1 ເປໂຕ 2:1 - ພຣະຄຳພີລາວສະບັບສະໄໝໃໝ່1 ເຫດສະນັ້ນ ຈົ່ງກຳຈັດຄວາມຄິດຮ້າຍ ແລະ ການຫລອກລວງທຸກຢ່າງ, ຄວາມໜ້າຊື່ໃຈຄົດ, ຄວາມອິດສາ ແລະ ການໃສ່ຮ້າຍປ້າຍສີທຸກຢ່າງອອກໄປຈາກພວກເຈົ້າ. Uka jalj uñjjattʼätaພຣະຄຳພີສັກສິ1 ເຫດສະນັ້ນ ເຈົ້າທັງຫລາຍຈົ່ງລະຖິ້ມຄວາມຄິດຮ້າຍທັງປວງ ກົນອຸບາຍທຸກຢ່າງ ການໜ້າຊື່ໃຈຄົດ ຄວາມອິດສາ ແລະຄຳເວົ້ານິນທາທັງໝົດ. Uka jalj uñjjattʼäta |
ດ້ວຍເຫດໃດ ເຈົ້າຈຶ່ງເວົ້າຕໍ່ພີ່ນ້ອງຂອງເຈົ້າວ່າ, ‘ພີ່ນ້ອງ, ຈົ່ງໃຫ້ຂ້ອຍເຂ່ຍເອົາຂີ້ເຫຍື້ອອອກຈາກຕາຂອງເຈົ້າ’ ໃນເມື່ອໂຕເຈົ້າເອງກໍຍັງບໍ່ເຫັນໄມ້ທັງທ່ອນຢູ່ໃນຕາຂອງຕົນ? ພວກຄົນໜ້າຊື່ໃຈຄົດ, ຈົ່ງເອົາໄມ້ທັງທ່ອນອອກຈາກຕາຂອງຕົນເອງກ່ອນ ແລະ ຫລັງຈາກນັ້ນເຈົ້າກໍຈະເຫັນແຈ້ງດີ ຈຶ່ງຈະເຂ່ຍຜົງຂີ້ເລື່ອຍອອກຈາກຕາຂອງພີ່ນ້ອງຂອງເຈົ້າໄດ້.
ເພາະເຮົາຢ້ານວ່າເມື່ອເຮົາມາເຖິງແລ້ວ ເຮົາຈະບໍ່ເຫັນພວກເຈົ້າເປັນດັ່ງທີ່ເຮົາຢາກໃຫ້ພວກເຈົ້າເປັນ ແລະ ພວກເຈົ້າກໍຈະບໍ່ເຫັນເຮົາເປັນດັ່ງທີ່ພວກເຈົ້າຢາກໃຫ້ເຮົາເປັນ. ເຮົາຢ້ານວ່າອາດຈະມີການຜິດຖຽງກັນ, ການອິດສາ, ການຄຽດ, ຄວາມທະເຍີທະຍານທີ່ເຫັນແກ່ຕົວ, ການໃສ່ຮ້າຍປ້າຍສີ, ການນິນທາ, ຄວາມຈອງຫອງ ແລະ ຄວາມວຸ້ນວາຍ.