Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 4:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ຜົນ​ກໍ​ຄື, ພວກເຂົາ​ຈະ​ບໍ່​ດຳເນີນຊີວິດ​ທີ່​ເຫລືອ​ຢູ່​ໃນ​ໂລກ​ນີ້​ຕາມ​ຄວາມປາຖະໜາ​ຂອງ​ມະນຸດ ແຕ່​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ເພື່ອ​ຈະ​ບໍ່​ດຳເນີນ​ຊີວິດ​ທີ່​ຍັງເຫລືອ​ຢູ່​ໃນ​ໂລກ ຕາມ​ຄວາມ​ປາຖະໜາ​ຂອງ​ມະນຸດ ແຕ່​ດຳເນີນ​ໄປ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




1 ເປໂຕ 4:2
35 Jak'a apnaqawi uñst'ayäwi  

ເພາະວ່າ​ຜູ້ໃດ​ທີ່​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະບິດາ​ຂອງ​ເຮົາ​ຜູ້​ຢູ່​ໃນ​ສະຫວັນ​ກໍ​ເປັນ​ນ້ອງຊາຍ, ນ້ອງສາວ ແລະ ແມ່​ຂອງ​ເຮົາ”.


ເພິ່ນ​ຈຶ່ງ​ບອກ​ພວກເຂົາ​ວ່າ, ‘ໃຫ້​ພວກເຈົ້າ​ໄປ​ເຮັດວຽກ​ໃນ​ສວນອະງຸ່ນ​ຂອງ​ຂ້ອຍ​ເໝືອນກັນ ແລະ ຂ້ອຍ​ຈະ​ຈ່າຍ​ຄ່າ​ແຮງງານ​ໃຫ້​ຕາມ​ສົມຄວນ’.


“ໃນ​ລູກ​ສອງ​ຄົນ​ນີ້​ຜູ້ໃດ​ເຮັດ​ຕາມ​ໃຈ​ພໍ່?” ພວກເຂົາ​ຕອບ​ວ່າ, “ແມ່ນ​ລູກຊາຍກົກ”. ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຄົນເກັບພາສີ ແລະ ຍິງໂສເພນີ ກຳລັງ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ກ່ອນ​ພວກເຈົ້າ.


“ບໍ່​ແມ່ນ​ທຸກຄົນ​ທີ່​ເອີ້ນ​ເຮົາ​ວ່າ, ‘ອົງພຣະຜູ້ເປັນເຈົ້າ, ອົງພຣະຜູ້ເປັນເຈົ້າ’ ຈະ​ໄດ້​ເຂົ້າ​ໃນ​ອານາຈັກ​ສະຫວັນ, ເຂົ້າ​ໄດ້​ແຕ່​ຜູ້​ທີ່​ປະຕິບັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ​ຜູ້​ຢູ່​ໃນ​ສະຫວັນ.


ຜູ້ໃດ​ທີ່​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ຜູ້​ນັ້ນ​ກໍ​ເປັນ​ນ້ອງຊາຍ ແລະ ເປັນ​ນ້ອງສາວ ແລະ ເປັນ​ແມ່​ຂອງ​ເຮົາ”.


ເພາະ​ທີ່​ອອກ​ມາ​ຈາກ​ພາຍໃນ, ອອກມາ​ຈາກ​ຈິດໃຈ​ຂອງ​ມະນຸດ​ຄື: ຄວາມຄິດຊົ່ວ, ການ​ຜິດສິນທຳທາງເພດ, ການລັກ, ການຂ້າຄົນ,


ຄື​ເປັນ​ລູກ​ທີ່​ບໍ່​ໄດ້​ເກີດ​ຈາກ​ການສືບເຊື້ອສາຍ​ຕາມ​ທຳມະຊາດ ຫລື ຄວາມຕ້ອງການ​ຂອງ​ມະນຸດ ຫລື ຈາກ​ຄວາມຕ້ອງການ​ຂອງ​ຜົວ, ແຕ່​ເກີດ​ຈາກ​ພຣະເຈົ້າ.


ຖ້າ​ຜູ້ໃດ​ເລືອກ​ທີ່​ຈະ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ຜູ້​ນັ້ນ​ກໍ​ຈະ​ຮູ້​ວ່າ​ຄຳສອນ​ຂອງ​ເຮົາ​ມາ​ຈາກ​ພຣະເຈົ້າ ຫລື ວ່າ​ເຮົາ​ເວົ້າ​ເອົາ​ເອງ.


ຢ່າ​ດຳເນີນຊີວິດ​ເໝືອນ​ຢ່າງ​ຄົນ​ໃນ​ໂລກ​ນີ້ ແຕ່​ຈົ່ງ​ຮັບ​ການປ່ຽນແປງ​ຈິດໃຈ​ຂອງ​ພວກເຈົ້າ​ໃໝ່ ແລ້ວ​ພວກເຈົ້າ​ຈະ​ສາມາດ​ພິສູດ ແລະ ຢືນຢັນ​ໄດ້​ວ່າ​ສິ່ງໃດ​ຄື​ຄວາມ​ປະສົງ​ທີ່​ດີ, ເປັນ​ທີ່​ຍອມ​ຮັບ ແລະ ສົມບູນແບບ​ຂອງ​ພຣະເຈົ້າ.


ເພາະ​ບໍ່​ມີ​ຜູ້ໃດ​ໃນ​ພວກເຮົາ​ຈັກ​ຄົນ​ທີ່​ມີຊີວິດ​ຢູ່​ເພື່ອ​ຕົນ​ເອງ​ເທົ່ານັ້ນ ແລະ ບໍ່​ມີ​ຜູ້ໃດ​ໃນ​ພວກເຮົາ​ຈັກ​ຄົນ​ທີ່​ຕາຍ​ເພື່ອ​ຕົນ​ເອງ​ເທົ່ານັ້ນ.


ໃນ​ທຳນອງດຽວກັນ ຈົ່ງ​ຖື​ວ່າ​ພວກເຈົ້າ​ເອງ​ໄດ້​ຕາຍ​ຕໍ່​ຄວາມບາບ​ແລ້ວ ແຕ່​ມີຊີວິດ​ຢູ່​ເພື່ອ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ.


ບໍ່​ເປັນ​ຢ່າງນັ້ນ​ດອກ! ພວກເຮົາ​ເປັນ​ຜູ້​ທີ່​ໄດ້​ຕາຍ​ຕໍ່​ບາບກຳ​ນັ້ນ​ແລ້ວ; ພວກເຮົາ​ຈະ​ດຳເນີນຊີວິດ​ໃນ​ຄວາມບາບ​ນັ້ນ​ຕໍ່ໄປ​ໄດ້​ຢ່າງໃດ?


ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ພວກເຈົ້າ​ກໍ​ເໝືອນກັນ​ໄດ້​ຕາຍ​ຈາກ​ກົດບັນຍັດ​ໂດຍ​ທາງ​ກາຍ​ຂອງ​ພຣະຄຣິດເຈົ້າ​ແລ້ວ, ເພື່ອ​ພວກເຈົ້າ​ຈະ​ຕົກ​ເປັນ​ຂອງ​ຜູ້​ໜຶ່ງ​ອີກ​ຄື ເປັນ​ຂອງ​ພຣະອົງ​ຜູ້​ທີ່​ເປັນຄືນມາຈາກຕາຍ ເພື່ອ​ວ່າ​ພວກເຮົາ​ຈະ​ເກີດຜົນ​ຖວາຍ​ແກ່​ພຣະເຈົ້າ.


ແລະ ພຣະອົງ​ໄດ້​ຕາຍ​ເພື່ອ​ຄົນ​ທັງປວງ ເຊິ່ງ​ບັນດາ​ຜູ້​ມີຊີວິດ​ຢູ່​ຈຶ່ງ​ບໍ່​ຄວນ​ຢູ່​ເພື່ອ​ຕົນເອງ​ອີກ​ຕໍ່ໄປ ແຕ່​ຢູ່​ເພື່ອ​ພຣະອົງ​ຜູ້​ໄດ້​ຕາຍ​ເພື່ອ​ພວກເຂົາ ແລະ ໄດ້​ເປັນຄືນມາ​ອີກ.


ຄັ້ງ​ໜຶ່ງ ພວກເຮົາ​ທຸກ​ຄົນ​ກໍ​ເຄີຍ​ດໍາເນີນຊີວິດ​ຢູ່​ໃນ​ທ່າມກາງ​ຄົນ​ເຫລົ່ານັ້ນ, ເຊິ່ງ​ເປັນ​ການສະໜອງ​ຕັນຫາ​ຂອງ​ເນື້ອໜັງ​ຂອງ​ພວກເຮົາ ແລະ ປະຕິບັດ​ຕາມ​ຄວາມປາຖະໜາ ແລະ ຕາມ​ຄວາມຄິດ​ຂອງ​ເນື້ອໜັງ​ນັ້ນ. ພວກເຮົາ​ຈຶ່ງ​ສົມຄວນ​ໄດ້ຮັບ​ຄວາມໂກດຮ້າຍ​ເໝືອນ​ກັບ​ຄົນ​ອື່ນ.


ເຫດສະນັ້ນ, ເຮົາ​ຈຶ່ງ​ຂໍ​ບອກ​ສິ່ງ​ນີ້ ແລະ ຢືນຢັນ​ສິ່ງ​ນີ້​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ​ວ່າ ແຕ່​ນີ້​ຕໍ່ໄປ​ພວກເຈົ້າ​ຢ່າ​ດຳເນີນຊີວິດ​ເໝືອນດັ່ງ​ຄົນຕ່າງຊາດ​ອີກ, ຄື​ໃນ​ຄວາມຄິດ​ທີ່​ບໍ່ມີປະໂຫຍດ​ຂອງ​ພວກເຂົາ.


ເຫດສະນັ້ນ ຢ່າ​ເປັນ​ຄົນໂງ່ ແຕ່​ຈົ່ງ​ເຂົ້າໃຈ​ຄວາມ​ປະສົງ​ຂອງ​ອົງພຣະຜູ້ເປັນເຈົ້າ​ວ່າ​ເປັນ​ຢ່າງໃດ.


ບໍ່​ພຽງແຕ່​ເຊື່ອຟັງ​ນາຍ​ເມື່ອ​ຢູ່​ຕໍ່ໜ້າ​ເພື່ອ​ໃຫ້​ພວກເພິ່ນ​ພໍໃຈ​ເທົ່ານັ້ນ, ແຕ່​ໃຫ້​ເປັນ​ເໝືອນ​ຂ້າທາດ​ຂອງ​ພຣະຄຣິດເຈົ້າ ຄື​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ຈາກ​ໃຈ​ຂອງ​ພວກເຈົ້າ.


ດ້ວຍເຫດນີ້ ນັບ​ຕັ້ງແຕ່​ວັນ​ທີ່​ພວກເຮົາ​ໄດ້​ຍິນ​ກ່ຽວກັບ​ພວກເຈົ້າ ພວກເຮົາ​ຈຶ່ງ​ໄດ້​ອະທິຖານ​ເພື່ອ​ພວກເຈົ້າ​ຕະຫລອດ​ມາ​ບໍ່​ເຄີຍ​ຢຸດ. ພວກເຮົາ​ໄດ້​ສືບຕໍ່​ຂໍ​ພຣະເຈົ້າ​ເຕີມເຕັມ​ພວກເຈົ້າ​ດ້ວຍ​ຄວາມຮູ້​ເຖິງ​ຄວາມ​ປະສົງ​ຂອງ​ພຣະອົງ​ໂດຍ​ຜ່ານ​ທາງ​ສະຕິປັນຍາ ແລະ ຄວາມເຂົ້າໃຈ​ທຸກ​ຢ່າງ​ທີ່​ມາ​ຈາກ​ພຣະວິນຍານ,


ດ້ວຍວ່າ ພວກເຈົ້າ​ໄດ້​ຕາຍ​ແລ້ວ ແລະ ບັດນີ້​ຊີວິດ​ຂອງ​ພວກເຈົ້າ​ກໍ​ຖືກ​ເຊື່ອງຊ້ອນ​ໄວ້​ດ້ວຍ​ກັນ​ກັບ​ພຣະຄຣິດເຈົ້າ​ໃນ​ພຣະເຈົ້າ.


ເອປາຟາ ຜູ້​ເປັນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ ແລະ ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ເໝືອນກັນ. ເພິ່ນ​ໄດ້​ປ້ຳສູ້​ອະທິຖານ​ເພື່ອ​ພວກເຈົ້າ​ຢູ່​ສະເໝີ ເພື່ອ​ໃຫ້​ພວກເຈົ້າ​ຕັ້ງ​ໝັ້ນຄົງ​ຢູ່​ໃນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ, ເປັນ​ຜູ້ໃຫຍ່ ແລະ ມີ​ຄວາມໝັ້ນໃຈ​ຢ່າງ​ເຕັມສ່ວນ.


ຈົ່ງ​ໂມທະນາ​ຂອບພຣະຄຸນ​ໃນ​ທຸກ​ສະຖານະການ ເພາະ​ນີ້​ຄື​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ທັງຫລາຍ​ໃນ​ພຣະຄຣິດເຈົ້າເຢຊູ.


ໃຫ້​ພວກເຈົ້າ​ທັງຫລາຍ​ມີ​ທຸກສິ່ງ​ທີ່​ດີ​ເພື່ອ​ຈະ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ ແລະ ຂໍ​ພຣະອົງ​ທຳງານ​ໃນ​ພວກເຮົາ​ທັງຫລາຍ​ຕາມ​ທີ່​ພຣະອົງ​ພໍໃຈ ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ, ຂໍ​ໃຫ້​ກຽດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ. ອາແມນ.


ພຣະອົງ​ເລືອກ​ທີ່​ຈະ​ໃຫ້​ພວກເຮົາ​ບັງເກີດ​ຜ່ານ​ທາງ​ຖ້ອຍຄຳ​ແຫ່ງ​ຄວາມຈິງ​ເພື່ອ​ພວກເຮົາ​ຈະ​ໄດ້​ເປັນ​ຜົນທຳອິດ​ຂອງ​ທຸກສິ່ງ​ທີ່​ໄດ້​ພຣະອົງ​ສ້າງ.


ໃນ​ຖານະ​ລູກ​ທີ່​ເຊື່ອຟັງ, ຢ່າ​ດຳເນີນ​ຕາມ​ຄວາມປາຖະໜາ​ຊົ່ວ​ທີ່​ພວກເຈົ້າ​ເຄີຍ​ມີ​ເມື່ອ​ເວລາ​ທີ່​ພວກເຈົ້າ​ໃຊ້​ຊີວິດ​ໃນ​ຄວາມໂງ່​ນັ້ນ.


ເຫດສະນັ້ນ ຈົ່ງ​ກຳຈັດ​ຄວາມຄິດຮ້າຍ ແລະ ການຫລອກລວງ​ທຸກຢ່າງ, ຄວາມ​ໜ້າຊື່ໃຈຄົດ, ຄວາມອິດສາ ແລະ ການໃສ່ຮ້າຍປ້າຍສີ​ທຸກຢ່າງ​ອອກໄປ​ຈາກ​ພວກເຈົ້າ.


ໂລກ ແລະ ຄວາມປາຖະໜາ​ຕ່າງໆ​ຂອງ​ໂລກ​ກໍ​ເສື່ອມສູນ​ໄປ, ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ກໍ​ດຳລົງ​ຢູ່​ຕະຫລອດໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka