Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 3:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ເພາະ​ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ລຶບລ້າງ​ບາບ​ພຽງ​ຄັ້ງ​ດຽວ​ເປັນ​ການ​ສິ້ນສຸດ ຄື​ຄົນຊອບທຳ​ຕາຍ​ເພື່ອ​ຄົນອະທຳ​ເພື່ອ​ນຳ​ພວກເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ. ພຣະອົງ​ຖືກ​ປະຫານ​ທາງ​ຮ່າງກາຍ ແຕ່​ພຣະອົງ​ຖືກ​ບັນດານ​ໃຫ້​ເປັນຄືນມາ​ທາງ​ພຣະວິນຍານ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ດ້ວຍວ່າ, ພຣະຄຣິດ​ກໍ​ເໝືອນກັນ ໄດ້​ສິ້ນພຣະຊົນ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ເພື່ອ​ແທນ​ຄວາມ​ຜິດບາບ ຄື​ພຣະອົງ​ຜູ້​ຊອບທຳ ແທນ​ຜູ້​ບໍ່​ຊອບທຳ ເພື່ອ​ຈະ​ໄດ້​ນຳ​ເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ ຝ່າຍ​ກາຍ​ພຣະອົງ​ຊົງ​ຖືກ​ປະຫານ​ເສຍ ແຕ່​ຝ່າຍ​ວິນຍານ ພຣະອົງ​ຖືກ​ຊົງ​ບັນດານ​ໃຫ້​ຄືນພຣະຊົນ.

Uka jalj uñjjattʼäta Copia luraña




1 ເປໂຕ 3:18
34 Jak'a apnaqawi uñst'ayäwi  

ໃນ​ຂະນະ​ທີ່​ປີລາດ​ນັ່ງ​ຢູ່​ເທິງ​ບ່ອນ​ພິພາກສາ​ນັ້ນ, ເມຍ​ຂອງ​ເພິ່ນ​ໄດ້​ສົ່ງ​ຂໍ້ຄວາມ​ນີ້​ໃຫ້​ເພິ່ນ​ວ່າ: “ຢ່າ​ໄດ້​ກ່ຽວຂ້ອງ​ກັບ​ຜູ້ບໍລິສຸດ​ຄົນ​ນີ້​ເລີຍ ເພາະ​ວັນ​ນີ້​ຂ້ອຍ​ມີ​ຄວາມທຸກໃຈ​ຫລາຍ​ຍ້ອນ​ຄວາມຝັນ​ກ່ຽວກັບ​ທ່ານ​ຜູ້​ນີ້”.


ເມື່ອ​ປີລາດ​ເຫັນ​ວ່າ​ບໍ່​ມີ​ຜົນ​ຫຍັງ​ມີ​ແຕ່​ການວຸ້ນວາຍ​ກຳລັງ​ເກີດຂຶ້ນ, ເພິ່ນ​ຈຶ່ງ​ເອົາ​ນ້ຳ​ມາ ແລະ ລ້າງ​ມື​ຕໍ່ໜ້າ​ປະຊາຊົນ ແລ້ວ​ເພິ່ນ​ກໍ​ກ່າວ​ວ່າ, “ຂ້າພະເຈົ້າ​ບໍລິສຸດ​ຈາກ​ເລືອດ​ຂອງ​ຊາຍ​ຄົນ​ນີ້ ແຕ່​ເປັນ​ຄວາມຮັບຜິດຊອບ​ຂອງ​ພວກທ່ານ!”


ໃນ​ເລື່ອງ​ຄວາມຊອບທຳ ກໍ​ເພາະ​ເຮົາ​ກຳລັງ​ຈະ​ໄປ​ຫາ​ພຣະບິດາເຈົ້າ ບ່ອນ​ທີ່​ພວກເຈົ້າ​ບໍ່​ສາມາດ​ເຫັນ​ເຮົາ​ອີກ​ຕໍ່ໄປ,


“ແລ້ວ​ເພິ່ນ​ຈຶ່ງ​ເວົ້າ​ວ່າ, ‘ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ເລືອກ​ເຈົ້າ​ເພື່ອ​ໃຫ້​ຮູ້​ຄວາມ​ປະສົງ​ຂອງ​ພຣະອົງ ແລະ ໃຫ້​ໄດ້​ເຫັນ​ອົງ​ຜູ້ຊອບທຳ ແລະ ໃຫ້​ໄດ້​ຍິນ​ຖ້ອຍຄຳ​ຈາກ​ປາກ​ຂອງ​ພຣະອົງ.


ພວກທ່ານ​ໄດ້​ປະຕິເສດ​ອົງ​ບໍລິສຸດ ແລະ ຊອບທຳ, ແຕ່​ຂໍ​ໃຫ້​ປ່ອຍ​ຜູ້ຮ້າຍ​ຂ້າຄົນ​ໃຫ້​ແກ່​ພວກທ່ານ​ແທນ.


ແລະ ຜູ້​ທີ່​ໂດຍ​ທາງ​ພຣະວິນຍານ​ແຫ່ງ​ຄວາມບໍລິສຸດ ພຣະອົງ​ໄດ້​ຮັບ​ການແຕ່ງຕັ້ງ​ໃຫ້​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ດ້ວຍ​ລິດອຳນາດ​ໂດຍ​ການເປັນຄືນມາຈາກຕາຍ ຄື​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ພຣະເຢຊູເຈົ້າ​ໄດ້​ຖືກ​ມອບໄວ້​ໃຫ້​ເຖິງ​ແກ່​ຄວາມຕາຍ​ເພາະ​ບາບກຳ​ຂອງ​ພວກເຮົາ ແລະ ໄດ້​ຄືນມາ​ມີຊີວິດ​ເພື່ອ​ໃຫ້​ພວກເຮົາ​ເປັນ​ຜູ້ຊອບທຳ.


ໂດຍ​ທາງ​ພຣະອົງ ພວກເຮົາ​ຈຶ່ງ​ໄດ້​ເຂົ້າ​ໃນ​ຮົ່ມ​ພຣະຄຸນ​ທີ່​ພວກເຮົາ​ຢືນຢູ່​ດ້ວຍ​ຄວາມເຊື່ອ. ແລະ ພວກເຮົາ​ຈຶ່ງ​ຊື່ນຊົມຍິນດີ​ໃນ​ຄວາມຫວັງ​ທີ່​ຈະ​ໄດ້​ມີສ່ວນ​ໃນ​ສະຫງ່າລາສີ​ຂອງ​ພຣະເຈົ້າ.


ແລະ ຖ້າ​ພຣະວິນຍານ​ຂອງ​ພຣະອົງ​ຜູ້​ເຮັດ​ໃຫ້​ພຣະເຢຊູເຈົ້າ​ເປັນຄືນມາຈາກຕາຍ​ຢູ່​ໃນ​ພວກເຈົ້າ, ພຣະວິນຍານ​ຜູ້​ເຮັດ​ໃຫ້​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ​ນັ້ນ​ກໍ​ຈະ​ໃຫ້ຊີວິດ​ແກ່​ຮ່າງກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ​ເໝືອນກັນ ເພາະ​ພຣະວິນຍານ​ທີ່​ຢູ່​ໃນ​ພວກເຈົ້າ.


ເພາະ​ສິ່ງ​ທີ່​ກົດບັນຍັດ​ເຮັດ​ບໍ່​ໄດ້ ເນື່ອງ​ຈາກ​ເນື້ອໜັງ​ເຮັດ​ໃຫ້​ອ່ອນແອ​ນັ້ນ​ພຣະເຈົ້າ​ກໍ​ໄດ້​ເຮັດ​ແລ້ວ ໂດຍ​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ເອງ​ມາ​ໃນ​ສະພາບ​ເໝືອນ​ກັບ​ມະນຸດ​ທີ່​ເປັນ​ຄົນບາບ ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ຄວາມບາບ ແລະ ດັ່ງນັ້ນ​ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຄວາມບາບ​ໃນ​ມະນຸດ​ທີ່​ເປັນ​ຄົນບາບ,


ພວກເຮົາ​ບໍ່​ໄດ້​ເປັນ​ນາຍ​ຢູ່​ເໜືອ​ຄວາມເຊື່ອ​ຂອງ​ພວກເຈົ້າ, ແຕ່​ເຮົາ​ເຮັດວຽກ​ຮ່ວມ​ກັບ​ພວກເຈົ້າ​ເພື່ອ​ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ, ເພາະ​ໂດຍ​ຄວາມເຊື່ອ ພວກເຈົ້າ​ຈຶ່ງ​ຕັ້ງໝັ້ນຄົງ​ຢູ່.


ເພາະ​ເປັນ​ຄວາມຈິງແທ້​ທີ່​ວ່າ, ໃນ​ຄວາມອ່ອນແອ ພຣະອົງ​ຖືກ​ຄຶງ​ເທິງ​ໄມ້ກາງແຂນ ແຕ່​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ​ພຣະອົງ​ມີ​ຊີວິດ​ຢູ່. ເຊັ່ນດຽວ​ກັນ ພວກເຮົາ​ກໍ​ອ່ອນແອ​ໃນ​ພຣະອົງ, ແຕ່​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ ພວກເຮົາ​ຈະ​ມີຊີວິດ​ຢູ່​ດ້ວຍກັນ​ກັບ​ພຣະອົງ​ໃນ​ຄວາມສຳພັນ​ຂອງ​ພວກເຮົາ​ກັບ​ພວກເຈົ້າ.


ພຣະເຈົ້າ​ໄດ້​ກະທຳ​ໃຫ້​ພຣະອົງ​ຜູ້​ປາດສະຈາກ​ຄວາມບາບ​ນັ້ນ​ໃຫ້​ມີ​ຄວາມບາບ​ເພື່ອ​ພວກເຮົາ, ເພື່ອ​ວ່າ​ໃນ​ພຣະອົງ​ພວກເຮົາ​ຈະ​ກາຍເປັນ​ຜູ້ຊອບທຳ​ຂອງ​ພຣະເຈົ້າ.


ພຣະອົງ​ຜູ້​ໄດ້​ສະຫລະ​ພຣະອົງ​ເອງ​ເພື່ອ​ຄວາມບາບ​ທັງຫລາຍ​ຂອງ​ພວກເຮົາ ເພື່ອ​ຊ່ວຍ​ຊີວິດ​ພວກເຮົາ​ຈາກ​ຍຸກ​ປັດຈຸບັນ​ອັນ​ຊົ່ວຮ້າຍ​ນີ້, ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ແລະ ພຣະບິດາເຈົ້າ​ຂອງ​ພວກເຮົາ,


ພຣະຄຣິດເຈົ້າ​ໄດ້​ໄຖ່​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄຳສາບແຊ່ງ​ຂອງ​ກົດບັນຍັດ​ໂດຍ​ກາຍເປັນ​ຜູ້​ຖືກ​ສາບແຊ່ງ​ແທນ​ພວກເຮົາ, ເພາະ​ມີ​ຄຳ​ຂຽນໄວ້​ວ່າ: “ຜູ້ໃດ​ທີ່​ຖືກ​ແຂວນ​ເທິງ​ຕົ້ນໄມ້​ກໍ​ຖືກ​ສາບແຊ່ງ​ແລ້ວ”.


ໃນ​ພຣະອົງ ແລະ ໂດຍ​ຄວາມເຊື່ອ​ໃນ​ພຣະອົງ ພວກເຮົາ​ຈຶ່ງ​ຈະ​ເຂົ້າໃກ້​ພຣະເຈົ້າ​ໄດ້​ດ້ວຍ​ເສລີພາບ ແລະ ຄວາມໝັ້ນໃຈ.


ຜູ້​ໄດ້​ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຮ້າຍ​ທັງໝົດ ແລະ ເພື່ອ​ຊຳລະ​ພວກເຮົາ​ໃຫ້​ບໍລິສຸດ​ໄວ້​ສຳລັບ​ພຣະອົງ ເພື່ອ​ເປັນ​ຄົນ​ຂອງ​ພຣະອົງ​ພຽງ​ຜູ້​ດຽວ ແລະ ເປັນ​ຜູ້​ກະຕືລືລົ້ນ​ທີ່​ຈະ​ເຮັດ​ສິ່ງ​ດີ.


ແລະ ໂດຍ​ຄວາມ​ປະສົງ​ນີ້, ພວກເຮົາ​ທັງຫລາຍ​ຈຶ່ງ​ໄດ້​ຮັບ​ການຊຳລະ​ໃຫ້​ບໍລິສຸດ​ໂດຍ​ການ​ຖວາຍ​ກາຍ​ຂອງ​ພຣະເຢຊູຄຣິດເຈົ້າ​ເປັນ​ເຄື່ອງບູຊາ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ.


ແລ້ວ​ຫລາຍກວ່ານັ້ນ​ຈັກ​ເທົ່າໃດ, ໂລຫິດ​ຂອງ​ພຣະຄຣິດເຈົ້າ​ຜູ້​ໄດ້​ຖວາຍ​ພຣະອົງ​ເອງ​ຢ່າງ​ບໍ່ມີຕຳໜິ​ແກ່​ພຣະເຈົ້າ ໂດຍ​ທາງ​ພຣະວິນຍານ​ຕະຫລອດໄປ​ເປັນນິດ ກໍ​ຈະ​ຊຳລະ​ຈິດສຳນຶກ​ຂອງ​ພວກເຮົາ​ຈາກ​ການກະທຳ​ອັນ​ນຳ​ໄປ​ສູ່​ຄວາມຕາຍ, ເພື່ອ​ພວກເຮົາ​ຈະ​ໄດ້​ຮັບໃຊ້​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່!


ບໍ່​ດັ່ງນັ້ນ​ພຣະຄຣິດເຈົ້າ​ຄົງ​ຈະ​ຕ້ອງ​ທົນທຸກທໍລະມານ​ຫລາຍ​ເທື່ອ​ນັບ​ຕັ້ງແຕ່​ສ້າງ​ໂລກ​ມາ. ແຕ່​ບັດນີ້​ພຣະອົງ​ປາກົດ​ໃນ​ຕອນທ້າຍ​ຍຸກ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ ເພື່ອ​ກຳຈັດ​ຄວາມບາບ​ໃຫ້​ໝົດ​ໄປ​ໂດຍ​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງບູຊາ.


ດັ່ງນັ້ນ ພຣະຄຣິດເຈົ້າ​ກໍ​ຖວາຍ​ພຣະອົງ​ເອງ​ຄັ້ງ​ດຽວ​ເພື່ອ​ລຶບລ້າງ​ບາບ​ຂອງ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ ແລະ ພຣະອົງ​ຈະ​ມາ​ປາກົດ​ເປັນ​ຄັ້ງ​ທີ​ສອງ ບໍ່ແມ່ນ​ເພື່ອ​ຮັບແບກ​ຄວາມບາບ​ແຕ່​ເພື່ອ​ນຳ​ເອົາ​ຄວາມພົ້ນ​ມາ​ສູ່​ບັນດາ​ຜູ້​ທີ່​ລໍຄອຍ​ພຣະອົງ.


ພວກເຈົ້າ​ຕັດສິນລົງໂທດ ແລະ ຂ້າ​ຜູ້ບໍລິສຸດ ຜູ້​ທີ່​ບໍ່​ໄດ້​ຕໍ່ຕ້ານ​ພວກເຈົ້າ.


ໂດຍ​ທາງ​ວິນຍານ​ນັ້ນ ພຣະອົງ​ຍັງ​ໄດ້​ໄປ​ປະກາດ​ແກ່​ວິນຍານ​ທັງຫລາຍ​ທີ່​ຖືກ​ຂັງ​ຄຸກ​ຢູ່​ດ້ວຍ.


ເຫດສະນັ້ນ, ເພາະ​ພຣະຄຣິດເຈົ້າ​ໄດ້​ທົນທຸກ​ທາງ​ກາຍ​ຂອງ​ພຣະອົງ​ແລ້ວ ພວກເຈົ້າ​ເອງ​ກໍ​ຈົ່ງ​ຕຽມໂຕ​ໃຫ້​ພ້ອມ​ດ້ວຍ​ທ່າທີ​ຢ່າງ​ດຽວ​ກັນ. ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ທົນທຸກ​ທາງ​ກາຍ​ກໍ​ຈະ​ເຊົາ​ເຮັດ​ບາບ.


ດ້ວຍ​ເຫດຜົນ​ນີ້​ຂ່າວປະເສີດ​ຈຶ່ງ​ໄດ້​ຖືກ​ປະກາດ​ອອກໄປ​ເຖິງ​ແມ່ນ​ແຕ່​ແກ່​ຄົນ​ທີ່​ຕາຍ​ໄປ​ແລ້ວ, ເພື່ອ​ວ່າ​ພວກເຂົາ​ຈະ​ຖືກ​ຕັດສິນ​ຕາມ​ມາດຕະຖານ​ຂອງ​ມະນຸດ​ທາງ​ຮ່າງກາຍ ແຕ່​ທາງ​ຈິດວິນຍານ​ພວກເຂົາ​ຈະ​ມີຊີວິດ​ຢູ່​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ.


ຖ້າ​ພວກເຮົາ​ສາລະພາບ​ບາບ​ທັງຫລາຍ​ຂອງ​ພວກເຮົາ, ພຣະອົງ​ສັດຊື່ ແລະ ທ່ຽງທຳ​ຈະ​ອະໄພ​ບາບ​ຂອງ​ພວກເຮົາ ແລະ ຊຳລະ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ອະທຳ​ທັງໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka