Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 2:25 - ພຣະຄຳພີລາວສະບັບສະໄໝໃໝ່

25 ເພາະ “ພວກເຈົ້າ​ເປັນ​ເໝືອນດັ່ງ​ແກະ​ທີ່​ຫລົງ​ທາງ”, ແຕ່​ບັດນີ້​ໄດ້​ກັບ​ມາ​ຫາ​ພຣະ​ຜູ້ລ້ຽງ ແລະ ຜູ້​ດູແລ​ຈິດວິນຍານ​ຂອງ​ພວກເຈົ້າ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

25 ເພາະວ່າ ພວກເຈົ້າ​ເປັນ​ເໝືອນ​ດັ່ງ​ແກະ​ທີ່​ຫລົງ​ເສຍ​ໄປ, ແຕ່​ບັດນີ້​ພວກເຈົ້າ​ຖືກ​ນຳ​ຄືນ​ມາ​ຫາ​ພຣະຜູ້ລ້ຽງ ແລະ​ຜູ້​ເບິ່ງແຍງ​ຈິດ​ວິນຍານ​ຂອງ​ພວກເຈົ້າ​ແລ້ວ.

Uka jalj uñjjattʼäta Copia luraña




1 ເປໂຕ 2:25
24 Jak'a apnaqawi uñst'ayäwi  

“ພວກເຈົ້າ​ຄິດ​ຢ່າງໃດ? ຖ້າ​ຄົນ​ຜູ້​ໜຶ່ງ​ມີ​ແກະ​ຢູ່​ໜຶ່ງຮ້ອຍ​ໂຕ ແລະ ໜຶ່ງ​ໃນ​ຈໍານວນ​ນັ້ນ​ຫລົງເສຍ​ໄປ ລາວ​ຈະ​ບໍ່​ປະ​ແກະ​ເກົ້າສິບເກົ້າ​ໂຕ​ໄວ້​ເທິງ​ເນີນພູ ແລ້ວ​ໄປ​ຊອກຫາ​ໂຕ​ທີ່​ຫລົງຫາຍ​ໄປ​ນັ້ນ​ບໍ?


ເມື່ອ​ພຣະອົງ​ແນມ​ເຫັນ​ປະຊາຊົນ​ຈໍານວນ​ຫລວງຫລາຍ ພຣະອົງ​ກໍ​ມີ​ໃຈ​ສົງສານ​ພວກເຂົາ ເພາະ​ພວກເຂົາ​ຖືກ​ລົບກວນ ແລະ ຂາດ​ທີ່​ເພິ່ງພາ​ເໝືອນ​ແກະ​ທີ່​ບໍ່​ມີ​ຜູ້ລ້ຽງ.


ຈົ່ງ​ລະວັງ​ທັງ​ພວກທ່ານ​ເອງ ແລະ ຝູງ​ແກະ​ທີ່​ພຣະວິນຍານບໍລິສຸດເຈົ້າ​ຕັ້ງ​ພວກທ່ານ​ໃຫ້​ເປັນ​ຜູ້ປົກຄອງ. ຈົ່ງ​ເປັນ​ຜູ້​ລ້ຽງແກະ​ສຳລັບ​ຄຣິສຕະຈັກ​ຂອງ​ພຣະເຈົ້າ ເຊິ່ງ​ໄຖ່​ມາ​ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ.


ຂໍ​ໃຫ້​ພຣະເຈົ້າ​ແຫ່ງ​ສັນຕິສຸກ, ຜູ້​ທີ່​ຜ່ານ​ໂລຫິດ​ແຫ່ງ​ພັນທະສັນຍາ​ນິລັນດອນ​ໄດ້​ນໍາ​ເອົາ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ເປັນຄືນມາຈາກຕາຍ, ຜູ້​ເປັນ​ພຣະຜູ້ລ້ຽງ​ອົງ​ຍິ່ງໃຫຍ່​ຂອງ​ຝູງ​ແກະ​ນັ້ນ.


ເຫດສະນັ້ນ ພີ່ນ້ອງ​ຜູ້​ບໍລິສຸດ​ທັງຫລາຍ, ຜູ້​ຮ່ວມ​ໃນ​ການ​ເອີ້ນ​ຈາກ​ສະຫວັນ, ຈົ່ງ​ໃຫ້​ຄວາມຄິດ​ຂອງ​ພວກເຈົ້າ​ຈົດຈໍ່​ຢູ່​ທີ່​ພຣະເຢຊູເຈົ້າ, ຜູ້​ທີ່​ພວກເຮົາ​ຍອມຮັບ​ວ່າ​ເປັນ​ອັກຄະສາວົກ ແລະ ເປັນ​ມະຫາ​ປະໂລຫິດ​ຂອງ​ພວກເຮົາ.


ເພິ່ນ​ສາມາດ​ປະຕິບັດ​ຢ່າງ​ອ່ອນໂຍນ​ຕໍ່​ຄົນ​ທີ່​ຮູ້​ເທົ່າ​ບໍ່​ເຖິງ​ການ ແລະ ຄົນ​ຫລົງຜິດ​ໄດ້ ເພາະ​ເພິ່ນ​ເອງ​ກໍ​ມີ​ຄວາມອ່ອນແອ​ເໝືອນກັນ.


ໃນ​ອະດີດ​ບໍ່​ເຊື່ອຟັງ ເມື່ອ​ເວລາ​ທີ່​ພຣະເຈົ້າ​ອົດທົນ​ລໍຖ້າ​ໃນ​ສະໄໝ​ຂອງ​ໂນອາ​ຂະນະ​ທີ່​ເພິ່ນ​ສ້າງ​ເຮືອ. ໃນ​ເຮືອ​ນີ້​ມີ​ຄົນ​ທີ່​ຢູ່​ບໍ່​ຫລາຍ ຄື​ແປດ​ຄົນ​ເທົ່ານັ້ນ​ທີ່​ພຣະເຈົ້າ​ໄດ້​ໃຊ້​ນ້ຳ​ຊ່ວຍ​ພວກເຂົາ​ໃຫ້​ລອດ.


ແລະ ເມື່ອ​ຫົວໜ້າ​ຂອງ​ຜູ້ລ້ຽງແກະ​ມາ​ປາກົດ ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ສະຫງ່າລາສີ​ທີ່​ບໍ່​ມີ​ວັນ​ຈາງຫາຍໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka