Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 2:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ພວກເຈົ້າ​ກໍ​ເໝືອນກັນ ພວກເຈົ້າ​ເປັນ​ເໝືອນ​ສີລາ​ທີ່​ມີຊີວິດ ເຊິ່ງ​ກຳລັງ​ໄດ້​ຮັບ​ການ​ກໍ່​ຂຶ້ນ​ເປັນ​ວິຫານ​ຝ່າຍວິນຍານ ເພື່ອ​ເປັນ​ປະໂລຫິດ​ບໍລິສຸດ, ຖວາຍ​ເຄື່ອງບູຊາ​ຝ່າຍວິນຍານ​ທີ່​ພຣະເຈົ້າ​ຍອມຮັບ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ເຈົ້າ​ທັງຫລາຍ​ກໍ​ເປັນ​ເໝືອນ​ຫີນ​ທີ່​ມີ​ຊີວິດ​ຢູ່ ພວກເຈົ້າ​ຈົ່ງ​ຍອມ​ໃຫ້​ພຣະເຈົ້າ​ຊົງ​ກໍ່​ຂຶ້ນ​ເປັນ​ວິຫານ​ຝ່າຍ​ວິນຍານ ເປັນ​ປະໂຣຫິດ​ບໍຣິສຸດ ເພື່ອ​ຖວາຍ​ເຄື່ອງ​ບູຊາ​ຝ່າຍ​ວິນຍານ ຊຶ່ງ​ພໍພຣະໄທ​ຂອງ​ພຣະເຈົ້າ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ.

Uka jalj uñjjattʼäta Copia luraña




1 ເປໂຕ 2:5
34 Jak'a apnaqawi uñst'ayäwi  

ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ ເພື່ອ​ເຫັນແກ່​ຄວາມ​ເມດຕາ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ຮຽກຮ້ອງ​ພວກເຈົ້າ​ທັງຫລາຍ​ໃຫ້​ຖວາຍ​ຮ່າງກາຍ​ຂອງ​ພວກເຈົ້າ​ແກ່​ພຣະເຈົ້າ ເພື່ອ​ເປັນ​ເຄື່ອງຖວາຍ​ບູຊາ​ທີ່​ມີຊີວິດ, ທີ່​ບໍລິສຸດ ແລະ ທີ່​ພໍໃຈ​ພຣະເຈົ້າ ນີ້​ເປັນ​ການນະມັດສະການ​ທີ່​ແທ້ຈິງ ແລະ ເໝາະສົມ.


ເພື່ອ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູຄຣິດເຈົ້າ​ໄປ​ຍັງ​ຄົນຕ່າງຊາດ ເຮັດໜ້າທີ່ປະໂລຫິດ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ ເພື່ອວ່າ​ຄົນຕ່າງຊາດ​ຈະ​ໄດ້​ກາຍເປັນ​ເຄື່ອງຖວາຍບູຊາ​ທີ່​ພຣະເຈົ້າ​ຍອມຮັບ ເຊິ່ງ​ພຣະວິນຍານບໍລິສຸດເຈົ້າ​ໄດ້​ຊຳລະ​ໃຫ້​ບໍລິສຸດ​ແລ້ວ.


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ພວກເຈົ້າ​ເອງ​ເປັນ​ວິຫານ​ຂອງ​ພຣະເຈົ້າ ແລະ ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ສະຖິດ​ຢູ່​ພາຍໃນ​ພວກເຈົ້າ?


ເພາະ​ພວກເຮົາ​ເປັນ​ຜູ້​ຮ່ວມ​ກັນ​ທຳງານ​ໃນ​ການຮັບໃຊ້​ຂອງ​ພຣະເຈົ້າ; ພວກເຈົ້າ​ທັງຫລາຍ​ເປັນ​ໄຮ່ນາ​ຂອງ​ພຣະເຈົ້າ, ເປັນ​ຕຶກ​ຂອງ​ພຣະເຈົ້າ.


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຮ່າງກາຍ​ຂອງ​ພວກເຈົ້າ​ເປັນ​ວິຫານ​ຂອງ​ພຣະວິນຍານບໍລິສຸດເຈົ້າ ຜູ້​ສະຖິດ​ໃນ​ພວກເຈົ້າ, ອົງ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະເຈົ້າ? ພວກເຈົ້າ​ບໍ່ໄດ້​ເປັນ​ເຈົ້າຂອງ​ຕົວ​ພວກເຈົ້າ​ເອງ;


ວິຫານ​ຂອງ​ພຣະເຈົ້າ ແລະ ວິຫານ​ຂອງ​ຮູບເຄົາລົບ​ຈະ​ມີ​ຂໍ້ຕົກລົງ​ກັນ​ໄດ້​ຢ່າງໃດ? ເພາະ​ພວກເຮົາ​ເປັນ​ວິຫານ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່. ຕາມ​ທີ່​ພຣະເຈົ້າ​ໄດ້​ກ່າວ​ວ່າ: “ເຮົາ​ຈະ​ຢູ່​ກັບ​ພວກເຂົາ ແລະ ເດີນ​ຢູ່​ທ່າມກາງ​ພວກເຂົາ ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ເປັນ​ຄົນ​ຂອງ​ເຮົາ”.


ເຫດສະນັ້ນ, ເມື່ອ​ພວກເຮົາ​ມີ​ໂອກາດ ໃຫ້​ພວກເຮົາ​ເຮັດ​ດີ​ຕໍ່​ທຸກຄົນ ໂດຍສະເພາະ​ຕໍ່​ຄົນ​ທີ່​ຢູ່​ໃນ​ຄອບຄົວ​ແຫ່ງ​ຄວາມເຊື່ອ.


ເຊິ່ງ​ເຕັມລົ້ນ​ດ້ວຍ​ຜົນ​ຂອງ​ຄວາມຊອບທຳ​ທີ່​ມາ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ ເພື່ອ​ສະຫງ່າລາສີ ແລະ ການສັນລະເສີນ​ພຣະເຈົ້າ.


ແຕ່​ເຖິງແມ່ນວ່າ ເຮົາ​ຖືກ​ເທ​ອອກ​ເໝືອນ​ດັ່ງ​ເທ​ເຄື່ອງດື່ມ​ຖວາຍ​ໃສ່​ບ່ອນ​ຖວາຍບູຊາ ແລະ ການຮັບໃຊ້​ທີ່​ມາ​ຈາກ​ຄວາມເຊື່ອ​ຂອງ​ພວກເຈົ້າ, ເຮົາ​ກໍ​ຍັງ​ດີໃຈ ແລະ ຊື່ນຊົມຍິນດີ​ຮ່ວມ​ກັບ​ພວກເຈົ້າ​ທຸກຄົນ.


ເຮົາ​ໄດ້​ຮັບ​ຄົບຖ້ວນ ແລະ ໄດ້​ຫລາຍ​ເກີນ​ພຽງພໍ. ເຮົາ​ໄດ້​ຮັບ​ການສະໜອງ​ໃຫ້​ຢ່າງ​ພຽງພໍ, ບັດນີ້ ເຮົາ​ໄດ້​ຮັບ​ຂອງຖວາຍ​ທີ່​ພວກເຈົ້າ​ໄດ້​ສົ່ງ​ມາ​ກັບ​ເອປາໂຟດີໂຕ​ແລ້ວ. ສິ່ງ​ເຫລົ່ານີ້​ເປັນ​ຂອງຖວາຍ​ທີ່​ມີ​ກິ່ນຫອມ, ເປັນ​ເຄື່ອງບູຊາ​ທີ່​ເປັນ​ທີ່​ຍອມຮັບ ແລະ ເປັນ​ທີ່​ພໍໃຈ​ຕໍ່​ພຣະເຈົ້າ.


ແລະ ສິ່ງໃດ​ກໍ​ຕາມ​ທີ່​ພວກເຈົ້າ​ເຮັດ ບໍ່​ວ່າ​ຈະ​ດ້ວຍ​ວາຈາ ຫລື ດ້ວຍ​ການກະທຳ ຈົ່ງ​ເຮັດ​ທຸກສິ່ງ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ, ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ພຣະບິດາ​ໂດຍ​ທາງ​ພຣະອົງ​ນັ້ນ.


ຖ້າ​ເຮົາ​ມາ​ຊ້າ, ພວກເຈົ້າ​ກໍ​ຈະ​ໄດ້​ຮູ້​ວ່າ​ຄົນ​ທັງຫລາຍ​ຄວນ​ປະພຶດຕົນ​ຢ່າງ​ໃດ​ໃນ​ຄົວເຮືອນ​ຂອງ​ພຣະເຈົ້າ ຄື​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່​ອັນ​ເປັນ​ເສົາ​ຫລັກ ແລະ ຮາກຖານ​ແຫ່ງ​ຄວາມຈິງ.


ສ່ວນ​ພຣະຄຣິດເຈົ້າ​ສັດຊື່​ໃນ​ຖານະ​ພຣະບຸດ​ຜູ້​ຄອບຄອງ​ຄົວເຮືອນ​ຂອງ​ພຣະເຈົ້າ. ແລະ ພວກເຮົາ​ທັງຫລາຍ​ກໍ​ຄື​ເຮືອນ​ຂອງ​ພຣະອົງ ຖ້າ​ຫາກ​ພວກເຮົາ​ຢຶດໝັ້ນ​ໃນ​ຄວາມໝັ້ນໃຈ ແລະ ຄວາມຫວັງ​ທີ່​ພວກເຮົາ​ພາກພູມໃຈ​ຢູ່​ນັ້ນ.


ແຕ່​ພວກເຈົ້າ​ເປັນ​ຜູ້​ທີ່​ພຣະເຈົ້າ​ເລືອກ​ໄວ້, ເປັນ​ປະໂລຫິດ​ຫລວງ, ເປັນ​ຊົນຊາດ​ບໍລິສຸດ, ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ, ເພື່ອ​ພວກເຈົ້າ​ຈະ​ໄດ້​ປະກາດ​ຄຳ​ສັນລະເສີນ​ພຣະອົງ​ຜູ້​ເອີ້ນ​ພວກເຈົ້າ​ອອກຈາກ​ຄວາມມືດ​ເຂົ້າ​ສູ່​ຄວາມສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


ຖ້າ​ຜູ້ໃດ​ຈະ​ກ່າວ, ພວກເຂົາ​ກໍ​ຄວນ​ເຮັດ​ເໝືອນ​ເປັນ​ຜູ້​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ. ຖ້າ​ຜູ້ໃດ​ຈະ​ຮັບໃຊ້, ພວກເຂົາ​ກໍ​ຄວນ​ເຮັດ​ດ້ວຍ​ກຳລັງ​ທີ່​ພຣະເຈົ້າ​ໃຫ້, ເພື່ອ​ວ່າ​ພຣະເຈົ້າ​ຈະ​ໄດ້​ຮັບ​ການ​ສັນລະເສີນ​ໃນ​ທຸກສິ່ງ​ໂດຍ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ. ຂໍ​ໃຫ້​ສະຫງ່າລາສີ ແລະ ລິດອຳນາດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ. ອາແມນ.


ເພາະ​ເຖິງ​ເວລາ​ແລ້ວ​ທີ່​ການພິພາກສາ​ຈະ​ເລີ່ມ​ຂຶ້ນ​ທີ່​ຄົວເຮືອນ​ຂອງ​ພຣະເຈົ້າ ແລະ ຖ້າ​ການ​ພິພາກສາ​ເລີ່ມ​ຕົ້ນ​ທີ່​ພວກເຮົາ​ກ່ອນ ແລ້ວ​ຜົນ​ທີ່​ຈະ​ໄດ້​ຮັບ​ຂອງ​ບັນດາ​ຜູ້​ທີ່​ບໍ່​ເຊື່ອຟັງ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ຈະ​ເປັນ​ຢ່າງໃດ?


ແລະ ພຣະອົງ​ໄດ້​ຕັ້ງ​ພວກເຮົາ​ໃຫ້​ເປັນ​ອານາຈັກ ແລະ ເປັນ​ປະໂລຫິດ​ເພື່ອ​ຮັບໃຊ້​ພຣະເຈົ້າ ແລະ ພຣະບິດາ​ຂອງ​ພຣະອົງ, ຂໍ​ໃຫ້​ກຽດ ແລະ ລິດອຳນາດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ! ອາແມນ.


ບັນດາ​ຜູ້​ຮ່ວມ​ໃນ​ການເປັນຄືນມາຈາກຕາຍ​ຄັ້ງ​ທີໜຶ່ງ​ນີ້​ກໍ​ເປັນສຸກ ແລະ ບໍລິສຸດ. ຄວາມຕາຍ​ຄັ້ງ​ທີສອງ​ຈະ​ບໍ່​ມີ​ອຳນາດ​ເໜືອ​ພວກເຂົາ, ແຕ່​ພວກເຂົາ​ຈະ​ເປັນ​ປະໂລຫິດ​ຂອງ​ພຣະເຈົ້າ ແລະ ຂອງ​ພຣະຄຣິດເຈົ້າ ແລະ ຈະ​ປົກຄອງ​ຮ່ວມ​ກັບ​ພຣະອົງ​ເປັນ​ເວລາ​ໜຶ່ງພັນ​ປີ.


ຜູ້ໃດ​ທີ່​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ຕັ້ງ​ຜູ້​ນັ້ນ​ໃຫ້​ເປັນ​ເສົາ​ໜຶ່ງ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ເຮົາ. ພວກເຂົາ​ຈະ​ບໍ່​ຈາກ​ວິຫານ​ໄປ​ອີກ​ຈັກເທື່ອ. ເຮົາ​ຈະ​ຈາລຶກ​ນາມ​ແຫ່ງ​ພຣະເຈົ້າ​ຂອງ​ເຮົາ ແລະ ຊື່​ນະຄອນ​ຂອງ​ພຣະເຈົ້າ​ຂອງ​ເຮົາ​ຄື​ເຢຣູຊາເລັມ​ໃໝ່, ເຊິ່ງ​ພຣະເຈົ້າ​ຂອງ​ເຮົາ​ກຳລັງ​ສົ່ງ​ລົງ​ມາ​ແຕ່​ສະຫວັນ​ຈາກ​ພຣະເຈົ້າ​ຂອງ​ເຮົາ​ໄວ້​ເທິງ​ໂຕ​ຂອງ​ພວກເຂົາ ແລະ ເຮົາ​ຈະ​ຈາລຶກ​ນາມ​ໃໝ່​ຂອງ​ເຮົາ​ໄວ້​ເທິງ​ໂຕ​ຂອງ​ພວກເຂົາ​ເໝືອນກັນ.


ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ເປັນ​ອານາຈັກ ແລະ ເປັນ​ປະໂລຫິດ​ເພື່ອ​ຮັບໃຊ້​ພຣະເຈົ້າ​ຂອງ​ພວກເຮົາ, ແລະ ພວກເຂົາ​ຈະ​ປົກຄອງ​ເທິງ​ແຜ່ນດິນໂລກ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka