Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 4:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ເພາະ​ໃນ​ອະດີດ​ພວກເຈົ້າ​ໄດ້​ໃຊ້​ເວລາ​ຫລາຍ​ແລ້ວ​ໃນ​ການ​ເຮັດ​ສິ່ງ​ທີ່​ຄົນບໍ່ເຊື່ອ​ພຣະເຈົ້າ​ເລືອກ​ທີ່​ຈະ​ເຮັດ ຄື​ໄດ້​ດຳເນີນຊີວິດ​ຢູ່​ໃນ​ຄວາມຊົ່ວຊ້າ, ຕັນຫາ, ເມົາເຫລົ້າ, ຮ່ວມເພດກັນ​ເປັນ​ກຸ່ມ, ດື່ມເຫລົ້າ​ຢ່າງ​ໜັກ ແລະ ຂາບໄຫວ້​ຮູບເຄົາລົບ​ອັນ​ໜ້າລັງກຽດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ດ້ວຍວ່າ, ຜ່ານ​ມາ​ນັ້ນ ພວກເຈົ້າ​ໄດ້​ໃຊ້​ເວລາ​ດົນນານ ເຮັດ​ໃນ​ສິ່ງ​ທີ່​ຄົນ​ຕ່າງ​ຄວາມເຊື່ອ​ມັກ​ເຮັດ ຄື​ເມື່ອ​ພວກເຈົ້າ​ໄດ້​ດຳເນີນ​ຊີວິດ​ຕາມ​ຣາຄະ​ຕັນຫາ, ໃນ​ຄວາມ​ປາຖະໜາ​ອັນ​ຊົ່ວຊ້າ, ດື່ມ​ເຫຼົ້າ​ເມົາ​ສຸຣາ, ກິນລ້ຽງ​ຢ່າງ​ມົວເມົາ, ຮ່ວມ​ສັງສັນ​ກິນ​ເຫຼົ້າ​ຢ່າງ​ເກີນສ່ວນ ແລະ​ຂາບໄຫວ້​ຮູບເຄົາຣົບ​ທີ່​ໜ້າລັງກຽດ.

Uka jalj uñjjattʼäta Copia luraña




1 ເປໂຕ 4:3
30 Jak'a apnaqawi uñst'ayäwi  

ການຫລິ້ນຊູ້, ຄວາມໂລບ, ການປອງຮ້າຍ, ການສໍ້ໂກງ, ລາຄະຕັນຫາ, ຄວາມອິດສາ, ໃສ່ຮ້າຍປ້າຍສີ, ຄວາມຈອງຫອງ, ຄວາມໂງ່ຈ້າ.


ໃນ​ອະດີດ​ພຣະເຈົ້າ​ເບິ່ງ​ຂ້າມ​ຄວາມໂງ່​ເຊັ່ນນັ້ນ ແຕ່​ບັດນີ້ ພຣະອົງ​ໄດ້​ສັ່ງ​ມະນຸດ​ທຸກຄົນ​ໃນ​ທົ່ວ​ທຸກ​ບ່ອນ​ໃຫ້​ຖິ້ມໃຈເກົ່າເອົາໃຈໃໝ່.


ໃຫ້​ເຮົາ​ປະພຶດ​ຕົນ​ຢ່າງ​ເໝາະສົມ​ເໝືອນ​ຢູ່​ໃນ​ເວລາ​ກາງເວັນ, ບໍ່​ໄປ​ມົ້ວສຸມ ແລະ ເມົາເຫລົ້າ, ບໍ່​ເຮັດ​ຜິດສິນທຳທາງເພດ ແລະ ມົວເມົາ, ບໍ່​ວິວາດຜິດຖຽງ ແລະ ອິດສາ​ກັນ.


ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ​ເມື່ອ​ພວກເຈົ້າ​ຍັງ​ບໍ່​ເຊື່ອ​ພຣະເຈົ້າ​ນັ້ນ, ໂດຍ​ທາງ​ໃດ​ໜຶ່ງ ຫລື ໂດຍ​ທາງ​ອື່ນໆ ພວກເຈົ້າ​ໄດ້​ຖືກ​ຊັກຈູງ ແລະ ຖືກ​ນຳ​ໃຫ້​ຫລົງຜິດ​ໄປ​ເພິ່ງ​ຮູບເຄົາລົບ​ທີ່​ປາກ​ບໍ່​ເປັນ.


ແລະ ບາງຄົນ​ໃນ​ພວກເຈົ້າ​ກໍ​ເຄີຍ​ເປັນ​ຢ່າງ​ນັ້ນ. ແຕ່​ພວກເຈົ້າ​ໄດ້​ຖືກ​ຊຳລະລ້າງ​ແລ້ວ, ພວກເຈົ້າ​ໄດ້​ຖືກ​ຊຳລະ​ໃຫ້​ບໍລິສຸດ, ພວກເຈົ້າ​ໄດ້​ຖືກ​ນັບ​ເປັນ​ຜູ້ຊອບທຳ​ແລ້ວ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ໂດຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.


ເຮົາ​ຢ້ານ​ວ່າ​ເມື່ອ​ເຮົາ​ມາ​ອີກ ພຣະເຈົ້າ​ຂອງ​ເຮົາ​ຈະ​ເຮັດ​ໃຫ້​ເຮົາ​ຖ່ອມ​ລົງ​ຕໍ່ໜ້າ​ພວກເຈົ້າ ແລະ ເຮົາ​ຈະ​ໂສກເສົ້າ​ເພາະ​ຫລາຍ​ຄົນ​ທີ່​ໄດ້​ເຮັດ​ບາບ​ມາ​ກ່ອນ​ແລ້ວ ແລະ ຍັງ​ບໍ່​ຍອມ​ກັບໃຈ​ປະຖິ້ມ​ຄວາມ​ເປື້ອນເປິ, ຄວາມບາບ​ທາງ​ເພດ ແລະ ຄວາມ​ຊົ່ວຮ້າຍ​ທີ່​ພວກເຂົາ​ໄດ້​ເຮັດ​ຢູ່.


ການກະທຳ​ຂອງ​ເນື້ອໜັງ​ແມ່ນ​ເຫັນ​ໄດ້​ຊັດເຈນ​ຄື: ການ​ຜິດສິນທຳທາງເພດ, ຄວາມ​ບໍ່ສະອາດ ແລະ ການລາມົກ;


ແລະ ການອິດສາ, ການເມົາເຫລົ້າ, ການ​ຮ່ວມເພດ​ເປັນ​ກຸ່ມ ແລະ ອື່ນໆ. ເຮົາ​ຂໍ​ເຕືອນ​ພວກເຈົ້າ​ເໝືອນ​ທີ່​ເຄີຍ​ເຕືອນ​ກ່ອນ​ໜ້າ​ນີ້​ແລ້ວ​ວ່າ, ບັນດາ​ຜູ້​ທີ່​ດໍາເນີນ​ຊີວິດ​ຢ່າງນີ້​ຈະ​ບໍ່​ໄດ້​ຮັບ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ມໍລະດົກ.


ຢ່າ​ເມົາ​ເຫລົ້າອະງຸ່ນ​ທີ່​ພາ​ໃຫ້​ເສຍ​ຄົນ. ແຕ່​ຈົ່ງ​ເຕັມລົ້ນ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ​ກໍ​ດີ​ກວ່າ.


ບໍ່​ແມ່ນ​ມົວເມົາ​ໃນ​ລາຄະຕັນຫາ​ເໝືອນ​ຄົນ​ທີ່​ບໍ່​ຮູ້ຈັກ​ພຣະເຈົ້າ


ຄັ້ງ​ໜຶ່ງ​ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່ຈ້າ, ບໍ່​ເຊື່ອຟັງ, ຫລອກລວງ ແລະ ຕົກ​ເປັນ​ຂ້າທາດ​ຂອງ​ກິເລດຕັນຫາ ແລະ ຄວາມສະໜຸກ​ສະໜານ​ທຸກ​ຊະນິດ. ພວກເຮົາ​ເຄີຍ​ໃຊ້​ຊີວິດ​ໃນ​ຄວາມ​ຊົ່ວຮ້າຍ ແລະ ອິດສາ, ຖືກ​ກຽດຊັງ ແລະ ກຽດຊັງ​ເຊິ່ງກັນແລະກັນ.


ໃນ​ຖານະ​ລູກ​ທີ່​ເຊື່ອຟັງ, ຢ່າ​ດຳເນີນ​ຕາມ​ຄວາມປາຖະໜາ​ຊົ່ວ​ທີ່​ພວກເຈົ້າ​ເຄີຍ​ມີ​ເມື່ອ​ເວລາ​ທີ່​ພວກເຈົ້າ​ໃຊ້​ຊີວິດ​ໃນ​ຄວາມໂງ່​ນັ້ນ.


ຄຳ​ພິພາກສາ​ຂອງ​ຄົນ​ເຫລົ່ານີ້​ໄດ້​ຖືກ​ບັນທຶກ​ໄວ້​ດົນ​ແລ້ວ ເນື່ອງ​ຈາກ​ວ່າ​ມີ​ບາງຄົນ​ໄດ້​ປອມໂຕ​ເຂົ້າ​ມາ​ໃນ​ທ່າມກາງ​ພວກເຈົ້າ. ພວກເຂົາ​ເປັນ​ຄົນອະທຳ ບິດເບືອນ​ພຣະຄຸນ​ຂອງ​ພຣະເຈົ້າ​ເພື່ອ​ເປັນ​ຊ່ອງທາງ​ໃຫ້​ເຮັດຜິດສິນທຳ ແລະ ປະຕິເສດ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ອົງເຈົ້ານາຍ ແລະ ເປັນ​ອົງພຣະຜູ້ເປັນເຈົ້າ​ແຕ່​ພຽງ​ອົງ​ດຽວ​ຂອງ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka