Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 5:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ຈົ່ງ​ທັກທາຍ​ກັນ​ດ້ວຍ​ການຈູບ​ແຫ່ງ​ຄວາມຮັກ. ຂໍ​ໃຫ້​ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ທຸກຄົນ​ທີ່​ຢູ່​ໃນ​ພຣະຄຣິດເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ຈົ່ງ​ທັກທາຍ​ກັນ​ດ້ວຍ​ການ​ຈູບ​ທີ່​ສະແດງ​ເຖິງ​ຄວາມຮັກ. ຂໍ​ສັນຕິສຸກ ຈົ່ງ​ມີ​ແກ່​ເຈົ້າ​ທັງຫລາຍ​ທີ່​ຢູ່​ໃນ​ພຣະຄຣິດ​ເທີ້ນ.

Uka jalj uñjjattʼäta Copia luraña




1 ເປໂຕ 5:14
16 Jak'a apnaqawi uñst'ayäwi  

ແລະ ຖ້າ​ພວກເຈົ້າ​ຕ້ອນຮັບ​ສະເພາະ​ແຕ່​ພວກ​ພີ່ນ້ອງ​ຂອງ​ຕົນ​ເທົ່ານັ້ນ ພວກເຈົ້າ​ເຮັດ​ຫຍັງ​ດີ​ຫລາຍ​ກວ່າ​ຄົນ​ອື່ນ​ແດ່? ແມ່ນ​ແຕ່​ຄົນທີ່ບໍ່ເຊື່ອ​ພຣະເຈົ້າ​ກໍ​ເຮັດ​ຢ່າງ​ນັ້ນ​ບໍ່​ແມ່ນ​ບໍ?


ເຮົາ​ມອບ​ສັນຕິສຸກ​ໄວ້​ກັບ​ພວກເຈົ້າ, ສັນຕິສຸກ​ທີ່​ເຮົາ​ມອບ​ໃຫ້​ນັ້ນ​ບໍ່​ເໝືອນ​ສັນຕິສຸກ​ທີ່​ໂລກ​ໃຫ້. ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ວຸ້ນວາຍ​ໄປ ແລະ ຢ່າ​ຢ້ານ​ເລີຍ.


“ເຮົາ​ໄດ້​ບອກ​ເລື່ອງ​ນີ້​ແກ່​ພວກເຈົ້າ​ເພື່ອ​ພວກເຈົ້າ​ຈະ​ໄດ້​ມີ​ສັນຕິສຸກ​ໃນ​ເຮົາ. ໃນ​ໂລກ​ນີ້​ພວກເຈົ້າ​ຈະ​ມີ​ຄວາມທຸກຍາກລໍາບາກ ແຕ່​ຈົ່ງ​ຊື່ນໃຈ​ເທາະ! ເພາະ​ເຮົາ​ໄດ້​ຊະນະ​ໂລກ​ແລ້ວ”.


ຕອນຄ່ຳ​ຂອງ​ວັນ​ຕົ້ນ​ສັບປະດາ​ນັ້ນ, ເມື່ອ​ພວກສາວົກ​ມາ​ຢູ່​ນຳ​ກັນ ພວກເພິ່ນ​ອັດ​ປະຕູ​ໃສ່​ກະແຈ​ເພາະ​ຢ້ານ​ພວກ​ຢິວ, ພຣະເຢຊູເຈົ້າ​ກໍ​ໄດ້​ເຂົ້າ​ມາ​ຢືນ​ຢູ່​ໃນ​ທ່າມກາງ​ພວກເພິ່ນ ແລະ ກ່າວ​ວ່າ, “ສັນຕິສຸກ​ຈົ່ງ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ!”


ໜຶ່ງ​ອາທິດ​ຕໍ່ມາ ພວກສາວົກ​ຂອງ​ພຣະອົງ​ໄດ້​ຢູ່​ຮ່ວມກັນ​ໃນ​ເຮືອນ​ຫລັງ​ນັ້ນ​ອີກ, ໂທມາ​ກໍ​ຢູ່​ກັບ​ພວກເພິ່ນ​ດ້ວຍ. ປະຕູ​ກໍ​ອັດ​ໃສ່​ໄລກອນ​ໄວ້ ແຕ່​ພຣະເຢຊູເຈົ້າ​ກໍ​ເຂົ້າ​ມາ​ຢືນຢູ່​ໃນ​ທ່າມກາງ​ພວກເພິ່ນ ແລະ ກ່າວ​ວ່າ, “ສັນຕິສຸກ​ຈົ່ງ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ!”


ເຖິງ​ທຸກ​ຄົນ​ທີ່​ຢູ່​ໃນ​ນະຄອນ​ໂຣມ ຜູ້​ທີ່​ພຣະເຈົ້າ​ຮັກ ແລະ ໄດ້​ເອີ້ນ​ໃຫ້​ເປັນ​ຄົນ​ບໍລິສຸດ​ຂອງ​ພຣະອົງ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ເຮົາ ແລະ ຈາກ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ.


ຈົ່ງ​ທັກທາຍ​ກັນ​ດ້ວຍ​ການ​ຈູບ​ອັນ​ບໍລິສຸດ. ຄຣິສຕະຈັກ​ທັງຫລາຍ​ຂອງ​ພຣະຄຣິດເຈົ້າ ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ທັງຫລາຍ​ດ້ວຍ.


ເຫດສະນັ້ນ ບັດນີ້​ຈຶ່ງ​ບໍ່​ມີ​ການລົງໂທດ​ແກ່​ບັນດາ​ຜູ້​ທີ່​ຢູ່ໃນ​ພຣະເຢຊູຄຣິດເຈົ້າ


ເພາະ​ໂດຍ​ພຣະອົງ ພວກເຈົ້າ​ຈຶ່ງ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ ຜູ້​ເປັນ​ປັນຍາ​ຈາກ​ພຣະເຈົ້າ​ເພື່ອ​ເຮົາ ນັ້ນ​ຄື​ເປັນ​ຄວາມຊອບທຳ, ຄວາມບໍລິສຸດ ແລະ ການ​ໄຖ່​ຂອງ​ພວກເຮົາ.


ພີ່ນ້ອງ​ທຸກຄົນ​ຢູ່​ທີ່​ນີ້​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ. ຈົ່ງ​ທັກທາຍ​ກັນ​ດ້ວຍ​ການ​ຈູບ​ອັນ​ບໍລິສຸດ.


ຈົ່ງ​ທັກທາຍ​ກັນ​ດ້ວຍ​ການ​ຈູບ​ອັນ​ບໍລິສຸດ.


ເຫດສະນັ້ນ ຖ້າ​ຜູ້ໃດ​ຢູ່ໃນ​ພຣະຄຣິດເຈົ້າ ການ​ສ້າງ​ໃໝ່​ກໍ​ໄດ້​ມາເຖິງ​ແລ້ວ: ສິ່ງ​ເກົ່າ​ໄດ້​ລ່ວງພົ້ນ​ໄປ ສິ່ງ​ໃໝ່​ກໍ​ຢູ່​ທີ່ນີ້!


ຂໍ​ໃຫ້​ສັນຕິສຸກ ແລະ ຄວາມຮັກ​ພ້ອມດ້ວຍ​ຄວາມເຊື່ອ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ຈາກ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ຈົ່ງ​ມີ​ແກ່​ພີ່ນ້ອງ​ທັງຫລາຍ.


ຈົ່ງ​ທັກທາຍ​ຄົນ​ຂອງ​ພຣະເຈົ້າ​ດ້ວຍ​ການ​ຈູບ​ອັນ​ບໍລິສຸດ.


ເປັນ​ຜູ້​ທີ່​ໄດ້​ເລືອກ​ໄວ້​ຕາມ​ທີ່​ພຣະເຈົ້າ​ພຣະບິດາເຈົ້າ​ຮູ້​ລ່ວງ​ໜ້າ​ແລ້ວ​ຜ່ານທາງ​ການຊຳລະ​ໃຫ້​ບໍລິສຸດ​ຂອງ​ພຣະວິນຍານ, ເພື່ອ​ໃຫ້​ເຊື່ອຟັງ​ພຣະເຢຊູຄຣິດເຈົ້າ ແລະ ໄດ້​ຮັບ​ການຊິດໃສ່​ດ້ວຍ​ໂລຫິດ​ຂອງ​ພຣະອົງ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ຢ່າງ​ລົ້ນເຫລືອ.


ເຮົາ​ຫວັງ​ວ່າ​ຈະ​ເຫັນ​ພວກເຈົ້າ​ໃນ​ໄວໆ​ນີ້ ແລະ ພວກເຮົາ​ຈະ​ໄດ້​ໂອ້ລົມ​ກັນ​ໜ້າຕໍ່ໜ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka