1 ເປໂຕ 2:9 - ພຣະຄຳພີລາວສະບັບສະໄໝໃໝ່9 ແຕ່ພວກເຈົ້າເປັນຜູ້ທີ່ພຣະເຈົ້າເລືອກໄວ້, ເປັນປະໂລຫິດຫລວງ, ເປັນຊົນຊາດບໍລິສຸດ, ເປັນພົນລະເມືອງຂອງພຣະເຈົ້າ, ເພື່ອພວກເຈົ້າຈະໄດ້ປະກາດຄຳສັນລະເສີນພຣະອົງຜູ້ເອີ້ນພວກເຈົ້າອອກຈາກຄວາມມືດເຂົ້າສູ່ຄວາມສະຫວ່າງອັນມະຫັດສະຈັນຂອງພຣະອົງ. Uka jalj uñjjattʼätaພຣະຄຳພີສັກສິ9 ແຕ່ຝ່າຍເຈົ້າທັງຫລາຍ ເປັນຊາດທີ່ພຣະເຈົ້າຊົງເລືອກໄວ້ແລ້ວ ເປັນປະໂຣຫິດຫລວງ ເປັນປະຊາຊາດບໍຣິສຸດ ເປັນພົນລະເມືອງຂອງພຣະເຈົ້າ ເພື່ອເຈົ້າທັງຫລາຍຈະໄດ້ປະກາດພຣະບາລະມີຂອງພຣະອົງ ຜູ້ໄດ້ຊົງເອີ້ນພວກເຈົ້າໃຫ້ອອກມາຈາກຄວາມມືດ ເຂົ້າໄປສູ່ຄວາມສະຫວ່າງອັນມະຫັດສະຈັນຂອງພຣະອົງ. Uka jalj uñjjattʼäta |
ຖ້າຜູ້ໃດຈະກ່າວ, ພວກເຂົາກໍຄວນເຮັດເໝືອນເປັນຜູ້ກ່າວພຣະຄຳຂອງພຣະເຈົ້າ. ຖ້າຜູ້ໃດຈະຮັບໃຊ້, ພວກເຂົາກໍຄວນເຮັດດ້ວຍກຳລັງທີ່ພຣະເຈົ້າໃຫ້, ເພື່ອວ່າພຣະເຈົ້າຈະໄດ້ຮັບການສັນລະເສີນໃນທຸກສິ່ງໂດຍຜ່ານທາງພຣະເຢຊູຄຣິດເຈົ້າ. ຂໍໃຫ້ສະຫງ່າລາສີ ແລະ ລິດອຳນາດຈົ່ງມີແກ່ພຣະອົງຕະຫລອດໄປເປັນນິດ. ອາແມນ.