Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 3:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ຢ່າ​ເຮັດ​ຄວາມຊົ່ວ​ຕອບ​ແທນ​ຄວາມຊົ່ວ ຫລື ຢ່າ​ດ່າ​ຕອບແທນ​ຄົນ​ທີ່​ດ່າ. ໃນ​ທາງ​ກົງກັນຂ້າມ, ຈົ່ງ​ຕອບແທນ​ຄວາມຊົ່ວ​ດ້ວຍ​ຄຳອວຍພອນ ເພາະວ່າ​ພຣະເຈົ້າ​ໄດ້​ເອີ້ນ​ພວກເຈົ້າ​ໃຫ້​ເຮັດ​ຢ່າງ​ນີ້ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮັບ​ພອນ​ເປັນ​ມໍລະດົກ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ຢ່າ​ຮ້າຍ​ຕອບ​ແທນ​ການ​ຮ້າຍ ແລະ​ຢ່າ​ປ້ອຍດ່າ​ຕອບ​ແທນ​ການ​ປ້ອຍດ່າ, ແຕ່​ກົງກັນຂ້າມ​ຈົ່ງ​ອວຍພອນ​ແກ່​ພວກເຂົາ. ດ້ວຍວ່າ, ພຣະເຈົ້າ​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ເຮັດ​ການ​ຢ່າງ​ນີ້​ແຫຼະ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ພຣະພອນ​ມາ​ເປັນ​ມໍຣະດົກ.

Uka jalj uñjjattʼäta Copia luraña




1 ເປໂຕ 3:9
26 Jak'a apnaqawi uñst'ayäwi  

ແລະ ຜູ້ໃດ​ທີ່​ໄດ້​ປະຖິ້ມ​ເຮືອນ ຫລື ອ້າຍ​ເອື້ອຍ​ນ້ອງ ຫລື ພໍ່ແມ່ ຫລື ລູກ ຫລື ໄຮ່ນາ ເພື່ອ​ເຫັນແກ່​ເຮົາ ຜູ້​ນັ້ນ​ຈະ​ໄດ້​ຮັບ​ຜົນຕອບແທນ​ຮ້ອຍ​ເທົ່າ ແລະ ຈະ​ໄດ້​ຊີວິດ​ນິລັນດອນ​ເປັນ​ມໍລະດົກ.


“ແລ້ວ​ກະສັດ​ກໍ​ຈະ​ກ່າວ​ກັບ​ບັນດາ​ຜູ້​ທີ່​ຢູ່​ເບື້ອງຂວາ​ຂອງ​ພຣະອົງ​ວ່າ, ‘ມາ​ເທີ້ນ, ພວກເຈົ້າ​ຜູ້​ທີ່​ໄດ້​ຮັບ​ພອນ​ຈາກ​ພຣະບິດາ​ຂອງ​ເຮົາ ຈົ່ງ​ມາ​ຮັບເອົາ​ມໍລະດົກ​ຂອງ​ເຈົ້າ, ອານາຈັກ​ທີ່​ໄດ້​ຈັດຕຽມ​ໄວ້​ສຳລັບ​ພວກເຈົ້າ​ຕັ້ງແຕ່​ສ້າງ​ໂລກ.


ແຕ່​ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ຢ່າ​ຕໍ່ສູ້​ກັບ​ຄົນຊົ່ວ. ຖ້າ​ຜູ້ໃດ​ຕົບ​ແກ້ມ​ເຈົ້າ​ເບື້ອງຂວາ, ຈົ່ງ​ປິ່ນ​ແກ້ມ​ອີກ​ເບື້ອງໜຶ່ງ​ໃຫ້​ພວກເຂົາ​ເຫມືອນກັນ.


ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ ແລະ ອະທິຖານ​ເພື່ອ​ບັນດາ​ຜູ້​ທີ່​ຂົ່ມເຫັງ​ພວກເຈົ້າ,


ເມື່ອ​ພຣະເຢຊູເຈົ້າ​ອອກ​ເດີນທາງ​ຕໍ່​ໄປ, ມີ​ຊາຍ​ຄົນ​ໜຶ່ງ​ແລ່ນ​ມາ​ຫາ​ພຣະອົງ ແລະ ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ​ແລ້ວ​ຖາມ​ວ່າ, “ອາຈານ​ຜູ້​ປະເສີດ​ເອີຍ, ຂ້ານ້ອຍ​ຕ້ອງ​ເຮັດ​ຢ່າງໃດ​ຈຶ່ງ​ຈະ​ໄດ້​ຊີວິດ​ນິລັນດອນ?”


ຄັ້ງ​ໜຶ່ງ ມີ​ຜູ້ຊຳນານ​ດ້ານ​ກົດບັນຍັດ​ຄົນ​ໜຶ່ງ​ໄດ້​ຢືນ​ຂຶ້ນ​ທົດລອງ​ພຣະເຢຊູເຈົ້າ​ໂດຍ​ຖາມ​ວ່າ, “ອາຈານ​ເອີຍ ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງໃດ​ຈຶ່ງ​ຈະ​ໄດ້​ຊີວິດ​ນິລັນດອນ​ເປັນ​ມໍລະດົກ?”


ມີ​ຜູ້ປົກຄອງ​ຄົນ​ໜຶ່ງ​ຖາມ​ພຣະອົງ​ວ່າ, “ອາຈານ​ຜູ້​ປະເສີດ, ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງໃດ​ຈຶ່ງ​ຈະ​ໄດ້​ຊີວິດ​ນິລັນດອນ​ເປັນ​ມໍລະດົກ?”


ຈົ່ງ​ອວຍພອນ​ແກ່​ຜູ້​ທີ່​ຂົ່ມເຫັງ​ພວກເຈົ້າ, ຈົ່ງ​ອວຍພອນ ແລະ ຢ່າ​ປ້ອຍດ່າ​ເລີຍ.


ຢ່າ​ເຮັດ​ຊົ່ວ​ຕອບແທນ​ຄົນ​ທີ່​ເຮັດ​ຊົ່ວ ຈົ່ງ​ເອົາໃຈໃສ່​ເຮັດ​ໃນ​ສິ່ງ​ທີ່​ຄົນ​ທັງຫລາຍ​ເຫັນ​ວ່າ​ຖືກຕ້ອງ.


ແລະ ພວກເຮົາ​ຮູ້​ແລ້ວ​ວ່າ​ໃນ​ທຸກໆ​ສິ່ງ​ພຣະເຈົ້າ​ເຮັດ​ໃຫ້​ເກີດ​ຜົນ​ດີ​ແກ່​ບັນດາ​ຜູ້​ທີ່​ຮັກ​ພຣະອົງ ຄື​ຜູ້​ທີ່​ໄດ້​ເອີ້ນ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ.


ແລະ ບັນດາ​ຜູ້​ທີ່​ພຣະອົງ​ກຳນົດ​ໄວ້​ກ່ອນ​ນັ້ນ​ພຣະອົງ​ກໍ​ເອີ້ນ​ເໝືອນກັນ, ບັນດາ​ຜູ້​ທີ່​ພຣະອົງ​ໄດ້​ເອີ້ນ​ນັ້ນ ພຣະອົງ​ກໍ​ຖືວ່າ​ເປັນ​ຜູ້ຊອບທຳ​ເໝືອນກັນ, ບັນດາ​ຜູ້​ທີ່​ພຣະອົງ​ຖືວ່າ​ເປັນ​ຜູ້ຊອບທຳ ພຣະອົງ​ກໍ​ໃຫ້​ຮັບ​ສະຫງ່າລາສີ​ເໝືອນກັນ.


ພຣະອົງ​ໄດ້​ໄຖ່​ພວກເຮົາ​ເພື່ອ​ວ່າ​ພອນ​ທີ່​ໄດ້​ໃຫ້​ແກ່​ອັບຣາຮາມ​ນັ້ນ ຈະ​ມາ​ເຖິງ​ຄົນຕ່າງຊາດ​ໂດຍ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ, ເພື່ອ​ວ່າ​ໂດຍ​ທາງ​ຄວາມເຊື່ອ ພວກເຮົາ​ຈະ​ໄດ້ຮັບ​ພຣະວິນຍານ​ຕາມ​ສັນຍາ.


ຈົ່ງ​ເມດຕາ ແລະ ເຫັນໃຈ​ກັນແລະກັນ, ຍົກໂທດ​ໃຫ້​ກັນແລະກັນ, ເໝືອນດັ່ງ​ທີ່​ພຣະເຈົ້າ​ໄດ້​ຍົກໂທດ​ໃຫ້​ພວກເຈົ້າ​ໃນ​ພຣະຄິດເຈົ້າ.


ຢ່າ​ໃຫ້​ມີ​ຜູ້ໃດ​ເຮັດຊົ່ວ​ຕອບແທນ​ການຊົ່ວ, ແຕ່​ຈົ່ງ​ພະຍາຍາມ​ເຮັດດີ​ຕໍ່​ກັນແລະກັນ ແລະ ເຮັດ​ດີ​ຕໍ່​ທຸກ​ຄົນ​ສະເໝີ.


ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ​ພາຍຫລັງ​ມາ, ເມື່ອ​ເອຊາວ​ຕ້ອງການ​ຈະ​ຮັບ​ພອນ​ນີ້​ເປັນ​ມໍລະດົກ, ລາວ​ກໍ​ຖືກ​ປະຕິເສດ. ເຖິງ​ແມ່ນ​ວ່າ​ລາວ​ຈະ​ສະແຫວງ​ຫາ​ພອນ​ນັ້ນ​ດ້ວຍ​ນ້ຳຕາ, ລາວ​ກໍ​ບໍ່​ສາມາດ​ແກ້ໄຂ​ສິ່ງ​ທີ່​ລາວ​ໄດ້​ກະທຳ​ນັ້ນ​ໄດ້.


ໂດຍ​ກ່າວ​ວ່າ, “ເຮົາ​ຈະ​ອວຍພອນ​ເຈົ້າ​ແນ່ນອນ ແລະ ຈະ​ໃຫ້​ເຈົ້າ​ມີ​ລູກຫລານ​ຈຳນວນ​ຫລວງຫລາຍ”


ແລະ ຫລັງ​ຈາກ​ພວກເຈົ້າ​ທົນທຸກ​ຢູ່​ຊົ່ວຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ແຫ່ງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ເອີ້ນ​ພວກເຈົ້າ​ມາ​ສູ່​ສະຫງ່າລາສີ​ອັນ​ນິລັນດອນ​ຂອງ​ພຣະອົງ​ໃນ​ພຣະຄຣິດເຈົ້າ ພຣະອົງ​ເອງ​ຈະ​ຟື້ນຟູ​ພວກເຈົ້າ​ຄືນ​ໃໝ່ ແລະ ໃຫ້​ພວກເຈົ້າ​ເຂັ້ມແຂງ, ໜັກແໜ້ນ ແລະ ໝັ້ນຄົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka