Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 3:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ຖ້າ​ພວກເຈົ້າ​ກະຕືລືລົ້ນ​ໃນ​ການ​ເຮັດ​ດີ ຜູ້ໃດ​ຈະ​ມາ​ເຮັດ​ຮ້າຍ​ພວກເຈົ້າ​ໄດ້?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ຖ້າ​ພວກເຈົ້າ​ດຸໝັ່ນ​ໃນ​ການ​ເຮັດ​ດີ ແມ່ນ​ຜູ້ໃດ​ຈະ​ເຮັດ​ຮ້າຍ​ພວກເຈົ້າ?

Uka jalj uñjjattʼäta Copia luraña




1 ເປໂຕ 3:13
13 Jak'a apnaqawi uñst'ayäwi  

ດ້ວຍວ່າ ພວກ​ຜູ້ປົກຄອງ​ນັ້ນ​ບໍ່​ເປັນ​ໜ້າ​ຢ້ານ​ສຳລັບ​ຄົນ​ທີ່​ເຮັດ​ຖືກ ແຕ່​ເປັນ​ໜ້າ​ຢ້ານ​ສຳລັບ​ຄົນ​ທີ່​ເຮັດ​ຜິດ. ເຈົ້າ​ຢາກ​ຈະ​ພົ້ນ​ຈາກ​ຄວາມຢ້ານ​ຕໍ່​ຜູ້​ມີ​ອຳນາດ​ແມ່ນ​ບໍ? ດັ່ງນັ້ນ ກໍ​ຈົ່ງ​ເຮັດ​ແຕ່​ສິ່ງ​ທີ່​ຖືກຕ້ອງ ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ການຍ້ອງຍໍ.


ແລະ ພວກເຮົາ​ຮູ້​ແລ້ວ​ວ່າ​ໃນ​ທຸກໆ​ສິ່ງ​ພຣະເຈົ້າ​ເຮັດ​ໃຫ້​ເກີດ​ຜົນ​ດີ​ແກ່​ບັນດາ​ຜູ້​ທີ່​ຮັກ​ພຣະອົງ ຄື​ຜູ້​ທີ່​ໄດ້​ເອີ້ນ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ.


ຈົ່ງ​ດໍາເນີນ​ໃນ​ວິຖີທາງ​ແຫ່ງ​ຄວາມຮັກ ແລະ ສະແຫວງຫາ​ຂອງປະທານ​ຝ່າຍ​ພຣະວິນຍານ​ຢ່າງ​ກະຕືລືລົ້ນ ໂດຍ​ສະເພາະ​ຄຳ​ທຳນວາຍ.


ເຫດສະນັ້ນ ພວກເຈົ້າ​ທັງຫລາຍ​ຈົ່ງ​ເຮັດ​ຕາມ​ແບບຢ່າງ​ຂອງ​ພຣະເຈົ້າ ໃຫ້​ສົມ​ກັບ​ເປັນ​ບຸດ​ທີ່ຮັກ


ຢ່າ​ໃຫ້​ມີ​ຜູ້ໃດ​ເຮັດຊົ່ວ​ຕອບແທນ​ການຊົ່ວ, ແຕ່​ຈົ່ງ​ພະຍາຍາມ​ເຮັດດີ​ຕໍ່​ກັນແລະກັນ ແລະ ເຮັດ​ດີ​ຕໍ່​ທຸກ​ຄົນ​ສະເໝີ.


ແລະ ເປັນ​ຜູ້​ທີ່​ມີ​ຊື່ສຽງ​ໃນ​ການ​ເຮັດ​ຄວາມດີ, ເຊັ່ນ​ວ່າ​ລ້ຽງດູ​ລູກໆ, ມີ​ນ້ຳໃຈ​ຕ້ອນຮັບແຂກ, ລ້າງ​ຕີນ​ໃຫ້​ບັນດາ​ຄົນ​ຂອງ​ພຣະເຈົ້າ, ຊ່ວຍເຫລືອ​ບັນດາ​ຜູ້​ທີ່​ຍາກຈົນ ແລະ ອຸທິດ​ຕົນເອງ​ໃນ​ການ​ເຮັດ​ດີ​ທຸກ​ຢ່າງ.


ຜູ້​ໄດ້​ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຮ້າຍ​ທັງໝົດ ແລະ ເພື່ອ​ຊຳລະ​ພວກເຮົາ​ໃຫ້​ບໍລິສຸດ​ໄວ້​ສຳລັບ​ພຣະອົງ ເພື່ອ​ເປັນ​ຄົນ​ຂອງ​ພຣະອົງ​ພຽງ​ຜູ້​ດຽວ ແລະ ເປັນ​ຜູ້​ກະຕືລືລົ້ນ​ທີ່​ຈະ​ເຮັດ​ສິ່ງ​ດີ.


ເພື່ອນ​ທີ່​ຮັກ​ເອີຍ, ຢ່າ​ເອົາ​ແບບຢ່າງ​ສິ່ງ​ທີ່​ຊົ່ວ​ແຕ່​ຈົ່ງ​ເອົາ​ແບບຢ່າງ​ສິ່ງ​ທີ່​ດີ. ຜູ້ໃດ​ທີ່​ເຮັດ​ດີ​ກໍ​ມາ​ຈາກ​ພຣະເຈົ້າ. ຜູ້​ທີ່​ເຮັດ​ຊົ່ວ​ກໍ​ບໍ່​ເຄີຍ​ເຫັນ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka