Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 1:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ເຖິງ​ແມ່ນ​ວ່າ​ພວກເຈົ້າ​ຍັງ​ບໍ່​ເຫັນ​ພຣະອົງ, ແຕ່​ກໍ​ຮັກ​ພຣະອົງ ແລະ ແມ່ນ​ແຕ່​ໃນ​ເວລາ​ນີ້​ພວກເຈົ້າ​ບໍ່​ເຫັນ​ພຣະອົງ ແຕ່​ກໍ​ເຊື່ອ​ໃນ​ພຣະອົງ ແລະ ເຕັມ​ດ້ວຍ​ຄວາມຍິນດີ​ອັນ​ຍິ່ງໃຫຍ່​ຈົນ​ບໍ່​ສາມາດ​ຈະ​ບັນລະຍາຍ​ໄດ້,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ພຣະອົງ​ຜູ້​ທີ່​ພວກເຈົ້າ​ຍັງ​ບໍ່ໄດ້​ເຫັນ ແຕ່​ພວກເຈົ້າ​ກໍ​ຍັງ​ຮັກ​ພຣະອົງ​ຢູ່ ເຖິງ​ແມ່ນ​ວ່າ​ຂະນະ​ນີ້ ພວກເຈົ້າ​ບໍ່​ເຫັນ​ພຣະອົງ ແຕ່​ຍັງ​ເຊື່ອ​ແລະ​ຊື່ນຊົມ​ຍິນດີ ດ້ວຍ​ຄວາມ​ຍິນດີ​ອັນ​ຮຸ່ງເຮືອງ ຊຶ່ງ​ເຫຼືອ​ທີ່​ຈະ​ອະທິບາຍ​ໄດ້.

Uka jalj uñjjattʼäta Copia luraña




1 ເປໂຕ 1:8
37 Jak'a apnaqawi uñst'ayäwi  

“ຜູ້ໃດ​ທີ່​ຮັກ​ພໍ່ ຫລື ແມ່​ຂອງ​ຕົນ​ເອງ​ຫລາຍ​ກວ່າ​ຮັກ​ເຮົາ ກໍ​ບໍ່​ສົມຄວນ​ກັບ​ເຮົາ, ຜູ້ໃດ​ທີ່​ຮັກ​ລູກຊາຍ​ລູກສາວ​ຫລາຍ​ກວ່າ​ຮັກ​ເຮົາ ກໍ​ບໍ່​ສົມຄວນ​ຈະ​ຢູ່​ກັບ​ເຮົາ.


“ຖ້າ​ພວກເຈົ້າ​ຮັກ​ເຮົາ ຈົ່ງ​ຖືຮັກສາ​ບັນດາ​ຄຳສັ່ງ​ຂອງ​ເຮົາ.


ຜູ້ໃດ​ກໍ​ຕາມ​ທີ່​ຖືຮັກສາ​ຄຳສັ່ງ​ຂອງ​ເຮົາ ແລະ ເຊື່ອຟັງ​ຄຳສັ່ງ​ນັ້ນ ແມ່ນ​ຜູ້​ນັ້ນ​ແຫລະ​ທີ່​ຮັກ​ເຮົາ. ພຣະບິດາເຈົ້າ​ຂອງ​ເຮົາ​ຈະຮັກ​ຜູ້​ທີ່​ຮັກ​ເຮົາ ແລະ ເຮົາ​ກໍ​ຈະ​ຮັກ​ພວກເຂົາ ແລະ ຈະ​ສະແດງ​ໂຕ​ເຮົາ​ເອງ​ແກ່​ພວກເຂົາ​ດ້ວຍ”.


ຜູ້​ທີ່​ບໍ່​ຮັກ​ເຮົາ​ກໍ​ຈະ​ບໍ່​ເຊື່ອຟັງ​ຄຳສອນ​ຂອງ​ເຮົາ. ຖ້ອຍຄຳ​ເຫລົ່ານີ້​ທີ່​ພວກເຈົ້າ​ໄດ້​ຍິນ​ນັ້ນ​ບໍ່​ແມ່ນ​ຂອງ​ເຮົາ​ເອງ ແຕ່​ເປັນ​ຂອງ​ພຣະບິດາເຈົ້າ​ຜູ້​ທີ່​ໃຊ້​ເຮົາ​ມາ.


ພວກເຈົ້າ​ກໍ​ເໝືອນກັນ ບັດນີ້​ເປັນ​ເວລາ​ແຫ່ງ​ຄວາມທຸກໂສກ​ຂອງ​ພວກເຈົ້າ, ແຕ່​ເຮົາ​ຈະ​ເຫັນ​ພວກເຈົ້າ​ອີກ ແລະ ພວກເຈົ້າ​ຈະ​ຊື່ນຊົມຍິນດີ, ແລະ ບໍ່​ມີ​ຜູ້ໃດ​ຈະ​ເອົາ​ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ​ໄປ​ໄດ້.


ແລ້ວ​ພຣະເຢຊູເຈົ້າ​ບອກ​ລາວ​ວ່າ, “ເພາະ​ເຈົ້າ​ໄດ້​ເຫັນ​ເຮົາ​ເຈົ້າ​ຈຶ່ງ​ເຊື່ອ​ບໍ ຄວາມສຸກ​ມີ​ແກ່​ຜູ້​ທີ່​ບໍ່​ໄດ້​ເຫັນ​ແຕ່​ກໍ​ຍັງ​ເຊື່ອ”.


ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ຖ້າ​ພຣະເຈົ້າ​ເປັນ​ພຣະບິດາ​ຂອງ​ພວກເຈົ້າ​ແລ້ວ, ພວກເຈົ້າ​ກໍ​ຈະ​ຮັກ​ເຮົາ, ເພາະ​ເຮົາ​ມາ​ຈາກ​ພຣະເຈົ້າ ແລະ ເຮົາ​ຢູ່​ທີ່​ນີ້​ແລ້ວ. ເຮົາ​ບໍ່​ໄດ້​ມາ​ເອງ, ແຕ່​ພຣະອົງ​ໄດ້​ໃຊ້​ເຮົາ​ມາ.


ຜູ້​ຮັກສາ​ຄຸກ​ໄດ້​ພາ​ພວກເພິ່ນ​ເຂົ້າໄປ​ໃນ​ເຮືອນ ແລະ ຈັດ​ອາຫານ​ມາ​ລ້ຽງ​ພວກເພິ່ນ, ຜູ້​ຮັກສາ​ຄຸກ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ​ທີ່​ລາວ​ເອງ ແລະ ທຸກຄົນ​ໃນ​ຄອບຄົວ​ຂອງ​ລາວ​ໄດ້​ມາ​ເຊື່ອ​ພຣະເຈົ້າ.


ດ້ວຍວ່າ ອານາຈັກ​ຂອງ​ພຣະເຈົ້າ​ບໍ່ແມ່ນ​ເລື່ອງ​ຂອງ​ການກິນ ແລະ ການດື່ມ ແຕ່​ເປັນ​ເລື່ອງ​ຂອງ​ຄວາມຊອບທຳ, ສັນຕິສຸກ ແລະ ຄວາມຊື່ນຊົມຍິນດີ​ໃນ​ພຣະວິນຍານບໍລິສຸດເຈົ້າ,


ຂໍ​ໃຫ້​ພຣະເຈົ້າ​ແຫ່ງ​ຄວາມຫວັງ​ເຮັດ​ໃຫ້​ພວກເຈົ້າ​ບໍລິບູນ​ດ້ວຍ​ຄວາມຊື່ນຊົມຍິນດີ ແລະ ສັນຕິສຸກ​ທັງປວງ​ເໝືອນ​ທີ່​ພວກເຈົ້າ​ວາງໃຈ​ໃນ​ພຣະອົງ ເພື່ອວ່າ​ພວກເຈົ້າ​ຈະ​ເຕັມລົ້ນ​ດ້ວຍ​ຄວາມຫວັງ​ໂດຍ​ລິດອຳນາດ​ຂອງ​ພຣະວິນຍານບໍລິສຸດເຈົ້າ.


ຖ້າ​ຜູ້ໃດ​ບໍ່​ຮັກ​ອົງພຣະຜູ້ເປັນເຈົ້າ, ຂໍ​ໃຫ້​ຜູ້​ນັ້ນ​ຖືກ​ສາບແຊ່ງ! ອົງພຣະຜູ້ເປັນເຈົ້າ ໂຜດ​ມາ​ເທີ້ນ!


ໄດ້​ປະທັບຕາ​ສະແດງ​ຄວາມເປັນເຈົ້າຂອງ​ໃສ່​ພວກເຮົາ ແລະ ໄດ້​ມອບ​ພຣະວິນຍານ​ຂອງ​ພຣະອົງ​ໃສ່​ໄວ້​ໃນ​ໃຈ​ພວກເຮົາ​ເປັນ​ເຄື່ອງມັດຈຳ, ເປັນ​ການ​ຮັບປະກັນ​ໃນ​ສິ່ງ​ທີ່​ຈະ​ມາ​ເຖິງ.


ຖືກ​ຮັບ​ຂຶ້ນ​ໄປ​ເຖິງ​ເມືອງ​ສຸກຂະເສີມ ແລະ ໄດ້​ຍິນ​ສິ່ງ​ຕ່າງໆ​ທີ່​ບໍ່​ສາມາດ​ບັນຍາຍ​ໄດ້, ເປັນ​ສິ່ງ​ທີ່​ບໍ່​ອະນຸຍາດ​ໃຫ້​ຄົນໃດ​ເປີດເຜີຍ.


ດັ່ງນັ້ນ ພວກເຮົາ​ຈຶ່ງ​ບໍ່​ໄດ້​ຈ້ອງຕາ​ເບິ່ງ​ສິ່ງ​ທີ່​ເບິ່ງເຫັນ, ແຕ່​ຈ້ອງຕາ​ເບິ່ງ​ສິ່ງ​ທີ່​ເບິ່ງ​ບໍ່ເຫັນ, ດ້ວຍວ່າ​ສິ່ງ​ທີ່​ເບິ່ງເຫັນ​ນັ້ນ​ກໍ​ເປັນ​ພຽງ​ຊົ່ວຄາວ, ແຕ່​ສິ່ງ​ທີ່​ເບິ່ງ​ບໍ່ເຫັນ​ກໍ​ຖາວອນ.


ເພາະ​ພວກເຮົາ​ດຳເນີນຊີວິດ​ໂດຍ​ຄວາມເຊື່ອ, ບໍ່ແມ່ນ​ໂດຍ​ສິ່ງ​ທີ່​ເບິ່ງເຫັນ.


ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ຂອງປະທານ​ຂອງ​ພຣະອົງ ເຊິ່ງ​ເກີນ​ທີ່​ຈະ​ພັນລະນາ​ໄດ້.


ແຕ່​ຜົນ​ຂອງ​ພຣະວິນຍານ​ນັ້ນ​ຄື​ຄວາມຮັກ, ຄວາມຊື່ນຊົມຍິນດີ, ສັນຕິສຸກ, ຄວາມອົດທົນ, ຄວາມປານີ, ຄວາມດີ, ຄວາມສັດຊື່,


ເພາະວ່າ​ໃນ​ພຣະຄຣິດເຈົ້າເຢຊູ​ການ​ຮັບ​ພິທີຕັດ ຫລື ບໍ່​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່​ມີຄ່າ​ອັນໃດ. ສິ່ງ​ດຽວ​ທີ່​ສຳຄັນ​ຄື​ຄວາມເຊື່ອ​ທີ່​ສະແດງ​ອອກ​ດ້ວຍ​ຄວາມຮັກ.


ແລະ ຮູ້ຈັກ​ຄວາມຮັກ​ນີ້​ທີ່​ເກີນ​ຄວາມຮູ້ ເພື່ອ​ພວກເຈົ້າ​ຈະ​ເຕັມ​ຂະໜາດ​ຂອງ​ຄວາມສົມບູນ​ທັງໝົດ​ຂອງ​ພຣະເຈົ້າ.


ຂໍ​ໃຫ້​ພຣະຄຸນ​ຈົ່ງ​ຢູ່​ກັບ​ບັນດາ​ຄົນ​ທັງປວງ​ທີ່​ຮັກ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຄວາມຮັກ​ທີ່​ບໍ່​ຮູ້​ເສື່ອມສູນ.


ເມື່ອ​ແນ່ໃຈ​ຢ່າງນີ້​ແລ້ວ, ເຮົາ​ກໍ​ຮູ້​ວ່າ​ເຮົາ​ຈະ​ຍັງ​ຢູ່ ແລະ ເຮົາ​ຈະ​ສືບຕໍ່​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເພື່ອ​ຄວາມກ້າວໜ້າ ແລະ ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ​ໃນ​ຄວາມເຊື່ອ,


ເພາະວ່າ​ແມ່ນ​ພວກເຮົາ​ທີ່​ເປັນ​ຜູ້​ຖື​ພິທີຕັດ, ພວກເຮົາ​ເປັນ​ຜູ້ຮັບໃຊ້​ພຣະເຈົ້າ​ດ້ວຍ​ພຣະວິນຍານ​ຂອງ​ພຣະອົງ, ພວກເຮົາ​ເປັນ​ຜູ້​ອວດອ້າງ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ພວກເຮົາ​ບໍ່​ໄດ້​ໝັ້ນໃຈ​ໃນ​ຝ່າຍ​ເນື້ອໜັງ


ຈົ່ງ​ຊື່ນຊົມຍິນດີ​ໃນ​ອົງພຣະຜູ້ເປັນເຈົ້າ​ທຸກ​ເວລາ. ເຮົາ​ຂໍ​ຢ້ຳ​ອີກ​ວ່າ: ຈົ່ງ​ຊື່ນຊົມຍິນດີ!


ຄວາມເຊື່ອ​ຄື​ຄວາມແນ່ໃຈ​ໃນ​ສິ່ງ​ທີ່​ພວກເຮົາ​ຫວັງ​ໄວ້ ແລະ ໝັ້ນໃຈ​ໃນ​ສິ່ງ​ທີ່​ພວກເຮົາ​ເບິ່ງ​ບໍ່​ເຫັນ


ໂດຍ​ຄວາມເຊື່ອ ເພິ່ນ​ຈຶ່ງ​ໄດ້​ອອກຈາກ​ເອຢິບ​ໄປ​ໂດຍ​ບໍ່​ໄດ້​ຢ້ານກົວ​ຕໍ່​ຄວາມໂກດຮ້າຍ​ຂອງ​ກະສັດ, ເພິ່ນ​ອົດທົນ​ບາກບັ່ນ​ເພາະ​ເພິ່ນ​ໄດ້​ເຫັນ​ພຣະເຈົ້າ​ຜູ້​ທີ່​ເບິ່ງ​ບໍ່​ເຫັນ.


ພວກເຈົ້າ​ຊື່ນຊົມຍິນດີ​ຢ່າງ​ໃຫຍ່​ໃນ​ສິ່ງ​ທັງໝົດ​ນີ້, ເຖິງ​ແມ່ນ​ວ່າ​ໃນ​ຂະນະ​ນີ້​ພວກເຈົ້າ​ຕ້ອງ​ທົນທຸກ​ກັບ​ຄວາມໂສກເສົ້າ​ໃນ​ການທົດລອງ​ທຸກ​ຢ່າງ​ຊົ່ວຂະນະໜຶ່ງ


ບັດນີ້ ສຳລັບ​ພວກເຈົ້າ​ຜູ້​ທີ່​ເຊື່ອ, ສີລາ​ນີ້​ແມ່ນ​ລ້ຳຄ່າ. ແຕ່​ສຳລັບ​ບັນດາ​ຜູ້​ທີ່​ບໍ່ເຊື່ອ​ນັ້ນ, “ຫີນ​ທີ່​ຊ່າງກໍ່​ໄດ້​ຖິ້ມ​ແລ້ວ ກໍ​ໄດ້​ກາຍເປັນ​ຫີນເສົາເອກ”,


ແລະ ເມື່ອ​ຫົວໜ້າ​ຂອງ​ຜູ້ລ້ຽງແກະ​ມາ​ປາກົດ ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ສະຫງ່າລາສີ​ທີ່​ບໍ່​ມີ​ວັນ​ຈາງຫາຍໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka