Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 3:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ໃນ​ທຳນອງ​ດຽວ​ກັນ​ນັ້ນ ເມຍ​ທັງຫລາຍ​ຈົ່ງ​ຍອມ​ເຊື່ອຟັງ​ຜົວ​ຂອງ​ຕົນ ເພື່ອ​ວ່າ​ຖ້າ​ຜົວ​ບາງຄົນ​ບໍ່​ເຊື່ອຟັງ​ພຣະຄຳ​ຂອງ​ພຣະເຈົ້າ ແຕ່​ການປະຕິບັດ​ຂອງ​ເມຍ​ກໍ​ອາດ​ຊະນະ​ໃຈ​ລາວ​ໂດຍ​ບໍ່​ຕ້ອງ​ເວົ້າ​ຫຍັງ​ຈັກ​ຄຳ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ຝ່າຍ​ເຈົ້າ​ທັງຫລາຍ​ຜູ້​ເປັນ​ເມຍ​ກໍ​ເໝືອນກັນ ຈົ່ງ​ຍອມ​ຟັງ​ຜົວ​ຂອງຕົນ ເພື່ອ​ວ່າ​ຖ້າ​ຜົວ​ຜູ້ໃດ​ບໍ່​ເຊື່ອຟັງ​ພຣະທຳ​ຂອງ​ພຣະເຈົ້າ ການ​ປະຕິບັດ​ຂອງ​ເມຍ ກໍ​ອາດ​ຈະ​ຈູງໃຈ​ຜົວ​ໄດ້ ໂດຍ​ບໍ່​ຕ້ອງ​ເວົ້າ​ຫຍັງ​ຈັກ​ຄຳ​

Uka jalj uñjjattʼäta Copia luraña




1 ເປໂຕ 3:1
26 Jak'a apnaqawi uñst'ayäwi  

“ຖ້າ​ພີ່ນ້ອງ​ຂອງ​ເຈົ້າ​ເຮັດ​ບາບ​ຕໍ່​ເຈົ້າ ຈົ່ງ​ໄປ​ແຈ້ງ​ຄວາມຜິດ​ນັ້ນ​ແກ່​ພວກເຂົາ​ສອງຕໍ່ສອງ. ຖ້າ​ພວກເຂົາ​ຍອມ​ຟັງ ເຈົ້າ​ກໍ​ຈະ​ໄດ້​ພວກເຂົາ​ນັ້ນ​ຄືນ​ມາ,


ແຕ່​ບໍ່ແມ່ນ​ວ່າ​ຄົນ​ອິດສະຣາເອນ​ທຸກຄົນ​ຈະ​ຍອມຮັບ​ຂ່າວປະເສີດ​ນັ້ນ ເພາະ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຜູ້ໃດ​ແດ່​ທີ່​ໄດ້​ເຊື່ອ​ໃນ​ຖ້ອຍຄຳ​ຂອງ​ພວກເຮົາ?”


ແຕ່​ຈົ່ງ​ຂອບພຣະຄຸນ​ພຣະເຈົ້າ​ທີ່​ເຖິງແມ່ນວ່າ​ພວກເຈົ້າ​ເຄີຍ​ເປັນ​ຂ້າທາດ​ຂອງ​ຄວາມບາບ ແຕ່​ພວກເຈົ້າ​ກໍ​ໄດ້​ເຊື່ອຟັງ​ຄຳສອນ​ທີ່​ໄດ້​ມອບໝາຍ​ໃຫ້​ແກ່​ພວກເຈົ້າ​ນັ້ນ​ຢ່າງ​ສຸດ​ໃຈ.


ຕົວຢ່າງ, ຕາມ​ກົດບັນຍັດ​ແລ້ວ​ແມ່ຍິງ​ທີ່​ແຕ່ງງານ​ແລ້ວ​ກໍ​ມີ​ຂໍ້ຜູກມັດ​ກັບ​ຜົວ​ຂອງ​ນາງ​ຕາບໃດ​ທີ່​ຜົວ​ຍັງ​ມີຊີວິດ​ຢູ່, ແຕ່​ຖ້າ​ຜົວ​ຂອງ​ນາງ​ຕາຍ​ໄປ, ນາງ​ກໍ​ພົ້ນ​ຈາກ​ກົດ​ທີ່​ຜູກມັດ​ນາງ​ກັບ​ຜົວ​ຂອງ​ນາງ.


ແຕ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ໄດ້​ຮັບຮູ້​ວ່າ ພຣະຄຣິດເຈົ້າ​ເປັນ​ຫົວ​ຂອງ​ຜູ້ຊາຍ​ທຸກຄົນ ແລະ ຜູ້ຊາຍ​ກໍ​ເປັນ​ຫົວ​ຂອງ​ແມ່ຍິງ ແລະ ພຣະເຈົ້າ​ເປັນ​ຫົວ​ຂອງ​ພຣະຄຣິດເຈົ້າ.


ແມ່ຍິງ​ຄວນ​ມິດງຽບ​ຢູ່​ໃນ​ຄຣິສຕະຈັກ. ພວກເຂົາ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເວົ້າ, ແຕ່​ໃຫ້​ພວກເຂົາ​ຍອມຈຳນົນ​ຕາມ​ທີ່​ກົດບັນຍັດ​ໄດ້​ກ່າວ​ໄວ້​ນັ້ນ.


ເຈົ້າ​ຜູ້​ເປັນ​ເມຍ ເຈົ້າ​ຮູ້​ໄດ້​ຢ່າງໃດ​ວ່າ​ຈະ​ຊ່ວຍ​ຜົວ​ຂອງ​ຕົນ​ໃຫ້​ພົ້ນ​ໄດ້? ຫລື ເຈົ້າ​ຜູ້​ເປັນ​ຜົວ ເຈົ້າ​ຮູ້​ໄດ້​ຢ່າງໃດ​ວ່າ​ຈະ​ຊ່ວຍ​ເມຍ​ຂອງ​ຕົນ​ໃຫ້​ພົ້ນ​ໄດ້?


ເຖິງຢ່າງໃດ​ກໍ​ຕາມ ພວກເຈົ້າ​ແຕ່ລະຄົນ​ຕ້ອງ​ຮັກ​ເມຍ​ຂອງ​ຕົນ​ເໝືອນດັ່ງ​ຮັກ​ຕົນເອງ ແລະ ເມຍ​ກໍ​ຕ້ອງ​ເຄົາລົບ​ຜົວ​ຂອງ​ຕົນ.


ຝ່າຍ​ເມຍ​ທັງຫລາຍ ຈົ່ງ​ຍອມ​ເຊື່ອຟັງ​ຜົວ​ຂອງ​ຕົນ ເຊິ່ງ​ເປັນ​ສິ່ງ​ທີ່​ເໝາະສົມ​ໃນ​ອົງພຣະຜູ້ເປັນເຈົ້າ.


ຈົ່ງ​ສະຫລາດ​ໃນ​ການ​ປະຕິບັດ​ຕໍ່​ຄົນ​ພາຍນອກ ຈົ່ງ​ໃຊ້​ທຸກ​ໂອກາດ​ໃຫ້​ເປັນ​ປະໂຫຍດ​ທີ່ສຸດ.


ພຣະອົງ​ຈະ​ລົງໂທດ​ບັນດາ​ຜູ້​ທີ່​ບໍ່​ຮູ້ຈັກ​ພຣະເຈົ້າ ແລະ ບໍ່​ເຊື່ອຟັງ​ຂ່າວປະເສີດ​ຂອງ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ໂດຍ​ຄວາມເຊື່ອ ເມື່ອ​ອັບຣາຮາມ​ໄດ້​ຮັບ​ການ​ເອີ້ນ​ໃຫ້​ໄປ​ຍັງ​ສະຖານທີ່​ໜຶ່ງ​ທີ່​ເພິ່ນ​ຈະ​ໄດ້​ຮັບ​ເປັນ​ມໍລະດົກ​ຂອງ​ເພິ່ນ​ໃນ​ພາຍຫລັງ, ເພິ່ນ​ໄດ້​ເຊື່ອຟັງ ແລະ ອອກ​ເດີນທາງໄປ​ເຖິງແມ່ນວ່າ​ເພິ່ນ​ບໍ່​ຮູ້​ວ່າ​ຈະ​ໄປ​ບ່ອນ​ໃດ.


ແລະ ເມື່ອ​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພຣະເຢຊູເຈົ້າ​ສົມບູນແບບ​ແລ້ວ ພຣະອົງ​ຈຶ່ງ​ເປັນ​ແຫລ່ງ​ຄວາມພົ້ນ​ນິລັນດອນ​ສຳລັບ​ທຸກຄົນ​ທີ່​ເຊື່ອຟັງ​ພຣະອົງ


ບັດນີ້ ເມື່ອ​ພວກເຈົ້າ​ໄດ້​ຊຳລະ​ໂຕ​ໃຫ້​ບໍລິສຸດ​ດ້ວຍ​ການ​ເຊື່ອຟັງ​ຄວາມຈິງ ເພື່ອ​ວ່າ​ພວກເຈົ້າ​ຈະ​ຮັກເຊິ່ງກັນແລະກັນ​ດ້ວຍ​ຈິງໃຈ​ແລ້ວ ກໍ​ຈົ່ງ​ຮັກ​ກັນ​ໃຫ້​ເລິກ​ສຸດ​ໃຈ.


ເມື່ອ​ພວກເຂົາ​ເຫັນ​ຄວາມ​ບໍລິສຸດ ແລະ ຄວາມຢຳເກງ​ພຣະເຈົ້າ​ໃນ​ຊີວິດ​ຂອງ​ພວກເຈົ້າ.


ໃນ​ທຳນອງ​ດຽວ​ກັນ​ນັ້ນ ຝ່າຍ​ຜົວ​ທັງຫລາຍ​ຈົ່ງ​ຢູ່​ກັບ​ເມຍ​ຂອງ​ຕົນ​ດ້ວຍ​ຄວາມ​ເອົາໃຈໃສ່, ຈົ່ງ​ໃຫ້​ກຽດ​ເມຍ​ໃນ​ຖານະ​ເປັນ​ຜູ້​ທີ່​ອ່ອນແອ​ກວ່າ ແລະ ເປັນ​ຜູ້​ທີ່​ຈະ​ຮັບ​ຊີວິດ ເຊິ່ງ​ເປັນ​ຂອງປະທານ​ແຫ່ງ​ພຣະຄຸນ ເພື່ອ​ຈະ​ບໍ່​ມີ​ສິ່ງໃດ​ຂັດຂວາງ​ຄຳອະທິຖານ​ຂອງ​ພວກເຈົ້າ​ທັງ​ສອງ.


ເພາະ​ເຖິງ​ເວລາ​ແລ້ວ​ທີ່​ການພິພາກສາ​ຈະ​ເລີ່ມ​ຂຶ້ນ​ທີ່​ຄົວເຮືອນ​ຂອງ​ພຣະເຈົ້າ ແລະ ຖ້າ​ການ​ພິພາກສາ​ເລີ່ມ​ຕົ້ນ​ທີ່​ພວກເຮົາ​ກ່ອນ ແລ້ວ​ຜົນ​ທີ່​ຈະ​ໄດ້​ຮັບ​ຂອງ​ບັນດາ​ຜູ້​ທີ່​ບໍ່​ເຊື່ອຟັງ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ຈະ​ເປັນ​ຢ່າງໃດ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka