Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 1:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ໃນ​ຖານະ​ລູກ​ທີ່​ເຊື່ອຟັງ, ຢ່າ​ດຳເນີນ​ຕາມ​ຄວາມປາຖະໜາ​ຊົ່ວ​ທີ່​ພວກເຈົ້າ​ເຄີຍ​ມີ​ເມື່ອ​ເວລາ​ທີ່​ພວກເຈົ້າ​ໃຊ້​ຊີວິດ​ໃນ​ຄວາມໂງ່​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ຈົ່ງ​ເປັນ​ລູກ​ທີ່​ເຊື່ອຟັງ ແລະ​ຢ່າ​ດຳເນີນ​ຊີວິດ​ຕາມ​ຕັນຫາ​ແບບ​ເກົ່າ ທີ່​ພວກເຈົ້າ​ເຄີຍ​ມີ​ໃນ​ຄາວ​ຍັງ​ໂງ່​ຢູ່​ນັ້ນ.

Uka jalj uñjjattʼäta Copia luraña




1 ເປໂຕ 1:14
12 Jak'a apnaqawi uñst'ayäwi  

ໃນ​ອະດີດ​ພຣະເຈົ້າ​ເບິ່ງ​ຂ້າມ​ຄວາມໂງ່​ເຊັ່ນນັ້ນ ແຕ່​ບັດນີ້ ພຣະອົງ​ໄດ້​ສັ່ງ​ມະນຸດ​ທຸກຄົນ​ໃນ​ທົ່ວ​ທຸກ​ບ່ອນ​ໃຫ້​ຖິ້ມໃຈເກົ່າເອົາໃຈໃໝ່.


ຢ່າ​ດຳເນີນຊີວິດ​ເໝືອນ​ຢ່າງ​ຄົນ​ໃນ​ໂລກ​ນີ້ ແຕ່​ຈົ່ງ​ຮັບ​ການປ່ຽນແປງ​ຈິດໃຈ​ຂອງ​ພວກເຈົ້າ​ໃໝ່ ແລ້ວ​ພວກເຈົ້າ​ຈະ​ສາມາດ​ພິສູດ ແລະ ຢືນຢັນ​ໄດ້​ວ່າ​ສິ່ງໃດ​ຄື​ຄວາມ​ປະສົງ​ທີ່​ດີ, ເປັນ​ທີ່​ຍອມ​ຮັບ ແລະ ສົມບູນແບບ​ຂອງ​ພຣະເຈົ້າ.


ເຫດສະນັ້ນ, ພວກເຮົາ​ຈຶ່ງ​ຖືກ​ຝັງ​ໄວ້​ກັບ​ພຣະອົງ​ແລ້ວ ໂດຍ​ການ​ຮັບ​ບັບຕິສະມາ​ເຂົ້າ​ໃນ​ຄວາມຕາຍ​ຂອງ​ພຣະອົງ ເພື່ອ​ວ່າ​ພວກເຮົາ​ເອງ​ກໍ​ຈະ​ໄດ້​ມີ​ຊີວິດ​ໃໝ່ ເໝືອນດັ່ງ​ທີ່​ພຣະຄຣິດເຈົ້າ​ໄດ້​ຖືກ​ເຮັດ​ໃຫ້​ເປັນຄືນມາຈາກຕາຍ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະບິດາເຈົ້າ.


ເຊິ່ງ​ພວກເຈົ້າ​ເຄີຍ​ດຳເນີນຊີວິດ​ເມື່ອ​ພວກເຈົ້າ​ໄດ້​ຕິດຕາມ​ທາງ​ຂອງ​ໂລກ​ນີ້ ແລະ ວິຖີ​ຂອງ​ຜູ້ມີອຳນາດ​ແຫ່ງ​ຍ່ານ​ຟ້າ​ອາກາດ, ເຊິ່ງ​ເປັນ​ວິນຍານ​ທີ່​ເວລາ​ນີ້​ທຳງານ​ຢູ່​ໃນ​ບັນດາ​ຜູ້​ທີ່​ບໍ່ເຊື່ອຟັງ.


ຢ່າ​ໃຫ້​ຜູ້ໃດ​ລໍ້ລວງ​ພວກເຈົ້າ​ດ້ວຍ​ຄຳເວົ້າ​ອັນ​ໄຮ້ປະໂຫຍດ ເພາະ​ຍ້ອນ​ສິ່ງ​ດັ່ງກ່າວ​ນັ້ນ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຈຶ່ງ​ມາ​ເຖິງ​ບັນດາ​ຜູ້​ທີ່​ບໍ່ເຊື່ອຟັງ.


ບໍ່​ແມ່ນ​ມົວເມົາ​ໃນ​ລາຄະຕັນຫາ​ເໝືອນ​ຄົນ​ທີ່​ບໍ່​ຮູ້ຈັກ​ພຣະເຈົ້າ


ເປັນ​ຜູ້​ທີ່​ໄດ້​ເລືອກ​ໄວ້​ຕາມ​ທີ່​ພຣະເຈົ້າ​ພຣະບິດາເຈົ້າ​ຮູ້​ລ່ວງ​ໜ້າ​ແລ້ວ​ຜ່ານທາງ​ການຊຳລະ​ໃຫ້​ບໍລິສຸດ​ຂອງ​ພຣະວິນຍານ, ເພື່ອ​ໃຫ້​ເຊື່ອຟັງ​ພຣະເຢຊູຄຣິດເຈົ້າ ແລະ ໄດ້​ຮັບ​ການຊິດໃສ່​ດ້ວຍ​ໂລຫິດ​ຂອງ​ພຣະອົງ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ຢ່າງ​ລົ້ນເຫລືອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka