Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 3:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ເມື່ອ​ພວກເຂົາ​ເຫັນ​ຄວາມ​ບໍລິສຸດ ແລະ ຄວາມຢຳເກງ​ພຣະເຈົ້າ​ໃນ​ຊີວິດ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ຄື​ເພື່ອ​ຜົວ​ຈະ​ໄດ້​ເບິ່ງ​ເຫັນ​ການ​ປະຕິບັດ​ອັນ​ບໍຣິສຸດ ແລະ​ອ່ອນນ້ອມ​ຂອງ​ພວກເຈົ້າ​ຜູ້​ເປັນ​ເມຍ.

Uka jalj uñjjattʼäta Copia luraña




1 ເປໂຕ 3:2
13 Jak'a apnaqawi uñst'ayäwi  

ເຖິງຢ່າງໃດ​ກໍ​ຕາມ ພວກເຈົ້າ​ແຕ່ລະຄົນ​ຕ້ອງ​ຮັກ​ເມຍ​ຂອງ​ຕົນ​ເໝືອນດັ່ງ​ຮັກ​ຕົນເອງ ແລະ ເມຍ​ກໍ​ຕ້ອງ​ເຄົາລົບ​ຜົວ​ຂອງ​ຕົນ.


ຜູ້​ທີ່​ເປັນ​ຂ້າທາດ, ຈົ່ງ​ນັບຖື​ນາຍ​ຂອງ​ພວກເຈົ້າ​ທີ່​ຢູ່​ໂລກ​ນີ້​ດ້ວຍ​ຄວາມເຄົາລົບ ແລະ ຢຳເກງ​ດ້ວຍ​ຄວາມຈິງ​ໃຈ ເໝືອນດັ່ງ​ພວກເຈົ້າ​ເຊື່ອຟັງ​ພຣະຄຣິດເຈົ້າ.


ບໍ່​ວ່າ​ສິ່ງໃດ​ຈະ​ເກີດຂຶ້ນ, ພວກເຈົ້າ​ຈົ່ງ​ປະພຶດ​ຕົນ​ໃຫ້​ສົມ​ກັບ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ. ຫລັງຈາກນັ້ນ ບໍ່​ວ່າ​ເຮົາ​ຈະ​ມາ​ຫາ​ພວກເຈົ້າ ຫລື ພຽງ​ແຕ່​ໄດ້​ຍິນ​ກ່ຽວກັບ​ພວກເຈົ້າ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ກໍ​ຕາມ, ເຮົາ​ຈະ​ຮູ້​ວ່າ​ພວກເຈົ້າ​ຕັ້ງໝັ້ນຄົງ​ໃນ​ພຣະວິນຍານ​ອົງ​ດຽວ​ກັນ, ຕໍ່ສູ້​ຮ່ວມກັນ​ເໝືອນ​ເປັນ​ຄົນ​ດຽວ​ກັນ​ເພື່ອ​ຄວາມເຊື່ອ​ແຫ່ງ​ຂ່າວປະເສີດ


ແຕ່​ພວກເຮົາ​ທັງຫລາຍ​ເປັນ​ພົນລະເມືອງ​ຂອງ​ສະຫວັນ. ແລະ ພວກເຮົາ​ຄອຍຖ້າ​ພຣະຜູ້ຊ່ວຍໃຫ້ພົ້ນ​ຈາກ​ສະຫວັນ​ຢ່າງ​ກະຕືລືລົ້ນ, ຄື​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ,


ຝ່າຍ​ຂ້າທາດ​ທັງຫລາຍ ຈົ່ງ​ຍອມ​ເຊື່ອຟັງ​ນາຍ​ຝ່າຍ​ໂລກ​ຂອງ​ຕົນ​ໃນ​ທຸກສິ່ງ ແລະ ຈົ່ງ​ເຮັດ​ຢ່າງ​ນີ້​ບໍ່​ແມ່ນ​ພຽງແຕ່​ຢູ່​ຕໍ່ໜ້າ ຫລື ເຮັດ​ເພື່ອ​ເອົາ​ໃຈ​ເທົ່ານັ້ນ ແຕ່​ເຮັດ​ດ້ວຍ​ຄວາມຈິງໃຈ ແລະ ດ້ວຍ​ຄວາມຢຳເກງ​ອົງພຣະຜູ້ເປັນເຈົ້າ.


ຢ່າ​ໃຫ້​ຜູ້ໃດ​ດູຖູກ​ເຈົ້າ​ຍ້ອນ​ເຈົ້າ​ຍັງ​ໜຸ່ມ, ແຕ່​ຈົ່ງ​ເປັນ​ແບບຢ່າງ​ຕໍ່​ຜູ້ທີ່ເຊື່ອ​ທັງຫລາຍ​ໃນ​ດ້ານ​ວາຈາ, ການ​ປະພຶດ, ຄວາມຮັກ, ຄວາມເຊື່ອ ແລະ ຄວາມບໍລິສຸດ.


ແຕ່​ພວກເຈົ້າ​ຈົ່ງ​ບໍລິສຸດ​ໃນ​ການກະທຳ​ທຸກ​ຢ່າງ ເໝືອນດັ່ງ​ພຣະອົງ​ຜູ້​ເອີ້ນ​ເອົາ​ພວກເຈົ້າ​ນັ້ນ​ບໍລິສຸດ.


ຈົ່ງ​ດຳເນີນຊີວິດ​ໃຫ້​ດີ​ໃນ​ທ່າມກາງ​ຄົນບໍ່ເຊື່ອ​ພຣະເຈົ້າ ເຖິງແມ່ນວ່າ​ພວກເຂົາ​ກ່າວຫາ​ພວກເຈົ້າ​ວ່າ​ເຮັດ​ຜິດ, ພວກເຂົາ​ກໍ​ຈະ​ເຫັນ​ການກະທຳ​ທີ່​ດີ​ຂອງ​ພວກເຈົ້າ ແລະ ຖວາຍ​ກຽດ​ພຣະເຈົ້າ​ໃນ​ວັນ​ທີ່​ພຣະອົງ​ມາ​ຢ້ຽມຢາມ​ພວກເຮົາ.


ໃນ​ທຳນອງ​ດຽວ​ກັນ​ນັ້ນ ເມຍ​ທັງຫລາຍ​ຈົ່ງ​ຍອມ​ເຊື່ອຟັງ​ຜົວ​ຂອງ​ຕົນ ເພື່ອ​ວ່າ​ຖ້າ​ຜົວ​ບາງຄົນ​ບໍ່​ເຊື່ອຟັງ​ພຣະຄຳ​ຂອງ​ພຣະເຈົ້າ ແຕ່​ການປະຕິບັດ​ຂອງ​ເມຍ​ກໍ​ອາດ​ຊະນະ​ໃຈ​ລາວ​ໂດຍ​ບໍ່​ຕ້ອງ​ເວົ້າ​ຫຍັງ​ຈັກ​ຄຳ.


ຄວາມງາມ​ຂອງ​ພວກເຈົ້າ​ນັ້ນ​ຈະ​ຕ້ອງ​ບໍ່​ມາ​ຈາກ​ການຕົບແຕ່ງ​ພາຍນອກ​ເຊັ່ນ​ວ່າ: ການ​ເຮັດ​ຊົງຜົມ​ທີ່​ປານີດ, ໃສ່​ເຄື່ອງປະດັບ​ຄຳ ຫລື ເຄື່ອງນຸ່ງ​ທີ່​ງາມ.


ໃນ​ເມື່ອ​ທຸກສິ່ງ​ຈະ​ຖືກ​ທຳລາຍ​ລົງ​ຢ່າງ​ນີ້ ພວກເຈົ້າ​ຄວນ​ຈະ​ເປັນ​ຄົນ​ແບບໃດ? ພວກເຈົ້າ​ຄວນ​ດຳເນີນຊີວິດ​ຢ່າງ​ບໍລິສຸດ ແລະ ຢູ່​ໃນ​ທາງ​ຂອງ​ພຣະເຈົ້າ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka