Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 3:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ແຕ່​ໃນ​ໃຈ​ຂອງ​ພວກເຈົ້າ​ຈົ່ງ​ເຄົາລົບ​ພຣະຄຣິດເຈົ້າ​ວ່າ​ເປັນ​ອົງພຣະຜູ້ເປັນເຈົ້າ. ຈົ່ງ​ຕຽມພ້ອມ​ສະເໝີ​ທີ່​ຈະ​ຕອບ​ທຸກຄົນ​ທີ່​ຖາມ​ພວກເຈົ້າ​ເຖິງ​ເຫດຜົນ​ທີ່​ພວກເຈົ້າ​ມີ​ຄວາມຫວັງ​ຢ່າງ​ນີ້. ແຕ່​ຈົ່ງ​ຕອບ​ຢ່າງ​ສຸພາບອ່ອນນ້ອມ ແລະ ໃຫ້ກຽດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ແຕ່​ໃນ​ໃຈ​ຂອງ​ເຈົ້າ​ທັງຫລາຍ ຈົ່ງ​ເຄົາຣົບ​ນັບຖື​ພຣະຄຣິດ​ວ່າ ເປັນ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ມີ​ໃຈ​ພ້ອມ​ຢູ່​ສະເໝີ ເພື່ອ​ພວກເຈົ້າ​ຈະ​ສາມາດ​ຕອບ​ແກ້​ຕົວ​ໄດ້​ຕໍ່​ທຸກຄົນ​ທີ່​ຖາມ​ພວກເຈົ້າ​ວ່າ, ເຈົ້າ​ມີ​ເຫດຜົນ​ປະການ​ໃດ​ຈຶ່ງ​ມີ​ຄວາມຫວັງ​ຢ່າງ​ນີ້.

Uka jalj uñjjattʼäta Copia luraña




1 ເປໂຕ 3:15
34 Jak'a apnaqawi uñst'ayäwi  

ໂປໂລ​ຕອບວ່າ, “ຂ້ານ້ອຍ​ເປັນ​ຄົນຢິວ​ຈາກ​ເມືອງ​ຕາໂຊ ໃນ​ແຂວງ​ກີລີເກຍ ເປັນ​ພົນລະເມືອງ​ຈາກ​ເມືອງ​ທີ່​ສຳຄັນ. ຂໍ​ທ່ານ​ອະນຸຍາດ​ໃຫ້​ຂ້ານ້ອຍ​ກ່າວ​ແກ່​ປະຊາຊົນ​ດ້ວຍ”.


ຂະນະ​ທີ່​ໂປໂລ​ເວົ້າ​ເຖິງ​ຄວາມຊອບທຳ, ການ​ຄວບຄຸມ​ຕົນເອງ ແລະ ການ​ພິພາກສາ​ທີ່​ຈະ​ມາ​ເຖິງ, ເຟລິກ​ກໍ​ຢ້ານ ແລະ ບອກ​ວ່າ, “ພໍ​ເທົ່າ​ນີ້​ກ່ອນ​ສຳລັບ​ວັນ​ນີ້! ເຈົ້າ​ໄປ​ໄດ້. ເອົາ​ໄວ້​ມີ​ໂອກາດ​ແລ້ວ​ຂ້ອຍ​ຈະ​ເອີ້ນ​ເຈົ້າ​ມາ​ອີກ”.


ຖ້າ​ພວກເຈົ້າ​ດໍາເນີນ​ຕໍ່ໄປ​ໃນ​ຄວາມເຊື່ອ​ຂອງ​ພວກເຈົ້າ ເຊິ່ງ​ໄດ້​ວາງຮາກ​ລົງ​ຢ່າງ​ໝັ້ນຄົງ ແລະ ຖາວອນ​ແລ້ວ ຢ່າ​ໄດ້​ໜີ​ຈາກ​ຄວາມຫວັງ​ທີ່​ມີ​ຢູ່​ໃນ​ຂ່າວປະເສີດ. ນີ້​ແມ່ນ​ຂ່າວປະເສີດ​ທີ່​ພວກເຈົ້າ​ໄດ້​ຍິນ ແລະ ໄດ້​ປະກາດ​ແກ່​ທຸກ​ຊີວິດ​ທີ່​ຢູ່​ໃຕ້​ສະຫວັນ ແລະ ເຮົາ​ຄື​ໂປໂລ​ໄດ້​ກາຍເປັນ​ຜູ້ຮັບໃຊ້.


ສຳລັບ​ພວກເຂົາ​ແລ້ວ ພຣະເຈົ້າ​ໄດ້​ເລືອກ​ທີ່​ຈະ​ເຮັດ​ໃຫ້​ຄົນຕ່າງຊາດ​ໄດ້​ຮູ້ຈັກ​ຄວາມຮັ່ງມີ​ອັນ​ສະຫງ່າລາສີ​ຂອງ​ຂໍ້​ເລິກລັບ ຄື​ພຣະຄຣິດເຈົ້າ​ສະຖິດ​ຢູ່​ໃນ​ພວກເຈົ້າ​ທັງຫລາຍ ເຊິ່ງ​ເປັນ​ຄວາມຫວັງ​ແຫ່ງ​ສະຫງ່າລາສີ.


ຄື​ຄວາມເຊື່ອ ແລະ ຄວາມຮັກ​ອັນ​ເກີດ​ຈາກ​ຄວາມຫວັງ​ທີ່​ສະສົມ​ໄວ້​ສຳລັບ​ພວກເຈົ້າ​ໃນ​ສະຫວັນ ແລະ ເຊິ່ງ​ພວກເຈົ້າ​ເຄີຍ​ໄດ້​ຍິນ​ມາ​ແລ້ວ​ໃນ​ຖ້ອຍຄຳ​ແຫ່ງ​ຄວາມຈິງ​ຂອງ​ຂ່າວປະເສີດ


ຈົ່ງ​ໃຫ້​ວາຈາ​ຂອງ​ພວກເຈົ້າ​ເຕັມ​ດ້ວຍ​ພຣະຄຸນ​ຢູ່​ສະເໝີ, ປະສົມ​ດ້ວຍ​ເກືອ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ​ຄວນ​ຕອບ​ທຸກຄົນ​ຢ່າງໃດ.


ດ້ວຍ​ຫວັງ​ວ່າ​ຈະ​ໄດ້​ຊີວິດ​ນິລັນດອນ ເຊິ່ງ​ພຣະເຈົ້າ​ຜູ້​ບໍ່​ກ່າວ​ຕົວະ​ໄດ້​ສັນຍາ​ໄວ້​ຕັ້ງແຕ່​ກ່ອນ​ຈຸດເລີ່ມຕົ້ນ​ຂອງ​ເວລາ


ສ່ວນ​ພຣະຄຣິດເຈົ້າ​ສັດຊື່​ໃນ​ຖານະ​ພຣະບຸດ​ຜູ້​ຄອບຄອງ​ຄົວເຮືອນ​ຂອງ​ພຣະເຈົ້າ. ແລະ ພວກເຮົາ​ທັງຫລາຍ​ກໍ​ຄື​ເຮືອນ​ຂອງ​ພຣະອົງ ຖ້າ​ຫາກ​ພວກເຮົາ​ຢຶດໝັ້ນ​ໃນ​ຄວາມໝັ້ນໃຈ ແລະ ຄວາມຫວັງ​ທີ່​ພວກເຮົາ​ພາກພູມໃຈ​ຢູ່​ນັ້ນ.


ເຫດສະນັ້ນ ໃຫ້​ພວກເຮົາ​ຜ່ານ​ຫລັກຄຳສອນ​ເບື້ອງຕົ້ນ​ກ່ຽວກັບ​ພຣະຄຣິດເຈົ້າ ແລະ ຈົ່ງ​ກ້າວໄປ​ສູ່​ຄວາມ​ເປັນ​ຜູ້ໃຫຍ່, ຢ່າ​ວາງ​ພື້ນຖານ​ຂອງ​ການ​ກັບໃຈ​ຊ້ຳ​ອີກ​ຈາກ​ການກະທຳ​ອັນ​ນຳ​ໄປ​ສູ່​ຄວາມຕາຍ ແລະ ໃນ​ເລື່ອງ​ຄວາມເຊື່ອ​ໃນ​ພຣະເຈົ້າ,


ເມື່ອ​ພວກເຈົ້າ​ຂໍ​ຕໍ່​ພຣະບິດາເຈົ້າ​ຜູ້​ຕັດສິນ​ການກະທຳ​ຂອງ​ແຕ່ລະຄົນ​ໂດຍ​ບໍ່​ເລືອກ​ໜ້າ​ຜູ້ໃດ ກໍ​ຈົ່ງ​ດຳເນີນຊີວິດ​ໃນ​ຖານະ​ທີ່​ເປັນ​ຄົນຕ່າງດ້າວ​ດ້ວຍ​ຄວາມຢຳເກງ.


ເມື່ອ​ພວກເຂົາ​ເຫັນ​ຄວາມ​ບໍລິສຸດ ແລະ ຄວາມຢຳເກງ​ພຣະເຈົ້າ​ໃນ​ຊີວິດ​ຂອງ​ພວກເຈົ້າ.


ແຕ່​ໃຫ້​ເປັນ​ຄວາມງາມ​ທີ່​ຢູ່​ພາຍໃນ ຄື​ຄວາມງາມ​ທີ່​ບໍ່​ເສື່ອມສູນ​ຂອງ​ຈິດໃຈ​ທີ່​ອ່ອນນ້ອມ ແລະ ສະຫງົບ ເຊິ່ງ​ມີ​ຄຸນຄ່າ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka