Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 1:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ພວກເພິ່ນ​ພະຍາຍາມ​ຄົ້ນຫາ​ວ່າ​ສິ່ງ​ທີ່​ພຣະວິນຍານ​ຂອງ​ພຣະຄຣິດເຈົ້າ​ທີ່​ຢູ່​ໃນ​ພວກເພິ່ນ​ໄດ້​ບົ່ງ​ໄວ້​ນັ້ນ​ຈະ​ເກີດຂຶ້ນ​ເມື່ອໃດ ແລະ ຈະ​ເກີດຂຶ້ນ​ຢ່າງໃດ ເມື່ອ​ພຣະອົງ​ໄດ້​ທຳນວາຍ​ເຖິງ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ແລະ ເຖິງ​ສະຫງ່າລາສີ​ທີ່​ຈະ​ຕາມ​ມາ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ພວກເພິ່ນ​ໄດ້​ສຶບຄົ້ນ​ຫາ​ວ່າ ພຣະວິນຍານ​ຂອງ​ພຣະຄຣິດ ຜູ້​ຊົງ​ສະຖິດ​ຢູ່​ໃນ​ພວກເພິ່ນ ໄດ້​ຖືກ​ບົ່ງບອກ​ໄວ້ ເຖິງ​ຄາວ​ໃດ​ແລະ​ເວລາ​ໃດ ເມື່ອ​ພຣະອົງ​ຊົງ​ທຳນວາຍ​ໄວ້ ເຖິງ​ຄວາມ​ທຸກ​ທໍລະມານ​ຂອງ​ພຣະຄຣິດ ແລະ​ເຖິງ​ສະຫງ່າຣາສີ ທີ່​ຈະ​ມາ​ພາຍຫລັງ​ຄວາມ​ທົນທຸກ​ທໍລະມານ​ນັ້ນ.

Uka jalj uñjjattʼäta Copia luraña




1 ເປໂຕ 1:11
29 Jak'a apnaqawi uñst'ayäwi  

ບຸດມະນຸດ​ຈະ​ເປັນ​ໄປ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ກ່ຽວກັບ​ພຣະອົງ. ແຕ່​ວິບັດ​ຈະ​ມີ​ແກ່​ຜູ້​ນັ້ນ​ທີ່​ທໍລະຍົດ​ຕໍ່​ບຸດມະນຸດ! ຖ້າ​ລາວ​ບໍ່​ໄດ້​ເກີດ​ມາ​ເລີຍ​ກໍ​ຈະ​ດີ​ຕໍ່​ລາວ​ຫລາຍ​ກວ່າ”.


ແລ້ວ​ພຣະອົງ​ກໍ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ນີ້​ຄື​ສິ່ງ​ທີ່​ເຮົາ​ບອກ​ໄວ້​ໃນຂະນະ​ທີ່​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ​ຄື: ທຸກສິ່ງ​ຈະ​ຕ້ອງ​ເກີດຂຶ້ນ​ຕາມ​ທີ່​ມີ​ຂຽນ​ໄວ້​ກ່ຽວກັບ​ເຮົາ​ໃນ​ກົດບັນຍັດ​ຂອງ​ໂມເຊ, ຂໍ້​ຂຽນ​ຜູ້ທຳນວາຍ ແລະ ໃນ​ເພງສັນລະເສີນ”.


ເອຊາຢາ​ໄດ້​ກ່າວ​ຢ່າງ​ນີ້​ກໍ​ເພາະ​ເພິ່ນ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະເຢຊູເຈົ້າ ແລະ ໄດ້​ກ່າວ​ເຖິງ​ພຣະອົງ.


ເມື່ອ​ພວກເພິ່ນ​ມາ​ເຖິງ​ຊາຍແດນ​ແຂວງ​ມີເຊຍ, ພວກເພິ່ນ​ກໍ​ພະຍາຍາມ​ຈະ​ເຂົ້າ​ໄປ​ໃນ​ແຂວງ​ບີທີເນຍ, ແຕ່​ພຣະວິນຍານ​ຂອງ​ພຣະເຢຊູເຈົ້າ​ບໍ່​ໃຫ້​ພວກເພິ່ນ​ປະກາດ.


ເຖິງ​ຢ່າງໃດ​ກໍ​ຕາມ ຖ້າ​ພຣະວິນຍານ​ຂອງ​ພຣະເຈົ້າ​ສະຖິດ​ຢູ່​ໃນ​ພວກເຈົ້າ​ທັງຫລາຍ ພວກເຈົ້າ​ກໍ​ບໍ່​ໄດ້​ຢູ່​ຝ່າຍ​ເນື້ອໜັງ​ແຕ່​ຢູ່​ຝ່າຍ​ພຣະວິນຍານ ແລະ ຖ້າ​ຜູ້ໃດ​ບໍ່​ມີ​ພຣະວິນຍານ​ຂອງ​ພຣະຄຣິດເຈົ້າ ຜູ້​ນັ້ນ​ກໍ​ບໍ່​ໄດ້​ເປັນ​ຂອງ​ພຣະຄຣິດເຈົ້າ.


ເພາະວ່າ​ພວກເຈົ້າ​ທັງຫລາຍ​ເປັນ​ລູກ​ຂອງ​ພຣະອົງ, ພຣະເຈົ້າ​ຈຶ່ງ​ໄດ້​ສົ່ງ​ພຣະວິນຍານ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກເຮົາ, ພຣະວິນຍານ​ຜູ້​ຮ້ອງ​ວ່າ, “ອັບບາ, ພໍ່”.


ເພາະ​ຄຳ​ເປີດເຜີຍ​ນັ້ນ​ບໍ່​ເຄີຍ​ເກີດ​ຂຶ້ນ​ຈາກ​ເຈດຕະນາ​ຂອງ​ມະນຸດ ເຖິງ​ແມ່ນ​ວ່າ​ຜູ້ທຳນວາຍ​ຈະ​ເປັນ​ມະນຸດ ກໍ​ກ່າວ​ຖ້ອຍຄຳ​ທີ່​ມາ​ຈາກ​ພຣະເຈົ້າ​ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ນຳ​ພວກເພິ່ນ.


ແລ້ວ​ຂ້າພະເຈົ້າ​ໄດ້​ໝອບລົງ​ທີ່​ຕີນ​ຂອງ​ເທວະດາ​ເພື່ອ​ນະມັດສະການ​ເພິ່ນ. ແຕ່​ເທວະດາ​ນັ້ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຢ່າ​ເຮັດ​ຢ່າງ​ນີ້! ເຮົາ​ເປັນ​ເພື່ອນ​ຮ່ວມ​ຮັບໃຊ້​ກັບ​ທ່ານ ແລະ ຮ່ວມ​ກັບ​ພີ່ນ້ອງ​ຂອງ​ທ່ານ​ທີ່​ຢຶດໝັ້ນ​ໃນ​ຄຳພະຍານ​ເລື່ອງ​ຂອງ​ພຣະເຢຊູເຈົ້າ. ຈົ່ງ​ນະມັດສະການ​ພຣະເຈົ້າ! ເພາະ​ແມ່ນ​ພຣະວິນຍານ​ແຫ່ງ​ການ​ທຳນວາຍ​ທີ່​ເປັນ​ພະຍານ​ເລື່ອງ​ພຣະເຢຊູເຈົ້າ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka