Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 1:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ກ່ຽວກັບ​ເລື່ອງ​ຄວາມພົ້ນ​ນີ້, ບັນດາ​ຜູ້ທຳນວາຍ​ຜູ້​ທີ່​ໄດ້​ກ່າວ​ເຖິງ​ພຣະຄຸນ​ທີ່​ຈະ​ມາ​ເຖິງ​ພວກເຈົ້າ​ນັ້ນ​ກໍ​ໄດ້​ຄົ້ນຄວ້າ​ຢ່າງ​ຕັ້ງໃຈ ແລະ ດ້ວຍ​ຄວາມເອົາໃຈໃສ່​ທີ່ສຸດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ບັນດາ​ຜູ້ທຳນວາຍ​ທີ່​ໄດ້​ທຳນວາຍ​ເຖິງ​ພຣະຄຸນ ຊຶ່ງ​ຈະ​ບັງເກີດ​ແກ່​ເຈົ້າ​ທັງຫລາຍ ກໍໄດ້​ຄົ້ນຄວ້າ​ແລະ​ສືບຖາມ​ຫາ​ຢ່າງ​ຖ້ວນຖີ່ ກ່ຽວກັບ​ເລື່ອງ​ຄວາມ​ພົ້ນ​ນີ້.

Uka jalj uñjjattʼäta Copia luraña




1 ເປໂຕ 1:10
24 Jak'a apnaqawi uñst'ayäwi  

ດ້ວຍວ່າ ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບັນດາ​ຜູ້ທຳນວາຍ ແລະ ຄົນຊອບທຳ​ຫລາຍ​ຄົນ​ຢາກ​ຈະ​ເຫັນ​ສິ່ງ​ທີ່​ພວກເຈົ້າ​ເຫັນ ແຕ່​ກໍ​ບໍ່​ໄດ້​ເຫັນ ແລະ ຢາກ​ຈະ​ໄດ້​ຍິນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ​ແຕ່​ກໍ​ບໍ່​ໄດ້​ຍິນ.


ບຸດມະນຸດ​ຈະ​ເປັນ​ໄປ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ກ່ຽວກັບ​ພຣະອົງ. ແຕ່​ວິບັດ​ຈະ​ມີ​ແກ່​ຜູ້​ນັ້ນ​ທີ່​ທໍລະຍົດ​ຕໍ່​ບຸດມະນຸດ! ຖ້າ​ລາວ​ບໍ່​ໄດ້​ເກີດ​ມາ​ເລີຍ​ກໍ​ຈະ​ດີ​ຕໍ່​ລາວ​ຫລາຍ​ກວ່າ”.


ເຮົາ​ບອກ​ພວກເຈົ້າ​ວ່າ, ບັນດາ​ຜູ້ທຳນວາຍ ແລະ ກະສັດ​ທັງຫລາຍ​ຢາກ​ຈະ​ເຫັນ​ສິ່ງ​ທີ່​ພວກເຈົ້າ​ເຫັນ ແຕ່​ກໍ​ບໍ່​ໄດ້​ເຫັນ, ແລະ ຢາກ​ໄດ້​ຍິນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ ແຕ່​ກໍ​ບໍ່​ໄດ້​ຍິນ”.


ແລ້ວ​ພຣະອົງ​ກໍ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ນີ້​ຄື​ສິ່ງ​ທີ່​ເຮົາ​ບອກ​ໄວ້​ໃນຂະນະ​ທີ່​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ​ຄື: ທຸກສິ່ງ​ຈະ​ຕ້ອງ​ເກີດຂຶ້ນ​ຕາມ​ທີ່​ມີ​ຂຽນ​ໄວ້​ກ່ຽວກັບ​ເຮົາ​ໃນ​ກົດບັນຍັດ​ຂອງ​ໂມເຊ, ຂໍ້​ຂຽນ​ຜູ້ທຳນວາຍ ແລະ ໃນ​ເພງສັນລະເສີນ”.


ພວກເຈົ້າ​ສຶກສາ​ໃນ​ພຣະຄຳພີ​ເພາະ​ພວກເຈົ້າ​ຄິດ​ວ່າ​ໂດຍ​ພຣະຄຳພີ​ນັ້ນ ພວກເຈົ້າ​ຈະ​ມີ​ຊີວິດ​ນິລັນດອນ. ຂໍ້​ພຣະຄຳພີ​ເຫລົ່ານັ້ນ​ທີ່​ເປັນ​ພະຍານ​ກ່ຽວກັບ​ເຮົາ,


ພວກເຂົາ​ຕອບ​ວ່າ, “ເຈົ້າ​ກໍ​ມາ​ຈາກ​ຄາລີເລ​ເໝືອນກັນ​ບໍ? ຈົ່ງ​ໄປ​ຄົ້ນ​ເບິ່ງ​ໃນ​ພຣະຄຳພີ ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ຜູ້ທຳນວາຍ​ບໍ່​ໄດ້​ມາ​ຈາກ​ຄາລີເລ”. ———————————————————— [ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ໃນ​ຍຸກທຳອິດ ແລະ ທີ່​ໜ້າ​ເຊື່ອຖື​ທີ່ສຸດ​ຫລາຍ​ສະບັບ ຕະຫລອດ​ຈົນ​ຫລັກຖານ​ອື່ນໆ​ບໍ່​ມີ ໂຢຮັນ 7:53–8:11.]


ຜູ້ທຳນວາຍ​ທັງໝົດ​ກໍ​ຢືນຢັນ​ກ່ຽວກັບ​ພຣະອົງ​ວ່າ, ທຸກຄົນ​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ​ບາບ​ຜ່ານທາງ​ນາມ​ຂອງ​ພຣະອົງ”.


ຄົນຢິວ​ໃນ​ເມືອງ​ເບເຣຍ​ມີ​ຈິດໃຈ​ດີ​ງາມ​ກວ່າ​ຊາວ​ເທສະໂລນິກ ເພາະ​ພວກເຂົາ​ໄດ້​ຮັບ​ຟັງ​ຖ້ອຍຄຳ​ດ້ວຍ​ຄວາມ​ກະຕືລືລົ້ນ ແລະ ສຶກສາ​ພຣະຄຳພີ​ທຸກ​ວັນ ເພື່ອ​ກວດ​ເບິ່ງ​ວ່າ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ​ນັ້ນ​ເປັນ​ຄວາມ​ຈິງ.


ພວກເຂົາ​ໄດ້​ນັດໝາຍ​ວັນ​ທີ່​ຈະ​ພົບ​ກັບ​ໂປໂລ, ແລະ ຄົນ​ເປັນ​ຈຳນວນ​ຫລາຍ​ພາກັນ​ມາ​ຍັງ​ທີ່ພັກ​ຂອງ​ເພິ່ນ. ເພິ່ນ​ເປັນພະຍານ​ແກ່​ພວກເຂົາ​ຕັ້ງແຕ່​ເຊົ້າ​ຈົນ​ຄ່ຳ, ເພິ່ນ​ອະທິບາຍ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ ອະທິບາຍ​ຈາກ​ເລື່ອງ​ກົດບັນຍັດ​ຂອງ​ໂມເຊ ແລະ ຈາກ​ບັນດາ​ຜູ້ທຳນວາຍ ເພິ່ນ​ພະຍາຍາມ​ຊັກຊວນ​ໃຫ້​ພວກເຂົາ​ເຊື່ອ​ພຣະເຢຊູເຈົ້າ.


ມີ​ຜູ້ທຳນວາຍ​ຄົນໃດ​ແດ່​ທີ່​ບໍ່​ໄດ້​ຖືກ​ບັນພະບຸລຸດ​ຂອງ​ພວກເຈົ້າ​ຂົ່ມເຫັງ? ພວກເຂົາ​ຂ້າ​ແມ່ນ​ແຕ່​ບັນດາ​ຜູ້​ທີ່​ທຳນວາຍ​ເຖິງ​ການ​ມາ​ຂອງ​ອົງ​ຜູ້ຊອບທຳ. ແລະ ບັດນີ້ ພວກເຈົ້າ​ກໍ​ຍັງ​ທໍລະຍົດ ແລະ ຂ້າ​ພຣະອົງ.


ຄົນ​ທັງປວງ​ເຫລົ່ານີ້​ໄດ້​ຕາຍ​ໄປ​ຂະນະ​ທີ່​ດຳເນີນຊີວິດ​ໂດຍ​ຄວາມເຊື່ອ. ພວກເພິ່ນ​ບໍ່​ໄດ້​ຮັບ​ສິ່ງ​ທີ່​ສັນຍາ​ໄວ້, ພວກເພິ່ນ​ພຽງ​ແຕ່​ໄດ້​ເຫັນ ແລະ ຕ້ອນຮັບ​ໄວ້​ຕັ້ງແຕ່​ຢູ່​ໄກ ແລະ ຍອມຮັບ​ວ່າ​ພວກເພິ່ນ​ເປັນ​ພຽງ​ຄົນຕ່າງຖິ່ນ ແລະ ຄົນແປກໜ້າ​ໃນ​ໂລກ​ນີ້.


ພຣະເຈົ້າ​ວາງແຜນ​ຈັດຕຽມ​ສິ່ງ​ທີ່​ດີ​ກວ່າ​ໄວ້​ສຳລັບ​ພວກເຮົາ ເພື່ອ​ວ່າ​ພວກເພິ່ນ​ຈະ​ໄດ້​ຮັບ​ຄວາມສົມບູນ​ຮ່ວມ​ກັບ​ພວກເຮົາ​ທັງຫລາຍ​ເທົ່ານັ້ນ.


ພວກເພິ່ນ​ພະຍາຍາມ​ຄົ້ນຫາ​ວ່າ​ສິ່ງ​ທີ່​ພຣະວິນຍານ​ຂອງ​ພຣະຄຣິດເຈົ້າ​ທີ່​ຢູ່​ໃນ​ພວກເພິ່ນ​ໄດ້​ບົ່ງ​ໄວ້​ນັ້ນ​ຈະ​ເກີດຂຶ້ນ​ເມື່ອໃດ ແລະ ຈະ​ເກີດຂຶ້ນ​ຢ່າງໃດ ເມື່ອ​ພຣະອົງ​ໄດ້​ທຳນວາຍ​ເຖິງ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ແລະ ເຖິງ​ສະຫງ່າລາສີ​ທີ່​ຈະ​ຕາມ​ມາ​ນັ້ນ.


ເຫດສະນັ້ນ ຈົ່ງ​ຕຽມ​ຄວາມຄິດ​ຈິດໃຈ​ໃຫ້​ພ້ອມ ແລະ ມີ​ສະຕິ, ຈົ່ງ​ຕັ້ງ​ຄວາມຫວັງ​ໄວ້​ເທິງ​ພຣະຄຸນ​ທີ່​ຈະ​ມາ​ເຖິງ​ພວກເຈົ້າ​ເມື່ອ​ພຣະເຢຊູຄຣິດເຈົ້າ​ມາ​ປາກົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka