Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 1:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ພວກເພິ່ນ​ໄດ້​ຮັບ​ການ​ເປີດເຜີຍ​ວ່າ​ສິ່ງ​ຕ່າງໆ​ທີ່​ໄດ້​ທຳນວາຍ​ເຖິງ​ນັ້ນ ບໍ່​ແມ່ນ​ເພື່ອ​ເປັນ​ການ​ຮັບໃຊ້​ພວກເພິ່ນ​ເອງ​ແຕ່​ເພື່ອ​ພວກເຈົ້າ, ບັດນີ້ ບັນດາ​ຜູ້​ປະກາດ​ຂ່າວປະເສີດ​ໄດ້​ກ່າວ​ເຖິງ​ສິ່ງ​ຕ່າງໆ​ເຫລົ່ານີ້​ແກ່​ພວກເຈົ້າ​ແລ້ວ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ​ທີ່​ໄດ້​ສົ່ງ​ມາ​ຈາກ​ສະຫວັນ. ແມ່ນ​ແຕ່​ພວກ​ເທວະດາ​ກໍ​ຍັງ​ປາຖະໜາ​ຈະ​ເຂົ້າໃຈ​ສິ່ງ​ເຫລົ່ານີ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ກໍ​ຊົງ​ສຳແດງ​ໃຫ້​ພວກ​ຜູ້ທຳນວາຍ​ນັ້ນ​ຮູ້​ວ່າ ທີ່​ທ່ານ​ເຫຼົ່ານັ້ນ​ໄດ້​ປະຕິບັດ​ໃນ​ເຫດການ​ທັງປວງ​ນັ້ນ ບໍ່ແມ່ນ​ສຳລັບ​ພວກເພິ່ນ​ເອງ ແຕ່​ສຳລັບ​ເຈົ້າ​ທັງຫລາຍ. ບັດນີ້ ຄົນ​ເຫຼົ່ານັ້ນ​ທີ່​ປະກາດ​ຂ່າວປະເສີດ​ແກ່​ເຈົ້າ​ທັງຫລາຍ ໄດ້​ກ່າວ​ສິ່ງ​ເຫຼົ່ານັ້ນ​ແກ່​ພວກເຈົ້າ​ແລ້ວ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ຜູ້​ຊົງ​ຮັບໃຊ້​ມາ​ຈາກ​ສະຫວັນ. ເຫດການ​ເຫຼົ່ານີ້ ເປັນ​ສິ່ງ​ຊຶ່ງ​ພວກ​ເທວະດາ​ປາຖະໜາ​ຈະ​ພິຈາລະນາ​ເບິ່ງ.

Uka jalj uñjjattʼäta Copia luraña




1 ເປໂຕ 1:12
56 Jak'a apnaqawi uñst'ayäwi  

ໃນເວລານັ້ນ ພຣະເຢຊູເຈົ້າ​ໄດ້​ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ອົງພຣະຜູ້ເປັນເຈົ້າ​ແຫ່ງ​ສະຫວັນ ແລະ ແຜ່ນດິນໂລກ, ຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ປິດບັງ​ສິ່ງ​ເຫລົ່ານີ້​ໄວ້​ຈາກ​ຜູ້ສະຫລາດ ແລະ ຜູ້​ມີ​ສະຕິປັນຍາ, ແຕ່​ໄດ້​ເປີດເຜີຍ​ໃຫ້​ແກ່​ບັນດາ​ເດັກນ້ອຍ​ຮູ້.


“ພຣະບິດາເຈົ້າ​ຂອງ​ເຮົາ​ມອບ​ທຸກສິ່ງ​ໃຫ້​ແກ່​ເຮົາ. ບໍ່​ມີ​ຜູ້ໃດ​ຮູ້ຈັກ​ພຣະບຸດ​ນອກ​ຈາກ​ພຣະບິດາເຈົ້າ ແລະ ບໍ່​ມີ​ຜູ້ໃດ​ຮູ້ຈັກ​ພຣະບິດາເຈົ້າ​ນອກ​ຈາກ​ພຣະບຸດ ແລະ ບັນດາ​ຜູ້​ທີ່​ພຣະບຸດ​ໄດ້​ເລືອກ​ທີ່​ຈະ​ເປີດເຜີຍ​ພຣະອົງ.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ຄວາມສຸກ​ມີ​ແກ່​ເຈົ້າ ຊີໂມນ​ລູກຊາຍ​ຂອງ​ໂຢນາ​ເອີຍ, ເພາະວ່າ​ມະນຸດ​ບໍ່​ໄດ້​ເປີດເຜີຍ​ຄວາມຈິງ​ນີ້​ໃຫ້​ເຈົ້າ​ຮູ້ ແຕ່​ແມ່ນ​ພຣະບິດາເຈົ້າ​ຂອງ​ເຮົາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ.


ພຣະອົງ​ກໍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ອອກ​ໄປ​ທົ່ວ​ໂລກ ປະກາດ​ຂ່າວປະເສີດ​ແກ່​ມະນຸດ​ທັງໝົດ.


ໃນ​ທຳນອງ​ດຽວກັນ​ນີ້ ເຮົາ​ບອກ​ພວກເຈົ້າ​ວ່າ, ຈະ​ມີ​ຄວາມຊື່ນຊົມຍິນດີ​ໃນ​ທ່າມກາງ​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ທີ່​ມີ​ຄົນບາບ​ຜູ້​ໜຶ່ງ​ຖິ້ມໃຈເກົ່າເອົາໃຈໃໝ່”.


ພຣະວິນຍານບໍລິສຸດເຈົ້າ​ໄດ້​ສະແດງ​ໃຫ້​ເພິ່ນ​ຮູ້​ວ່າ​ເພິ່ນ​ຈະ​ບໍ່​ຕາຍ​ຈົນ​ກວ່າ​ຈະ​ໄດ້​ເຫັນ​ພຣະເມຊີອາ​ຂອງ​ອົງພຣະຜູ້ເປັນເຈົ້າ.


ແລ້ວ​ພວກສາວົກ​ຈຶ່ງ​ອອກ​ເດີນທາງ​ໄປ​ຕາມ​ບ້ານ​ຕ່າງໆ ເພື່ອ​ປະກາດ​ຂ່າວປະເສີດ ແລະ ເພື່ອ​ຮັກສາ​ຄົນ​ເຈັບປ່ວຍ​ທຸກບ່ອນ​ໃຫ້​ຫາຍດີ.


“ເຮົາ​ຈະ​ສົ່ງ​ອົງ​ພຣະຜູ້ຊ່ວຍ​ຈາກ​ພຣະບິດາເຈົ້າ​ມາ​ຫາ​ພວກເຈົ້າ​ຄື ພຣະວິນຍານ​ແຫ່ງ​ຄວາມຈິງ ເຊິ່ງ​ເປັນ​ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ເມື່ອ​ພຣະອົງ​ມາ​ແລ້ວ ພຣະອົງ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ.


ຂະນະ​ທີ່​ເປໂຕ​ຍັງ​ກ່າວ​ຖ້ອຍຄຳ​ເຫລົ່ານີ້​ຢູ່​ນັ້ນ, ພຣະວິນຍານບໍລິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ທຸກຄົນ​ທີ່​ກຳລັງ​ຟັງ​ຖ້ອຍຄຳ​ນັ້ນ.


ຫລັງຈາກ​ໂປໂລ​ເຫັນ​ນິມິດ​ນີ້​ແລ້ວ, ພວກເຮົາ​ກໍ​ຕຽມພ້ອມ​ທັນທີ​ທີ່​ຈະ​ໄປ​ຍັງ​ແຂວງ​ມາເກໂດເນຍ, ເພາະ​ເຫັນ​ວ່າ​ພຣະເຈົ້າ​ໄດ້​ເອີ້ນ​ພວກເຮົາ​ໃຫ້​ໄປ​ປະກາດ​ຂ່າວປະເສີດ​ແກ່​ພວກເຂົາ.


ເມື່ອ​ພຣະອົງ​ຖືກ​ຍົກ​ຂຶ້ນ​ສູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ​ແລ້ວ ພຣະອົງ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ​ຈາກ​ພຣະບິດາເຈົ້າ​ຕາມ​ສັນຍາ ແລະ ໄດ້​ເທ​ລົງ​ມາ ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ​ຢູ່​ນີ້.


ຫລັງ​ຈາກ​ພວກເຂົາ​ໄດ້​ອະທິຖານ​ຈົບ​ແລ້ວ, ບ່ອນ​ທີ່​ພວກເຂົາ​ເຕົ້າໂຮມກັນ​ຢູ່​ນັ້ນ​ກໍ​ສັ່ນສະເທືອນ. ແລະ ພວກເຂົາ​ທັງໝົດ​ກໍ​ເຕັມ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ​ຢ່າງ​ກ້າຫານ.


ແລ້ວ​ເປໂຕ, ຜູ້​ທີ່​ເຕັມ​ລົ້ນ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ: “ຮຽນ​ບັນດາ​ທ່ານ​ຜູ້ນຳ​ປະຊາຊົນ ແລະ ບັນດາ​ເຖົ້າແກ່​ທີ່​ນັບຖື!


ຫລັງຈາກ​ທີ່​ເປໂຕ ແລະ ໂຢຮັນ​ໄດ້​ປະກາດ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຕໍ່ໄປ ແລະ ໄດ້​ເປັນ​ພະຍານ​ກ່ຽວກັບ​ພຣະເຢຊູເຈົ້າ​ແລ້ວ, ພວກເພິ່ນ​ກໍ​ກັບ​ໄປ​ທີ່​ເຢຣູຊາເລັມ, ປະກາດ​ຂ່າວປະເສີດ​ຕາມ​ບ້ານ​ຂອງ​ຊາວ​ຊາມາເຣຍ​ຫລາຍ​ບ່ອນ.


ດ້ວຍເຫດນີ້ ເຮົາ​ຈຶ່ງ​ກະຕືລືລົ້ນ​ທີ່​ຈະ​ປະກາດ​ຂ່າວປະເສີດ​ແກ່​ພວກເຈົ້າ​ຜູ້​ທີ່​ຢູ່​ໃນ​ນະຄອນ​ໂຣມ​ເໝືອນກັນ.


ເພາະ​ໃນ​ຂ່າວປະເສີດ​ນັ້ນ ຄວາມຊອບທຳ​ຂອງ​ພຣະເຈົ້າ​ກໍ​ໄດ້​ຮັບ​ການເປີດເຜີຍ ເປັນ​ຄວາມຊອບທຳ​ທີ່​ເລີ່ມຕົ້ນ​ດ້ວຍ​ຄວາມເຊື່ອ ແລະ ສຸດທ້າຍ​ກໍ​ດ້ວຍ​ຄວາມເຊື່ອ, ດັ່ງ​ທີ່​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ: “ຄົນຊອບທຳ​ຈະ​ດຳເນີນຊີວິດ​ໂດຍ​ຄວາມເຊື່ອ”.


ແລະ ຖ້າ​ບໍ່​ມີ​ຜູ້ໃດ​ໃຊ້​ພວກເຂົາ​ໄປ ພວກເຂົາ​ຈະ​ໄປ​ປະກາດ​ໄດ້​ຢ່າງໃດ? ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຕີນ​ຂອງ​ຜູ້​ນຳ​ຂ່າວປະເສີດ​ມາ​ກໍ​ງົດງາມ​ແທ້​ນໍ!”


ຄື​ດ້ວຍ​ລິດອຳນາດ​ແຫ່ງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ ໂດຍ​ທາງ​ລິດອຳນາດ​ຂອງ​ພຣະວິນຍານບໍລິສຸດເຈົ້າ ເຮົາ​ຈຶ່ງ​ໄດ້​ປະກາດ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ​ຢ່າງ​ຄົບຖ້ວນ​ໃນ​ທຸກ​ບ່ອນ ຕັ້ງແຕ່​ນະຄອນ​ເຢຣູຊາເລັມ​ໄປ​ທົ່ວ​ຈົນ​ມາ​ຮອດ​ອີລີຣິກົມ.


ແຕ່​ພຣະເຈົ້າ​ໄດ້​ເປີດເຜີຍ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຮົາ​ໂດຍ​ທາງ​ພຣະວິນຍານ​ຂອງ​ພຣະອົງ. ພຣະວິນຍານ​ຢັ່ງຮູ້​ທຸກໆ​ສິ່ງ, ແມ່ນແຕ່​ສິ່ງ​ເລິກ​ຂອງ​ພຣະເຈົ້າ.


ໄດ້​ປະທັບຕາ​ສະແດງ​ຄວາມເປັນເຈົ້າຂອງ​ໃສ່​ພວກເຮົາ ແລະ ໄດ້​ມອບ​ພຣະວິນຍານ​ຂອງ​ພຣະອົງ​ໃສ່​ໄວ້​ໃນ​ໃຈ​ພວກເຮົາ​ເປັນ​ເຄື່ອງມັດຈຳ, ເປັນ​ການ​ຮັບປະກັນ​ໃນ​ສິ່ງ​ທີ່​ຈະ​ມາ​ເຖິງ.


ໃນ​ຄວາມບໍລິສຸດ, ໃນ​ຄວາມເຂົ້າໃຈ, ໃນ​ຄວາມອົດທົນ ແລະ ໃນ​ຄວາມເມດຕາ, ໃນ​ພຣະວິນຍານບໍລິສຸດເຈົ້າ ແລະ ໃນ​ຄວາມຮັກ​ທີ່​ຈິງໃຈ;


ເຮົາ​ບໍ່​ໄດ້ຮັບ​ຂ່າວປະເສີດ​ນີ້​ມາ​ຈາກ​ມະນຸດ​ຄົນໃດ ຫລື ເຮົາ​ບໍ່​ໄດ້​ຮັບ​ການສິດສອນ​ຂ່າວປະເສີດ​ນີ້, ແຕ່​ເຮົາ​ໄດ້​ຮັບ​ຂ່າວປະເສີດ​ໂດຍ​ການເປີດເຜີຍ​ຈາກ​ພຣະເຢຊູຄຣິດເຈົ້າ.


ທີ່​ຈະ​ເປີດເຜີຍ​ພຣະບຸດ​ຂອງ​ພຣະອົງ​ໃນ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ປະກາດ​ພຣະອົງ​ທ່າມກາງ​ບັນດາ​ຄົນຕ່າງຊາດ, ເຮົາ​ກໍ​ຕອບສະໜອງ​ທັນທີ​ໂດຍ​ບໍ່​ໄດ້​ປຶກສາ​ມະນຸດ​ຄົນໃດ.


ຄວາມຕັ້ງໃຈ​ຂອງ​ພຣະອົງ​ໃນ​ເວລານີ້​ຄື ປັນຍາ​ອັນ​ຫລວງຫລາຍ​ຂອງ​ພຣະເຈົ້າ​ຄວນ​ຈະ​ເຮັດ​ໃຫ້​ເປັນ​ທີ່​ຮູ້ຈັກ​ແກ່​ບັນດາ​ຜູ້ປົກຄອງ ແລະ ຜູ້ມີອຳນາດ​ໃນ​ສະຫວັນ​ສະຖານ ຜ່ານ​ທາງ​ຄຣິສຕະຈັກ,


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ໝັ້ນໃຈ​ວ່າ​ພວກເຈົ້າ​ຈື່​ພາລະກິດ​ອັນ​ໜັກໜ່ວງ ແລະ ຄວາມລໍາບາກ​ຂອງ​ພວກເຮົາ, ພວກເຮົາ​ໄດ້​ເຮັດວຽກ​ທັງ​ກາງເວັນ ແລະ ກາງຄືນ​ເພື່ອ​ຈະ​ບໍ່​ເປັນ​ພາລະ​ແກ່​ຜູ້ໃດ​ເລີຍ​ໃນ​ຂະນະ​ທີ່​ພວກເຮົາ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ແກ່​ພວກເຈົ້າ.


ຂໍ້​ເລິກລັບ​ແຫ່ງ​ທາງ​ຂອງ​ພຣະເຈົ້າ​ນັ້ນ​ຍິ່ງໃຫຍ່​ເໜືອ​ຂໍ້​ຂ້ອງ​ໃຈ​ທັງປວງ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຮັບ​ການພິສູດ​ໂດຍ​ພຣະວິນຍານ, ບັນດາ​ເທວະດາ​ກໍ​ໄດ້​ເຫັນ, ໄດ້​ຖືກ​ປະກາດ​ໃນ​ທ່າມກາງ​ປະຊາຊາດ, ຄົນ​ໃນ​ໂລກ​ໄດ້​ເຊື່ອ​ໃນ​ພຣະອົງ, ໄດ້​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າລາສີ.


ຄົນ​ທັງປວງ​ເຫລົ່ານີ້​ໄດ້​ຕາຍ​ໄປ​ຂະນະ​ທີ່​ດຳເນີນຊີວິດ​ໂດຍ​ຄວາມເຊື່ອ. ພວກເພິ່ນ​ບໍ່​ໄດ້​ຮັບ​ສິ່ງ​ທີ່​ສັນຍາ​ໄວ້, ພວກເພິ່ນ​ພຽງ​ແຕ່​ໄດ້​ເຫັນ ແລະ ຕ້ອນຮັບ​ໄວ້​ຕັ້ງແຕ່​ຢູ່​ໄກ ແລະ ຍອມຮັບ​ວ່າ​ພວກເພິ່ນ​ເປັນ​ພຽງ​ຄົນຕ່າງຖິ່ນ ແລະ ຄົນແປກໜ້າ​ໃນ​ໂລກ​ນີ້.


ພຣະເຈົ້າ​ຍັງ​ໄດ້​ເປັນ​ພະຍານ​ເຖິງ​ສິ່ງ​ເຫລົ່ານີ້​ໂດຍ​ໝາຍສຳຄັນ, ການ​ອັດສະຈັນ ແລະ ການປະຕິຫານ​ຕ່າງໆ ແລະ ໂດຍ​ຂອງປະທານ​ແຫ່ງ​ພຣະວິນຍານບໍລິສຸດເຈົ້າ​ທີ່​ໃຫ້​ຕາມ​ປະສົງ​ຂອງ​ພຣະອົງ.


ເພາະ​ພວກເຮົາ​ທັງຫລາຍ​ກໍ​ໄດ້​ຮັບ​ຂ່າວປະເສີດ​ຢ່າງ​ດຽວກັນ​ກັບ​ຄົນ​ເຫລົ່ານັ້ນ​ເໝືອນກັນ, ແຕ່​ຂໍ້ຄວາມ​ທີ່​ພວກເຂົາ​ໄດ້​ຍິນ​ນັ້ນ​ບໍ່​ເປັນ​ປະໂຫຍດ​ແກ່​ພວກເຂົາ, ເພາະວ່າ​ພວກເຂົາ​ບໍ່​ໄດ້​ຮ່ວມ​ໃນ​ຄວາມເຊື່ອ​ຂອງ​ບັນດາ​ຄົນ​ເຫລົ່ານັ້ນ​ທີ່​ເຊື່ອຟັງ.


ແຕ່​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຕັ້ງໝັ້ນຄົງ​ຢູ່​ຕະຫລອດໄປ”. ແລະ ນີ້​ຄື​ຖ້ອຍຄຳ​ທີ່​ໄດ້​ປະກາດ​ແກ່​ພວກເຈົ້າ​ແລ້ວ.


ດ້ວຍ​ເຫດຜົນ​ນີ້​ຂ່າວປະເສີດ​ຈຶ່ງ​ໄດ້​ຖືກ​ປະກາດ​ອອກໄປ​ເຖິງ​ແມ່ນ​ແຕ່​ແກ່​ຄົນ​ທີ່​ຕາຍ​ໄປ​ແລ້ວ, ເພື່ອ​ວ່າ​ພວກເຂົາ​ຈະ​ຖືກ​ຕັດສິນ​ຕາມ​ມາດຕະຖານ​ຂອງ​ມະນຸດ​ທາງ​ຮ່າງກາຍ ແຕ່​ທາງ​ຈິດວິນຍານ​ພວກເຂົາ​ຈະ​ມີຊີວິດ​ຢູ່​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ.


ແລ້ວ​ຂ້າພະເຈົ້າ​ໄດ້​ຫລຽວເບິ່ງ ແລະ ໄດ້​ຍິນ​ສຽງ​ຂອງ​ເທວະດາ​ຈໍານວນ​ຫລວງຫລາຍ​ນັບ​ເປັນ​ພັນໆ ແລະ ນັບ​ເປັນ​ໝື່ນ​ໆ. ເທວະດາ​ເຫລົ່ານັ້ນ​ໄດ້​ອ້ອມຮອບ​ບັນລັງ​ກັບ​ສິ່ງທີ່ມີຊີວິດ ແລະ ບັນດາ​ຜູ້ອາວຸໂສ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka