Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 5:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ຄຣິສຕະຈັກ​ທີ່​ເມືອງ​ບາບີໂລນ​ຜູ້​ໄດ້​ຮັບ​ການ​ເລືອກ​ດ້ວຍ​ກັນ​ກັບ​ພວກເຈົ້າ​ນັ້ນ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ ແລະ ມາຣະໂກ​ບຸດ​ຂອງ​ເຮົາ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ນາງ ທີ່​ຢູ່​ເມືອງ​ບາບີໂລນ ຊຶ່ງ​ຊົງ​ເລືອກ​ໄວ້​ຢ່າງ​ດຽວ​ກັບ​ພວກເຈົ້າ ແລະ ມາຣະໂກ ລູກ​ຂອງເຮົາ​ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ເໝືອນກັນ.

Uka jalj uñjjattʼäta Copia luraña




1 ເປໂຕ 5:13
11 Jak'a apnaqawi uñst'ayäwi  

ເມື່ອ​ເພິ່ນ​ຄິດ​ໄດ້​ຢ່າງ​ນີ້, ເພິ່ນ​ກໍ​ໄປ​ຍັງ​ເຮືອນ​ຂອງ​ມາຣີ​ຜູ້​ເປັນ​ແມ່​ຂອງ​ໂຢຮັນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ມາຣະໂກ, ບ່ອນ​ທີ່​ຫລາຍ​ຄົນ​ໄດ້​ເຕົ້າໂຮມກັນ ແລະ ອະທິຖານ.


ເມື່ອ​ບາຣະນາບາ ແລະ ໂຊໂລ​ເຮັດ​ພັນທະກິດ​ຂອງ​ພວກເພິ່ນ​ສຳເລັດ​ແລ້ວ, ພວກເພິ່ນ​ກໍ​ກັບ​ຈາກ​ເຢຣູຊາເລັມ ແລະ ພາ​ໂຢຮັນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ ມາຣະໂກ​ໄປ​ນຳ.


ບາຣະນາບາ​ຕ້ອງການ​ຈະ​ພາ​ໂຢຮັນ ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ​ມາຣະໂກ​ໄປ​ນຳ,


ພວກເພິ່ນ​ໄດ້​ຂັດແຍ້ງ​ກັນ​ຢ່າງ​ຮຸນແຮງ​ຈົນ​ຕ້ອງ​ແຍກ​ກັນ. ບາຣະນາບາ​ໄດ້​ພາ​ມາຣະໂກ​ລົງ​ເຮືອ​ໄປ​ຍັງ​ເກາະ​ໄຊປຣັດ,


ອາຣິດຕາໂຂ ເພື່ອນ​ນັກໂທດ​ຂອງ​ເຮົາ ແລະ ມາຣະໂກ ຍາດພີ່ນ້ອງ​ຂອງ​ບາຣະນາບາ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ເໝືອນກັນ. (ພວກເຈົ້າ​ຄົງ​ໄດ້​ຮັບ​ຄຳແນະນໍາ​ແລ້ວ​ວ່າ​ໃຫ້​ຕ້ອນຮັບ​ມາຣະໂກ​ຖ້າ​ລາວ​ມາ​ຫາ​ພວກເຈົ້າ.)


ເຊັ່ນ​ດຽວ​ກັນ​ກັບ​ມາຣະໂກ, ອາຣິດຕາໂຂ, ເດມາ ແລະ ລູກາ​ເພື່ອນຮ່ວມງານ​ຂອງ​ເຮົາ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເຈົ້າ​ເໝືອນ​ກັນ.


ຈາກ ຜູ້​ອາວຸໂສ, ເຖິງ​ທ່ານ​ສຸພາບສະຕີ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ກັບ​ລູກ​ທັງຫລາຍ​ຂອງ​ນາງ ຜູ້​ທີ່​ເຮົາ​ຮັກ​ໃນ​ຄວາມຈິງ ແລະ ບໍ່​ແມ່ນ​ພຽງ​ແຕ່​ເຮົາ​ເທົ່ານັ້ນ ແຕ່​ລວມ​ທັງ​ຄົນ​ທັງປວງ​ທີ່​ຮູ້ຈັກ​ຄວາມ​ຈິງ​ດ້ວຍ.


ບັນດາ​ລູກ​ຂອງ​ນ້ອງສາວ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ເລືອກ​ໄວ້​ນັ້ນ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ.


ຊື່​ທີ່​ຂຽນ​ໄວ້​ເທິງ​ໜ້າຜາກ​ຂອງ​ນາງ​ເປັນ​ຄວາມເລິກລັບ​ວ່າ: ບາບີໂລນ​ນະຄອນ​ຍິ່ງໃຫຍ່ ແມ່​ຂອງ​ຍິງໂສເພນີ ແລະ ສິ່ງທີ່ໜ້າກຽດຊັງ​ທັງຫລາຍ​ຂອງ​ແຜ່ນດິນໂລກ.


ເທວະດາ​ຕົນ​ນັ້ນ​ໄດ້​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ອັນ​ມີ​ພະລັງ​ວ່າ: “ຫລົ້ມຈົມ​ແລ້ວ! ບາບີໂລນ​ນະຄອນ​ຍິ່ງໃຫຍ່​ໄດ້​ຫລົ້ມຈົມ​ແລ້ວ! ນາງ​ນີ້​ໄດ້​ກາຍເປັນ​ບ່ອນອາໄສ​ຂອງ​ພວກ​ຜີມານຮ້າຍ ແລະ ເປັນ​ບ່ອນ​ສິງ​ຢູ່​ຂອງ​ວິນຍານສົກກະປົກ​ທຸກ​ຢ່າງ, ເປັນ​ບ່ອນ​ສິງ​ຢູ່​ຂອງ​ນົກ​ທຸກ​ຊະນິດ​ທີ່​ເປັນມົນທິນ, ເປັນ​ບ່ອນ​ສິງ​ຢູ່​ຂອງ​ສັດ​ທຸກ​ຊະນິດ​ທີ່​ເປັນມົນທິນ ແລະ ໜ້າ​ກຽດຊັງ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka