Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 1:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ແຕ່​ພວກເຈົ້າ​ຈົ່ງ​ບໍລິສຸດ​ໃນ​ການກະທຳ​ທຸກ​ຢ່າງ ເໝືອນດັ່ງ​ພຣະອົງ​ຜູ້​ເອີ້ນ​ເອົາ​ພວກເຈົ້າ​ນັ້ນ​ບໍລິສຸດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ແຕ່​ເພາະ​ພຣະອົງ ຜູ້​ຊົງ​ເອີ້ນ​ເຈົ້າ​ທັງຫລາຍ​ນັ້ນ​ບໍຣິສຸດ ຝ່າຍ​ພວກເຈົ້າ​ຈົ່ງ​ກາຍເປັນ​ຜູ້​ບໍຣິສຸດ ໃນ​ທາງ​ກິຣິຍາ​ວາຈາ​ທຸກປະການ​ເໝືອນກັນ.

Uka jalj uñjjattʼäta Copia luraña




1 ເປໂຕ 1:15
32 Jak'a apnaqawi uñst'ayäwi  

ເຫດສະນັ້ນ, ພວກເຈົ້າ​ທັງຫລາຍ​ຈົ່ງ​ເປັນ​ຄົນ​ດີ​ທີ່ສຸດ ເໝືອນດັ່ງ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ໃນ​ສະຫວັນ​ເປັນ​ຜູ້​ດີ​ທີ່ສຸດ.


ລວມທັງ​ພວກເຮົາ​ທັງຫລາຍ​ຜູ້​ທີ່​ພຣະອົງ​ໄດ້​ເອີ້ນ​ໄວ້​ເໝືອນກັນ, ບໍ່​ແມ່ນ​ຈາກ​ຄົນຢິວ​ເທົ່ານັ້ນ ແຕ່​ຈາກ​ຄົນຕ່າງຊາດ​ດ້ວຍ.


ເຫດສະນັ້ນ ບັນດາ​ເພື່ອນ​ທີ່​ຮັກ​ເອີຍ, ເມື່ອ​ພວກເຮົາ​ມີ​ຄຳ​ສັນຍາ​ເຫລົ່ານີ້​ແລ້ວ ກໍ​ຂໍ​ໃຫ້​ພວກເຮົາ​ຊຳລະ​ຕົນເອງ​ຈາກ​ທຸກສິ່ງ​ທີ່​ເຮັດ​ໃຫ້​ຮ່າງກາຍ ແລະ ຈິດວິນຍານ​ເປື້ອນເປິ, ຈົ່ງ​ເຮັດ​ໃຫ້​ຄວາມບໍລິສຸດ​ສົມບູນ​ປາກົດ​ອອກມາ​ຈາກ​ຄວາມ​ຢຳເກງ​ພຣະເຈົ້າ.


ບໍ່​ວ່າ​ສິ່ງໃດ​ຈະ​ເກີດຂຶ້ນ, ພວກເຈົ້າ​ຈົ່ງ​ປະພຶດ​ຕົນ​ໃຫ້​ສົມ​ກັບ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ. ຫລັງຈາກນັ້ນ ບໍ່​ວ່າ​ເຮົາ​ຈະ​ມາ​ຫາ​ພວກເຈົ້າ ຫລື ພຽງ​ແຕ່​ໄດ້​ຍິນ​ກ່ຽວກັບ​ພວກເຈົ້າ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ກໍ​ຕາມ, ເຮົາ​ຈະ​ຮູ້​ວ່າ​ພວກເຈົ້າ​ຕັ້ງໝັ້ນຄົງ​ໃນ​ພຣະວິນຍານ​ອົງ​ດຽວ​ກັນ, ຕໍ່ສູ້​ຮ່ວມກັນ​ເໝືອນ​ເປັນ​ຄົນ​ດຽວ​ກັນ​ເພື່ອ​ຄວາມເຊື່ອ​ແຫ່ງ​ຂ່າວປະເສີດ


ເຮົາ​ກຳລັງ​ມຸ່ງໜ້າ​ໄປ​ສູ່​ຫລັກໄຊ​ເພື່ອ​ຈະ​ໄດ້​ຮັບ​ລາງວັນ​ເພາະ​ເປັນ​ລາງວັນ​ທີ່​ພຣະເຈົ້າ​ໄດ້​ເອີ້ນ​ເຮົາ​ໃຫ້​ໄປ​ຮັບ​ຢູ່​ສະຫວັນ​ໃນ​ພຣະຄຣິດເຈົ້າເຢຊູ.


ແຕ່​ພວກເຮົາ​ທັງຫລາຍ​ເປັນ​ພົນລະເມືອງ​ຂອງ​ສະຫວັນ. ແລະ ພວກເຮົາ​ຄອຍຖ້າ​ພຣະຜູ້ຊ່ວຍໃຫ້ພົ້ນ​ຈາກ​ສະຫວັນ​ຢ່າງ​ກະຕືລືລົ້ນ, ຄື​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ,


ໃຫ້​ກຳລັງໃຈ, ເລົ້າໂລມໃຈ ແລະ ຊຸກຍູ້​ພວກເຈົ້າ​ໃຫ້​ດຳເນີນຊີວິດ​ໃຫ້​ຄູ່ຄວນ​ກັບ​ພຣະເຈົ້າ ຜູ້​ເອີ້ນ​ເອົາ​ພວກເຈົ້າ​ໃຫ້​ເຂົ້າ​ມາ​ສູ່​ອານາຈັກ ແລະ ໃນ​ສະຫງ່າລາສີ​ຂອງ​ພຣະອົງ.


ຢ່າ​ໃຫ້​ຜູ້ໃດ​ດູຖູກ​ເຈົ້າ​ຍ້ອນ​ເຈົ້າ​ຍັງ​ໜຸ່ມ, ແຕ່​ຈົ່ງ​ເປັນ​ແບບຢ່າງ​ຕໍ່​ຜູ້ທີ່ເຊື່ອ​ທັງຫລາຍ​ໃນ​ດ້ານ​ວາຈາ, ການ​ປະພຶດ, ຄວາມຮັກ, ຄວາມເຊື່ອ ແລະ ຄວາມບໍລິສຸດ.


ພຣະອົງ​ໄດ້​ໄຖ່​ພວກເຮົາ​ໃຫ້​ພົ້ນ ແລະ ໄດ້​ເອີ້ນ​ພວກເຮົາ​ມາ​ສູ່​ຊີວິດ​ທີ່​ບໍລິສຸດ ບໍ່​ແມ່ນ​ເພາະ​ການກະທຳ​ໃດໆ​ທີ່​ພວກເຮົາ​ໄດ້​ເຮັດ ແຕ່​ເພາະ​ປະສົງ ແລະ ພຣະຄຸນ​ຂອງ​ພຣະອົງ​ເອງ. ພຣະຄຸນ​ນີ້​ໄດ້​ມອບໃຫ້​ແກ່​ພວກເຮົາ​ໃນ​ພຣະຄຣິດເຈົ້າເຢຊູ​ຕັ້ງແຕ່​ກ່ອນ​ຈຸດເລີ່ມຕົ້ນ​ຂອງ​ເວລາ.


ຄົນ​ຂອງ​ພວກເຮົາ​ຕ້ອງ​ຮຽນຮູ້​ທີ່​ຈະ​ອຸທິດຕົນ​ເຮັດ​ສິ່ງ​ທີ່​ດີ ເພື່ອ​ພວກເຂົາ​ຈະ​ໄດ້​ຈັດຫາ​ສິ່ງ​ທີ່​ຈໍາເປັນ​ໃນ​ຊີວິດ​ປະຈໍາວັນ​ໃຫ້​ຜູ້ອື່ນ ແລະ ເພື່ອ​ຈະ​ບໍ່​ດຳເນີນຊີວິດ​ຢ່າງ​ໄຮ້ປະໂຫຍດ.


ນີ້​ເປັນ​ຄຳເວົ້າ​ທີ່​ໜ້າເຊື່ອຖື ແລະ ເຮົາ​ຢາກ​ໃຫ້​ເຈົ້າ​ເນັ້ນ​ໃສ່​ເລື່ອງ​ເຫລົ່ານີ້ ເພື່ອ​ວ່າ​ບັນດາ​ຜູ້​ທີ່​ໄວ້ໃຈ​ໃນ​ພຣະເຈົ້າ​ຈະ​ໄດ້​ເອົາໃຈໃສ່​ໃນ​ການອຸທິດຕົນ​ເຮັດ​ສິ່ງ​ທີ່​ດີ. ສິ່ງ​ເຫລົ່ານີ້​ເປັນ​ສິ່ງ​ດີ​ເລີດ ແລະ ເປັນ​ປະໂຫຍດ​ແກ່​ທຸກຄົນ.


ຈົ່ງ​ພະຍາຍາມ​ທີ່​ຈະ​ຢູ່​ຢ່າງ​ສະຫງົບສຸກ​ຮ່ວມ​ກັບ​ທຸກຄົນ ແລະ ເປັນ​ຜູ້​ບໍລິສຸດ, ເພາະ​ຖ້າ​ປາດສະຈາກ​ຄວາມບໍລິສຸດ​ແລ້ວ​ກໍ​ບໍ່​ມີ​ຜູ້ໃດ​ຈະ​ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ.


ຈົ່ງ​ຮັກສາ​ຊີວິດ​ຂອງ​ພວກເຈົ້າ​ໃຫ້​ເວັ້ນຈາກ​ການຮັກເງິນ ແລະ ຈົ່ງ​ພໍໃຈ​ກັບ​ສິ່ງ​ທີ່​ຕົນ​ມີ​ຢູ່, ເພາະວ່າ​ພຣະເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ເຮົາ​ຈະ​ບໍ່​ໄປ​ຈາກ​ເຈົ້າ, ເຮົາ​ຈະ​ບໍ່​ປະຖິ້ມ​ເຈົ້າ​ຈັກເທື່ອ”.


ຜູ້ໃດ​ໃນ​ທ່າມກາງ​ພວກເຈົ້າ​ເປັນ​ຄົນສະຫລາດ ແລະ ມີ​ຄວາມເຂົ້າໃຈ? ກໍ​ໃຫ້​ພວກເຂົາ​ສະແດງ​ສິ່ງ​ນັ້ນ​ອອກ​ມາ​ໃນ​ການ​ດຳເນີນຊີວິດ​ທີ່​ດີ​ຂອງ​ພວກເຂົາ ໂດຍ​ການກະທຳ​ອັນ​ຖ່ອມໂຕ​ລົງ​ທີ່​ມາ​ຈາກ​ສະຕິປັນຍາ.


ຈົ່ງ​ດຳເນີນຊີວິດ​ໃຫ້​ດີ​ໃນ​ທ່າມກາງ​ຄົນບໍ່ເຊື່ອ​ພຣະເຈົ້າ ເຖິງແມ່ນວ່າ​ພວກເຂົາ​ກ່າວຫາ​ພວກເຈົ້າ​ວ່າ​ເຮັດ​ຜິດ, ພວກເຂົາ​ກໍ​ຈະ​ເຫັນ​ການກະທຳ​ທີ່​ດີ​ຂອງ​ພວກເຈົ້າ ແລະ ຖວາຍ​ກຽດ​ພຣະເຈົ້າ​ໃນ​ວັນ​ທີ່​ພຣະອົງ​ມາ​ຢ້ຽມຢາມ​ພວກເຮົາ.


ແຕ່​ພວກເຈົ້າ​ເປັນ​ຜູ້​ທີ່​ພຣະເຈົ້າ​ເລືອກ​ໄວ້, ເປັນ​ປະໂລຫິດ​ຫລວງ, ເປັນ​ຊົນຊາດ​ບໍລິສຸດ, ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ, ເພື່ອ​ພວກເຈົ້າ​ຈະ​ໄດ້​ປະກາດ​ຄຳ​ສັນລະເສີນ​ພຣະອົງ​ຜູ້​ເອີ້ນ​ພວກເຈົ້າ​ອອກຈາກ​ຄວາມມືດ​ເຂົ້າ​ສູ່​ຄວາມສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


ຈົ່ງ​ຮັກສາ​ຈິດສຳນຶກ​ໃຫ້​ໃສ​ສະອາດ ເພື່ອ​ຜູ້​ທີ່​ກ່າວຮ້າຍ​ຄວາມປະພຶດ​ດີ​ຂອງ​ພວກເຈົ້າ​ໃນ​ພຣະຄຣິດເຈົ້າ​ນັ້ນ​ຈະ​ໄດ້​ລະອາຍໃຈ​ທີ່​ມາ​ໃສ່ຮ້າຍ​ພວກເຈົ້າ.


ແລະ ຫລັງ​ຈາກ​ພວກເຈົ້າ​ທົນທຸກ​ຢູ່​ຊົ່ວຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ແຫ່ງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ເອີ້ນ​ພວກເຈົ້າ​ມາ​ສູ່​ສະຫງ່າລາສີ​ອັນ​ນິລັນດອນ​ຂອງ​ພຣະອົງ​ໃນ​ພຣະຄຣິດເຈົ້າ ພຣະອົງ​ເອງ​ຈະ​ຟື້ນຟູ​ພວກເຈົ້າ​ຄືນ​ໃໝ່ ແລະ ໃຫ້​ພວກເຈົ້າ​ເຂັ້ມແຂງ, ໜັກແໜ້ນ ແລະ ໝັ້ນຄົງ.


ທຸກຄົນ​ທີ່​ມີ​ຄວາມຫວັງ​ໃນ​ພຣະອົງ​ຢ່າງ​ນີ້​ຄວນ​ຊຳລະ​ຕົນເອງ​ໃຫ້​ບໍລິສຸດ, ເໝືອນດັ່ງ​ທີ່​ພຣະອົງ​ບໍລິສຸດ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ຟີລາເດັນເຟຍ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະອົງ​ຜູ້​ບໍລິສຸດ ແລະ ເປັນ​ຄວາມ​ຈິງ, ຜູ້​ຖື​ກະແຈ​ຂອງ​ດາວິດ. ສິ່ງ​ທີ່​ພຣະອົງ​ເປີດ​ແລ້ວ​ບໍ່​ມີ​ຜູ້ໃດ​ສາມາດ​ປິດ​ໄດ້ ແລະ ສິ່ງ​ທີ່​ພຣະອົງ​ປິດ​ແລ້ວ​ບໍ່​ມີ​ຜູ້ໃດ​ສາມາດ​ເປີດ​ໄດ້.


ສິ່ງທີ່ມີຊີວິດ​ທັງ​ສີ່​ນີ້ ແຕ່​ລະ​ຕົນ​ມີ​ຫົກ​ປີກ ແລະ ມີ​ຕາ​ເຕັມ​ຢູ່​ອ້ອມຮອບ ແມ່ນແຕ່​ຢູ່​ໃຕ້​ປີກ. ສິ່ງທີ່ມີຊີວິດ​ເຫລົ່ານັ້ນ​ຮ້ອງ​ຕະຫລອດ​ທັງ​ກາງເວັນ ແລະ ກາງຄືນ​ບໍ່​ຢຸດ​ຈັກເທື່ອ​ວ່າ: “‘ບໍລິສຸດ, ບໍລິສຸດ, ບໍລິສຸດ ຄື​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່’, ຜູ້​ດຳລົງ​ຢູ່​ໃນ​ອະດີດ ແລະ ດຳລົງ​ຢູ່​ໃນ​ປັດຈຸບັນ ແລະ ຜູ້​ຈະ​ມາ”.


ພວກເຂົາ​ຮ້ອງ​ສຽງ​ດັງ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ​ອົງເຈົ້ານາຍ, ຜູ້​ບໍລິສຸດ ແລະ ຜູ້​ເປັນ​ຄວາມ​ຈິງ, ອີກ​ດົນປານໃດ​ພຣະອົງ​ຈຶ່ງ​ຈະ​ພິພາກສາ​ບັນດາ​ຄົນ​ທີ່​ອາໄສ​ຢູ່​ໃນ​ແຜ່ນດິນໂລກ ແລະ ແກ້ແຄ້ນ​ແທນ​ເລືອດ​ຂອງ​ພວກຂ້ານ້ອຍ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka