Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 3:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ເພາະ​ນີ້​ເປັນ​ວິຖີທາງ​ທີ່​ບັນດາ​ຜູ້ຍິງ​ບໍລິສຸດ​ໃນ​ອະດີດ ຜູ້​ທີ່​ມອບ​ຄວາມຫວັງ​ໃຈ​ໄວ້​ໃນ​ພຣະເຈົ້າ​ເຄີຍ​ນຳໃຊ້​ເພື່ອ​ຕົບແຕ່ງ​ຕົນເອງ. ພວກເຂົາ​ຍອມ​ເຊື່ອຟັງ​ຜົວ​ຂອງຕົນ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ເຫດ​ວ່າ​ບັນດາ​ແມ່ຍິງ ຜູ້​ທີ່​ມີ​ສິນທຳ​ໃນ​ເຊັ່ນ​ບູຮານ ຜູ້​ຊຶ່ງ​ມີ​ຄວາມຫວັງ​ໃນ​ພຣະເຈົ້າ ໄດ້​ຕົບແຕ່ງ​ກາຍ​ຢ່າງ​ນັ້ນ ໂດຍ​ໄດ້​ຍອມ​ຟັງ​ຜົວ​ຂອງຕົນ.

Uka jalj uñjjattʼäta Copia luraña




1 ເປໂຕ 3:5
17 Jak'a apnaqawi uñst'ayäwi  

ແລ້ວ​ກໍ​ເປັນ​ໝ້າຍ​ມາ​ຈົນ​ເຖິງ​ອາຍຸ 84 ປີ. ນາງ​ບໍ່​ເຄີຍ​ອອກ​ຈາກ​ບໍລິເວນ​ວິຫານ​ເລີຍ ແຕ່​ເຝົ້າ​ນະມັດສະການ​ພຣະເຈົ້າ​ທັງ​ກາງເວັນ ແລະ ກາງຄືນ, ຖືສິນ​ອົດອາຫານ ແລະ ອະທິຖານ.


ພວກເພິ່ນ​ທັງໝົດ​ໄດ້​ຮ່ວມ​ໃຈ​ກັນ​ອະທິຖານ​ຢ່າງ​ສະໝໍ່າສະເໝີ​ໂດຍ​ມີ​ພວກແມ່ຍິງ, ມາຣີ​ແມ່​ຂອງ​ພຣະເຢຊູເຈົ້າ ແລະ ພວກ​ນ້ອງຊາຍ​ຂອງ​ພຣະອົງ.


ໃນ​ເມືອງ​ຢົບປາ ມີ​ສາວົກ​ຄົນ​ໜຶ່ງ​ຊື່​ວ່າ​ຕາບີທາ (ນາງ​ມີ​ຊື່​ເປັນ​ພາສາກຣີກ​ວ່າ​ໂດຣະກາ) ນາງ​ເຮັດ​ແຕ່​ຄວາມດີ ແລະ ຊ່ວຍເຫລືອ​ຜູ້ຍາກຈົນ​ຢູ່​ສະເໝີ.


ເຖິງຢ່າງໃດ​ກໍ​ຕາມ ພວກເຈົ້າ​ແຕ່ລະຄົນ​ຕ້ອງ​ຮັກ​ເມຍ​ຂອງ​ຕົນ​ເໝືອນດັ່ງ​ຮັກ​ຕົນເອງ ແລະ ເມຍ​ກໍ​ຕ້ອງ​ເຄົາລົບ​ຜົວ​ຂອງ​ຕົນ.


ແຕ່​ດ້ວຍ​ການກະທຳ​ທີ່​ດີ ເຊິ່ງ​ເໝາະສົມ​ກັບ​ແມ່ຍິງ​ຜູ້​ທີ່​ປະກາດ​ຕົນ​ວ່າ​ນະມັດສະການ​ພຣະເຈົ້າ.


ແຕ່​ແມ່ຍິງ​ກໍ​ຈະ​ພົ້ນ​ໄດ້​ໂດຍ​ການເກີດລູກ ຖ້າ​ພວກເຂົາ​ຫາກ​ຍັງ​ດຳເນີນ​ຢູ່​ໃນ​ຄວາມເຊື່ອ, ຄວາມຮັກ ແລະ ຄວາມບໍລິສຸດ​ດ້ວຍ​ຄວາມເໝາະສົມ.


ແລະ ເປັນ​ຜູ້​ທີ່​ມີ​ຊື່ສຽງ​ໃນ​ການ​ເຮັດ​ຄວາມດີ, ເຊັ່ນ​ວ່າ​ລ້ຽງດູ​ລູກໆ, ມີ​ນ້ຳໃຈ​ຕ້ອນຮັບແຂກ, ລ້າງ​ຕີນ​ໃຫ້​ບັນດາ​ຄົນ​ຂອງ​ພຣະເຈົ້າ, ຊ່ວຍເຫລືອ​ບັນດາ​ຜູ້​ທີ່​ຍາກຈົນ ແລະ ອຸທິດ​ຕົນເອງ​ໃນ​ການ​ເຮັດ​ດີ​ທຸກ​ຢ່າງ.


ແມ່ໝ້າຍ​ຜູ້​ທີ່​ຂັດສົນ​ແທ້ໆ ແລະ ຖືກ​ປະ​ໃຫ້​ຢູ່​ຄົນດຽວ​ນັ້ນ​ກໍ​ໃຫ້​ລາວ​ຕັ້ງ​ຄວາມຫວັງ​ໄວ້​ໃນ​ພຣະເຈົ້າ ແລະ ສືບຕໍ່​ອະທິຖານ ແລະ ຮ້ອງຂໍ​ຕໍ່​ພຣະເຈົ້າ​ທັງ​ກາງເວັນ ແລະ ກາງຄືນ​ໃຫ້​ຊ່ວຍເຫລືອ.


ແລະ ໂດຍ​ຄວາມເຊື່ອ​ແມ່ນ​ແຕ່​ນາງ​ຊາຣາ ຜູ້​ທີ່​ເກີນ​ໄວ​ທີ່​ຈະ​ມີ​ລູກ​ແລ້ວ, ແຕ່​ກໍ​ຍັງ​ສາມາດ​ມີ​ລູກ​ໄດ້​ເພາະ​ນາງ​ຖື​ວ່າ​ພຣະອົງ​ຜູ້​ສັນຍາ​ນັ້ນ​ສັດຊື່.


ສັນລະເສີນ​ພຣະເຈົ້າ​ພຣະບິດາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ດ້ວຍ​ຄວາມເມດຕາ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະອົງ​ໄດ້​ໃຫ້​ພວກເຮົາ​ໄດ້​ບັງເກີດ​ໃໝ່​ເຂົ້າ​ໃນ​ຄວາມຫວັງ​ອັນ​ມີຊີວິດ​ຢູ່​ຜ່ານທາງ​ການເປັນຄືນມາຈາກຕາຍ​ຂອງ​ພຣະເຢຊູຄຣິດເຈົ້າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka