Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 3:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ເພາະ, “ຜູ້ໃດ​ກໍ​ຕາມ​ຮັກ​ຊີວິດ ແລະ ປາຖະໜາ​ຈະ​ເຫັນ​ວັນ​ທີ່​ດີ ພວກເຂົາ​ຕ້ອງ​ຮັກສາ​ລີ້ນ​ຂອງ​ຕົນ​ໃຫ້​ພົ້ນ​ຈາກ​ຄວາມຊົ່ວ ຮັກສາ​ປາກ​ຂອງ​ຕົນ​ໃຫ້​ບໍ່​ໃຫ້​ເວົ້າ​ຄຳ​ຫລອກລວງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ເພາະວ່າ “ຜູ້​ທີ່​ຢາກ​ຮັບ​ຊີວິດ​ອັນ​ດີ ແລະ ປາຖະໜາ​ທີ່​ຈະ​ເຫັນ​ວັນ​ສະໜຸກ ກໍ​ໃຫ້​ຜູ້ນັ້ນ​ຫ້າມ​ລີ້ນ​ຂອງຕົນ​ ບໍ່​ໃຫ້​ເວົ້າ​ຄວາມຊົ່ວ ແລະ ຫ້າມ​ປາກ​ບໍ່​ໃຫ້​ກ່າວ ຄຳ​ອຸບາຍ​ລໍ້ລວງ.

Uka jalj uñjjattʼäta Copia luraña




1 ເປໂຕ 3:10
24 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ມາ​ຖາມ​ເຮົາ​ວ່າ​ອັນ​ໃດ​ດີ? ມີ​ຢູ່​ພຽງ​ຜູ້ດຽວ​ທີ່​ດີ. ຖ້າ​ເຈົ້າ​ປາຖະໜາ​ຈະ​ເຂົ້າ​ສູ່​ຊີວິດ ຈົ່ງ​ຮັກສາ​ຄຳສັ່ງ​ທັງຫລາຍ​ໄວ້”.


ເພາະ​ຜູ້ໃດ​ທີ່​ຢາກ​ຮັກສາ​ຊີວິດ​ຂອງ​ຕົນ​ໃຫ້​ພົ້ນ ຜູ້​ນັ້ນ​ກໍ​ຈະ​ເສຍ​ຊີວິດ, ເພາະ​ຜູ້ໃດ​ທີ່​ຍອມ​ສະຫລະ​ຊີວິດ​ຂອງ​ຕົນ​ເພື່ອ​ເຫັນ​ແກ່​ເຮົາ ແລະ ຂ່າວປະເສີດ ຜູ້​ນັ້ນ​ກໍ​ຈະ​ຖືກ​ຊ່ວຍ​ຊີວິດ​ໃຫ້​ພົ້ນ.


ເມື່ອ​ພຣະເຢຊູເຈົ້າ​ເຫັນ​ນະທານາເອັນ​ເຂົ້າ​ມາ​ຫາ​ກໍ​ກ່າວ​ເຖິງ​ລາວ​ວ່າ, “ຜູ້​ນີ້​ເປັນ​ຄົນ​ອິດສະຣາເອນ​ແທ້ ໃນ​ໂຕ​ລາວ​ບໍ່​ມີ​ກົນອຸບາຍ​ອັນ​ໃດ​ເລີຍ”.


ຜູ້​ທີ່​ຮັກ​ຊີວິດ​ຂອງ​ຕົນ​ກໍ​ຈະ​ເສຍ​ຊີວິດ ສ່ວນ​ຜູ້​ທີ່​ຊັງ​ຊີວິດ​ຂອງ​ຕົນ​ໃນ​ໂລກ​ນີ້​ກໍ​ຈະ​ຮັກສາ​ຊີວິດ​ໄວ້ ແລະ ມີຊີວິດ​ນິລັນດອນ.


ບັນດາ​ຜູ້​ທີ່​ຄິດ​ວ່າ​ຕົນເອງ​ເຄັ່ງ​ສາສະໜາ​ແຕ່​ບໍ່​ຄວບຄຸມ​ລີ້ນ​ຂອງ​ຕົນ​ໃຫ້​ດີ​ກໍ​ຫລອກລວງ​ຕົນເອງ ແລະ ສາສະໜາ​ຂອງ​ພວກເຂົາ​ກໍ​ໄຮ້ຄ່າ.


ເຫດສະນັ້ນ ຈົ່ງ​ກຳຈັດ​ຄວາມຄິດຮ້າຍ ແລະ ການຫລອກລວງ​ທຸກຢ່າງ, ຄວາມ​ໜ້າຊື່ໃຈຄົດ, ຄວາມອິດສາ ແລະ ການໃສ່ຮ້າຍປ້າຍສີ​ທຸກຢ່າງ​ອອກໄປ​ຈາກ​ພວກເຈົ້າ.


“ພຣະອົງ​ບໍ່​ໄດ້​ເຮັດ​ບາບ ແລະ ບໍ່​ມີ​ຄຳ​ຫລອກລວງ​ໃນ​ປາກ​ຂອງ​ພຣະອົງ”


ບໍ່​ມີ​ຄຳຕົວະ​ອອກ​ຈາກ​ປາກ​ຂອງ​ພວກເຂົາ, ພວກເຂົາ​ບໍ່ມີຕຳໜິ​ເລີຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka