Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 1:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ພວກເຈົ້າ​ຊື່ນຊົມຍິນດີ​ຢ່າງ​ໃຫຍ່​ໃນ​ສິ່ງ​ທັງໝົດ​ນີ້, ເຖິງ​ແມ່ນ​ວ່າ​ໃນ​ຂະນະ​ນີ້​ພວກເຈົ້າ​ຕ້ອງ​ທົນທຸກ​ກັບ​ຄວາມໂສກເສົ້າ​ໃນ​ການທົດລອງ​ທຸກ​ຢ່າງ​ຊົ່ວຂະນະໜຶ່ງ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ໃນ​ສິ່ງ​ນີ້​ແຫຼະ ຈຶ່ງ​ຊົມຊື່ນ​ຍິນດີ​ຫລາຍ ເຖິງ​ແມ່ນ​ວ່າ​ດຽວ​ນີ້ ຈຳເປັນ​ທີ່​ພວກເຈົ້າ​ຈະ​ຕ້ອງ​ທົນ​ຄວາມ​ທຸກໂສກ ດ້ວຍ​ການ​ຖືກ​ທົດລອງ​ຕ່າງໆ​ໃນ​ໄລຍະ​ເວລາ​ໜຶ່ງ.

Uka jalj uñjjattʼäta Copia luraña




1 ເປໂຕ 1:6
47 Jak'a apnaqawi uñst'ayäwi  

“ບັນດາ​ຜູ້​ທີ່​ອິດເມື່ອຍ ແລະ ແບກ​ພາລະ​ໜັກ​ຈົ່ງ​ມາ​ຫາ​ເຮົາ ແລະ ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ຮັບ​ຄວາມເຊົາເມື່ອຍ.


ພຣະອົງ​ໄດ້​ເອົາ​ເປໂຕ ແລະ ລູກຊາຍ​ສອງ​ຄົນ​ຂອງ​ເຊເບດາຍ​ໄປ​ນໍາ. ພຣະອົງ​ເລີ່ມ​ໂສກເສົ້າ ແລະ ເປັນທຸກໃຈ​ຫລາຍ


ຈົ່ງ​ຊື່ນຊົມຍິນດີ ແລະ ຈົ່ງ​ຍິນດີ, ເພາະ​ບຳເໜັດ​ອັນ​ຍິ່ງໃຫຍ່​ຂອງ​ພວກເຈົ້າ​ຢູ່​ໃນ​ສະຫວັນ, ເພາະ​ບັນດາ​ຜູ້ທຳນວາຍ​ໃນ​ສະໄໝ​ກ່ອນ​ກໍ​ຖືກ​ພວກເຂົາ​ຂົ່ມເຫັງ​ຢ່າງ​ດຽວ​ກັນ​ນີ້.


ແລະ ຈິດວິນຍານ​ຂອງ​ຂ້ານ້ອຍ​ກໍ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າ ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ຂ້ານ້ອຍ,


ແຕ່​ຢ່າ​ຍິນດີ​ທີ່​ວິນຍານ​ຕ່າງໆ​ຍອມ​ຟັງ​ພວກເຈົ້າ, ແຕ່​ຈົ່ງ​ຍິນດີ ເພາະ​ຊື່​ຂອງ​ພວກເຈົ້າ​ຖືກ​ຈົດ​ໄວ້​ແລ້ວ​ໃນ​ສະຫວັນ”.


ແຕ່​ເທວະດາ​ຕົນ​ນັ້ນ​ກ່າວ​ແກ່​ພວກເຂົາ​ວ່າ, “ຢ່າ​ຢ້ານ​ເລີຍ. ເຮົາ​ນຳ​ຂ່າວດີ​ມາ​ໃຫ້​ພວກທ່ານ ເຊິ່ງ​ເຮັດ​ໃຫ້​ທຸກຄົນ​ຊື່ນຊົມຍິນດີ​ຢ່າງ​ໃຫຍ່.


ພວກເຈົ້າ​ກໍ​ເໝືອນກັນ ບັດນີ້​ເປັນ​ເວລາ​ແຫ່ງ​ຄວາມທຸກໂສກ​ຂອງ​ພວກເຈົ້າ, ແຕ່​ເຮົາ​ຈະ​ເຫັນ​ພວກເຈົ້າ​ອີກ ແລະ ພວກເຈົ້າ​ຈະ​ຊື່ນຊົມຍິນດີ, ແລະ ບໍ່​ມີ​ຜູ້ໃດ​ຈະ​ເອົາ​ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ​ໄປ​ໄດ້.


“ເຮົາ​ໄດ້​ບອກ​ເລື່ອງ​ນີ້​ແກ່​ພວກເຈົ້າ​ເພື່ອ​ພວກເຈົ້າ​ຈະ​ໄດ້​ມີ​ສັນຕິສຸກ​ໃນ​ເຮົາ. ໃນ​ໂລກ​ນີ້​ພວກເຈົ້າ​ຈະ​ມີ​ຄວາມທຸກຍາກລໍາບາກ ແຕ່​ຈົ່ງ​ຊື່ນໃຈ​ເທາະ! ເພາະ​ເຮົາ​ໄດ້​ຊະນະ​ໂລກ​ແລ້ວ”.


ເພື່ອ​ໜູນໃຈ​ພວກສາວົກ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ ແລະ ໄດ້​ໜູນໃຈ​ພວກເຂົາ​ໃຫ້​ຕັ້ງ​ໝັ້ນຄົງ​ໃນ​ຄວາມເຊື່ອ. ພວກເຂົາ​ກ່າວ​ວ່າ, “ພວກເຮົາ​ຕ້ອງ​ຜ່ານຜ່າ​ຄວາມ​ທຸກຍາກ​ລຳບາກ​ຫລາຍ​ຢ່າງ​ເພື່ອ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.


ຈົ່ງ​ຊື່ນຊົມຍິນດີ​ໃນ​ຄວາມຫວັງ ຈົ່ງ​ອົດທົນ​ຕໍ່​ຄວາມຍາກລໍາບາກ ແລະ ຈົ່ງ​ສັດຊື່​ໃນ​ການ​ອະທິຖານ.


ບໍ່​ພຽງແຕ່​ເທົ່ານັ້ນ ພວກເຮົາ​ຍັງ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ດ້ວຍ, ບັດນີ້ ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຮົາ​ຄືນດີ​ກັນ​ກັບ​ພຣະເຈົ້າ​ແລ້ວ.


ໂດຍ​ທາງ​ພຣະອົງ ພວກເຮົາ​ຈຶ່ງ​ໄດ້​ເຂົ້າ​ໃນ​ຮົ່ມ​ພຣະຄຸນ​ທີ່​ພວກເຮົາ​ຢືນຢູ່​ດ້ວຍ​ຄວາມເຊື່ອ. ແລະ ພວກເຮົາ​ຈຶ່ງ​ຊື່ນຊົມຍິນດີ​ໃນ​ຄວາມຫວັງ​ທີ່​ຈະ​ໄດ້​ມີສ່ວນ​ໃນ​ສະຫງ່າລາສີ​ຂອງ​ພຣະເຈົ້າ.


ເຮົາ​ມີ​ຄວາມທຸກໂສກ​ໜັກ ແລະ ເຈັບປວດ​ຫົວໃຈ​ຢ່າງ​ບໍ່ສິ້ນສຸດ.


ເພາະ​ຄວາມທຸກລຳບາກ​ອັນ​ເບົາບາງ ແລະ ຊົ່ວຄາວ​ຂອງ​ພວກເຮົາ ກໍ​ກຳລັງ​ເຮັດໃຫ້​ພວກເຮົາ​ໄດ້ຮັບ​ກຽດ​ນິລັນດອນ ເຊິ່ງ​ຫາ​ທີ່​ປຽບ​ສິ່ງ​ທັງໝົດ​ນີ້​ບໍ່​ໄດ້.


ເຕັມ​ດ້ວຍ​ຄວາມທຸກໂສກ ແຕ່​ກໍ​ຍັງ​ຊື່ນຊົມຍິນດີ​ສະເໝີ; ທຸກຍາກ ແຕ່​ກໍ​ຍັງ​ເຮັດ​ໃຫ້​ຫລາຍ​ຄົນ​ຮັ່ງມີ; ແລະ ບໍ່​ມີ​ອັນໃດ ແຕ່​ກໍ​ຍັງ​ເປັນ​ເຈົ້າຂອງ​ທຸກສິ່ງ.


ແຕ່​ຜົນ​ຂອງ​ພຣະວິນຍານ​ນັ້ນ​ຄື​ຄວາມຮັກ, ຄວາມຊື່ນຊົມຍິນດີ, ສັນຕິສຸກ, ຄວາມອົດທົນ, ຄວາມປານີ, ຄວາມດີ, ຄວາມສັດຊື່,


ເພາະ​ເພິ່ນ​ຄິດເຖິງ​ພວກເຈົ້າ​ທັງໝົດ​ຫລາຍ ແລະ ເປັນທຸກໃຈ​ເພາະ​ພວກເຈົ້າ​ໄດ້​ຮັບ​ຂ່າວ​ວ່າ​ເພິ່ນ​ບໍ່ສະບາຍ.


ເພາະວ່າ​ແມ່ນ​ພວກເຮົາ​ທີ່​ເປັນ​ຜູ້​ຖື​ພິທີຕັດ, ພວກເຮົາ​ເປັນ​ຜູ້ຮັບໃຊ້​ພຣະເຈົ້າ​ດ້ວຍ​ພຣະວິນຍານ​ຂອງ​ພຣະອົງ, ພວກເຮົາ​ເປັນ​ຜູ້​ອວດອ້າງ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ພວກເຮົາ​ບໍ່​ໄດ້​ໝັ້ນໃຈ​ໃນ​ຝ່າຍ​ເນື້ອໜັງ


ຈົ່ງ​ຊື່ນຊົມຍິນດີ​ໃນ​ອົງພຣະຜູ້ເປັນເຈົ້າ​ທຸກ​ເວລາ. ເຮົາ​ຂໍ​ຢ້ຳ​ອີກ​ວ່າ: ຈົ່ງ​ຊື່ນຊົມຍິນດີ!


ພວກເຈົ້າ​ໄດ້​ກາຍເປັນ​ຜູ້​ທີ່​ເຮັດ​ຕາມ​ແບບຢ່າງ​ຂອງ​ພວກເຮົາ ແລະ ຂອງ​ອົງພຣະຜູ້ເປັນເຈົ້າ, ເພາະ​ພວກເຈົ້າ​ໄດ້​ຕ້ອນຮັບ​ເອົາ​ພຣະຄຳ​ໃນ​ທ່າມກາງ​ຄວາມທຸກທໍລະມານ​ຢ່າງ​ໜັກໜ່ວງ​ດ້ວຍ​ຄວາມຊື່ນຊົມຍິນດີ​ທີ່​ພຣະວິນຍານບໍລິສຸດເຈົ້າ​ໄດ້​ມອບ​ໃຫ້.


ພີ່ນ້ອງ​ທັງຫລາຍ​ເອີຍ, ເມື່ອ​ໃດ​ທີ່​ພວກເຈົ້າ​ປະເຊີນ​ກັບ​ການທົດລອງ​ໃນ​ຫລາຍ​ຮູບແບບ​ຈົ່ງ​ຖື​ເປັນ​ເລື່ອງ​ທີ່​ໜ້າ​ຍິນດີ​ແທ້ໆ,


ບັນດາ​ຜູ້ທີ່ເຊື່ອ​ທີ່​ຕ່ຳຕ້ອຍ​ນັ້ນ​ຈົ່ງ​ພູມໃຈ​ໃນ​ຖານະ​ອັນ​ສູງສົ່ງ​ຂອງ​ຕົນ.


ຈົ່ງ​ໂສກເສົ້າ​ເສຍໃຈ, ຈົ່ງ​ໄວ້ທຸກ ແລະ ຮ້ອງໄຫ້. ຈົ່ງ​ປ່ຽນ​ຈາກ​ສຽງ​ຫົວ​ມາ​ເປັນ​ການໄວ້ທຸກ ແລະ ຈາກ​ຄວາມຍິນດີ​ຂອງ​ພວກເຈົ້າ​ມາ​ເປັນ​ຄວາມເສົ້າໝອງ.


ເພາະ​ຖ້າ​ເປັນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ໃຫ້​ພວກເຈົ້າ​ທົນທຸກ​ເນື່ອງ​ຈາກ​ການ​ເຮັດດີ​ກໍ​ດີ​ກວ່າ​ທົນທຸກ​ເພາະ​ການ​ເຮັດ​ຊົ່ວ.


ເວລາ​ສຸດທ້າຍ​ຂອງ​ສິ່ງ​ທັງໝົດ​ນີ້​ໃກ້​ຈະ​ມາ​ເຖິງ​ແລ້ວ. ເຫດສະນັ້ນ ຈົ່ງ​ມີ​ສະຕິ ແລະ ຮູ້​ຈັກ​ບັງຄັບ​ຕົນ​ເພື່ອ​ພວກເຈົ້າ​ຈະ​ໄດ້​ອະທິຖານ.


ແລະ ຫລັງ​ຈາກ​ພວກເຈົ້າ​ທົນທຸກ​ຢູ່​ຊົ່ວຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ແຫ່ງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ເອີ້ນ​ພວກເຈົ້າ​ມາ​ສູ່​ສະຫງ່າລາສີ​ອັນ​ນິລັນດອນ​ຂອງ​ພຣະອົງ​ໃນ​ພຣະຄຣິດເຈົ້າ ພຣະອົງ​ເອງ​ຈະ​ຟື້ນຟູ​ພວກເຈົ້າ​ຄືນ​ໃໝ່ ແລະ ໃຫ້​ພວກເຈົ້າ​ເຂັ້ມແຂງ, ໜັກແໜ້ນ ແລະ ໝັ້ນຄົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka