1 ເປໂຕ 5:10 - ພຣະຄຳພີລາວສະບັບສະໄໝໃໝ່10 ແລະ ຫລັງຈາກພວກເຈົ້າທົນທຸກຢູ່ຊົ່ວຂະນະໜຶ່ງແລ້ວ ພຣະເຈົ້າແຫ່ງພຣະຄຸນທັງໝົດ ຜູ້ໄດ້ເອີ້ນພວກເຈົ້າມາສູ່ສະຫງ່າລາສີອັນນິລັນດອນຂອງພຣະອົງໃນພຣະຄຣິດເຈົ້າ ພຣະອົງເອງຈະຟື້ນຟູພວກເຈົ້າຄືນໃໝ່ ແລະ ໃຫ້ພວກເຈົ້າເຂັ້ມແຂງ, ໜັກແໜ້ນ ແລະ ໝັ້ນຄົງ. Uka jalj uñjjattʼätaພຣະຄຳພີສັກສິ10 ແລະເມື່ອເຈົ້າທັງຫລາຍໄດ້ທົນທຸກຢູ່ຊົ່ວຂະນະໜຶ່ງແລ້ວ ພຣະເຈົ້າຜູ້ຊົງພຣະຄຸນທັງໝົດ ຜູ້ໄດ້ຊົງເອີ້ນພວກເຈົ້າໃຫ້ເຂົ້າໃນສະຫງ່າຣາສີອັນຕະຫລອດໄປໃນພຣະຄຣິດ ພຣະອົງເອງຈະຊົງໂຜດແປງໃຈພວກເຈົ້າ ໃຫ້ຕັ້ງຂຶ້ນໃໝ່ແລະຕັ້ງໝັ້ນຄົງຢູ່ ໃຫ້ມີກຳລັງຂຶ້ນແລະຊົງບັນດານໃຫ້ມີຮາກອັນແໜ້ນໜາ. Uka jalj uñjjattʼäta |
ພີ່ນ້ອງທັງຫລາຍເອີຍ, ເຮົາຂໍຮ້ອງພວກເຈົ້າໃນນາມຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາວ່າ, ຂໍໃຫ້ພວກເຈົ້າທຸກຄົນຍອມຮັບກັນແລະກັນໃນສິ່ງທີ່ພວກເຈົ້າເວົ້າ ແລ້ວຈຶ່ງຈະບໍ່ມີການແຕກແຍກເກີດຂຶ້ນໃນທ່າມກາງພວກເຈົ້າ, ແຕ່ເພື່ອພວກເຈົ້າຈະເປັນນໍ້າໜຶ່ງໃຈດຽວກັນຢ່າງສົມບູນໃນຄວາມຄິດ ແລະ ຈິດໃຈ.
ຖ້າຜູ້ໃດຈະກ່າວ, ພວກເຂົາກໍຄວນເຮັດເໝືອນເປັນຜູ້ກ່າວພຣະຄຳຂອງພຣະເຈົ້າ. ຖ້າຜູ້ໃດຈະຮັບໃຊ້, ພວກເຂົາກໍຄວນເຮັດດ້ວຍກຳລັງທີ່ພຣະເຈົ້າໃຫ້, ເພື່ອວ່າພຣະເຈົ້າຈະໄດ້ຮັບການສັນລະເສີນໃນທຸກສິ່ງໂດຍຜ່ານທາງພຣະເຢຊູຄຣິດເຈົ້າ. ຂໍໃຫ້ສະຫງ່າລາສີ ແລະ ລິດອຳນາດຈົ່ງມີແກ່ພຣະອົງຕະຫລອດໄປເປັນນິດ. ອາແມນ.