Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 4:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ເຫດສະນັ້ນ, ເພາະ​ພຣະຄຣິດເຈົ້າ​ໄດ້​ທົນທຸກ​ທາງ​ກາຍ​ຂອງ​ພຣະອົງ​ແລ້ວ ພວກເຈົ້າ​ເອງ​ກໍ​ຈົ່ງ​ຕຽມໂຕ​ໃຫ້​ພ້ອມ​ດ້ວຍ​ທ່າທີ​ຢ່າງ​ດຽວ​ກັນ. ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ທົນທຸກ​ທາງ​ກາຍ​ກໍ​ຈະ​ເຊົາ​ເຮັດ​ບາບ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ດ້ວຍວ່າ, ພຣະຄຣິດ​ໄດ້​ຮັບ​ຄວາມ​ທົນທຸກ​ທໍລະມານ​ທາງ​ຮ່າງກາຍ ພວກເຈົ້າ​ເອງ​ກໍ​ຕ້ອງ​ເຮັດ​ໃຫ້​ຕົນ​ເຂັ້ມແຂງ ໂດຍ​ມີ​ຄວາມ​ຄິດ​ຢ່າງ​ດຽວ​ກັບ​ພຣະອົງ ເພາະ​ຜູ້​ທີ່​ໄດ້​ທົນທຸກ​ທໍລະມານ​ທາງ​ຮ່າງກາຍ ກໍ​ບໍ່​ພົວພັນ​ໃນ​ຄວາມ​ຜິດບາບ​ອີກ​ຕໍ່ໄປ.

Uka jalj uñjjattʼäta Copia luraña




1 ເປໂຕ 4:1
17 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ກ່າວ​ແກ່​ຊາຍ​ມືລີບ​ວ່າ, “ຈົ່ງ​ຢືນຂຶ້ນ​ຕໍ່ໜ້າ​ທຸກ​ຄົນ”.


ໃນ​ທຳນອງດຽວກັນ ຈົ່ງ​ຖື​ວ່າ​ພວກເຈົ້າ​ເອງ​ໄດ້​ຕາຍ​ຕໍ່​ຄວາມບາບ​ແລ້ວ ແຕ່​ມີຊີວິດ​ຢູ່​ເພື່ອ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ.


ບໍ່​ເປັນ​ຢ່າງນັ້ນ​ດອກ! ພວກເຮົາ​ເປັນ​ຜູ້​ທີ່​ໄດ້​ຕາຍ​ຕໍ່​ບາບກຳ​ນັ້ນ​ແລ້ວ; ພວກເຮົາ​ຈະ​ດຳເນີນຊີວິດ​ໃນ​ຄວາມບາບ​ນັ້ນ​ຕໍ່ໄປ​ໄດ້​ຢ່າງໃດ?


ເພາະວ່າ ຜູ້ໃດ​ທີ່​ຕາຍ​ໄປ​ແລ້ວ​ກໍ​ເປັນ​ອິດສະຫລະ​ຈາກ​ຄວາມບາບ.


ເຮົາ​ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະຄຣິດເຈົ້າ​ແລ້ວ ແລະ ເຮົາ​ຈຶ່ງ​ບໍ່​ມີຊີວິດ​ຢູ່​ຕໍ່ໄປ, ແຕ່​ພຣະຄຣິດເຈົ້າ​ມີຊີວິດ​ຢູ່​ໃນ​ເຮົາ. ຊີວິດ​ທີ່​ເຮົາ​ມີ​ຢູ່​ໃນ​ຮ່າງກາຍ​ນີ້ ເຮົາ​ດໍາເນີນຊີວິດ​ຢູ່​ໂດຍ​ຄວາມເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ໄດ້​ຮັກ​ເຮົາ ແລະ ໄດ້​ມອບ​ພຣະອົງ​ເອງ​ເພື່ອ​ເຮົາ.


ບັນດາ​ຜູ້​ທີ່​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ​ໄດ້​ຄຶງ​ເນື້ອໜັງ​ພ້ອມ​ກັບ​ຕັນຫາ ແລະ ຄວາມປາຖະໜາ​ໄວ້​ທີ່​ໄມ້ກາງແຂນ​ແລ້ວ.


ເຫດສະນັ້ນ ຈົ່ງ​ສວມ​ຍຸດທະພັນ​ຄົບ​ຊຸດ​ຂອງ​ພຣະເຈົ້າ ເພື່ອ​ວ່າ​ເມື່ອ​ວັນ​ຊົ່ວຮ້າຍ​ມາ​ເຖິງ ພວກເຈົ້າ​ຈະ​ສາມາດ​ຢືນ​ຕົວ​ໄດ້ ແລະ ຫລັງຈາກ​ພວກເຈົ້າ​ໄດ້​ເຮັດ​ທຸກ​ສິ່ງ​ແລ້ວ​ກໍ​ຢືນ​ຕົວ​ຢູ່​ໄດ້.


ໃນ​ຄວາມສຳພັນ​ຂອງ​ພວກເຈົ້າ​ຕໍ່​ຄົນອື່ນ​ນັ້ນ, ຈົ່ງ​ມີ​ຄວາມຄິດ​ເຊັ່ນດຽວ​ກັນ​ກັບ​ພຣະຄຣິດເຈົ້າເຢຊູ.


ຈົ່ງ​ພິຈາລະນາ​ເຖິງ​ພຣະອົງ​ຜູ້​ໄດ້​ອົດທົນ​ຕໍ່​ການຕໍ່ຕ້ານ​ຢ່າງ​ນັ້ນ​ຈາກ​ຄົນບາບ​ທັງຫລາຍ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ບໍ່​ອິດເມື່ອຍ ແລະ ທໍ້ຖອຍ​ໃຈ.


ເພາະວ່າ​ຜູ້​ທີ່​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ​ຂອງ​ພຣະເຈົ້າ​ຍ່ອມ​ໄດ້​ຢຸດພັກ​ຈາກ​ກິດຈະການ​ຂອງ​ຕົນ​ເໝືອນ​ກັນ​ກັບ​ທີ່​ພຣະເຈົ້າ​ຢຸດພັກ​ຈາກ​ການ​ງານ​ຂອງ​ພຣະອົງ.


ພຣະອົງ​ເອີ້ນ​ພວກເຈົ້າ​ມາ​ສູ່​ສະພາບ​ການ​ຢ່າງ​ນີ້​ແຫລະ ເພາະວ່າ​ພຣະຄຣິດເຈົ້າ​ໄດ້​ທົນທຸກ​ເພື່ອ​ພວກເຈົ້າ, ວາງ​ແບບຢ່າງ​ໄວ້​ໃຫ້​ພວກເຈົ້າ ເຊິ່ງ​ພວກເຈົ້າ​ຄວນ​ດຳເນີນ​ຕາມ​ຮອຍ​ຕີນ​ຂອງ​ພຣະອົງ.


ເພາະ​ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ລຶບລ້າງ​ບາບ​ພຽງ​ຄັ້ງ​ດຽວ​ເປັນ​ການ​ສິ້ນສຸດ ຄື​ຄົນຊອບທຳ​ຕາຍ​ເພື່ອ​ຄົນອະທຳ​ເພື່ອ​ນຳ​ພວກເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ. ພຣະອົງ​ຖືກ​ປະຫານ​ທາງ​ຮ່າງກາຍ ແຕ່​ພຣະອົງ​ຖືກ​ບັນດານ​ໃຫ້​ເປັນຄືນມາ​ທາງ​ພຣະວິນຍານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka