Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 1:23 - ພຣະຄຳພີລາວສະບັບສະໄໝໃໝ່

23 ເພາະ​ພວກເຈົ້າ​ໄດ້​ບັງເກີດ​ໃໝ່​ແລ້ວ, ບໍ່​ແມ່ນ​ເກີດ​ຈາກ​ເມັດພັນ​ອັນ​ເສື່ອມສູນ​ໄດ້ ແຕ່​ຈາກ​ເມັດພັນ​ອັນ​ບໍ່​ມີ​ເສື່ອມສູນ ຜ່ານທາງ​ພຣະຄຳ​ຂອງ​ພຣະເຈົ້າ​ອັນ​ມີຊີວິດ ແລະ ຕັ້ງໝັ້ນຄົງ​ຖາວອນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

23 ດ້ວຍວ່າ, ເຈົ້າ​ທັງຫລາຍ​ໄດ້​ເກີດ​ໃໝ່​ແລ້ວ ບໍ່ແມ່ນ​ເກີດ​ຈາກ​ແນວ​ປູກ​ທີ່​ອາດ​ເປື່ອຍເນົ່າ ແຕ່​ເກີດ​ຈາກ​ແນວ​ປູກ​ທີ່​ບໍ່​ອາດ​ເປືອຍເນົ່າ ຄື​ເກີດ​ຈາກ​ພຣະທຳ​ຂອງ​ພຣະເຈົ້າ ອັນ​ຊົງ​ຊີວິດ​ແລະ​ຕັ້ງໝັ້ນຄົງ.

Uka jalj uñjjattʼäta Copia luraña




1 ເປໂຕ 1:23
18 Jak'a apnaqawi uñst'ayäwi  

ສະຫວັນ ແລະ ແຜ່ນດິນໂລກ​ຈະ​ລ່ວງ​ພົ້ນ​ໄປ, ແຕ່​ຖ້ອຍຄຳ​ຂອງ​ເຮົາ​ຈະ​ບໍ່​ລ່ວງ​ພົ້ນ​ໄປ​ຈັກເທື່ອ.


“ຄວາມໝາຍ​ຂອງ​ຄຳອຸປະມາ​ກໍ​ຄື ເມັດພືດ​ທີ່​ຫວ່ານ​ນັ້ນ​ແມ່ນ​ພຣະຄຳ​ຂອງ​ພຣະເຈົ້າ,


ຄື​ເປັນ​ລູກ​ທີ່​ບໍ່​ໄດ້​ເກີດ​ຈາກ​ການສືບເຊື້ອສາຍ​ຕາມ​ທຳມະຊາດ ຫລື ຄວາມຕ້ອງການ​ຂອງ​ມະນຸດ ຫລື ຈາກ​ຄວາມຕ້ອງການ​ຂອງ​ຜົວ, ແຕ່​ເກີດ​ຈາກ​ພຣະເຈົ້າ.


ທຸກສິ່ງ​ຖືກ​ສ້າງຂຶ້ນ​ໂດຍ​ທາງ​ພຣະອົງ, ໃນ​ບັນດາ​ສິ່ງ​ທີ່​ຖືກ​ສ້າງຂຶ້ນ​ມາ​ນັ້ນ, ບໍ່​ມີ​ຈັກ​ສິ່ງ​ທີ່​ບໍ່​ໄດ້​ຖືກ​ສ້າງຂຶ້ນ​ໂດຍ​ທາງ​ພຣະອົງ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ບໍ່​ມີ​ຜູ້ໃດ​ສາມາດ​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ​ໄດ້ ຖ້າ​ພວກເຂົາ​ບໍ່​ບັງເກີດ​ໃໝ່”.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ບໍ່​ເກີດ​ຈາກ​ນ້ຳ ແລະ ຈາກ​ພຣະວິນຍານ ຜູ້​ນັ້ນ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່​ໄດ້.


ພຣະວິນຍານ​ໃຫ້​ຊີວິດ ເນື້ອໜັງ​ບໍ່​ສຳຄັນ​ຫຍັງ​ເລີຍ. ຖ້ອຍຄຳ​ທີ່​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ​ນັ້ນ​ແມ່ນ​ເຕັມ​ໄປ​ດ້ວຍ​ວິນຍານ ແລະ ຊີວິດ,


ແລະ ເອົາ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ຜູ້​ເປັນ​ອະມະຕະ​ໄປ​ແລກປ່ຽນ​ກັບ​ຮູບເຄົາລົບ​ທີ່​ສ້າງ​ຂຶ້ນ​ຕາມ​ແບບ​ຂອງ​ມະນຸດ​ທີ່​ຕ້ອງ​ຕາຍ, ຕາມ​ແບບ​ຂອງ​ສັດປີກ, ສັດເລືອຄານ ແລະ ສັດ​ຕ່າງໆ.


ເພາະວ່າ​ພຣະທຳ​ຂອງ​ພຣະເຈົ້າ​ນັ້ນ​ມີຊີວິດ ແລະ ລິດເດດ. ຄົມ​ກວ່າ​ດາບ​ສອງ​ຄົມ​ທຸກ​ດວງ, ແທງ​ຊອດ​ແມ່ນແຕ່​ຈິດໃຈ ແລະ ວິນຍານ, ຕະຫລອດ​ທັງ​ຄໍ່​ກະດູກ ແລະ ໄຂ​ໃນ​ກະດູກ, ທັງ​ສັງເກດ​ຮູ້​ຄວາມຄິດ ແລະ ທັດສະນະຄະຕິ​ຂອງ​ຫົວໃຈ​ໄດ້.


ພຣະອົງ​ເລືອກ​ທີ່​ຈະ​ໃຫ້​ພວກເຮົາ​ບັງເກີດ​ຜ່ານ​ທາງ​ຖ້ອຍຄຳ​ແຫ່ງ​ຄວາມຈິງ​ເພື່ອ​ພວກເຮົາ​ຈະ​ໄດ້​ເປັນ​ຜົນທຳອິດ​ຂອງ​ທຸກສິ່ງ​ທີ່​ໄດ້​ພຣະອົງ​ສ້າງ.


ແຕ່​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຕັ້ງໝັ້ນຄົງ​ຢູ່​ຕະຫລອດໄປ”. ແລະ ນີ້​ຄື​ຖ້ອຍຄຳ​ທີ່​ໄດ້​ປະກາດ​ແກ່​ພວກເຈົ້າ​ແລ້ວ.


ສັນລະເສີນ​ພຣະເຈົ້າ​ພຣະບິດາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ດ້ວຍ​ຄວາມເມດຕາ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະອົງ​ໄດ້​ໃຫ້​ພວກເຮົາ​ໄດ້​ບັງເກີດ​ໃໝ່​ເຂົ້າ​ໃນ​ຄວາມຫວັງ​ອັນ​ມີຊີວິດ​ຢູ່​ຜ່ານທາງ​ການເປັນຄືນມາຈາກຕາຍ​ຂອງ​ພຣະເຢຊູຄຣິດເຈົ້າ,


ບໍ່​ມີ​ຜູ້ໃດ​ທີ່​ເກີດ​ຈາກ​ພຣະເຈົ້າ​ແລ້ວ​ຍັງ​ເຮັດ​ບາບ​ຕໍ່ໄປ, ເພາະວ່າ​ເມັດພັນ​ຂອງ​ພຣະເຈົ້າ​ດຳລົງ​ຢູ່​ໃນ​ພວກເຂົາ, ພວກເຂົາ​ບໍ່​ສາມາດ​ເຮັດ​ບາບ​ຕໍ່ໄປ​ເພາະ​ພວກເຂົາ​ໄດ້​ເກີດ​ຈາກ​ພຣະເຈົ້າ.


ພວກເຮົາ​ຮູ້​ວ່າ​ຜູ້​ທີ່​ເກີດ​ຈາກ​ພຣະເຈົ້າ​ບໍ່​ເຮັດ​ບາບ​ຕໍ່ໄປ; ແຕ່​ພຣະອົງ​ຜູ້​ເກີດ​ຈາກ​ພຣະເຈົ້າ​ຄຸ້ມຄອງ​ພວກເຂົາ​ໄວ້​ໃຫ້​ປອດໄພ ແລະ ມານຊົ່ວຮ້າຍ​ບໍ່​ສາມາດ​ເຮັດ​ອັນຕະລາຍ​ຕໍ່​ພວກເຂົາ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka