Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 1:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ເຫດສະນັ້ນ ຈົ່ງ​ຕຽມ​ຄວາມຄິດ​ຈິດໃຈ​ໃຫ້​ພ້ອມ ແລະ ມີ​ສະຕິ, ຈົ່ງ​ຕັ້ງ​ຄວາມຫວັງ​ໄວ້​ເທິງ​ພຣະຄຸນ​ທີ່​ຈະ​ມາ​ເຖິງ​ພວກເຈົ້າ​ເມື່ອ​ພຣະເຢຊູຄຣິດເຈົ້າ​ມາ​ປາກົດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ດ້ວຍເຫດນັ້ນ ຈົ່ງ​ຕຽມຕົວ​ຕຽມ​ໃຈ​ໃຫ້​ພ້ອມ ຈົ່ງ​ມີ​ສະຕິ​ລະວັງຕົວ ແລະ​ຈົ່ງ​ຕັ້ງ​ຄວາມຫວັງ​ໃຫ້​ເຕັມ​ບໍຣິບູນ​ໃນ​ພຣະຄຸນ ທີ່​ຈະ​ໂຜດ​ປະທານ​ໃຫ້​ພວກເຈົ້າ ເມື່ອ​ພຣະເຢຊູເຈົ້າ​ສະເດັດ​ມາ​ປາກົດ.

Uka jalj uñjjattʼäta Copia luraña




1 ເປໂຕ 1:13
35 Jak'a apnaqawi uñst'ayäwi  

ເພິ່ນ​ຈຶ່ງ​ບອກ​ພວກເຂົາ​ວ່າ, ‘ໃຫ້​ພວກເຈົ້າ​ໄປ​ເຮັດວຽກ​ໃນ​ສວນອະງຸ່ນ​ຂອງ​ຂ້ອຍ​ເໝືອນກັນ ແລະ ຂ້ອຍ​ຈະ​ຈ່າຍ​ຄ່າ​ແຮງງານ​ໃຫ້​ຕາມ​ສົມຄວນ’.


“ຈົ່ງ​ແຕ່ງກາຍ​ໃຫ້​ພ້ອມ​ເພື່ອ​ການຮັບໃຊ້ ແລະ ຮັກສາ​ບັນດາ​ຕະກຽງ​ຂອງ​ພວກເຈົ້າ​ໃຫ້​ລຸກ​ໄໝ້​ຢູ່,


“ຈະ​ເປັນ​ດັ່ງ​ນີ້​ແຫລະ​ໃນ​ວັນ​ທີ່​ບຸດມະນຸດ​ມາ.


ລາວ​ຈະ​ບໍ່​ເວົ້າ​ບໍ​ວ່າ, ‘ຈົ່ງ​ຕຽມ​ອາຫານຄໍ່າ​ໃຫ້​ເຮົາ, ຕຽມໂຕ​ໃຫ້​ພ້ອມ ແລະ ເຝົ້າ​ຮັບໃຊ້​ເຮົາ​ໃນ​ຂະນະ​ທີ່​ເຮົາ​ກິນ ແລະ ດື່ມ, ຫລັງຈາກນັ້ນ​ເຈົ້າ​ຈຶ່ງ​ກິນ ແລະ ດື່ມ’?


ໃຫ້​ເຮົາ​ປະພຶດ​ຕົນ​ຢ່າງ​ເໝາະສົມ​ເໝືອນ​ຢູ່​ໃນ​ເວລາ​ກາງເວັນ, ບໍ່​ໄປ​ມົ້ວສຸມ ແລະ ເມົາເຫລົ້າ, ບໍ່​ເຮັດ​ຜິດສິນທຳທາງເພດ ແລະ ມົວເມົາ, ບໍ່​ວິວາດຜິດຖຽງ ແລະ ອິດສາ​ກັນ.


ເພາະ​ສັບພະສິ່ງ​ທີ່​ພຣະເຈົ້າ​ສ້າງ​ຈົດຈໍ່​ຄອຍຖ້າ​ໃຫ້​ບຸດ​ທັງຫລາຍ​ຂອງ​ພຣະເຈົ້າ​ປາກົດ.


ເຫດສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ຂາດ​ຂອງປະທານ​ຝ່າຍ​ວິນຍານ​ໃດໆ​ໃນ​ຂະນະ​ທີ່​ພວກເຈົ້າ​ລໍຄອຍ​ຢ່າງ​ຈົດຈໍ່​ເພື່ອ​ການ​ມາ​ປາກົດ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ແລະ ບັດນີ້ ຍັງ​ຕັ້ງຢູ່​ສາມ​ສິ່ງ​ຄື: ຄວາມເຊື່ອ, ຄວາມຫວັງ, ແລະ ຄວາມຮັກ, ແຕ່​ສິ່ງ​ທີ່​ໃຫຍ່​ທີ່ສຸດ​ຂອງ​ສິ່ງ​ເຫລົ່ານີ້​ແມ່ນ​ຄວາມຮັກ.


ດັ່ງນັ້ນ ພວກເຈົ້າ​ທັງຫລາຍ​ຈົ່ງ​ຢືດໝັ້ນ​ໂດຍ​ເອົາ​ສາຍແອວ​ແຫ່ງ​ຄວາມຈິງ​ຮັດ​ແອວ​ຂອງ​ພວກເຈົ້າ​ໄວ້, ສວມ​ເສື້ອເກາະປ້ອງກັນເອິກ​ແຫ່ງ​ຄວາມຊອບທຳ


ເມື່ອໃດ​ທີ່​ພຣະຄຣິດເຈົ້າ​ຜູ້​ເປັນ​ຊີວິດ​ຂອງ​ພວກເຈົ້າ​ມາ​ປາກົດ ເມື່ອນັ້ນ​ແຫລະ ພວກເຈົ້າ​ກໍ​ຈະ​ໄດ້​ມາ​ປາກົດ​ພ້ອມ​ກັບ​ພຣະອົງ​ໃນ​ສະຫງ່າລາສີ​ຂອງ​ພຣະອົງ.


ແລະ ຈະ​ໃຫ້​ການບັນເທົາທຸກ​ແກ່​ພວກເຈົ້າ​ທີ່​ໄດ້​ຮັບ​ຄວາມຍາກລຳບາກ ແລະ ໃຫ້​ພວກເຮົາ​ດ້ວຍ. ເຫດການ​ນີ້​ຈະ​ເກີດຂຶ້ນ​ເມື່ອ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ປາກົດ​ຈາກ​ສະຫວັນ​ໃນ​ແປວໄຟ​ອັນ​ຮ້ອນກ້າ​ພ້ອມ​ກັບ​ບັນດາ​ເທວະດາ​ຜູ້​ມີ​ລິດອຳນາດ​ຂອງ​ພຣະອົງ.


ແຕ່​ເຈົ້າ​ຈົ່ງ​ມີ​ສະຕິ​ໃນ​ທຸກ​ສະຖານະການ, ຈົ່ງ​ອົດທົນ​ຕໍ່​ຄວາມຍາກລຳບາກ, ຈົ່ງ​ເຮັດ​ຫນ້າທີ່​ຂອງ​ຜູ້​ປະກາດ​ຂ່າວປະເສີດ, ຈົ່ງ​ເຮັດ​ຫນ້າທີ່​ທັງໝົດ​ໃນ​ພັນທະກິດ​ຂອງ​ເຈົ້າ​ໃຫ້​ສຳເລັດ.


ບັດນີ້​ມົງກຸດ​ແຫ່ງ​ຄວາມຊອບທຳ​ລໍຖ້າ​ເຮົາ​ຢູ່ ເຊິ່ງ​ອົງພຣະຜູ້ເປັນເຈົ້າ​ຜູ້ພິພາກສາ​ທີ່​ຍຸຕິທຳ​ຈະ​ໃຫ້​ມົງກຸດ​ນີ້​ເປັນ​ລາງວັນ​ແກ່​ເຮົາ​ໃນ​ວັນ​ນັ້ນ ແລະ ບໍ່​ແມ່ນ​ແກ່​ເຮົາ​ພຽງ​ຄົນ​ດຽວ ແຕ່​ຈະ​ໃຫ້​ແກ່​ທຸກຄົນ​ທີ່​ລໍຖ້າ​ການ​ມາ​ປາກົດ​ຂອງ​ພຣະອົງ​ດ້ວຍ.


ດັ່ງນັ້ນ ຢ່າ​ປະຖິ້ມ​ຄວາມຫມັ້ນໃຈ​ຂອງ​ພວກເຈົ້າ, ສິ່ງ​ນີ້​ຈະ​ນຳ​ບຳເໜັດ​ອັນ​ຍິ່ງໃຫຍ່​ມາ.


ສ່ວນ​ພຣະຄຣິດເຈົ້າ​ສັດຊື່​ໃນ​ຖານະ​ພຣະບຸດ​ຜູ້​ຄອບຄອງ​ຄົວເຮືອນ​ຂອງ​ພຣະເຈົ້າ. ແລະ ພວກເຮົາ​ທັງຫລາຍ​ກໍ​ຄື​ເຮືອນ​ຂອງ​ພຣະອົງ ຖ້າ​ຫາກ​ພວກເຮົາ​ຢຶດໝັ້ນ​ໃນ​ຄວາມໝັ້ນໃຈ ແລະ ຄວາມຫວັງ​ທີ່​ພວກເຮົາ​ພາກພູມໃຈ​ຢູ່​ນັ້ນ.


ພວກເຮົາ​ມີ​ຄວາມຫວັງ​ນີ້​ເປັນ​ສະໝໍ​ອັນ​ໝັ້ນຄົງ ແລະ ແນ່ນອນ​ຂອງ​ຈິດໃຈ. ຄວາມຫວັງ​ນີ້​ເຂົ້າ​ສູ່​ບ່ອນ​ສັກສິດ​ຊັ້ນໃນ​ທາງຫລັງ​ຜ້າກັ້ງ,


ດັ່ງນັ້ນ ພຣະຄຣິດເຈົ້າ​ກໍ​ຖວາຍ​ພຣະອົງ​ເອງ​ຄັ້ງ​ດຽວ​ເພື່ອ​ລຶບລ້າງ​ບາບ​ຂອງ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ ແລະ ພຣະອົງ​ຈະ​ມາ​ປາກົດ​ເປັນ​ຄັ້ງ​ທີ​ສອງ ບໍ່ແມ່ນ​ເພື່ອ​ຮັບແບກ​ຄວາມບາບ​ແຕ່​ເພື່ອ​ນຳ​ເອົາ​ຄວາມພົ້ນ​ມາ​ສູ່​ບັນດາ​ຜູ້​ທີ່​ລໍຄອຍ​ພຣະອົງ.


ກ່ຽວກັບ​ເລື່ອງ​ຄວາມພົ້ນ​ນີ້, ບັນດາ​ຜູ້ທຳນວາຍ​ຜູ້​ທີ່​ໄດ້​ກ່າວ​ເຖິງ​ພຣະຄຸນ​ທີ່​ຈະ​ມາ​ເຖິງ​ພວກເຈົ້າ​ນັ້ນ​ກໍ​ໄດ້​ຄົ້ນຄວ້າ​ຢ່າງ​ຕັ້ງໃຈ ແລະ ດ້ວຍ​ຄວາມເອົາໃຈໃສ່​ທີ່ສຸດ.


ແຕ່​ໃນ​ໃຈ​ຂອງ​ພວກເຈົ້າ​ຈົ່ງ​ເຄົາລົບ​ພຣະຄຣິດເຈົ້າ​ວ່າ​ເປັນ​ອົງພຣະຜູ້ເປັນເຈົ້າ. ຈົ່ງ​ຕຽມພ້ອມ​ສະເໝີ​ທີ່​ຈະ​ຕອບ​ທຸກຄົນ​ທີ່​ຖາມ​ພວກເຈົ້າ​ເຖິງ​ເຫດຜົນ​ທີ່​ພວກເຈົ້າ​ມີ​ຄວາມຫວັງ​ຢ່າງ​ນີ້. ແຕ່​ຈົ່ງ​ຕອບ​ຢ່າງ​ສຸພາບອ່ອນນ້ອມ ແລະ ໃຫ້ກຽດ.


ເວລາ​ສຸດທ້າຍ​ຂອງ​ສິ່ງ​ທັງໝົດ​ນີ້​ໃກ້​ຈະ​ມາ​ເຖິງ​ແລ້ວ. ເຫດສະນັ້ນ ຈົ່ງ​ມີ​ສະຕິ ແລະ ຮູ້​ຈັກ​ບັງຄັບ​ຕົນ​ເພື່ອ​ພວກເຈົ້າ​ຈະ​ໄດ້​ອະທິຖານ.


ດ້ວຍ​ຄວາມຊ່ວຍເຫລືອ​ຂອງ​ຊີລາ ຜູ້​ທີ່​ເຮົາ​ຖື​ວ່າ​ເປັນ​ພີ່ນ້ອງ​ທີ່​ສັດຊື່ ເຮົາ​ຈຶ່ງ​ໄດ້​ຂຽນ​ມາ​ຫາ​ພວກເຈົ້າ​ໂດຍ​ຫຍໍ້​ເພື່ອ​ໜູນໃຈ​ພວກເຈົ້າ ແລະ ເປັນ​ພະຍານ​ວ່າ​ນີ້​ແມ່ນ​ພຣະຄຸນ​ທີ່​ແທ້​ຈິງ​ຂອງ​ພຣະເຈົ້າ. ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະຄຸນ​ນີ້.


ຈົ່ງ​ມີ​ສະຕິ ແລະ ຕື່ນ​ໂຕ​ຢູ່​ສະເໝີ. ເພາະ​ສັດຕູ​ຂອງ​ພວກເຈົ້າ​ຄື​ມານ​ທຽວ​ວົນວຽນ​ໄປ​ມາ​ເໝືອນ​ໂຕສິງ​ທີ່​ແຜດສຽງ​ຊອກຫາ​ຄົນ​ທີ່​ມັນ​ຈະ​ກັດກິນ​ໄດ້.


ທຸກຄົນ​ທີ່​ມີ​ຄວາມຫວັງ​ໃນ​ພຣະອົງ​ຢ່າງ​ນີ້​ຄວນ​ຊຳລະ​ຕົນເອງ​ໃຫ້​ບໍລິສຸດ, ເໝືອນດັ່ງ​ທີ່​ພຣະອົງ​ບໍລິສຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka