Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 4:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ເພາະ​ເຖິງ​ເວລາ​ແລ້ວ​ທີ່​ການພິພາກສາ​ຈະ​ເລີ່ມ​ຂຶ້ນ​ທີ່​ຄົວເຮືອນ​ຂອງ​ພຣະເຈົ້າ ແລະ ຖ້າ​ການ​ພິພາກສາ​ເລີ່ມ​ຕົ້ນ​ທີ່​ພວກເຮົາ​ກ່ອນ ແລ້ວ​ຜົນ​ທີ່​ຈະ​ໄດ້​ຮັບ​ຂອງ​ບັນດາ​ຜູ້​ທີ່​ບໍ່​ເຊື່ອຟັງ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ຈະ​ເປັນ​ຢ່າງໃດ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ດ້ວຍວ່າ, ເຖິງ​ເວລາ​ແລ້ວ​ທີ່​ການ​ຊົງ​ພິພາກສາ ຈະ​ຕ້ອງ​ເລີ່ມຕົ້ນ​ທີ່​ຄົວ​ວິຫານ​ຂອງ​ພຣະເຈົ້າ ແລະ​ຖ້າ​ການ​ພິພາກສາ​ນັ້ນ​ເລີ່ມຕົ້ນ​ທີ່​ພວກເຮົາ​ກ່ອນ ປາຍ​ທາງ​ຂອງ​ຄົນ​ເຫຼົ່ານັ້ນ ທີ່​ບໍ່​ເຊື່ອຟັງ​ຂ່າວປະເສີດ​ເລື່ອງ​ຂອງ​ພຣະເຈົ້າ​ຈະ​ເປັນ​ຢ່າງ​ໃດ?

Uka jalj uñjjattʼäta Copia luraña




1 ເປໂຕ 4:17
26 Jak'a apnaqawi uñst'ayäwi  

ເພາະ​ຖ້າ​ຄົນ​ທັງຫລາຍ​ຍັງ​ເຮັດ​ຢ່າງ​ນີ້​ກັບ​ຕົ້ນໄມ້​ທີ່​ຍັງ​ຂຽວ​ສົດ​ຢູ່ ແລ້ວ​ຈະ​ມີ​ຫຍັງ​ເກີດຂຶ້ນ​ເມື່ອ​ຕົ້ນໄມ້​ທີ່​ແຫ້ງ​ແລ້ວ?”


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ ໂປໂລ ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ອັກຄະສາວົກ ແລະ ຖືກ​ແຍກ​ໄວ້​ເພື່ອ​ຂ່າວປະເສີດ​ຂອງ​ພຣະເຈົ້າ,


ຄວາມທຸກລຳບາກ ແລະ ຄວາມໂສກເສົ້າເສຍໃຈ​ຈະ​ເກີດ​ມີ​ແກ່​ມະນຸດ​ທຸກຄົນ​ທີ່​ເຮັດ​ຊົ່ວ​ຄື: ພວກ​ຢິວ​ກ່ອນ ຕໍ່ມາ​ກໍ​ແມ່ນ​ຄົນຕ່າງຊາດ;


ຊາວຄາລາເຕຍ​ຜູ້​ໂງ່ຈ້າ​ເອີຍ! ຜູ້ໃດ​ໃສ່​ຄາຖາ​ພວກເຈົ້າ? ພາບ​ທີ່​ພຣະເຢຊູຄຣິດເຈົ້າ​ຖືກ​ຄຶງ​ເທິງ​ໄມ້ກາງແຂນ​ກໍ​ຊັດເຈນ​ຢູ່​ຕໍ່ໜ້າຕໍ່ຕາ​ຂອງ​ພວກເຈົ້າ​ແລ້ວ.


ພວກເຈົ້າ​ກຳລັງ​ແລ່ນ​ແຂ່ງຂັນ​ດີ​ຢູ່​ແລ້ວ. ຜູ້ໃດ​ຂັດຂວາງ​ພວກເຈົ້າ​ບໍ່​ໃຫ້​ເຊື່ອຟັງ​ຄວາມຈິງ?


ເຫດສະນັ້ນ, ເມື່ອ​ພວກເຮົາ​ມີ​ໂອກາດ ໃຫ້​ພວກເຮົາ​ເຮັດ​ດີ​ຕໍ່​ທຸກຄົນ ໂດຍສະເພາະ​ຕໍ່​ຄົນ​ທີ່​ຢູ່​ໃນ​ຄອບຄົວ​ແຫ່ງ​ຄວາມເຊື່ອ.


ພຣະອົງ​ຈະ​ລົງໂທດ​ບັນດາ​ຜູ້​ທີ່​ບໍ່​ຮູ້ຈັກ​ພຣະເຈົ້າ ແລະ ບໍ່​ເຊື່ອຟັງ​ຂ່າວປະເສີດ​ຂອງ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ຖ້າ​ເຮົາ​ມາ​ຊ້າ, ພວກເຈົ້າ​ກໍ​ຈະ​ໄດ້​ຮູ້​ວ່າ​ຄົນ​ທັງຫລາຍ​ຄວນ​ປະພຶດຕົນ​ຢ່າງ​ໃດ​ໃນ​ຄົວເຮືອນ​ຂອງ​ພຣະເຈົ້າ ຄື​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່​ອັນ​ເປັນ​ເສົາ​ຫລັກ ແລະ ຮາກຖານ​ແຫ່ງ​ຄວາມຈິງ.


ໂດຍ​ຄວາມເຊື່ອ ເມື່ອ​ອັບຣາຮາມ​ໄດ້​ຮັບ​ການ​ເອີ້ນ​ໃຫ້​ໄປ​ຍັງ​ສະຖານທີ່​ໜຶ່ງ​ທີ່​ເພິ່ນ​ຈະ​ໄດ້​ຮັບ​ເປັນ​ມໍລະດົກ​ຂອງ​ເພິ່ນ​ໃນ​ພາຍຫລັງ, ເພິ່ນ​ໄດ້​ເຊື່ອຟັງ ແລະ ອອກ​ເດີນທາງໄປ​ເຖິງແມ່ນວ່າ​ເພິ່ນ​ບໍ່​ຮູ້​ວ່າ​ຈະ​ໄປ​ບ່ອນ​ໃດ.


ເພາະ​ໃນ​ເມື່ອ​ຖ້ອຍຄຳ​ທີ່​ພຣະເຈົ້າ​ໄດ້​ກ່າວ​ຜ່ານທາງ​ບັນດາ​ເທວະດາ​ຍັງ​ຜູກມັດ ແລະ ການລະເມີດ​ກັບ​ການບໍ່ເຊື່ອຟັງ​ໃນ​ຄວາມຈິງ​ທຸກຢ່າງ​ຍັງ​ໄດ້​ຮັບ​ການລົງໂທດ​ຢ່າງ​ຍຸຕິທຳ


ພຣະເຈົ້າ​ຍັງ​ໄດ້​ເປັນ​ພະຍານ​ເຖິງ​ສິ່ງ​ເຫລົ່ານີ້​ໂດຍ​ໝາຍສຳຄັນ, ການ​ອັດສະຈັນ ແລະ ການປະຕິຫານ​ຕ່າງໆ ແລະ ໂດຍ​ຂອງປະທານ​ແຫ່ງ​ພຣະວິນຍານບໍລິສຸດເຈົ້າ​ທີ່​ໃຫ້​ຕາມ​ປະສົງ​ຂອງ​ພຣະອົງ.


ສ່ວນ​ພຣະຄຣິດເຈົ້າ​ສັດຊື່​ໃນ​ຖານະ​ພຣະບຸດ​ຜູ້​ຄອບຄອງ​ຄົວເຮືອນ​ຂອງ​ພຣະເຈົ້າ. ແລະ ພວກເຮົາ​ທັງຫລາຍ​ກໍ​ຄື​ເຮືອນ​ຂອງ​ພຣະອົງ ຖ້າ​ຫາກ​ພວກເຮົາ​ຢຶດໝັ້ນ​ໃນ​ຄວາມໝັ້ນໃຈ ແລະ ຄວາມຫວັງ​ທີ່​ພວກເຮົາ​ພາກພູມໃຈ​ຢູ່​ນັ້ນ.


ແລະ ເມື່ອ​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພຣະເຢຊູເຈົ້າ​ສົມບູນແບບ​ແລ້ວ ພຣະອົງ​ຈຶ່ງ​ເປັນ​ແຫລ່ງ​ຄວາມພົ້ນ​ນິລັນດອນ​ສຳລັບ​ທຸກຄົນ​ທີ່​ເຊື່ອຟັງ​ພຣະອົງ


ພວກເຈົ້າ​ກໍ​ເໝືອນກັນ ພວກເຈົ້າ​ເປັນ​ເໝືອນ​ສີລາ​ທີ່​ມີຊີວິດ ເຊິ່ງ​ກຳລັງ​ໄດ້​ຮັບ​ການ​ກໍ່​ຂຶ້ນ​ເປັນ​ວິຫານ​ຝ່າຍວິນຍານ ເພື່ອ​ເປັນ​ປະໂລຫິດ​ບໍລິສຸດ, ຖວາຍ​ເຄື່ອງບູຊາ​ຝ່າຍວິນຍານ​ທີ່​ພຣະເຈົ້າ​ຍອມຮັບ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ.


ແລະ, “ເປັນ​ຫີນ​ທີ່​ເຮັດ​ໃຫ້​ຄົນ​ທັງຫລາຍ​ສະດຸດ ແລະ ເປັນ​ຫີນ​ທີ່​ເຮັດ​ໃຫ້​ພວກເຂົາ​ລົ້ມ​ລົງ”. ພວກເຂົາ​ສະດຸດ​ກໍ​ເພາະ​ພວກເຂົາ​ບໍ່​ເຊື່ອຟັງ​ຖ້ອຍຄຳ​ນັ້ນ ເຊິ່ງ​ກໍ​ເປັນ​ໄປ​ຕາມ​ທີ່​ພວກເຂົາ​ໄດ້​ຖືກ​ກຳນົດ​ໄວ້​ແລ້ວ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka