Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 4:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ແລະ, “ຖ້າ​ຄົນຊອບທຳ​ຈະ​ໄດ້ຮັບ​ຄວາມພົ້ນ​ກໍ​ຍັງ​ຍາກ, ແລ້ວ​ຄົນອະທຳ​ກັບ​ຄົນບາບ​ຈະ​ເປັນ​ຢ່າງໃດ?”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ຖ້າ​ຄົນ​ຊອບທຳ​ຈະ​ລອດພົ້ນ​ໄດ້​ດ້ວຍ​ຍາກ ຄົນ​ປະໝາດ​ພຣະເຈົ້າ​ແລະ​ຄົນ​ຜິດບາບ​ຈະ​ໄປ​ຢູ່​ໃສ?

Uka jalj uñjjattʼäta Copia luraña




1 ເປໂຕ 4:18
27 Jak'a apnaqawi uñst'ayäwi  

ໃນ​ເວລາ​ນັ້ນ ພວກ​ຄົນເກັບພາສີ ແລະ ພວກ​ຄົນບາບ​ໄດ້​ມາ​ເຕົ້າໂຮມ​ກັນ​ເພື່ອ​ຟັງ​ພຣະເຢຊູເຈົ້າ.


ເພາະ​ຖ້າ​ຄົນ​ທັງຫລາຍ​ຍັງ​ເຮັດ​ຢ່າງ​ນີ້​ກັບ​ຕົ້ນໄມ້​ທີ່​ຍັງ​ຂຽວ​ສົດ​ຢູ່ ແລ້ວ​ຈະ​ມີ​ຫຍັງ​ເກີດຂຶ້ນ​ເມື່ອ​ຕົ້ນໄມ້​ທີ່​ແຫ້ງ​ແລ້ວ?”


ເພື່ອ​ໜູນໃຈ​ພວກສາວົກ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ ແລະ ໄດ້​ໜູນໃຈ​ພວກເຂົາ​ໃຫ້​ຕັ້ງ​ໝັ້ນຄົງ​ໃນ​ຄວາມເຊື່ອ. ພວກເຂົາ​ກ່າວ​ວ່າ, “ພວກເຮົາ​ຕ້ອງ​ຜ່ານຜ່າ​ຄວາມ​ທຸກຍາກ​ລຳບາກ​ຫລາຍ​ຢ່າງ​ເພື່ອ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.


ແລະ ບອກ​ວ່າ, ‘ໂປໂລ​ເອີຍ ຢ່າ​ຢ້ານ​ເລີຍ. ເຈົ້າ​ຕ້ອງ​ຢືນ​ໃຫ້​ການ​ຕໍ່ໜ້າ​ກາຍຊາ; ແລະ ພຣະເຈົ້າ​ເມດຕາ​ເຈົ້າ​ໂດຍ​ໃຫ້​ຄົນ​ທັງຫລາຍ​ທີ່​ຢູ່ໃນ​ເຮືອ​ກັບ​ເຈົ້າ​ລອດຊີວິດ’.


ໂປໂລ​ຈຶ່ງ​ບອກ​ນາຍຮ້ອຍ​ກັບ​ພວກ​ທະຫານ​ວ່າ, “ຖ້າ​ຄົນ​ເຫລົ່ານີ້​ບໍ່​ຢູ່​ໃນ​ເຮືອ​ພວກທ່ານ​ກໍ​ຈະ​ບໍ່​ລອດ​ຊີວິດ”.


ພຣະເຈົ້າ​ໄດ້​ສະແດງ​ຄວາມໂກດຮ້າຍ​ຈາກ​ສະຫວັນ​ຕໍ່ສູ້​ຄວາມ​ອະທຳ ແລະ ຄວາມ​ຊົ່ວຮ້າຍ​ທັງໝົດ​ຂອງ​ມະນຸດ ຜູ້​ທີ່​ໃຊ້​ຄວາມ​ຊົ່ວຮ້າຍ​ຂອງ​ຕົນ​ປົກປິດ​ຄວາມຈິງ,


ຂະນະ​ທີ່​ພວກເຮົາ​ຍັງ​ຂາດ​ກຳລັງ​ຢູ່​ນັ້ນ, ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ຄົນບາບ​ໃນ​ເວລາ​ທີ່​ເໝາະສົມ.


ແຕ່​ພຣະເຈົ້າ​ໄດ້​ສະແດງ​ຄວາມຮັກ​ຂອງ​ພຣະອົງ​ເອງ​ແກ່​ພວກເຮົາ​ທັງຫລາຍ​ຄື: ຂະນະ​ທີ່​ພວກເຮົາ​ຍັງ​ເປັນ​ຄົນບາບ​ຢູ່​ນັ້ນ ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ພວກເຮົາ.


ດັ່ງນັ້ນ ຖ້າ​ພວກເຈົ້າ​ຄິດວ່າ​ຕົນເອງ​ຕັ້ງໝັ້ນຄົງ​ແລ້ວ ກໍ​ຈົ່ງ​ລະວັງ​ໃຫ້​ດີ​ເພື່ອ​ພວກເຈົ້າ​ຈະ​ບໍ່​ລົ້ມລົງ!


ພວກເຮົາ​ກໍ​ຮູ້​ເໝືອນກັນ​ວ່າ​ກົດບັນຍັດ​ບໍ່​ໄດ້​ມີ​ເພື່ອ​ຜູ້ຊອບທຳ ແຕ່​ມີ​ເພື່ອ​ຄົນ​ທີ່​ລະເມີດ​ກົດ ແລະ ຄົນ​ທີ່​ກະບົດ, ຄົນອະທຳ ແລະ ຄົນບາບ, ຄົນ​ບໍ່​ບໍລິສຸດ ແລະ ຄົນ​ທີ່​ບໍ່​ເຊື່ອ​ພຣະເຈົ້າ, ຄົນ​ຂ້າ​ພໍ່​ຂ້າ​ແມ່, ຄົນ​ຂ້າ​ຄົນ,


ເຫດສະນັ້ນ ໃນ​ເມື່ອ​ສັນຍາ​ວ່າ​ດ້ວຍ​ການ​ເຂົ້າ​ສູ່​ການ​ພັກ​ສະຫງົບ​ຂອງ​ພຣະອົງ​ນັ້ນ​ຍັງ​ຕັ້ງ​ຢູ່, ກໍ​ໃຫ້​ພວກເຮົາ​ທັງຫລາຍ​ລະວັງ​ບໍ່​ໃຫ້​ຄົນໃດ​ໃນ​ພວກເຈົ້າ​ພາດ​ຈາກ​ການ​ພັກສະຫງົບ​ນີ້.


ພວກເຈົ້າ​ຕັດສິນລົງໂທດ ແລະ ຂ້າ​ຜູ້ບໍລິສຸດ ຜູ້​ທີ່​ບໍ່​ໄດ້​ຕໍ່ຕ້ານ​ພວກເຈົ້າ.


ຈົ່ງ​ມີ​ສະຕິ ແລະ ຕື່ນ​ໂຕ​ຢູ່​ສະເໝີ. ເພາະ​ສັດຕູ​ຂອງ​ພວກເຈົ້າ​ຄື​ມານ​ທຽວ​ວົນວຽນ​ໄປ​ມາ​ເໝືອນ​ໂຕສິງ​ທີ່​ແຜດສຽງ​ຊອກຫາ​ຄົນ​ທີ່​ມັນ​ຈະ​ກັດກິນ​ໄດ້.


ໂດຍ​ພຣະຄຳ​ອັນ​ດຽວ​ກັນ​ນີ້ ຟ້າສະຫວັນ ແລະ ແຜ່ນດິນໂລກ​ປັດຈຸບັນ​ກໍ​ຖືກ​ສະຫງວນໄວ້​ໃຫ້​ໄຟ​ເຜົາຜານ ຖືກ​ເກັບ​ໄວ້​ເພື່ອ​ວັນ​ແຫ່ງ​ການພິພາກສາ ແລະ ຈິບຫາຍ​ຂອງ​ຄົນອະທຳ.


ເພື່ອ​ພິພາກສາ​ທຸກຄົນ ແລະ ລົງໂທດ​ພວກເຂົາ​ທັງໝົດ​ຈາກ​ການອະທຳ​ທີ່​ພວກເຂົາ​ໄດ້​ເຮັດ​ໄປ​ຕາມ​ທາງ​ອະທຳ​ຂອງ​ພວກເຂົາ ແລະ ທຸກ​ຄຳ​ຕໍ່ຕ້ານ​ທີ່​ຄົນບາບ​ຄົນອະທຳ​ໄດ້​ກ່າວ​ຕໍ່ສູ້​ພຣະອົງ”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka