Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 4:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ເໜືອ​ສິ່ງ​ອື່ນ​ໃດ​ທັງໝົດ, ຈົ່ງ​ຮັກ​ເຊິ່ງກັນແລະກັນ​ຢ່າງ​ເລິກເຊິ່ງ, ເພາະ​ຄວາມຮັກ​ປິດບັງ​ຄວາມບາບ​ຈຳນວນ​ຫລວງຫລາຍ​ໄວ້​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ທີ່​ສຳຄັນ​ກວ່າ​ສິ່ງ​ອື່ນ​ໃດ​ໝົດ ຈົ່ງ​ຮັກ​ຊຶ່ງກັນແລະກັນ​ດ້ວຍ​ເຕັມໃຈ ເພາະ​ຄວາມຮັກ​ກໍ​ປິດບັງ​ຄວາມ​ຜິດບາບ​ໄວ້​ຢ່າງ​ຫລວງຫລາຍ.

Uka jalj uñjjattʼäta Copia luraña




1 ເປໂຕ 4:8
17 Jak'a apnaqawi uñst'ayäwi  

ຖ້າຫາກ​ວ່າ​ເຮົາ​ເວົ້າ​ພາສາ​ແປກໆ​ໄດ້​ຈະ​ເປັນ​ພາສາ​ມະນຸດ ຫລື ພາສາ​ເທວະດາ, ແຕ່​ບໍ່ມີ​ຄວາມຮັກ ເຮົາ​ກໍ​ເປັນ​ພຽງ​ຄ້ອງ ຫລື ແຊ່ງ​ທີ່​ກຳລັງ​ສົ່ງສຽງ​ເທົ່ານັ້ນ.


ຄວາມຮັກ​ຄື​ຄວາມອົດທົນ, ຄວາມຮັກ​ຄື​ຄວາມເມດຕາ, ຄວາມຮັກ​ບໍ່​ອິດສາ, ບໍ່​ໂອ້ອວດ, ບໍ່​ຈອງຫອງ,


ແລະ ຈົ່ງ​ສວມ​ຄວາມຮັກ​ທັບ​ຄຸນງາມຄວາມດີ​ທັງໝົດ​ນີ້ ເຊິ່ງ​ຜູກມັດ​ສິ່ງ​ເຫລົ່ານີ້​ທັງໝົດ​ໃຫ້​ເປັນ​ອັນໜຶ່ງອັນດຽວ​ກັນ​ຢ່າງ​ສົມບູນ.


ຂໍ​ອົງພຣະຜູ້ເປັນເຈົ້າ​ເຮັດ​ໃຫ້​ຄວາມຮັກ​ຂອງ​ພວກເຈົ້າ​ເພີ່ມພູນ​ຂຶ້ນ​ຈົນ​ໄຫລລົ້ນ​ໄປ​ເຖິງ​ກັນແລະກັນ ແລະ ໄປ​ເຖິງ​ຄົນ​ອື່ນໆ ເໝືອນດັ່ງ​ທີ່​ພວກເຮົາ​ຮັກ​ພວກເຈົ້າ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຄວນ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ ແລະ ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ເຮັດ​ຢ່າງ​ນັ້ນ ເພາະວ່າ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໄດ້​ເພີ່ມ​ຫລາຍ​ຂຶ້ນ​ເລື້ອຍໆ ແລະ ຄວາມຮັກ​ທີ່​ພວກເຈົ້າ​ທຸກຄົນ​ມີ​ຕໍ່​ກັນ​ກໍ​ເພີ່ມ​ຂຶ້ນ.


ເປົ້າໝາຍ​ຂອງ​ຄຳສັ່ງ​ນີ້​ຄື​ຄວາມຮັກ ເຊິ່ງ​ມາ​ຈາກ​ໃຈ​ບໍລິສຸດ, ຈາກ​ຈິດສຳນຶກ​ທີ່​ດີ ແລະ ຈາກ​ຄວາມເຊື່ອ​ຢ່າງ​ຈິງໃຈ.


ຈົ່ງ​ສືບຕໍ່​ຮັກເຊິ່ງກັນແລະກັນ​ເໝືອນດັ່ງ​ພີ່ນ້ອງ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເໜືອ​ສິ່ງ​ອື່ນ​ທັງໝົດ​ຄື: ຢ່າ​ສາບານ, ບໍ່​ວ່າ​ຈະ​ອ້າງ​ເຖິງ​ສະຫວັນ ຫລື ອ້າງ​ເຖິງ​ແຜ່ນດິນໂລກ ຫລື ອ້າງ​ເຖິງ​ສິ່ງ​ອື່ນ​ໃດ. ພວກເຈົ້າ​ຄວນ​ຈະ​ກ່າວ​ວ່າ “ແມ່ນ” ຫລື “ບໍ່ແມ່ນ” ບໍ່​ດັ່ງນັ້ນ​ພວກເຈົ້າ​ຈະ​ຖືກ​ຕັດສິນລົງໂທດ.


ຈົ່ງ​ຈົດຈຳ​ໄວ້​ວ່າ: ຜູ້ໃດ​ກໍ​ຕາມ​ເຮັດ​ໃຫ້​ຄົນບາບ​ຫັນໜີ​ຈາກ​ທາງ​ທີ່​ຫລົງຜິດ​ຂອງ​ພວກເຂົາ ກໍ​ຈະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມຕາຍ ແລະ ລຶບລ້າງ​ຄວາມບາບ​ທັງຫລາຍ.


ບັດນີ້ ເມື່ອ​ພວກເຈົ້າ​ໄດ້​ຊຳລະ​ໂຕ​ໃຫ້​ບໍລິສຸດ​ດ້ວຍ​ການ​ເຊື່ອຟັງ​ຄວາມຈິງ ເພື່ອ​ວ່າ​ພວກເຈົ້າ​ຈະ​ຮັກເຊິ່ງກັນແລະກັນ​ດ້ວຍ​ຈິງໃຈ​ແລ້ວ ກໍ​ຈົ່ງ​ຮັກ​ກັນ​ໃຫ້​ເລິກ​ສຸດ​ໃຈ.


ເພື່ອນ​ທີ່ຮັກ​ເອີຍ, ຂ້າພະເຈົ້າ​ອະທິຖານ​ຂໍ​ໃຫ້​ພວກເຈົ້າ​ຈົ່ງ​ມີ​ສຸຂະພາບ​ທີ່​ດີ ແລະ ຂໍ​ໃຫ້​ທຸກ​ຢ່າງ​ຜ່ານ​ໄປ​ດ້ວຍ​ດີ​ກັບ​ພວກເຈົ້າ ເໝືອນ​ດັ່ງ​ຈິດໃຈ​ຂອງ​ພວກເຈົ້າ​ກຳລັງ​ດຳເນີນ​ໄປ​ດ້ວຍ​ດີ​ຢູ່​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka