Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 1:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ເມື່ອ​ພວກເຈົ້າ​ຂໍ​ຕໍ່​ພຣະບິດາເຈົ້າ​ຜູ້​ຕັດສິນ​ການກະທຳ​ຂອງ​ແຕ່ລະຄົນ​ໂດຍ​ບໍ່​ເລືອກ​ໜ້າ​ຜູ້ໃດ ກໍ​ຈົ່ງ​ດຳເນີນຊີວິດ​ໃນ​ຖານະ​ທີ່​ເປັນ​ຄົນຕ່າງດ້າວ​ດ້ວຍ​ຄວາມຢຳເກງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ແລະ​ຖ້າ​ພວກເຈົ້າ​ພາວັນນາ​ອະທິຖານ​ທູນ​ຂໍ​ຕໍ່​ພຣະອົງ ຜູ້​ຊົງ​ພິພາກສາ​ທຸກຄົນ ຕາມ​ກິດຈະການ​ຂອງ​ເຂົາ ໂດຍ​ບໍ່​ເລືອກ​ໜ້າ​ຜູ້ໃດ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ເອີ້ນ​ພຣະອົງ​ວ່າ, “ພຣະບິດາເຈົ້າ” ກໍຕາມ ຈົ່ງ​ປະຕິບັດ​ໄປ​ດ້ວຍ​ຄວາມ​ຢຳເກງ ຕະຫລອດ​ເວລາ​ທີ່​ພວກເຈົ້າ​ອາໄສ​ຢູ່​ໃນ​ໂລກນີ້.

Uka jalj uñjjattʼäta Copia luraña




1 ເປໂຕ 1:17
33 Jak'a apnaqawi uñst'ayäwi  

ເພາະ​ບຸດມະນຸດ​ຈະ​ມາ​ປາກົດ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະບິດາເຈົ້າ​ຂອງ​ພຣະອົງ ພ້ອມ​ດ້ວຍ​ບັນດາ​ເທວະດາ​ຂອງ​ພຣະອົງ, ເມື່ອ​ນັ້ນ​ພຣະອົງ​ຈະ​ຕອບແທນ​ແກ່​ທຸກຄົນ​ຕາມ​ການກະທຳ​ຂອງ​ພວກເຂົາ.


ພວກເຂົາ​ຈຶ່ງ​ໃຊ້​ພວກ​ລູກສິດ​ຂອງ​ພວກເຂົາ​ພ້ອມກັບ​ກຸ່ມ​ສະໜັບສະໜູນ​ເຮໂຣດ​ບາງຄົນ​ໄປ​ຫາ​ພຣະອົງ. ພວກເຂົາ​ເວົ້າ​ວ່າ, “ອາຈານ​ເອີຍ, ພວກເຮົາ​ຮູ້​ວ່າ​ທ່ານ​ເປັນ​ຄົນສັດຊື່ ແລະ ທ່ານ​ໄດ້​ສອນ​ທາງ​ຂອງ​ພຣະເຈົ້າ​ຕາມ​ຄວາມ​ຈິງ. ທ່ານ​ບໍ່​ໄດ້​ຖືກ​ຊັກຈູງ​ໂດຍ​ຄົນ​ອື່ນ, ເພາະ​ທ່ານ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ.


“ດ້ວຍເຫດນີ້, ພວກເຈົ້າ​ຄວນ​ຈະ​ອະທິຖານ​ດັ່ງນີ້​ວ່າ: “‘ຂ້າແດ່​ພຣະບິດາເຈົ້າ​ຂອງ​ພວກ​ຂ້ານ້ອຍ​ທັງຫລາຍ ຜູ້​ຢູ່​ໃນ​ສະຫວັນ, ຂໍ​ໃຫ້​ນາມ​ຂອງ​ພຣະອົງ​ເປັນ​ທີ່​ເຄົາລົບ​ບູຊາ,


ກໍ​ແມ່ນ​ແລ້ວ ແຕ່​ທີ່​ພວກເຂົາ​ຖືກ​ຫັກ​ອອກ​ໄປ​ນັ້ນ​ກໍ​ເພາະ​ບໍ່​ເຊື່ອ ສ່ວນ​ເຈົ້າ​ຢູ່​ໄດ້​ກໍ​ເພາະ​ຄວາມເຊື່ອ. ຢ່າ​ໄດ້​ຈອງຫອງ​ເລີຍ, ແຕ່​ຈົ່ງ​ຢຳເກງ.


ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ແລະ ຈາກ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ.


ເຫດສະນັ້ນ, ພວກເຮົາ​ຈຶ່ງ​ໝັ້ນໃຈ​ສະເໝີ ແລະ ຮູ້​ວ່າ​ຕາບໃດ​ທີ່​ພວກເຮົາ​ຍັງ​ຢູ່​ທີ່​ບ້ານ​ໃນ​ຮ່າງກາຍ​ນີ້ ພວກເຮົາ​ກໍ​ຢູ່​ຫ່າງໄກ​ຈາກ​ອົງພຣະຜູ້ເປັນເຈົ້າ.


ເຫດສະນັ້ນ ບັນດາ​ເພື່ອນ​ທີ່​ຮັກ​ເອີຍ, ເມື່ອ​ພວກເຮົາ​ມີ​ຄຳ​ສັນຍາ​ເຫລົ່ານີ້​ແລ້ວ ກໍ​ຂໍ​ໃຫ້​ພວກເຮົາ​ຊຳລະ​ຕົນເອງ​ຈາກ​ທຸກສິ່ງ​ທີ່​ເຮັດ​ໃຫ້​ຮ່າງກາຍ ແລະ ຈິດວິນຍານ​ເປື້ອນເປິ, ຈົ່ງ​ເຮັດ​ໃຫ້​ຄວາມບໍລິສຸດ​ສົມບູນ​ປາກົດ​ອອກມາ​ຈາກ​ຄວາມ​ຢຳເກງ​ພຣະເຈົ້າ.


ເບິ່ງແມ ຄວາມ​ທຸກໃຈ​ໃນ​ທາງ​ຂອງ​ພຣະເຈົ້າ​ນັ້ນ ໄດ້​ສົ່ງຜົນ​ອັນໃດ​ໃຫ້​ແກ່​ພວກເຈົ້າ​ແດ່: ເປັນ​ຕົ້ນ​ວ່າ​ຄວາມເອົາຈິງເອົາຈັງ, ຄວາມ​ກະຕືລືລົ້ນ​ທີ່​ຈະ​ແກ້ຕົວ, ຄວາມຄຽດ, ຄວາມຕື່ນຕົວ, ຄວາມປາຖະໜາ, ຄວາມຫ່ວງໃຍ, ການຕຽມພ້ອມ​ທີ່​ຈະ​ພົບ​ຄວາມຍຸຕິທຳ. ພວກເຈົ້າ​ໄດ້​ພິສູດ​ຕົນເອງ​ໃນ​ທຸກ​ຈຸດ​ແລ້ວ​ວ່າ​ພວກເຈົ້າ​ບໍ່​ມີ​ຄວາມຜິດ​ໃນ​ເລື່ອງ​ນີ້.


ສຳລັບ​ບັນດາ​ຜູ້​ທີ່​ໄດ້​ຮັບ​ການຍົກຍ້ອງ​ຢ່າງ​ສູງ, ບໍ່​ວ່າ​ພວກເຂົາ​ຈະ​ເປັນ​ຢ່າງໃດ​ກໍ​ບໍ່​ແຕກຕ່າງ​ຫຍັງ​ສຳລັບ​ເຮົາ; ພຣະເຈົ້າ​ບໍ່​ໄດ້​ສະແດງ​ຄວາມລຳອຽງ ພວກເຂົາ​ກໍ​ບໍ່​ໄດ້​ເພີ່ມເຕີມ​ສິ່ງໃດ​ແກ່​ຂໍ້ຄວາມ​ຂອງ​ເຮົາ.


ເຮົາ​ໝັ່ນ​ຂໍ​ໃຫ້​ພຣະເຈົ້າ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຄື​ພຣະບິດາເຈົ້າ​ຜູ້​ເຕັມ​ດ້ວຍ​ສະຫງ່າລາສີ ໄດ້​ໃຫ້​ພວກເຈົ້າ​ທັງຫລາຍ​ມີ​ພຣະວິນຍານ​ແຫ່ງ​ສະຕິປັນຍາ ແລະ ການເປີດເຜີຍ, ເພື່ອວ່າ​ພວກເຈົ້າ​ຈະ​ຮູ້​ຈັກ​ພຣະອົງ​ຫລາຍ​ຂຶ້ນ.


ດ້ວຍເຫດນີ້ ເຮົາ​ຈຶ່ງ​ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະບິດາເຈົ້າ,


ແລະ ຜູ້​ທີ່​ເປັນ​ນາຍ ກໍ​ຈົ່ງ​ປະຕິບັດ​ຕໍ່​ຂ້າທາດ​ຂອງ​ຕົນ​ໃນ​ທຳນອງ​ດຽວ​ກັນ​ນີ້. ຢ່າ​ຂົ່ມຂູ່​ພວກເຂົາ, ດ້ວຍ​ວ່າ​ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ​ພຣະອົງ​ຜູ້​ເປັນ​ທັງ​ເຈົ້ານາຍ​ຂອງ​ພວກເຂົາ ແລະ ເຈົ້ານາຍ​ຂອງ​ພວກເຈົ້າ​ນັ້ນ​ຢູ່​ໃນ​ສະຫວັນ ແລະ ພຣະອົງ​ບໍ່​ໄດ້​ມີ​ຄວາມລຳອຽງ.


ເຫດສະນັ້ນ, ເພື່ອນ​ທີ່​ຮັກ​ທັງຫລາຍ​ຂອງ​ເຮົາ, ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ເຊື່ອຟັງ​ຕະຫລອດ​ມາ ບໍ່​ພຽງ​ແຕ່​ໃນ​ຂະນະ​ທີ່​ເຮົາ​ຢູ່​ນໍາ, ແຕ່​ບັດນີ້ ຈົ່ງ​ເຊື່ອຟັງ​ຫລາຍ​ຂຶ້ນ​ກວ່າ​ເກົ່າ​ອີກ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ນໍາ ຈົ່ງ​ບາກບັ່ນ​ຕໍ່ໄປ​ເພື່ອ​ຄວາມພົ້ນ​ຂອງ​ພວກເຈົ້າ​ດ້ວຍ​ຄວາມ​ຢຳເກງ ແລະ ຕົວສັ່ນ,


ຜູ້ໃດ​ທີ່​ເຮັດ​ຜິດ​ກໍ​ຈະ​ໄດ້​ຮັບ​ຜົນ​ຕອບສະໜອງ​ຕາມ​ຄວາມຜິດ​ຂອງ​ຕົນ ແລະ ຈະ​ບໍ່​ມີ​ການ​ລຳອຽງ​ເຂົ້າຂ້າງ​ຜູ້ໃດ.


ເຫດສະນັ້ນ, ໃນ​ເມື່ອ​ພວກເຮົາ​ກຳລັງ​ໄດ້​ຮັບ​ອານາຈັກ​ທີ່​ບໍ່​ສາມາດ​ສັ່ນສະເທືອນ​ໄດ້, ກໍ​ໃຫ້​ພວກເຮົາ​ໂມທະນາ​ຂອບພຣະຄຸນ ແລະ ນະມັດສະການ​ພຣະເຈົ້າ​ຕາມ​ທີ່​ສົມຄວນ​ດ້ວຍ​ຄວາມເຄົາລົບ ແລະ ຢຳເກງ,


ເຫດສະນັ້ນ ໃນ​ເມື່ອ​ສັນຍາ​ວ່າ​ດ້ວຍ​ການ​ເຂົ້າ​ສູ່​ການ​ພັກ​ສະຫງົບ​ຂອງ​ພຣະອົງ​ນັ້ນ​ຍັງ​ຕັ້ງ​ຢູ່, ກໍ​ໃຫ້​ພວກເຮົາ​ທັງຫລາຍ​ລະວັງ​ບໍ່​ໃຫ້​ຄົນໃດ​ໃນ​ພວກເຈົ້າ​ພາດ​ຈາກ​ການ​ພັກສະຫງົບ​ນີ້.


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃນ​ຖານະ​ທີ່​ເປັນ​ຄົນຕ່າງດ້າວ ແລະ ເປັນ​ຄົນຕ່າງຖິ່ນ, ຈົ່ງ​ລະເວັ້ນ​ຈາກ​ຄວາມປາຖະໜາ​ຊົ່ວ ເຊິ່ງ​ຕໍ່ສູ້​ກັບ​ຈິດວິນຍານ​ຂອງ​ພວກເຈົ້າ


ແຕ່​ໃນ​ໃຈ​ຂອງ​ພວກເຈົ້າ​ຈົ່ງ​ເຄົາລົບ​ພຣະຄຣິດເຈົ້າ​ວ່າ​ເປັນ​ອົງພຣະຜູ້ເປັນເຈົ້າ. ຈົ່ງ​ຕຽມພ້ອມ​ສະເໝີ​ທີ່​ຈະ​ຕອບ​ທຸກຄົນ​ທີ່​ຖາມ​ພວກເຈົ້າ​ເຖິງ​ເຫດຜົນ​ທີ່​ພວກເຈົ້າ​ມີ​ຄວາມຫວັງ​ຢ່າງ​ນີ້. ແຕ່​ຈົ່ງ​ຕອບ​ຢ່າງ​ສຸພາບອ່ອນນ້ອມ ແລະ ໃຫ້ກຽດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka