Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 2:24 - ພຣະຄຳພີລາວສະບັບສະໄໝໃໝ່

24 “ພຣະອົງ​ເອງ​ຮັບ​ແບກ​ຄວາມບາບ​ຂອງ​ພວກເຮົາ” ໄວ້​ໃນ​ກາຍ​ຂອງ​ພຣະອົງ​ເທິງ​ໄມ້ກາງແຂນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ຕໍ່​ຄວາມບາບ ແລະ ມີຊີວິດ​ຢູ່​ເພື່ອ​ຄວາມຊອບທຳ ແລະ “ດ້ວຍ​ບາດແຜ​ຂອງ​ພຣະອົງ​ພວກເຈົ້າ​ທັງຫລາຍ​ກໍ​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

24 ໃນ​ພຣະກາຍ​ຂອງ​ພຣະອົງ​ເອງ ພຣະອົງ​ໄດ້​ຊົງ​ຮັບ​ແບກ​ບາບ​ຂອງ​ພວກເຮົາ​ໄປ​ເຖິງ​ຕົ້ນໄມ້​ນັ້ນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ເສຍ​ຝ່າຍ​ການບາບ ແລະ​ມີ​ຊີວິດ​ຝ່າຍ​ຄວາມ​ຊອບທຳ, ດ້ວຍ​ບາດແຜ​ຂອງ​ພຣະອົງ ເຈົ້າ​ທັງຫລາຍ​ກໍດີ​ປົກກະຕິ​ແລ້ວ.

Uka jalj uñjjattʼäta Copia luraña




1 ເປໂຕ 2:24
50 Jak'a apnaqawi uñst'ayäwi  

ແລ້ວ​ປີລາດ​ຈຶ່ງ​ປ່ອຍ​ບາຣາບາ​ໃຫ້​ພວກເຂົາ ແຕ່​ເພິ່ນ​ໄດ້​ໃຫ້​ຄົນ​ຂ້ຽນຕີ​ພຣະເຢຊູເຈົ້າ ແລະ ມອບ​ພຣະອົງ​ໃຫ້​ໄປ​ຄຶງ​ທີ່​ໄມ້ກາງແຂນ.


ເພາະ​ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ​ຖ້າ​ຄວາມຊອບທຳ​ຂອງ​ພວກເຈົ້າ​ບໍ່​ຫລາຍ​ກວ່າ​ຂອງ​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ແລ້ວ, ພວກເຈົ້າ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ສະຫວັນ​ບໍ່​ໄດ້​ຢ່າງ​ແນ່ນອນ.


ນີ້​ແມ່ນ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ເອຊາຢາ​ວ່າ: “ພຣະອົງ​ໄດ້​ຮັບ​ຄວາມເຈັບປ່ວຍ​ທັງຫລາຍ​ຂອງ​ພວກເຮົາ ແລະ ແບກ​ຮັບ​ພະຍາດ​ຕ່າງໆ​ຂອງ​ພວກເຮົາ​ໄວ້”.


ເພື່ອ​ເອົາໃຈ​ປະຊາຊົນ ປີລາດ​ຈຶ່ງ​ປ່ອຍ​ບາຣາບາ​ໃຫ້​ພວກເຂົາ. ເພິ່ນ​ໄດ້​ໃຫ້​ຄົນ​ຂ້ຽນຕີ​ພຣະເຢຊູເຈົ້າ ແລະ ມອບ​ພຣະອົງ​ໃຫ້​ໄປ​ຄຶງ​ທີ່​ໄມ້ກາງແຂນ.


“ພຣະວິນຍານ​ຂອງ​ອົງພຣະຜູ້ເປັນເຈົ້າ​ຢູ່​ເທິງ​ຂ້ານ້ອຍ ເພາະ​ພຣະອົງ​ເຈີມ​ແຕ່ງຕັ້ງ​ຂ້ານ້ອຍ​ໄວ້ ໃຫ້​ປະກາດ​ຂ່າວປະເສີດ​ແກ່​ຄົນຍາກຈົນ. ພຣະອົງ​ໃຊ້​ຂ້ານ້ອຍ​ໄປ​ປະກາດ​ອິດສະຫລະພາບ​ແກ່​ນັກໂທດ ແລະ ໃຫ້​ຄົນຕາບອດ​ໄດ້​ເຫັນຮຸ່ງ, ປົດປ່ອຍ​ຜູ້​ທີ່​ຖືກ​ກົດຂີ່ຂົ່ມເຫັງ​ໃຫ້​ເປັນ​ອິດສະຫລະ,


ໃນ​ວັນ​ຕໍ່ມາ​ໂຢຮັນ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ມາຫາ​ຕົນ ແລະ ຈຶ່ງ​ກ່າວ​ວ່າ, “ເບິ່ງ​ແມ! ລູກແກະ​ຂອງ​ພຣະເຈົ້າ ຜູ້​ຮັບ​ເອົາ​ບາບ​ຂອງ​ໂລກ​ໄປ!


ຫລັງຈາກ​ນັ້ນ ປີລາດ​ຈຶ່ງ​ໃຫ້​ເອົາ​ພຣະເຢຊູເຈົ້າ​ໄປ​ຂ້ຽນຕີ.


ແຕ່​ຍອມຮັບ​ຄົນ​ຈາກ​ທຸກ​ຊາດ​ທີ່​ຢຳເກງ​ພຣະອົງ ແລະ ເຮັດ​ສິ່ງ​ທີ່​ຖືກຕ້ອງ.


“ພວກຂ້າພະເຈົ້າ​ເປັນ​ພະຍານ​ເຖິງ​ທຸກສິ່ງ​ທີ່​ພຣະອົງ​ກະທຳ ທັງ​ໃນ​ດິນແດນ​ຂອງ​ຊາວ​ຢິວ ແລະ ໃນ​ເຢຣູຊາເລັມ. ພວກເຂົາ​ໄດ້​ຂ້າ​ພຣະອົງ​ໂດຍ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ,


ເມື່ອ​ພວກເຂົາ​ໄດ້​ເຮັດ​ຕາມ​ທຸກ​ຢ່າງ​ທີ່​ມີ​ຂຽນ​ໄວ້​ກ່ຽວກັບ​ພຣະອົງ​ແລ້ວ, ພວກເຂົາ​ກໍ​ນຳ​ສົບ​ຂອງ​ພຣະອົງ​ລົງ​ມາ​ຈາກ​ໄມ້ກາງແຂນ ແລະ ວາງ​ພຣະອົງ​ໄວ້​ໃນ​ອຸບມຸງ.


ພຣະເຢຊູເຈົ້າ​ທີ່​ພວກທ່ານ​ທັງຫລາຍ​ໄດ້​ຂ້າ​ໂດຍ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ນັ້ນ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ເຮັດ​ໃຫ້​ເປັນຄືນມາຈາກຕາຍ​ແລ້ວ.


ໃນ​ທຳນອງດຽວກັນ ຈົ່ງ​ຖື​ວ່າ​ພວກເຈົ້າ​ເອງ​ໄດ້​ຕາຍ​ຕໍ່​ຄວາມບາບ​ແລ້ວ ແຕ່​ມີຊີວິດ​ຢູ່​ເພື່ອ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ.


ຢ່າ​ມອບ​ອະໄວຍະວະ​ສ່ວນ​ໃດ​ໃນ​ຮ່າງກາຍ​ຂອງ​ພວກເຈົ້າ​ໃຫ້​ແກ່​ຄວາມບາບ ເພື່ອ​ເປັນ​ເຄື່ອງມື​ຂອງ​ຄວາມ​ຊົ່ວຮ້າຍ ແຕ່​ຈົ່ງ​ຖວາຍ​ໂຕ​ຂອງ​ພວກເຈົ້າ​ເອງ​ແກ່​ພຣະເຈົ້າ​ໃນ​ຖານະ​ເປັນ​ຜູ້​ທີ່​ຖືກ​ບັນດານ​ໃຫ້​ເປັນຄືນມາຈາກຕາຍ​ສູ່​ຊີວິດ; ແລະ ຈົ່ງ​ຖວາຍ​ອະໄວຍະວະ​ທຸກ​ສ່ວນ​ໃນ​ຮ່າງກາຍ​ຂອງ​ພວກເຈົ້າ​ແກ່​ພຣະອົງ ເພື່ອ​ເປັນ​ເຄື່ອງມື​ຂອງ​ຄວາມຊອບທຳ.


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ເມື່ອ​ພວກເຈົ້າ​ຍອມ​ມອບ​ພວກເຈົ້າ​ເອງ​ໃຫ້​ເຊື່ອຟັງ​ຢ່າງ​ຂ້າທາດ​ຕໍ່​ຜູ້ໃດ ພວກເຈົ້າ​ກໍ​ເປັນ​ຂ້າທາດ​ຂອງ​ຜູ້​ທີ່​ພວກເຈົ້າ​ເຊື່ອຟັງ​ນັ້ນ? ບໍ່​ວ່າ​ພວກເຈົ້າ​ຈະ​ເປັນ​ຂ້າທາດ​ຂອງ​ຄວາມບາບ ເຊິ່ງ​ນຳ​ໄປ​ສູ່​ຄວາມຕາຍ ຫລື ເປັນ​ຂ້າທາດ​ຂອງ​ການເຊື່ອຟັງ ເຊິ່ງ​ນຳໄປ​ສູ່​ຄວາມຊອບທຳ.


ບໍ່​ເປັນ​ຢ່າງນັ້ນ​ດອກ! ພວກເຮົາ​ເປັນ​ຜູ້​ທີ່​ໄດ້​ຕາຍ​ຕໍ່​ບາບກຳ​ນັ້ນ​ແລ້ວ; ພວກເຮົາ​ຈະ​ດຳເນີນຊີວິດ​ໃນ​ຄວາມບາບ​ນັ້ນ​ຕໍ່ໄປ​ໄດ້​ຢ່າງໃດ?


ແຕ່​ບັດນີ້​ພວກເຈົ້າ​ໄດ້​ເປັນ​ອິດສະຫລະ​ຈາກ​ຄວາມບາບ​ແລ້ວ ແລະ ໄດ້​ກາຍເປັນ​ຂ້າທາດ​ຂອງ​ພຣະເຈົ້າ​ແລ້ວ, ປະໂຫຍດ​ທີ່​ພວກເຈົ້າ​ໄດ້​ຮັບ​ນັ້ນ​ນຳ​ໄປ​ສູ່​ຄວາມບໍລິສຸດ ແລະ ຜົນ​ທີ່​ໄດ້​ຮັບ​ກໍ​ຄື​ຊີວິດ​ນິລັນດອນ.


ເພາະວ່າ ຜູ້ໃດ​ທີ່​ຕາຍ​ໄປ​ແລ້ວ​ກໍ​ເປັນ​ອິດສະຫລະ​ຈາກ​ຄວາມບາບ.


ແຕ່​ບັດນີ້ ໂດຍ​ການຕາຍ​ຕໍ່​ສິ່ງ​ທີ່​ຄັ້ງ​ໜຶ່ງ​ເຄີຍ​ຜູກມັດ​ພວກເຮົາ ພວກເຮົາ​ກໍ​ໄດ້​ຮັບ​ການປົດປ່ອຍ​ຈາກ​ກົດບັນຍັດ​ແລ້ວ ເພື່ອ​ຮັບໃຊ້​ຕາມ​ທາງ​ໃໝ່​ຄື​ຕາມ​ພຣະວິນຍານບໍລິສຸດເຈົ້າ, ບໍ່​ແມ່ນ​ຕາມ​ທາງ​ເກົ່າ ຄື​ຕາມ​ກົດບັນຍັດ​ທີ່​ເປັນ​ຕົວອັກສອນ.


ເພາະ​ເລື່ອງ​ທີ່​ເຮົາ​ໄດ້ຮັບ​ໄວ້​ແລ້ວ​ນັ້ນ ເຮົາ​ໄດ້​ຖ່າຍ​ທອດ​ໃຫ້​ແກ່​ພວກເຈົ້າ​ນັ້ນ​ເປັນ​ເລື່ອງ​ທີ່​ສຳຄັນ​ທີ່ສຸດ​ຄື: ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ຄວາມຜິດບາບ​ຂອງ​ພວກເຮົາ​ທັງຫລາຍ​ຕາມ​ທີ່​ໄດ້​ຂຽນ​ໄວ້​ໃນ​ພຣະຄຳພີ,


ດັ່ງນັ້ນ “ອົງພຣະຜູ້ເປັນເຈົ້າ​ກ່າວ​ວ່າ, ຈົ່ງ​ອອກມາ ແລະ ແຍກ​ອອກ​ຈາກ​ພວກເຂົາ. ຢ່າ​ແຕະຕ້ອງ​ສິ່ງ​ທີ່​ເປັນມົນທິນ ແລ້ວ​ເຮົາ​ຈະ​ຮັບ​ພວກເຈົ້າ”.


ພຣະຄຣິດເຈົ້າ​ໄດ້​ໄຖ່​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄຳສາບແຊ່ງ​ຂອງ​ກົດບັນຍັດ​ໂດຍ​ກາຍເປັນ​ຜູ້​ຖືກ​ສາບແຊ່ງ​ແທນ​ພວກເຮົາ, ເພາະ​ມີ​ຄຳ​ຂຽນໄວ້​ວ່າ: “ຜູ້ໃດ​ທີ່​ຖືກ​ແຂວນ​ເທິງ​ຕົ້ນໄມ້​ກໍ​ຖືກ​ສາບແຊ່ງ​ແລ້ວ”.


(ດ້ວຍວ່າ​ຜົນ​ຂອງ​ຄວາມສະຫວ່າງ​ປະກອບ​ດ້ວຍ​ຄວາມດີ, ຄວາມຊອບທຳ ແລະ ຄວາມຈິງ​ທຸກ​ຢ່າງ)


ເຊິ່ງ​ເຕັມລົ້ນ​ດ້ວຍ​ຜົນ​ຂອງ​ຄວາມຊອບທຳ​ທີ່​ມາ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ ເພື່ອ​ສະຫງ່າລາສີ ແລະ ການສັນລະເສີນ​ພຣະເຈົ້າ.


ພຣະອົງ​ຍົກເລີກ​ໜັງສື​ສັນຍາ​ທີ່​ຜູກມັດ​ພວກເຮົາ​ດ້ວຍ​ກົດເກນ​ຕ່າງໆ ເຊິ່ງ​ຂັດຂວາງ ແລະ ຕໍ່ຕ້ານ​ພວກເຮົາ ພຣະອົງ​ເອົາ​ໜັງສື​ນີ້​ອອກ​ໄປ​ຄຶງ​ໄວ້​ທີ່​ໄມ້ກາງແຂນ.


ໃນ​ເມື່ອ​ພວກເຈົ້າ​ໄດ້​ຕາຍ​ກັບ​ພຣະຄຣິດເຈົ້າ ພົ້ນ​ຈາກ​ຫລັກການພື້ນຖານ​ຕ່າງໆ​ຂອງ​ໂລກ​ນີ້​ແລ້ວ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຍັງ​ເປັນ​ຂອງ​ຝ່າຍ​ໂລກ, ເປັນ​ຫຍັງ​ພວກເຈົ້າ​ຈຶ່ງ​ຍັງ​ປະຕິບັດ​ຕາມ​ກົດເກນ​ເຫລົ່ານີ້​ທີ່​ວ່າ:


ດ້ວຍວ່າ ພວກເຈົ້າ​ໄດ້​ຕາຍ​ແລ້ວ ແລະ ບັດນີ້​ຊີວິດ​ຂອງ​ພວກເຈົ້າ​ກໍ​ຖືກ​ເຊື່ອງຊ້ອນ​ໄວ້​ດ້ວຍ​ກັນ​ກັບ​ພຣະຄຣິດເຈົ້າ​ໃນ​ພຣະເຈົ້າ.


ແລະ ໂດຍ​ຄວາມ​ປະສົງ​ນີ້, ພວກເຮົາ​ທັງຫລາຍ​ຈຶ່ງ​ໄດ້​ຮັບ​ການຊຳລະ​ໃຫ້​ບໍລິສຸດ​ໂດຍ​ການ​ຖວາຍ​ກາຍ​ຂອງ​ພຣະເຢຊູຄຣິດເຈົ້າ​ເປັນ​ເຄື່ອງບູຊາ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ.


ເຫດສະນັ້ນ, ເມື່ອ​ພຣະຄຣິດເຈົ້າ​ເຂົ້າ​ມາ​ໃນ​ໂລກ ພຣະອົງ​ໄດ້​ກ່າວ​ວ່າ: “ເຄື່ອງບູຊາ ແລະ ຂອງຖວາຍ​ພຣະອົງ​ບໍ່​ຕ້ອງການ, ແຕ່​ພຣະອົງ​ໄດ້​ຈັດຕຽມ​ຮ່າງກາຍ​ໜຶ່ງ​ໄວ້​ສຳລັບ​ຂ້ານ້ອຍ.


“ຈົ່ງ​ເຮັດ​ທາງ​ໃຫ້​ຮາບພຽງ​ສຳລັບ​ຕີນ​ຂອງ​ເຈົ້າ” ເພື່ອວ່າ​ຄົນຂາເປັ້ຍ​ນັ້ນ​ຈະ​ບໍ່​ພິການ, ແຕ່​ຈະ​ຫາຍດີ​ເປັນ​ປົກກະຕິ.


ມະຫາ​ປະໂລຫິດ​ຢ່າງ​ນີ້​ແຫລະ​ທີ່​ຕອບສະຫນອງ​ຄວາມຈຳເປັນ​ຂອງ​ພວກເຮົາ​ໄດ້ ຄື​ປະໂລຫິດ​ຜູ້​ບໍລິສຸດ, ບໍ່​ມີ​ຕຳໜິ, ບໍ່ມີມົນທິນ, ແຍກ​ຈາກ​ບັນດາ​ຄົນບາບ, ເປັນ​ທີ່​ເທີດທູນ​ເໜືອ​ຟ້າສະຫວັນ.


ດັ່ງນັ້ນ ພຣະຄຣິດເຈົ້າ​ກໍ​ຖວາຍ​ພຣະອົງ​ເອງ​ຄັ້ງ​ດຽວ​ເພື່ອ​ລຶບລ້າງ​ບາບ​ຂອງ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ ແລະ ພຣະອົງ​ຈະ​ມາ​ປາກົດ​ເປັນ​ຄັ້ງ​ທີ​ສອງ ບໍ່ແມ່ນ​ເພື່ອ​ຮັບແບກ​ຄວາມບາບ​ແຕ່​ເພື່ອ​ນຳ​ເອົາ​ຄວາມພົ້ນ​ມາ​ສູ່​ບັນດາ​ຜູ້​ທີ່​ລໍຄອຍ​ພຣະອົງ.


ເຫດສະນັ້ນ ຈົ່ງ​ສາລະພາບ​ຄວາມບາບ​ຂອງ​ພວກເຈົ້າ​ຕໍ່​ກັນແລະກັນ ແລະ ອະທິຖານ​ເພື່ອ​ກັນແລະກັນ ເພື່ອ​ວ່າ​ພວກເຈົ້າ​ຈະ​ຫາຍດີ. ຄຳອະທິຖານ​ຂອງ​ຄົນ​ຊອບທຳ​ນັ້ນ​ມີ​ພະລັງ ແລະ ເກີດຜົນ.


ຖ້າ​ພວກເຈົ້າ​ຮູ້ຈັກ​ວ່າ​ພຣະອົງ​ຊອບທຳ, ພວກເຈົ້າ​ກໍ​ຮູ້ຈັກ​ວ່າ​ທຸກຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກໍ​ໄດ້​ເກີດ​ຈາກ​ພຣະອົງ.


ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ຢ່າ​ປ່ອຍ​ໃຫ້​ຜູ້ໃດ​ມາ​ຊັກຈູງ​ພວກເຈົ້າ​ໃຫ້​ຫລົງຜິດ. ຜູ້​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກໍ​ເປັນ​ຜູ້ຊອບທຳ ເໝືອນດັ່ງ​ທີ່​ພຣະອົງ​ຊອບທຳ.


ລົງ​ມາ​ກາງ​ຖະໜົນ​ໃຫຍ່​ຂອງ​ນະຄອນ​ນັ້ນ. ສອງ​ຟາກ​ຂອງ​ແມ່ນ້ຳ​ນັ້ນ​ມີ​ຕົ້ນໄມ້​ແຫ່ງ​ຊີວິດ​ຕັ້ງ​ຢູ່ ເຊິ່ງ​ເກີດຜົນ​ສິບສອງ​ເທື່ອ, ຄື​ເກີດຜົນ​ທຸກ​ເດືອນ. ແລະ ໃບ​ຂອງ​ຕົ້ນໄມ້​ນັ້ນ​ໃຊ້​ຮັກສາ​ບັນດາ​ປະຊາຊາດ​ໃຫ້​ຫາຍດີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka