Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 2:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ບັດນີ້ ສຳລັບ​ພວກເຈົ້າ​ຜູ້​ທີ່​ເຊື່ອ, ສີລາ​ນີ້​ແມ່ນ​ລ້ຳຄ່າ. ແຕ່​ສຳລັບ​ບັນດາ​ຜູ້​ທີ່​ບໍ່ເຊື່ອ​ນັ້ນ, “ຫີນ​ທີ່​ຊ່າງກໍ່​ໄດ້​ຖິ້ມ​ແລ້ວ ກໍ​ໄດ້​ກາຍເປັນ​ຫີນເສົາເອກ”,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ຫີນ​ທີ່​ມີຄ່າສູງ​ຫລາຍນີ້ ມີ​ສຳລັບ​ເຈົ້າ​ທັງຫລາຍ​ທີ່​ວາງໃຈເຊື່ອ ແຕ່​ສຳລັບ​ຄົນ​ທັງຫລາຍ​ທີ່​ບໍ່​ເຊື່ອ​ນັ້ນ “ຫີນ​ທີ່​ຊ່າງກໍ່​ຖິ້ມ​ເສຍ​ແລ້ວ ຫີນ​ນັ້ນ​ແຫຼະ ໄດ້​ກັບ​ກາຍ​ມາ​ເປັນ​ຫີນ​ເສົາ​ເອກ.”

Uka jalj uñjjattʼäta Copia luraña




1 ເປໂຕ 2:7
26 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່​ເຄີຍ​ອ່ານ​ພຣະຄຳພີ​ຂໍ້​ນີ້​ບໍ​ວ່າ: “‘ຫີນ​ທີ່​ຊ່າງ​ກໍ່​ໄດ້​ຖິ້ມ​ແລ້ວ ບັດນີ້​ກໍ​ໄດ້​ກາຍເປັນ​ຫີນເສົາເອກ, ອົງພຣະຜູ້ເປັນເຈົ້າ​ໄດ້​ກະທຳ​ການ​ນີ້ ແລະ ເປັນ​ສິ່ງ​ທີ່​ອັດສະຈັນ​ໃນ​ສາຍຕາ​ຂອງ​ພວກເຮົາ’?


ແສງສະຫວ່າງ​ເພື່ອ​ເປີດເຜີຍ​ແກ່​ບັນດາ​ຄົນຕ່າງຊາດ, ແລະ ເພື່ອ​ເປັນ​ສະຫງ່າລາສີ​ແກ່​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ”.


ຫລັງຈາກ​ນັ້ນ ຊີເມໂອນ​ໄດ້​ອວຍພອນ​ພວກເພິ່ນ ແລະ ກ່າວ​ກັບ​ນາງ​ມາຣີ​ແມ່​ຂອງ​ເດັກນ້ອຍ​ນັ້ນ​ວ່າ, “ເດັກນ້ອຍ​ຄົນ​ນີ້​ຖືກ​ກຳນົດ​ໄວ້​ເພື່ອ​ເຮັດ​ໃຫ້​ຄົນ​ອິດສະຣາເອນ​ລົ້ມ​ລົງ ແລະ ລຸກ​ຂຶ້ນ, ແລະ ຖືກ​ກຳນົດ​ໄວ້​ໃຫ້​ເປັນ​ໝາຍສຳຄັນ​ທີ່​ຈະ​ຖືກ​ເວົ້າ​ຕໍ່ຕ້ານ,


ພຣະເຢຊູເຈົ້າ​ແນມ​ໄປ​ເບິ່ງ​ທີ່​ພວກເຂົາ ແລະ ຖາມ​ວ່າ, “ແລ້ວ​ຄຳ​ທີ່​ຂຽນ​ໄວ້​ໃນ​ພຣະຄຳພີ​ນັ້ນ​ໝາຍ​ຄວາມ​ວ່າ​ຢ່າງໃດ​ທີ່​ວ່າ: “‘ຫີນ​ທີ່​ຊ່າງ​ກໍ່​ໄດ້​ຖິ້ມ​ແລ້ວ ໄດ້​ກາຍເປັນ​ຫີນເສົາເອກ’.


ພວກເຂົາ​ໄດ້​ເວົ້າ​ກັບ​ຍິງ​ຄົນ​ນັ້ນ​ວ່າ, “ຕັ້ງແຕ່​ນີ້​ໄປ ພວກເຮົາ​ບໍ່​ໄດ້​ເຊື່ອ​ພຽງ​ເພາະ​ຄຳເວົ້າ​ຂອງ​ເຈົ້າ, ແຕ່​ເພາະ​ດຽວນີ້​ພວກເຮົາ​ໄດ້​ຍິນ​ເພິ່ນ​ເອງ​ເວົ້າ ແລະ ພວກເຮົາ​ກໍ​ຮູ້​ວ່າ​ພຣະອົງ​ນີ້​ແຫລະ ທີ່​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ໂລກ​ແທ້ຈິງ”.


“ຫລັງຈາກນັ້ນ ຂ້າແດ່​ກະສັດ​ອັກຄຣີປາ ຂ້ານ້ອຍ​ຈຶ່ງ​ບໍ່​ຂັດຂືນ​ຕໍ່​ນິມິດ​ຈາກ​ສະຫວັນ​ນັ້ນ.


ແຕ່​ເພິ່ນ​ກ່າວ​ເຖິງ​ພວກ​ອິດສະຣາເອນ​ວ່າ, “ເຮົາ​ໄດ້​ຍື່ນ​ມື​ຂອງ​ເຮົາ​ອອກ​ໝົດ​ມື້ ໃຫ້​ແກ່​ຊົນຊາດ​ທີ່​ບໍ່​ເຊື່ອຟັງ ແລະ ດື້ດ້ານ”.


ຂໍ​ອະທິຖານ​ໃຫ້​ເຮົາ​ໄດ້ຮັບ​ການ​ຊ່ວຍເຫລືອ​ໃຫ້​ພົ້ນ​ຈາກ​ຄົນທີ່ບໍ່ເຊື່ອ​ທັງຫລາຍ​ໃນ​ແຂວງ​ຢູດາຍ ແລະ ຂໍ​ໃຫ້​ບັນດາ​ຄົນ​ຂອງ​ພຣະເຈົ້າ​ໃນ​ນະຄອນ​ເຢຣູຊາເລັມ​ຍອມ​ຮັບ​ເຄຶ່ອງຊ່ວຍເຫລືອ​ຂອງ​ເຮົາ,


ເປັນ​ກິ່ນ​ແຫ່ງ​ຄວາມຕາຍ​ສຳລັບ​ຄົນ​ພວກໜຶ່ງ ແລະ ເປັນ​ກິ່ນຫອມ​ທີ່​ນຳ​ຊີວິດ​ສຳລັບ​ຄົນ​ອີກ​ພວກໜຶ່ງ. ແລະ ແມ່ນ​ຜູ້ໃດ​ນໍ​ທີ່​ສົມຄວນ​ກັບ​ງານ​ນີ້?


ແລະ ໃນ​ພຣະອົງ​ພວກເຈົ້າ​ໄດ້​ຮັບ​ຄວາມບໍລິບູນ. ພຣະອົງ​ເປັນ​ຫົວ​ເໜືອ​ອຳນາດ ແລະ ຜູ້ມີອຳນາດ​ທັງໝົດ.


ຄັ້ງ​ໜຶ່ງ​ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່ຈ້າ, ບໍ່​ເຊື່ອຟັງ, ຫລອກລວງ ແລະ ຕົກ​ເປັນ​ຂ້າທາດ​ຂອງ​ກິເລດຕັນຫາ ແລະ ຄວາມສະໜຸກ​ສະໜານ​ທຸກ​ຊະນິດ. ພວກເຮົາ​ເຄີຍ​ໃຊ້​ຊີວິດ​ໃນ​ຄວາມ​ຊົ່ວຮ້າຍ ແລະ ອິດສາ, ຖືກ​ກຽດຊັງ ແລະ ກຽດຊັງ​ເຊິ່ງກັນແລະກັນ.


ໂດຍ​ຄວາມເຊື່ອ ຣາຮາບ​ຍິງ​ໂສເພນີ​ຈຶ່ງ​ບໍ່​ຖືກ​ຂ້າ​ພ້ອມ​ກັບ​ບັນດາ​ຜູ້​ທີ່​ບໍ່​ເຊື່ອຟັງ ເພາະ​ນາງ​ໄດ້​ຕ້ອນຮັບ​ນັກສືບ.


ເຫດສະນັ້ນ ໃຫ້​ພວກເຮົາ​ພະຍາຍາມ​ທຸກ​ວິຖີທາງ​ທີ່​ຈະ​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ​ນັ້ນ. ເພື່ອວ່າ​ຈະ​ບໍ່​ມີ​ຜູ້ໃດ​ຈິບຫາຍ​ໄປ​ເພາະ​ເຮັດຕາມ​ແບບຢ່າງ​ການ​ບໍ່​ເຊື່ອຟັງ​ຂອງ​ພວກເຂົາ.


ເຖິງ​ແມ່ນ​ວ່າ​ພວກເຈົ້າ​ຍັງ​ບໍ່​ເຫັນ​ພຣະອົງ, ແຕ່​ກໍ​ຮັກ​ພຣະອົງ ແລະ ແມ່ນ​ແຕ່​ໃນ​ເວລາ​ນີ້​ພວກເຈົ້າ​ບໍ່​ເຫັນ​ພຣະອົງ ແຕ່​ກໍ​ເຊື່ອ​ໃນ​ພຣະອົງ ແລະ ເຕັມ​ດ້ວຍ​ຄວາມຍິນດີ​ອັນ​ຍິ່ງໃຫຍ່​ຈົນ​ບໍ່​ສາມາດ​ຈະ​ບັນລະຍາຍ​ໄດ້,


ຂະນະ​ທີ່​ພວກເຈົ້າ​ມາ​ຫາ​ພຣະອົງ​ຜູ້​ເປັນ​ສີລາ​ທີ່​ມີຊີວິດ ເຊິ່ງ​ມະນຸດ​ບໍ່ຍອມຮັບ​ແຕ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ແລະ ມີ​ຄ່າ​ສຳລັບ​ພຣະອົງ.


ແລະ, “ເປັນ​ຫີນ​ທີ່​ເຮັດ​ໃຫ້​ຄົນ​ທັງຫລາຍ​ສະດຸດ ແລະ ເປັນ​ຫີນ​ທີ່​ເຮັດ​ໃຫ້​ພວກເຂົາ​ລົ້ມ​ລົງ”. ພວກເຂົາ​ສະດຸດ​ກໍ​ເພາະ​ພວກເຂົາ​ບໍ່​ເຊື່ອຟັງ​ຖ້ອຍຄຳ​ນັ້ນ ເຊິ່ງ​ກໍ​ເປັນ​ໄປ​ຕາມ​ທີ່​ພວກເຂົາ​ໄດ້​ຖືກ​ກຳນົດ​ໄວ້​ແລ້ວ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka