Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 3:20 - ພຣະຄຳພີລາວສະບັບສະໄໝໃໝ່

20 ໃນ​ອະດີດ​ບໍ່​ເຊື່ອຟັງ ເມື່ອ​ເວລາ​ທີ່​ພຣະເຈົ້າ​ອົດທົນ​ລໍຖ້າ​ໃນ​ສະໄໝ​ຂອງ​ໂນອາ​ຂະນະ​ທີ່​ເພິ່ນ​ສ້າງ​ເຮືອ. ໃນ​ເຮືອ​ນີ້​ມີ​ຄົນ​ທີ່​ຢູ່​ບໍ່​ຫລາຍ ຄື​ແປດ​ຄົນ​ເທົ່ານັ້ນ​ທີ່​ພຣະເຈົ້າ​ໄດ້​ໃຊ້​ນ້ຳ​ຊ່ວຍ​ພວກເຂົາ​ໃຫ້​ລອດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

20 ຊຶ່ງ​ເມື່ອ​ກ່ອນ​ນັ້ນ​ບໍ່ໄດ້​ຍອມ​ເຊື່ອຟັງ​ພຣະເຈົ້າ ຄື​ເມື່ອ​ພຣະເຈົ້າ​ຊົງ​ສຳແດງ​ຄວາມ​ອົດທົນ​ດົນນານ. ໃນ​ສະໄໝ​ຂອງ​ໂນອາ ຂະນະທີ່​ເພິ່ນ​ກຳລັງ​ສ້າງ​ເຮືອ​ຢູ່ ໃນ​ເຮືອ​ມີ​ຄົນ​ຈຳນວນ​ໜ້ອຍ ຄື​ແປດ​ຄົນ​ທີ່​ໄດ້​ຜ່ານ​ພົ້ນ​ນໍ້າ​ຖ້ວມ​ນັ້ນ.

Uka jalj uñjjattʼäta Copia luraña




1 ເປໂຕ 3:20
28 Jak'a apnaqawi uñst'ayäwi  

ແຕ່​ປະຕູ​ທີ່​ນໍາ​ໄປ​ສູ່​ຊີວິດ​ກໍ​ນ້ອຍ ແລະ ທາງ​ກໍ​ຄັບແຄບ ແລະ ຄົນ​ທີ່​ພົບ​ທາງ​ນັ້ນ​ກໍ​ມີ​ໜ້ອຍ.


“ແກະ​ຝູງ​ນ້ອຍ ຢ່າ​ຢ້ານ​ເລີຍ, ເພາະ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ພໍໃຈ​ທີ່​ຈະ​ມອບ​ອານາຈັກ​ນັ້ນ​ໃຫ້​ແກ່​ພວກເຈົ້າ.


ບັນດາ​ຜູ້​ທີ່​ຍອມຮັບ​ຖ້ອຍຄຳ​ຂອງ​ເປໂຕ​ກໍ​ໄດ້​ຮັບ​ບັບຕິສະມາ ແລະ ໃນ​ວັນ​ນັ້ນ ມີ​ສາວົກ​ເພີ່ມ​ຂຶ້ນ​ອີກ​ປະມານ​ສາມພັນ​ຄົນ.


ຈະ​ເປັນ​ຢ່າງ​ໃດ​ຖ້າຫາກ​ວ່າ​ພຣະເຈົ້າ​ຈະ​ເລືອກ​ທີ່​ຈະ​ສະແດງ​ຄວາມໂກດຮ້າຍ​ຂອງ​ພຣະອົງ ແລະ ເຮັດ​ໃຫ້​ລິດອຳນາດ​ຂອງ​ພຣະອົງ​ເປັນ​ທີ່​ຮູ້ຈັກ, ແຕ່​ພຣະອົງ​ໄດ້​ອົດທົນ​ອົດກັ້ນ​ຕໍ່​ຜູ້​ທີ່​ເປັນ​ເປົ້າ​ຂອງ​ຄວາມໂກດຮ້າຍ​ຂອງ​ພຣະອົງ ເຊິ່ງ​ຈັດຕຽມ​ໄວ້​ສຳລັບ​ຄວາມຈິບຫາຍ?


ເພື່ອ​ເຮັດ​ໃຫ້​ຄຣິສຕະຈັກ​ບໍລິສຸດ​ໂດຍ​ການ​ຊຳລະ​ຄຣິສຕະຈັກ​ນັ້ນ​ດ້ວຍ​ນ້ຳ​ຜ່ານທາງ​ພຣະຄຳ,


ໂດຍ​ຄວາມເຊື່ອ ເມື່ອ​ໂນອາ​ໄດ້​ຮັບ​ຄຳເຕືອນ​ເຖິງ​ສິ່ງ​ຕ່າງໆ​ທີ່​ຍັງ​ເບິ່ງ​ບໍ່​ເຫັນ, ດ້ວຍ​ຄວາມຢ້ານກົວ​ພຣະເຈົ້າ​ເພິ່ນ​ຈຶ່ງ​ໄດ້​ສ້າງ​ເຮືອ​ໃຫຍ່​ເພື່ອ​ຊ່ວຍ​ຄອບຄົວ​ຂອງ​ເພິ່ນ​ໃຫ້​ພົ້ນ. ໂດຍ​ຄວາມເຊື່ອ​ຂອງ​ເພິ່ນ ເພິ່ນ​ຈຶ່ງ​ໄດ້​ຕັດສິນລົງໂທດ​ໂລກ ແລະ ໄດ້​ກາຍເປັນ​ຜູ້ສືບທອດມໍລະດົກ​ແຫ່ງ​ຄວາມຊອບທຳ​ທີ່​ມີ​ມາ​ໂດຍ​ຄວາມເຊື່ອ.


ບັດນີ້ ເມື່ອ​ພວກເຈົ້າ​ໄດ້​ຊຳລະ​ໂຕ​ໃຫ້​ບໍລິສຸດ​ດ້ວຍ​ການ​ເຊື່ອຟັງ​ຄວາມຈິງ ເພື່ອ​ວ່າ​ພວກເຈົ້າ​ຈະ​ຮັກເຊິ່ງກັນແລະກັນ​ດ້ວຍ​ຈິງໃຈ​ແລ້ວ ກໍ​ຈົ່ງ​ຮັກ​ກັນ​ໃຫ້​ເລິກ​ສຸດ​ໃຈ.


ເພາະ​ພວກເຈົ້າ​ກຳລັງ​ໄດ້​ຮັບ​ຜົນ​ສຸດທ້າຍ​ຂອງ​ຄວາມເຊື່ອ​ຂອງ​ພວກເຈົ້າ ຄື​ຄວາມພົ້ນ​ແຫ່ງ​ຈິດວິນຍານ​ຂອງ​ພວກເຈົ້າ.


ເພາະ “ພວກເຈົ້າ​ເປັນ​ເໝືອນດັ່ງ​ແກະ​ທີ່​ຫລົງ​ທາງ”, ແຕ່​ບັດນີ້​ໄດ້​ກັບ​ມາ​ຫາ​ພຣະ​ຜູ້ລ້ຽງ ແລະ ຜູ້​ດູແລ​ຈິດວິນຍານ​ຂອງ​ພວກເຈົ້າ​ແລ້ວ.


ໂດຍ​ທາງ​ວິນຍານ​ນັ້ນ ພຣະອົງ​ຍັງ​ໄດ້​ໄປ​ປະກາດ​ແກ່​ວິນຍານ​ທັງຫລາຍ​ທີ່​ຖືກ​ຂັງ​ຄຸກ​ຢູ່​ດ້ວຍ.


ດັ່ງນັ້ນ ຜູ້​ທີ່​ທົນທຸກ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ກໍ​ຄວນ​ມອບ​ຕົນເອງ​ໄວ້​ກັບ​ພຣະຜູ້ສ້າງ​ຜູ້​ສັດຊື່​ຂອງ​ພວກເຂົາ ແລະ ເຮັດ​ຄວາມດີ​ຕໍ່ໄປ.


ຖ້າ​ພຣະເຈົ້າ​ບໍ່​ໄດ້​ຍົກເວັ້ນ​ໂລກ​ໃນ​ສະໄໝ​ບູຮານ​ເມື່ອ​ພຣະອົງ​ໄດ້​ໃຫ້​ນ້ຳ​ຖ້ວມ​ຄົນອະທຳ​ທີ່​ຢູ່​ໃນ​ໂລກ, ແຕ່​ໄດ້​ປົກປ້ອງ​ໂນອາ​ຜູ້​ປະກາດ​ຄວາມຊອບທຳ ແລະ ຄົນ​ອື່ນໆ​ອີກ​ເຈັດ​ຄົນ.


ຈົ່ງ​ລະນຶກ​ວ່າ​ທີ່​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ອົດທົນ​ກໍ​ເພື່ອ​ໃຫ້​ຄົນ​ທັງຫລາຍ​ມີ​ໂອກາດ​ໄດ້​ຮັບ​ຄວາມພົ້ນ ເໝືອນດັ່ງ​ທີ່​ໂປໂລ​ນ້ອງ​ທີ່ຮັກ​ຂອງ​ພວກເຮົາ​ໄດ້​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ​ດ້ວຍ​ສະຕິປັນຍາ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka