1 ເປໂຕ 2:12 - ພຣະຄຳພີລາວສະບັບສະໄໝໃໝ່12 ຈົ່ງດຳເນີນຊີວິດໃຫ້ດີໃນທ່າມກາງຄົນບໍ່ເຊື່ອພຣະເຈົ້າ ເຖິງແມ່ນວ່າພວກເຂົາກ່າວຫາພວກເຈົ້າວ່າເຮັດຜິດ, ພວກເຂົາກໍຈະເຫັນການກະທຳທີ່ດີຂອງພວກເຈົ້າ ແລະ ຖວາຍກຽດພຣະເຈົ້າໃນວັນທີ່ພຣະອົງມາຢ້ຽມຢາມພວກເຮົາ. Uka jalj uñjjattʼätaພຣະຄຳພີສັກສິ12 ຈົ່ງດຳເນີນຊີວິດອັນດີງາມຢູ່ໃນທ່າມກາງຄົນຕ່າງຄວາມເຊື່ອ ເພື່ອວ່າເມື່ອພວກເຈົ້າຖືກກ່າວຫາວ່າເປັນຄົນເຮັດຊົ່ວນັ້ນ, ພວກເຂົາກໍຈະໄດ້ເຫັນຄຸນຄວາມດີຂອງພວກເຈົ້າ ຈະໄດ້ສັນລະເສີນພຣະເຈົ້າ ໃນວັນທີ່ພຣະອົງສະເດັດມາປາກົດ. Uka jalj uñjjattʼäta |
ບໍ່ວ່າສິ່ງໃດຈະເກີດຂຶ້ນ, ພວກເຈົ້າຈົ່ງປະພຶດຕົນໃຫ້ສົມກັບຂ່າວປະເສີດຂອງພຣະຄຣິດເຈົ້າ. ຫລັງຈາກນັ້ນ ບໍ່ວ່າເຮົາຈະມາຫາພວກເຈົ້າ ຫລື ພຽງແຕ່ໄດ້ຍິນກ່ຽວກັບພວກເຈົ້າໃນຂະນະທີ່ເຮົາບໍ່ຢູ່ກໍຕາມ, ເຮົາຈະຮູ້ວ່າພວກເຈົ້າຕັ້ງໝັ້ນຄົງໃນພຣະວິນຍານອົງດຽວກັນ, ຕໍ່ສູ້ຮ່ວມກັນເໝືອນເປັນຄົນດຽວກັນເພື່ອຄວາມເຊື່ອແຫ່ງຂ່າວປະເສີດ
ຖ້າຜູ້ໃດຈະກ່າວ, ພວກເຂົາກໍຄວນເຮັດເໝືອນເປັນຜູ້ກ່າວພຣະຄຳຂອງພຣະເຈົ້າ. ຖ້າຜູ້ໃດຈະຮັບໃຊ້, ພວກເຂົາກໍຄວນເຮັດດ້ວຍກຳລັງທີ່ພຣະເຈົ້າໃຫ້, ເພື່ອວ່າພຣະເຈົ້າຈະໄດ້ຮັບການສັນລະເສີນໃນທຸກສິ່ງໂດຍຜ່ານທາງພຣະເຢຊູຄຣິດເຈົ້າ. ຂໍໃຫ້ສະຫງ່າລາສີ ແລະ ລິດອຳນາດຈົ່ງມີແກ່ພຣະອົງຕະຫລອດໄປເປັນນິດ. ອາແມນ.