຍ,


ຈົ່ງ​ເຊື່ອຟັງ ແລະ ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ຜູ້ນຳ​ຂອງ​ພວກເຈົ້າ, ເພາະ​ພວກເພິ່ນ​ເຝົ້າ​ເບິ່ງແຍງ​ພວກເຈົ້າ​ໃນ​ຖານະ​ຜູ້​ທີ່​ຈະ​ຕ້ອງ​ລາຍງານ. ຈົ່ງ​ເຮັດ​ຢ່າງ​ນີ້ ເພື່ອວ່າ​ພວກເພິ່ນ​ຈະ​ເຮັດ​ໜ້າທີ່​ຂອງ​ຕົນ​ດ້ວຍ​ຄວາມຍິນດີ, ບໍ່​ແມ່ນ​ຈໍາ​ໃຈ ເພາະ​ຈະ​ເປັນ​ປະໂຫຍດ​ແກ່​ພວກເຈົ້າ.


ແຕ່​ພຣະອົງ​ມີ​ພຣະຄຸນ​ໃຫ້​ແກ່​ພວກເຮົາ​ຫລາຍ​ກວ່າ​ນັ້ນ​ອີກ. ດ້ວຍເຫດນີ້ ພຣະຄຳພີ​ຈຶ່ງ​ກ່າວ​ວ່າ: “ພຣະເຈົ້າ​ຕໍ່ສູ້​ຜູ້​ທີ່​ຈອງຫອງ ແຕ່​ມີ​ພຣະຄຸນ​ໃຫ້​ແກ່​ຜູ້​ທີ່​ຖ່ອມຕົວລົງ”.


ສຸດທ້າຍ​ນີ້, ພວກເຈົ້າ​ທັງຫລາຍ​ຈົ່ງ​ເປັນ​ນ້ຳໜຶ່ງໃຈດຽວກັນ, ຈົ່ງ​ເຫັນອົກເຫັນໃຈກັນ, ຈົ່ງ​ຮັກເຊິ່ງກັນແລະກັນ, ຈົ່ງ​ມີ​ໃຈອ່ອນນ້ອມ ແລະ ຖ່ອມໂຕ.


ເຫດສະນັ້ນ, ເພາະ​ພຣະຄຣິດເຈົ້າ​ໄດ້​ທົນທຸກ​ທາງ​ກາຍ​ຂອງ​ພຣະອົງ​ແລ້ວ ພວກເຈົ້າ​ເອງ​ກໍ​ຈົ່ງ​ຕຽມໂຕ​ໃຫ້​ພ້ອມ​ດ້ວຍ​ທ່າທີ​ຢ່າງ​ດຽວ​ກັນ. ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ທົນທຸກ​ທາງ​ກາຍ​ກໍ​ຈະ​ເຊົາ​ເຮັດ​ບາບ.


ແຕ່​ພວກເຂົາ​ຈະ​ຕ້ອງ​ລາຍງານ​ຕໍ່​ພຣະອົງ​ຜູ້​ພ້ອມ​ແລ້ວ​ທີ່​ຈະ​ພິພາກສາ​ທັງ​ຄົນເປັນ ແລະ ຄົນຕາຍ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka