Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 2:19 - ພຣະຄຳພີລາວສະບັບສະໄໝໃໝ່

19 ເພາະ​ຜູ້​ທີ່​ຍອມ​ທຸກທໍລະມານ​ຢ່າງ​ບໍ່ຍຸຕິທຳ​ເພາະ​ພວກເຂົາ​ສຳນຶກ​ໃນ​ພຣະເຈົ້າ​ນັ້ນ​ກໍ​ໜ້າ​ຍົກຍ້ອງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

19 ຖ້າ​ພວກເຈົ້າ​ທົນ​ຄວາມ​ທຸກ​ລຳບາກ​ອັນ​ບໍ່​ເປັນທຳ ເນື່ອງ​ຈາກ​ຄວາມເຊື່ອ​ໃນ​ພຣະເຈົ້າ ພຣະອົງ​ຈະ​ຊົງ​ອວຍພອນ​ແກ່​ພວກເຈົ້າ.

Uka jalj uñjjattʼäta Copia luraña




1 ເປໂຕ 2:19
18 Jak'a apnaqawi uñst'ayäwi  

“ຖ້າ​ພວກເຈົ້າ​ຮັກ​ແຕ່​ຜູ້​ທີ່​ຮັກ​ພວກເຈົ້າ​ເທົ່ານັ້ນ ພວກເຈົ້າ​ຈະ​ໄດ້​ປະໂຫຍດ​ອັນໃດ? ແມ່ນແຕ່​ບັນດາ​ຄົນບາບ​ກໍ​ຍັງ​ຮັກ​ຄົນ​ທີ່​ຮັກ​ພວກເຂົາ​ເໝືອນກັນ.


ພວກເຂົາ​ຈະ​ປະຕິບັດ​ຕໍ່​ພວກເຈົ້າ​ຢ່າງ​ນີ້​ເພາະ​ເຫັນ​ແກ່​ນາມ​ຂອງ​ເຮົາ, ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ.


ເມື່ອ​ບາຣະນາບາ​ໄດ້​ມາ​ຮອດ ແລະ ໄດ້​ເຫັນ​ສິ່ງ​ທີ່​ເກີດ​ຂຶ້ນ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ, ເພິ່ນ​ກໍ​ດີໃຈ ແລະ ໜູນໃຈ​ພວກເຂົາ​ທຸກຄົນ​ໃຫ້​ສືບຕໍ່​ສັດຊື່​ຕໍ່​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ສຸດ​ໃຈ​ຂອງ​ພວກເຂົາ.


ເຫດສະນັ້ນ ຈຶ່ງ​ຈໍາເປັນ​ຕ້ອງ​ຍອມ​ເຊື່ອຟັງ​ຜູ້​ມີ​ອຳນາດ ບໍ່​ພຽງ​ເພາະ​ເຫັນ​ແກ່​ຄວາມຢ້ານ​ການລົງໂທດ ແຕ່​ເພາະ​ເຫັນ​ແກ່​ຈິດສຳນຶກ​ດ້ວຍ.


ແຕ່​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ເປັນ​ຢູ່​ຢ່າງ​ນີ້ ແລະ ພຣະຄຸນ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ເຮົາ​ນັ້ນ​ກໍ​ບໍ່​ໄດ້​ໄຮ້ປະໂຫຍດ. ບໍ່​ດອກ, ເຮົາ​ໄດ້​ເຮັດວຽກ​ໜັກ​ກວ່າ​ພວກເຂົາ​ທຸກຄົນ, ແຕ່​ບໍ່ແມ່ນ​ເຮົາ​ເອງ​ທີ່​ເຮັດ, ຫາກ​ແມ່ນ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ສະຖິດ​ຢູ່​ກັບ​ເຮົາ​ນັ້ນ​ເປັນ​ຜູ້​ເຮັດ.


ບັດນີ້ ນີ້​ແມ່ນ​ຄວາມອວດອ້າງ​ຂອງ​ພວກເຮົາ​ຄື: ຈິດສຳນຶກ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ ພວກເຮົາ​ໄດ້​ປະພຶດ​ຕົນ​ຢູ່​ໃນ​ໂລກ​ນີ້ ແລະ ໂດຍ​ສະເພາະ​ໃນ​ຄວາມສຳພັນ​ຂອງ​ພວກເຮົາ​ກັບ​ພວກເຈົ້າ​ດ້ວຍ​ຄວາມສັດຊື່ ແລະ ຄວາມຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ. ພວກເຮົາ​ບໍ່​ໄດ້​ປະພຶດ​ຕາມ​ປັນຍາ​ຝ່າຍໂລກ ແຕ່​ຕາມ​ພຣະຄຸນ​ຂອງ​ພຣະເຈົ້າ.


ແລະ ບັດນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ພຣະຄຸນ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ບັນດາ​ຄຣິສຕະຈັກ​ໃນ​ແຂວງ​ມາເກໂດເນຍ.


ດ້ວຍ​ເຫດ​ນີ້ ເຮົາ​ກຳລັງ​ທົນທຸກ​ເໝືອນ​ທີ່​ເຮົາ​ເປັນຢູ່. ແຕ່​ເຮົາ​ກໍ​ບໍ່​ອາຍ ເພາະວ່າ​ເຮົາ​ຮູ້ຈັກ​ພຣະອົງ​ຜູ້​ທີ່​ເຮົາ​ໄດ້​ເຊື່ອ ແລະ ເຮົາ​ໝັ້ນໃຈ​ວ່າ​ພຣະອົງ​ສາມາດ​ເບິ່ງແຍງ​ຮັກສາ​ສິ່ງ​ທີ່​ເຮົາ​ໄດ້​ມອບ​ໄວ້​ກັບ​ພຣະອົງ​ຈົນ​ເຖິງ​ວັນ​ນັ້ນ​ໄດ້.


ເພາະ​ຖ້າ​ເຮັດ​ຢ່າງ​ນັ້ນ​ໄດ້ ພວກເຂົາ​ຈະ​ບໍ່​ຢຸດ​ຖວາຍ​ເຄື່ອງບູຊາ​ບໍ? ເພາະ​ຜູ້​ນະມັດສະການ​ຈະ​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ພຽງ​ຄັ້ງ​ດຽວ​ເປັນ​ການສິ້ນສຸດ ແລະ ຈະ​ບໍ່​ຮູ້ສຶກ​ຜິດ​ກັບ​ຄວາມບາບ​ຂອງ​ພວກເຂົາ​ອີກ​ຕໍ່ໄປ.


ແຕ່​ຖ້າຫາກ​ພວກເຈົ້າ​ຖືກ​ຂ້ຽນຕີ​ເພາະ​ໄດ້​ເຮັດຜິດ ເຖິງ​ພວກເຈົ້າ​ຍອມ​ທົນ​ກໍ​ຈະ​ນັບ​ເປັນ​ຄວາມດີ​ໄດ້​ຢ່າງໃດ? ແຕ່​ຖ້າ​ພວກເຈົ້າ​ຕ້ອງ​ທົນທຸກ​ເພາະ​ເຮັດດີ ແລະ ພວກເຈົ້າ​ຍອມ​ທົນ​ເອົາ ນີ້​ເປັນ​ສິ່ງ​ທີ່​ໜ້າ​ຍົກຍ້ອງ​ຕໍ່ໜ້າ​ພຣະເຈົ້າ.


ຖ້າ​ພວກເຈົ້າ​ທົນທຸກ ກໍ​ຢ່າ​ໄດ້​ທົນທຸກ​ໃນ​ຖານະ​ທີ່​ເປັນ​ຜູ້ຂ້າຄົນ ຫລື ເປັນ​ຄົນຂີ້ລັກ ຫລື ຄະດີ​ອາຍາ​ປະເພດ​ຕ່າງໆ ຫລື ແມ່ນ​ແຕ່​ເປັນ​ຄົນ​ມັກ​ຫຍຸ້ງ​ເລື່ອງ​ຂອງ​ຜູ້​ອື່ນ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka