Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 4:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ຖ້າ​ພວກເຈົ້າ​ທົນທຸກ ກໍ​ຢ່າ​ໄດ້​ທົນທຸກ​ໃນ​ຖານະ​ທີ່​ເປັນ​ຜູ້ຂ້າຄົນ ຫລື ເປັນ​ຄົນຂີ້ລັກ ຫລື ຄະດີ​ອາຍາ​ປະເພດ​ຕ່າງໆ ຫລື ແມ່ນ​ແຕ່​ເປັນ​ຄົນ​ມັກ​ຫຍຸ້ງ​ເລື່ອງ​ຂອງ​ຜູ້​ອື່ນ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ແຕ່​ວ່າ​ຢ່າ​ໃຫ້​ຜູ້ໃດ​ໃນ​ພວກເຈົ້າ ໄດ້​ຮັບ​ຄວາມ​ທຸກ ເພາະ​ເປັນ​ຜູ້​ຂ້າ​ຄົນ ເປັນ​ຂະໂມຍ ເປັນ​ຜູ້​ທຳຮ້າຍ ຫລື​ເປັນ​ຜູ້​ທ່ຽວ​ຫຍຸ້ງກ່ຽວ​ກັບ​ກິດທຸລະ​ຂອງ​ຄົນອື່ນ.

Uka jalj uñjjattʼäta Copia luraña




1 ເປໂຕ 4:15
9 Jak'a apnaqawi uñst'ayäwi  

“ເມື່ອ​ຄົນ​ທັງຫລາຍ​ດູຖູກ, ຂົ່ມເຫັງ ແລະ ກ່າວ​ຮ້າຍ​ພວກເຈົ້າ​ທັງຫລາຍ​ດ້ວຍ​ຄວາມບໍ່ຈິງ​ທຸກ​ຢ່າງ​ເພາະ​ເຫັນ​ແກ່​ເຮົາ​ພວກເຈົ້າ​ກໍ​ເປັນສຸກ.


ແລະ ພວກເຈົ້າ​ຈົ່ງ​ມຸ່ງໝັ້ນ​ວ່າ​ຈະ​ດຳເນີນຊີວິດ​ຢ່າງ​ສະຫງົບ​ຄື: ພວກເຈົ້າ​ຈະ​ຕ້ອງ​ເອົາໃຈໃສ່​ທຸລະກິດ​ຂອງ​ຕົນເອງ ແລະ ລົງມື​ເຮັດວຽກ​ເອງ​ເໝືອນດັ່ງ​ທີ່​ພວກເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ,


ພວກເຮົາ​ໄດ້​ຍິນ​ວ່າ​ບາງຄົນ​ໃນ​ທ່າມກາງ​ພວກເຈົ້າ​ຂີ້ຄ້ານ ແລະ ກໍ່ກວນ. ພວກເຂົາ​ບໍ່​ຍອມ​ເຮັດວຽກ ແຕ່​ພວກເຂົາ​ຫຍຸ້ງ​ແຕ່​ກັບ​ເລື່ອງ​ຂອງ​ຄົນ​ອື່ນ.


ນອກຈາກ​ນີ້ ພວກເຂົາ​ຈະ​ມີ​ນິໄສ​ຂີ້ຄ້ານ​ທຽວ​ໄປ​ເຮືອນ​ນັ້ນ​ເຮືອນ​ນີ້ ແລະ ບໍ່​ພຽງ​ແຕ່​ພວກເຂົາ​ກາຍເປັນ​ຄົນຂີ້ຄ້ານ​ເທົ່ານັ້ນ​ແຕ່​ຍັງ​ມັກ​ເວົ້າຂວັນນິນທາ ແລະ ມັກຫຍຸ້ງເລື່ອງຄົນອື່ນ ເວົ້າ​ສິ່ງ​ທີ່​ບໍ່​ຄວນ​ເວົ້າ.


ເພື່ອ​ຂ່າວປະເສີດ​ນີ້​ເຮົາ​ຈຶ່ງ​ທົນທຸກ​ຢູ່​ຈົນ​ເຖິງ​ຖືກ​ລ່າມໂສ້​ເໝືອນ​ໂຈນຜູ້ຮ້າຍ. ແຕ່​ພຣະຄຳ​ຂອງ​ພຣະເຈົ້າ​ບໍ່​ໄດ້​ຖືກ​ລ່າມໂສ້.


ແຕ່​ເຖິງ​ແມ່ນ​ວ່າ​ພວກເຈົ້າ​ຕ້ອງ​ທົນທຸກ​ຍ້ອນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ພວກເຈົ້າ​ກໍ​ໄດ້​ຮັບ​ພອນ. “ຢ່າ​ຢ້ານກົວ​ຕໍ່​ການກະທຳ​ຂອງ​ພວກເຂົາ, ຢ່າ​ວິຕົກ​ກັງວົນໃຈ​ເລີຍ”.


ເພາະ​ຖ້າ​ເປັນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ໃຫ້​ພວກເຈົ້າ​ທົນທຸກ​ເນື່ອງ​ຈາກ​ການ​ເຮັດດີ​ກໍ​ດີ​ກວ່າ​ທົນທຸກ​ເພາະ​ການ​ເຮັດ​ຊົ່ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka