Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 4:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ແຕ່ລະຄົນ​ຄວນ​ໃຊ້​ຂອງປະທານ​ທີ່​ຕົນ​ໄດ້​ຮັບ​ມາ​ນັ້ນ​ຮັບໃຊ້​ຜູ້​ອື່ນ, ບໍລິຫານ​ຂອງປະທານ​ແຫ່ງ​ພຣະຄຸນ​ຂອງ​ພຣະເຈົ້າ​ໃນ​ຮູບແບບ​ຕ່າງໆ​ທີ່​ໄດ້​ຮັບ​ມາ​ຢ່າງ​ສັດຊື່.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ຕາມ​ທີ່​ທຸກຄົນ​ໄດ້​ຮັບ​ສິ່ງ​ທີ່​ຊົງ​ປະທານ​ໃຫ້​ແລ້ວ ກໍ​ໃຫ້​ໃຊ້​ຂອງ​ປະທານ​ນັ້ນ ເພື່ອ​ປະໂຫຍດ​ແກ່​ກັນແລະກັນ ເໝືອນ​ເປັນ​ຜູ້​ຮັບ​ມອບໝາຍ​ທີ່​ດີ ເພື່ອ​ຮັບໃຊ້​ພຣະຄຸນ​ນາໆ​ປະການ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




1 ເປໂຕ 4:10
29 Jak'a apnaqawi uñst'ayäwi  

ເໝືອນດັ່ງ​ບຸດມະນຸດ​ບໍ່​ໄດ້​ມາ​ເພື່ອ​ໃຫ້​ຄົນ​ອື່ນ​ຮັບໃຊ້ ແຕ່​ມາ​ເພື່ອ​ຮັບໃຊ້ ແລະ ສະຫລະ​ຊີວິດ​ຂອງ​ພຣະອົງ​ເປັນ​ຄ່າໄຖ່​ເພື່ອ​ຄົນ​ທັງຫລາຍ”.


ແລະ ຂ່າວປະເສີດ​ເລື່ອງ​ອານາຈັກ​ນີ້​ຈະ​ໄດ້​ປະກາດ​ໄປ​ທົ່ວ​ໂລກ ເພື່ອ​ເປັນ​ພະຍານ​ແກ່​ຄົນ​ທຸກ​ຊາດ ແລ້ວ​ຍຸກ​ສຸດທ້າຍ​ຈະ​ມາ​ເຖິງ.


ເພາະ​ໃນ​ເວລາ​ນັ້ນ​ຈະ​ມີ​ຄວາມທຸກລຳບາກ​ຄັ້ງ​ໃຫຍ່​ທີ່​ບໍ່​ເຄີຍ​ມີ​ມາ​ຕັ້ງແຕ່​ການ​ເລີ່ມຕົ້ນ​ຂອງ​ໂລກ​ຈົນ​ເຖິງ​ທຸກ​ວັນ​ນີ້ ແລະ ຈະ​ບໍ່​ມີ​ຄັ້ງ​ໃດ​ເທົ່າກັບ​ຄັ້ງ​ນີ້​ອີກ.


“ແມ່ນ​ຜູ້ໃດ​ທີ່​ເປັນ​ຄົນຮັບໃຊ້​ທີ່​ສັດຊື່ ແລະ ສະຫລາດ, ຜູ້​ທີ່​ນາຍ​ໄດ້​ຕັ້ງ​ໄວ້​ໃຫ້​ຮັບຜິດຊອບ​ບັນດາ​ຄົນຮັບໃຊ້​ໃນ​ເຮືອນ​ຂອງ​ເພິ່ນ ເພື່ອ​ແຈກຢາຍ​ອາຫານ​ໃຫ້​ພວກເຂົາ​ຕາມ​ເວລາ?


ຄົນ​ທີ່​ໄດ້​ຮັບ​ສອງ​ຖົງ​ກໍ​ເໝືອນກັນ​ໄດ້​ກຳໄລ​ມາ​ອີກ​ສອງ​ຖົງ.


“ແລ້ວ​ພວກເຂົາ​ກໍ​ຈະ​ຕອບ​ພຣະອົງ​ວ່າ, ‘ອົງພຣະຜູ້ເປັນເຈົ້າ​ເອີຍ, ເມື່ອໃດ​ທີ່​ພວກຂ້ານ້ອຍ​ເຫັນ​ພຣະອົງ​ຫິວເຂົ້າ ຫລື ຫິວນ້ຳ ຫລື ເປັນ​ຄົນແປກໜ້າ ຫລື ຕ້ອງການ​ເຄື່ອງນຸ່ງຫົ່ມ ຫລື ເຈັບປ່ວຍ ຫລື ຢູ່​ໃນ​ຄຸກ ແລ້ວ​ພວກຂ້ານ້ອຍ​ບໍ່​ໄດ້​ບົວລະບັດ​ພຣະອົງ?’


ເພາະ​ແມ່ນ​ແຕ່​ບຸດມະນຸດ​ບໍ່​ໄດ້​ມາ​ເພື່ອ​ໃຫ້​ຄົນ​ອື່ນ​ຮັບໃຊ້, ແຕ່​ມາ​ເພື່ອ​ຮັບໃຊ້, ແລະ ສະຫລະ​ຊີວິດ​ຂອງ​ພຣະອົງ​ເປັນ​ຄ່າໄຖ່​ເພື່ອ​ຄົນ​ທັງຫລາຍ”.


ອົງພຣະຜູ້ເປັນເຈົ້າ​ຕອບ​ວ່າ, “ແມ່ນ​ຜູ້ໃດ​ເປັນ​ຜູ້ຈັດການ​ທີ່​ສັດຊື່ ແລະ ສະຫລາດ, ຜູ້​ທີ່​ນາຍ​ໄດ້​ຕັ້ງ​ໄວ້​ໃຫ້​ຮັບຜິດຊອບ​ຄົນຮັບໃຊ້​ຂອງ​ເພິ່ນ ເພື່ອ​ແຈກຢາຍ​ອາຫານ​ໃຫ້​ພວກເຂົາ​ຕາມ​ເວລາ?


ເພິ່ນ​ຈຶ່ງ​ເອີ້ນ​ຄົນຮັບໃຊ້​ສິບ​ຄົນ​ມາ​ແລ້ວ​ມອບ​ເງິນ​ໃຫ້​ຄົນ​ລະ​ໜຶ່ງ​ມີນາ ແລະ ສັ່ງ​ວ່າ, ‘ຈົ່ງ​ນຳ​ເງິນ​ນີ້​ໄປ​ເປັນ​ທຶນ​ຄ້າຂາຍ​ຈົນ​ກວ່າ​ເຮົາ​ຈະ​ກັບ​ມາ’.


ໂຢຮັນນາ​ເມຍ​ຂອງ​ຈູຊາ ຜູ້​ທີ່​ເປັນ​ຜູ້ຈັດການ​ດູແລ​ໃນ​ເຮືອນ​ຂອງ​ເຮໂຣດ, ນາງ​ຊູຊັນນາ ແລະ ແມ່ຍິງ​ຄົນ​ອື່ນໆ​ອີກ​ຫລາຍ​ຄົນ. ແມ່ຍິງ​ເຫລົ່ານີ້​ເຄີຍ​ບົວລະບັດ​ພວກເພິ່ນ​ດ້ວຍ​ຊັບສິນ​ຂອງ​ຕົນ​ເອງ.


ແຕ່​ຂະນະ​ນີ້​ເຮົາ​ກຳລັງ​ເດີນທາງ​ໄປ​ນະຄອນ​ເຢຣູຊາເລັມ ເພື່ອ​ຮັບໃຊ້​ບັນດາ​ຄົນ​ຂອງ​ພຣະເຈົ້າ​ຢູ່​ທີ່​ນັ້ນ.


ພວກເຂົາ​ຍິນດີ​ທີ່​ຈະ​ເຮັດ​ຢ່າງ​ນັ້ນ ແລະ ຄວາມຈິງ​ແລ້ວ​ພວກເຂົາ​ກໍ​ເປັນ​ໜີ້​ພີ່ນ້ອງ​ເຫລົ່ານັ້ນ​ດ້ວຍ ເພາະວ່າ​ຖ້າ​ຄົນຕ່າງຊາດ​ມີ​ສ່ວນຮ່ວມ​ໃນ​ພອນ​ຝ່າຍ​ຈິດວິນຍານ​ຂອງ​ຊາວ​ຢິວ ພວກເຂົາ​ກໍ​ເປັນ​ໜີ້​ພີ່ນ້ອງ​ຊາວ​ຢິວ ກໍ​ສົມຄວນ​ທີ່​ຈະ​ແບ່ງປັນ​ພອນ​ຝ່າຍ​ວັດຖຸ​ໃຫ້​ແກ່​ພີ່ນ້ອງ​ເຫລົ່ານັ້ນ.


ແຕ່​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ເປັນ​ຢູ່​ຢ່າງ​ນີ້ ແລະ ພຣະຄຸນ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ເຮົາ​ນັ້ນ​ກໍ​ບໍ່​ໄດ້​ໄຮ້ປະໂຫຍດ. ບໍ່​ດອກ, ເຮົາ​ໄດ້​ເຮັດວຽກ​ໜັກ​ກວ່າ​ພວກເຂົາ​ທຸກຄົນ, ແຕ່​ບໍ່ແມ່ນ​ເຮົາ​ເອງ​ທີ່​ເຮັດ, ຫາກ​ແມ່ນ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ສະຖິດ​ຢູ່​ກັບ​ເຮົາ​ນັ້ນ​ເປັນ​ຜູ້​ເຮັດ.


ໂດຍ​ພຣະຄຸນ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ເຮົາ​ນັ້ນ, ເຮົາ​ໄດ້​ວາງ​ຮາກຖານ​ເໝືອນ​ດັ່ງ​ນາຍຊ່າງ​ທີ່​ສະຫລາດ ແລະ ຄົນ​ອື່ນ​ກໍ​ມາ​ກໍ່​ຂຶ້ນ​ເທິງ​ຮາກຖານ​ນັ້ນ. ແຕ່ວ່າ​ແຕ່ລະຄົນ​ຄວນ​ກໍ່​ຂຶ້ນ​ດ້ວຍ​ຄວາມ​ລະວັງ.


ເພາະ​ຜູ້ໃດ​ທີ່​ເຮັດໃຫ້​ພວກເຈົ້າ​ແຕກຕ່າງ​ຈາກ​ຄົນ​ອື່ນ? ສິ່ງ​ທີ່​ພວກເຈົ້າ​ມີ​ຢູ່​ນັ້ນ​ມີ​ອັນໃດ​ທີ່​ພວກເຈົ້າ​ບໍ່​ໄດ້​ຮັບ? ແລະ ຖ້າ​ພວກເຈົ້າ​ໄດ້​ຮັບ​ສິ່ງ​ນັ້ນ​ແລ້ວ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເວົ້າ​ອວດອ້າງ​ເໝືອນ​ກັບ​ວ່າ​ພວກເຈົ້າ​ບໍ່​ໄດ້​ຮັບ?


ໃນ​ຖານະ​ຜູ້ຮ່ວມງານ​ຂອງ​ພຣະເຈົ້າ ພວກເຮົາ​ຂໍຮ້ອງ​ພວກເຈົ້າ​ທັງຫລາຍ​ວ່າ ຢ່າ​ໃຫ້​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ໄດ້​ຮັບ​ນັ້ນ​ເສຍປະໂຫຍດ.


ເຮົາ​ບໍ່​ຈຳເປັນ​ຕ້ອງ​ຂຽນ​ເຖິງ​ພວກເຈົ້າ​ກ່ຽວກັບ​ການ​ຮັບໃຊ້​ບັນດາ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ.


ເຖິງແມ່ນວ່າ​ເຮົາ​ເປັນ​ຜູ້​ຕ່ຳຕ້ອຍ​ກວ່າ​ຜູ້​ເລັກນ້ອຍ​ທີ່ສຸດ​ຂອງ​ບັນດາ​ຄົນ​ທັງໝົດ​ຂອງ​ພຣະເຈົ້າ​ກໍ​ຕາມ ພຣະຄຸນ​ນີ້​ກໍ​ໄດ້​ຖືກ​ມອບ​ໃຫ້​ແກ່​ເຮົາ​ຄື: ເພື່ອ​ປະກາດ​ແກ່​ບັນດາ​ຄົນຕ່າງຊາດ​ເຖິງ​ຄວາມບໍລິບູນ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະຄຣິດເຈົ້າ,


ດັ່ງນັ້ນ​ພຣະຄຣິດເຈົ້າ​ເອງ​ໄດ້​ໃຫ້​ບັນດາ​ອັກຄະສາວົກ, ບັນດາ​ຜູ້ທຳນວາຍ, ບັນດາ​ຜູ້ປະກາດຂ່າວປະເສີດ, ບັນດາ​ສິດຍາພິບານ ແລະ ບັນດາ​ອາຈານ,


ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ຊ່ວຍ​ໃຫ້​ລາວ​ໄດ້​ພົບ​ຄວາມ​ເມດຕາ​ຈາກ​ອົງພຣະຜູ້ເປັນເຈົ້າ​ໃນ​ວັນ​ນັ້ນ​ດ້ວຍ! ເຈົ້າ​ກໍ​ຮູ້​ດີ​ແລ້ວ​ວ່າ​ເມື່ອ​ຢູ່​ທີ່​ເມືອງ​ເອເຟໂຊ ລາວ​ໄດ້​ຊ່ວຍເຫລືອ​ເຮົາ​ໃນ​ຫລາຍໆ​ດ້ານ.


ເພາະວ່າ​ຜູ້ດູແລ​ຮັບຜິດຊອບ​ຄອບຄົວ​ຂອງ​ພຣະເຈົ້າ ລາວ​ຕ້ອງ​ເປັນ​ຜູ້​ທີ່​ບໍ່ມີຕຳໜິ, ບໍ່​ເອົາ​ແຕ່​ໃຈ, ບໍ່​ເປັນ​ຄົນ​ເລືອດຮ້ອນ, ບໍ່​ເປັນ​ຄົນ​ເມົາເຫລົ້າ, ບໍ່​ໃຊ້​ຄວາມຮຸນແຮງ, ບໍ່​ເປັນ​ຄົນໂລບ​ຫາ​ກຳໄລ​ໃນ​ທາງ​ທີ່​ບໍ່​ສັດຊື່


ພຣະເຈົ້າ​ຍຸຕິທຳ, ພຣະອົງ​ຈະ​ບໍ່​ລືມ​ການງານ​ທີ່​ພວກເຈົ້າ​ເຮັດ ແລະ ຄວາມຮັກ​ທີ່​ພວກເຈົ້າ​ໄດ້​ສະແດງ​ອອກ​ໃຫ້​ພຣະອົງ​ເຫັນ ຄື​ການ​ທີ່​ພວກເຈົ້າ​ຊ່ວຍເຫລືອ​ຄົນ​ຂອງ​ພຣະອົງ ແລະ ຍັງ​ຊ່ວຍເຫລືອ​ພວກເຂົາ​ຕໍ່ໄປ


ແລະ ຫລັງ​ຈາກ​ພວກເຈົ້າ​ທົນທຸກ​ຢູ່​ຊົ່ວຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ແຫ່ງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ເອີ້ນ​ພວກເຈົ້າ​ມາ​ສູ່​ສະຫງ່າລາສີ​ອັນ​ນິລັນດອນ​ຂອງ​ພຣະອົງ​ໃນ​ພຣະຄຣິດເຈົ້າ ພຣະອົງ​ເອງ​ຈະ​ຟື້ນຟູ​ພວກເຈົ້າ​ຄືນ​ໃໝ່ ແລະ ໃຫ້​ພວກເຈົ້າ​ເຂັ້ມແຂງ, ໜັກແໜ້ນ ແລະ ໝັ້ນຄົງ.


ດ້ວຍ​ຄວາມຊ່ວຍເຫລືອ​ຂອງ​ຊີລາ ຜູ້​ທີ່​ເຮົາ​ຖື​ວ່າ​ເປັນ​ພີ່ນ້ອງ​ທີ່​ສັດຊື່ ເຮົາ​ຈຶ່ງ​ໄດ້​ຂຽນ​ມາ​ຫາ​ພວກເຈົ້າ​ໂດຍ​ຫຍໍ້​ເພື່ອ​ໜູນໃຈ​ພວກເຈົ້າ ແລະ ເປັນ​ພະຍານ​ວ່າ​ນີ້​ແມ່ນ​ພຣະຄຸນ​ທີ່​ແທ້​ຈິງ​ຂອງ​ພຣະເຈົ້າ. ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະຄຸນ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka