Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 2:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ເພາະ​ເປັນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ທີ່​ຈະໃຫ້​ພວກເຈົ້າ​ລະງັບ​ຄຳເວົ້າ​ຂອງ​ຄົນໂງ່​ດ້ວຍ​ການ​ເຮັດດີ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ດ້ວຍວ່າ, ພຣະເຈົ້າ​ຢາກ​ໃຫ້​ພວກເຈົ້າ​ລະງັບ​ຄວາມ​ໂງ່ງ່າວ​ຂອງ​ຄົນ ດ້ວຍ​ຄຸນຄວາມດີ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.

Uka jalj uñjjattʼäta Copia luraña




1 ເປໂຕ 2:15
23 Jak'a apnaqawi uñst'ayäwi  

ຫ້າ​ຄົນ​ໃນ​ພວກເຂົາ​ເປັນ​ຄົນໂງ່ ແລະ ອີກ​ຫ້າ​ຄົນ​ເປັນ​ຄົນ​ສະຫລາດ.


ສ່ວນ​ຄົນ​ທີ່​ໄດ້​ຍິນ​ຖ້ອຍຄຳ​ເຫລົ່ານີ້​ຂອງ​ເຮົາ ແລະ ບໍ່​ໄດ້​ນຳ​ເອົາ​ໄປ​ປະຕິບັດຕາມ ລາວ​ກໍ​ເປັນ​ເໝືອນ​ຄົນໂງ່​ຜູ້​ໜຶ່ງ​ທີ່​ກໍ່ສ້າງ​ເຮືອນ​ຂອງ​ຕົນ​ເທິງ​ດິນຊາຍ.


ເພາະ​ເຖິງແມ່ນວ່າ​ພວກເຂົາ​ໄດ້​ຮູ້ຈັກ​ພຣະເຈົ້າ​ແລ້ວ, ພວກເຂົາ​ກໍ​ບໍ່​ໄດ້​ຖວາຍ​ກຽດ​ແກ່​ພຣະອົງ​ໃຫ້​ສົມ​ກັບ​ການ​ທີ່​ພຣະອົງ​ເປັນ​ພຣະເຈົ້າ ທັງ​ບໍ່​ໄດ້​ຂອບພຣະຄຸນ​ພຣະອົງ, ແຕ່ວ່າ​ຄວາມຄິດ​ຂອງ​ພວກເຂົາ​ກາຍເປັນ​ສິ່ງ​ທີ່​ໄຮ້ປະໂຫຍດ ແລະ ຈິດໃຈ​ອັນ​ໂງ່​ຂອງ​ພວກເຂົາ​ກໍ​ມືດມົວ​ໄປ.


ຊາວຄາລາເຕຍ​ຜູ້​ໂງ່ຈ້າ​ເອີຍ! ຜູ້ໃດ​ໃສ່​ຄາຖາ​ພວກເຈົ້າ? ພາບ​ທີ່​ພຣະເຢຊູຄຣິດເຈົ້າ​ຖືກ​ຄຶງ​ເທິງ​ໄມ້ກາງແຂນ​ກໍ​ຊັດເຈນ​ຢູ່​ຕໍ່ໜ້າຕໍ່ຕາ​ຂອງ​ພວກເຈົ້າ​ແລ້ວ.


ພຣະເຈົ້າ​ປະສົງ​ໃຫ້​ພວກເຈົ້າ​ໄດ້​ຮັບ​ການຊຳລະ​ໃຫ້​ບໍລິສຸດ​ຄື: ໃຫ້​ພວກເຈົ້າ​ຫລີກ​ເວັ້ນ​ຈາກ​ການ​ຜິດສິນທຳທາງເພດ,


ຈົ່ງ​ໂມທະນາ​ຂອບພຣະຄຸນ​ໃນ​ທຸກ​ສະຖານະການ ເພາະ​ນີ້​ຄື​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ທັງຫລາຍ​ໃນ​ພຣະຄຣິດເຈົ້າເຢຊູ.


ເຖິງແມ່ນວ່າ​ຄັ້ງ​ໜຶ່ງ​ເຮົາ​ເຄີຍ​ເປັນ​ຜູ້​ໝິ່ນປະໝາດ​ພຣະອົງ, ເປັນ​ຜູ້ຂົ່ມເຫັງ ແລະ ເປັນ​ຜູ້​ໃຊ້​ຄວາມຮຸນແຮງ, ແຕ່​ພຣະອົງ​ເມດຕາ​ເຮົາ​ເພາະ​ເຮົາ​ໄດ້​ເຮັດ​ໄປ​ດ້ວຍ​ຄວາມບໍ່ຮູ້ ແລະ ບໍ່ເຊື່ອ.


ແລະ ໃຊ້​ຖ້ອຍຄຳ​ອັນ​ມີ​ຫລັກ​ທີ່​ບໍ່​ມີ​ຜູ້ໃດ​ຕຳໜິ​ໄດ້ ເພື່ອ​ວ່າ​ຜູ້​ທີ່​ຄັດຄ້ານ​ເຈົ້າ​ນັ້ນ​ຈະ​ໄດ້​ຮັບ​ຄວາມອັບອາຍ ເພາະ​ພວກເຂົາ​ບໍ່​ມີ​ອັນ​ໃດ​ທີ່​ຈະ​ເວົ້າ​ບໍ່​ດີ​ກ່ຽວກັບ​ພວກເຮົາ​ໄດ້.


ຄັ້ງ​ໜຶ່ງ​ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່ຈ້າ, ບໍ່​ເຊື່ອຟັງ, ຫລອກລວງ ແລະ ຕົກ​ເປັນ​ຂ້າທາດ​ຂອງ​ກິເລດຕັນຫາ ແລະ ຄວາມສະໜຸກ​ສະໜານ​ທຸກ​ຊະນິດ. ພວກເຮົາ​ເຄີຍ​ໃຊ້​ຊີວິດ​ໃນ​ຄວາມ​ຊົ່ວຮ້າຍ ແລະ ອິດສາ, ຖືກ​ກຽດຊັງ ແລະ ກຽດຊັງ​ເຊິ່ງກັນແລະກັນ.


ຈົ່ງ​ດຳເນີນຊີວິດ​ໃຫ້​ດີ​ໃນ​ທ່າມກາງ​ຄົນບໍ່ເຊື່ອ​ພຣະເຈົ້າ ເຖິງແມ່ນວ່າ​ພວກເຂົາ​ກ່າວຫາ​ພວກເຈົ້າ​ວ່າ​ເຮັດ​ຜິດ, ພວກເຂົາ​ກໍ​ຈະ​ເຫັນ​ການກະທຳ​ທີ່​ດີ​ຂອງ​ພວກເຈົ້າ ແລະ ຖວາຍ​ກຽດ​ພຣະເຈົ້າ​ໃນ​ວັນ​ທີ່​ພຣະອົງ​ມາ​ຢ້ຽມຢາມ​ພວກເຮົາ.


ຈົ່ງ​ຮັກສາ​ຈິດສຳນຶກ​ໃຫ້​ໃສ​ສະອາດ ເພື່ອ​ຜູ້​ທີ່​ກ່າວຮ້າຍ​ຄວາມປະພຶດ​ດີ​ຂອງ​ພວກເຈົ້າ​ໃນ​ພຣະຄຣິດເຈົ້າ​ນັ້ນ​ຈະ​ໄດ້​ລະອາຍໃຈ​ທີ່​ມາ​ໃສ່ຮ້າຍ​ພວກເຈົ້າ.


ເພາະ​ຖ້າ​ເປັນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ໃຫ້​ພວກເຈົ້າ​ທົນທຸກ​ເນື່ອງ​ຈາກ​ການ​ເຮັດດີ​ກໍ​ດີ​ກວ່າ​ທົນທຸກ​ເພາະ​ການ​ເຮັດ​ຊົ່ວ.


ຜົນ​ກໍ​ຄື, ພວກເຂົາ​ຈະ​ບໍ່​ດຳເນີນຊີວິດ​ທີ່​ເຫລືອ​ຢູ່​ໃນ​ໂລກ​ນີ້​ຕາມ​ຄວາມປາຖະໜາ​ຂອງ​ມະນຸດ ແຕ່​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ.


ແຕ່​ຄົນ​ເຫລົ່ານີ້​ໝິ່ນປະໝາດ​ໃນ​ສິ່ງ​ທີ່​ຕົນ​ບໍ່​ເຂົ້າໃຈ. ພວກເຂົາ​ເປັນ​ເໝືອນ​ສັດ​ທີ່​ບໍ່​ມີ​ເຫດຜົນ​ເຮັດ​ຕາມ​ສັນຊາດຕະຍານ, ເກີດ​ມາ​ພຽງ​ເພື່ອ​ຖືກ​ຈັບ ແລະ ຖືກ​ທຳລາຍ​ເທົ່ານັ້ນ. ແລະ ພວກເຂົາ​ຈະ​ຕ້ອງ​ຈິບຫາຍ​ໄປ​ເໝືອນ​ກັບ​ສັດ​ຢ່າງ​ແນ່ນອນ.


ເຖິງ​ປານ​ນັ້ນ​ຄົນ​ເຫລົ່ານີ້​ໝິ່ນປະໝາດ​ໃນ​ສິ່ງ​ທີ່​ຕົນ​ບໍ່​ເຂົ້າໃຈ ແລະ ທຸກ​ສິ່ງ​ທີ່​ພວກເຂົາ​ເຂົ້າໃຈ​ໂດຍ​ສັນຊາດຕະຍານ​ເໝືອນ​ສັດ​ເດຍລະສານ​ທີ່​ບໍ່​ຮູ້​ຈັກ​ໃຊ້​ເຫດຜົນ ສິ່ງ​ເຫລົ່ານີ້​ແຫລະ​ຈະ​ທຳລາຍ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka