Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 2:20 - ພຣະຄຳພີລາວສະບັບສະໄໝໃໝ່

20 ແຕ່​ຖ້າຫາກ​ພວກເຈົ້າ​ຖືກ​ຂ້ຽນຕີ​ເພາະ​ໄດ້​ເຮັດຜິດ ເຖິງ​ພວກເຈົ້າ​ຍອມ​ທົນ​ກໍ​ຈະ​ນັບ​ເປັນ​ຄວາມດີ​ໄດ້​ຢ່າງໃດ? ແຕ່​ຖ້າ​ພວກເຈົ້າ​ຕ້ອງ​ທົນທຸກ​ເພາະ​ເຮັດດີ ແລະ ພວກເຈົ້າ​ຍອມ​ທົນ​ເອົາ ນີ້​ເປັນ​ສິ່ງ​ທີ່​ໜ້າ​ຍົກຍ້ອງ​ຕໍ່ໜ້າ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

20 ເພາະ​ຖ້າ​ພວກເຈົ້າ​ເຮັດ​ການ​ຊົ່ວ ແລະ​ອົດທົນ​ເອົາ​ການ​ຂ້ຽນຕີ​ເພາະ​ເຮັດ​ຊົ່ວ ຈະ​ເປັນ​ການດີ​ການຊອບ​ຢ່າງ​ໃດ? ແຕ່​ຖ້າ​ພວກເຈົ້າ​ເຮັດ​ການ​ດີ ແລະ​ອົດທົນ​ເອົາ​ຄວາມ​ທຸກ​ທໍລະມານ​ເພາະ​ການ​ດີ​ນັ້ນ ເຈົ້າ​ກໍ​ເປັນ​ທີ່​ພໍພຣະໄທ​ຕໍ່​ພຣະພັກ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




1 ເປໂຕ 2:20
14 Jak'a apnaqawi uñst'ayäwi  

ແລ້ວ​ພວກເຂົາ​ກໍ​ຖົ່ມ​ນ້ຳລາຍ​ໃສ່​ໜ້າ​ຂອງ​ພຣະອົງ ແລະ ທຸບຕີ​ພຣະອົງ​ດ້ວຍ​ກຳປັ້ນ​ຂອງ​ພວກເຂົາ. ຄົນ​ອື່ນໆ​ກໍ​ຕົບ​ພຣະອົງ


ແລະ ຖ້າ​ພວກເຈົ້າ​ຕ້ອນຮັບ​ສະເພາະ​ແຕ່​ພວກ​ພີ່ນ້ອງ​ຂອງ​ຕົນ​ເທົ່ານັ້ນ ພວກເຈົ້າ​ເຮັດ​ຫຍັງ​ດີ​ຫລາຍ​ກວ່າ​ຄົນ​ອື່ນ​ແດ່? ແມ່ນ​ແຕ່​ຄົນທີ່ບໍ່ເຊື່ອ​ພຣະເຈົ້າ​ກໍ​ເຮັດ​ຢ່າງ​ນັ້ນ​ບໍ່​ແມ່ນ​ບໍ?


ມີ​ບາງຄົນ​ໃນ​ພວກເຂົາ​ໄດ້​ເລີ່ມ​ຖົ່ມ​ນ້ຳລາຍ​ໃສ່​ພຣະອົງ, ພວກເຂົາ​ເອົາ​ຜ້າ​ປິດ​ຕາ​ພຣະອົງ ແລະ ທຸບຕີ​ພຣະອົງ​ດ້ວຍ​ກຳປັ້ນ​ຂອງ​ພວກເຂົາ ແລະ ເວົ້າ​ວ່າ, “ທວາຍ​ເບິ່ງ​ດູ” ແມ່ນ​ຜູ້ໃດ​ຕີ​ເຈົ້າ ແລ້ວ​ພວກ​ຍາມ​ກໍ​ເອົາ​ພຣະອົງ​ໄປ ແລະ ທຸບຕີ​ພຣະອົງ.


“ຖ້າ​ພວກເຈົ້າ​ຮັກ​ແຕ່​ຜູ້​ທີ່​ຮັກ​ພວກເຈົ້າ​ເທົ່ານັ້ນ ພວກເຈົ້າ​ຈະ​ໄດ້​ປະໂຫຍດ​ອັນໃດ? ແມ່ນແຕ່​ບັນດາ​ຄົນບາບ​ກໍ​ຍັງ​ຮັກ​ຄົນ​ທີ່​ຮັກ​ພວກເຂົາ​ເໝືອນກັນ.


ຈົນເຖິງ​ເວລາ​ນີ້ ພວກເຮົາ​ຫິວເຂົ້າ ແລະ ຫິວນ້ຳ, ພວກເຮົາ​ຂາດ​ເຄື່ອງນຸ່ງຫົ່ມ, ພວກເຮົາ​ຖືກ​ທາລຸນ​ຢ່າງ​ໂຫດຮ້າຍ ແລະ ພວກເຮົາ​ບໍ່​ມີ​ບ່ອນ​ພັກພາອາໄສ.


ຖ້າ​ຮ້ອນຮົນ​ເພາະ​ຄວາມຫວັງດີ​ກໍ​ດີ​ຢູ່ ແລະ ໃຫ້​ເປັນ​ເຊັ່ນ​ນັ້ນ​ຕະຫລອດ, ບໍ່ແມ່ນ​ສະເພາະ​ແຕ່​ເວລາ​ທີ່​ເຮົາ​ຢູ່​ກັບ​ພວກເຈົ້າ.


ແລະ ຈົ່ງ​ພິສູດ​ວ່າ​ອັນໃດ​ເປັນ​ທີ່​ອົງພຣະຜູ້ເປັນເຈົ້າ​ພໍໃຈ.


ເຮົາ​ໄດ້​ຮັບ​ຄົບຖ້ວນ ແລະ ໄດ້​ຫລາຍ​ເກີນ​ພຽງພໍ. ເຮົາ​ໄດ້​ຮັບ​ການສະໜອງ​ໃຫ້​ຢ່າງ​ພຽງພໍ, ບັດນີ້ ເຮົາ​ໄດ້​ຮັບ​ຂອງຖວາຍ​ທີ່​ພວກເຈົ້າ​ໄດ້​ສົ່ງ​ມາ​ກັບ​ເອປາໂຟດີໂຕ​ແລ້ວ. ສິ່ງ​ເຫລົ່ານີ້​ເປັນ​ຂອງຖວາຍ​ທີ່​ມີ​ກິ່ນຫອມ, ເປັນ​ເຄື່ອງບູຊາ​ທີ່​ເປັນ​ທີ່​ຍອມຮັບ ແລະ ເປັນ​ທີ່​ພໍໃຈ​ຕໍ່​ພຣະເຈົ້າ.


ເພາະ​ຜູ້​ທີ່​ຍອມ​ທຸກທໍລະມານ​ຢ່າງ​ບໍ່ຍຸຕິທຳ​ເພາະ​ພວກເຂົາ​ສຳນຶກ​ໃນ​ພຣະເຈົ້າ​ນັ້ນ​ກໍ​ໜ້າ​ຍົກຍ້ອງ.


ແຕ່​ເຖິງ​ແມ່ນ​ວ່າ​ພວກເຈົ້າ​ຕ້ອງ​ທົນທຸກ​ຍ້ອນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ພວກເຈົ້າ​ກໍ​ໄດ້​ຮັບ​ພອນ. “ຢ່າ​ຢ້ານກົວ​ຕໍ່​ການກະທຳ​ຂອງ​ພວກເຂົາ, ຢ່າ​ວິຕົກ​ກັງວົນໃຈ​ເລີຍ”.


ເພາະ​ຖ້າ​ເປັນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ໃຫ້​ພວກເຈົ້າ​ທົນທຸກ​ເນື່ອງ​ຈາກ​ການ​ເຮັດດີ​ກໍ​ດີ​ກວ່າ​ທົນທຸກ​ເພາະ​ການ​ເຮັດ​ຊົ່ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka