Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 1:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ເປໂຕ ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ, ເຖິງ​ບັນດາ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້, ເຊິ່ງ​ເປັນ​ຄົນຕ່າງຖິ່ນ​ທີ່​ກະຈັດກະຈາຍ​ໄປ​ທົ່ວ​ແຂວງ​ປົນໂຕ, ຄາລາເຕຍ, ກາປາໂດເກຍ, ເອເຊຍ ແລະ ບິທີເນຍ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ຈາກ ເປໂຕ ອັກຄະສາວົກ​ຂອງ​ພຣະເຢຊູ​ຄຣິດເຈົ້າ, ເຖິງ ໄພ່ພົນ​ທີ່​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ຊຶ່ງ​ອາໄສ​ຢູ່​ໃນ​ຕ່າງຖິ່ນ ກະຈັດ​ກະຈາຍ​ຢູ່​ຕາມ​ແຂວງ​ຕ່າງໆ​ເຊັ່ນ: ປົນໂຕ, ຄາລາເຕຍ, ກາປາໂດເກຍ, ເອເຊຍ ແລະ ບີທີເນຍ.

Uka jalj uñjjattʼäta Copia luraña




1 ເປໂຕ 1:1
34 Jak'a apnaqawi uñst'ayäwi  

ລາຍຊື່​ຂອງ​ອັກຄະສາວົກ​ສິບສອງ​ຄົນ​ແມ່ນ​ມີ​ດັ່ງນີ້: ຄົນ​ທຳອິດ​ຊື່​ວ່າ: ຊີໂມນ (ຜູ້​ທີ່​ເອີ້ນ​ວ່າ​ເປໂຕ) ແລະ ອັນເດອາ​ນ້ອງຊາຍ​ຂອງ​ເພິ່ນ, ຢາໂກໂບ ລູກຊາຍ​ຂອງ​ເຊເບດາຍ ແລະ ໂຢຮັນ​ນ້ອງຊາຍ​ຂອງ​ເພິ່ນ,


“ຖ້າ​ວັນ​ເຫລົ່ານັ້ນ​ບໍ່​ໄດ້​ຖືກ​ຕັດ​ໃຫ້​ສັ້ນເຂົ້າ​ແລ້ວ ກໍ​ຈະ​ບໍ່​ມີ​ຄົນ​ໃດ​ພົ້ນ​ເລີຍ, ແຕ່​ເພື່ອ​ເຫັນ​ແກ່​ຜູ້​ທີ່​ໄດ້​ເລືອກ​ໄວ້​ນັ້ນ​ຈະ​ເຮັດ​ໃຫ້​ວັນ​ເຫລົ່ານັ້ນ​ສັ້ນ​ເຂົ້າ.


ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ໄປ​ຕາມ​ແຄມ​ທະເລສາບ​ຄາລີເລ​ຢູ່​ນັ້ນ, ພຣະອົງ​ໄດ້​ເຫັນ​ສອງ​ອ້າຍ​ນ້ອງ​ຄື: ຊີໂມນ ທີ່​ມີ​ຊື່​ອີກ​ວ່າ​ເປໂຕ ແລະ ນ້ອງຊາຍ​ຂອງ​ເພິ່ນ​ຊື່​ວ່າ​ອັນເດອາ. ພວກເພິ່ນ​ກຳລັງ​ຢ່ອນມອງ​ຢູ່​ໃນ​ທະເລສາບ, ເພາະ​ພວກເພິ່ນ​ເປັນ​ຄົນຫາປາ.


ແລ້ວ​ພຣະເຈົ້າ​ຈະ​ບໍ່​ໃຫ້​ຄວາມຍຸຕິທຳ​ແກ່​ຜູ້​ທີ່​ພຣະອົງ​ເລືອກ​ໄວ້ ຜູ້​ທີ່​ຮ້ອງຂໍ​ພຣະອົງ​ທັງ​ກາງເວັນ ແລະ ກາງຄືນ​ບໍ? ພຣະອົງ​ຈະ​ສືບຕໍ່​ຊັກຊ້າ​ໃນ​ການ​ໃຫ້​ຄວາມຍຸຕິທຳ​ແກ່​ພວກເຂົາ​ຢູ່​ບໍ?


ແລະ ບໍ່​ພຽງ​ແຕ່​ຊົນຊາດ​ນີ້​ເທົ່ານັ້ນ​ແຕ່​ຍັງ​ຕາຍ​ເພື່ອ​ລູກ​ຂອງ​ພຣະເຈົ້າ​ທີ່​ກະຈັດກະຈາຍ​ຢູ່, ເພື່ອ​ນໍາ​ພວກເຂົາ​ເຂົ້າ​ມາ​ຮວມ​ກັນ​ເປັນ​ອັນໜຶ່ງອັນດຽວກັນ.


ພວກ​ຢິວ​ຈຶ່ງ​ເວົ້າ​ຕໍ່​ກັນ​ວ່າ, “ຊາຍ​ຜູ້​ນີ້​ຕັ້ງ​ໃຈ​ຈະ​ໄປ​ໃສ​ທີ່​ພວກເຮົາ​ບໍ່​ສາມາດ​ຊອກຫາ​ລາວ? ລາວ​ຈະ​ໄປ​ຫາ​ຄົນ​ຂອງ​ພວກເຮົາ​ທີ່​ກະແຈກກະຈາຍ​ຢູ່​ທ່າມກາງ​ພວກກຣີກ ແລະ ໄປ​ສອນ​ພວກ​ກຣີກ​ນັ້ນ​ບໍ?


ທີ່​ນັ້ນ ເພິ່ນ​ໄດ້​ພົບ​ຊາວຢິວ​ຄົນ​ໜຶ່ງ​ຊື່​ວ່າ​ອາກີລາ, ເປັນ​ຄົນ​ທີ່​ຢູ່​ແຂວງ​ປົນໂຕ, ເຊິ່ງ​ຫາ​ກໍ​ມາ​ຈາກ​ອີຕາລີ ພ້ອມ​ກັບ​ເມຍ​ຂອງ​ລາວ​ຊື່​ວ່າ​ປີຊະກີລາ, ເພາະ​ຈັກກະພັດ​ກະລາວດີໂອ​ໄດ້​ອອກ​ຄຳສັ່ງ​ໃຫ້​ຊາວຢິວ​ທັງໝົດ​ອອກ​ໄປ​ຈາກ​ໂຣມ. ໂປໂລ​ຈຶ່ງ​ໄປ​ຫາ​ສອງ​ຄົນ​ນີ້,


ຫລັງຈາກ​ພັກ​ຢູ່​ທີ່​ເມືອງ​ອັນຕີໂອເຂຍ​ໄດ້​ຊົ່ວໄລຍະ​ໜຶ່ງ​ແລ້ວ, ໂປໂລ​ກໍ​ເດີນທາງ​ໄປ​ຈາກ​ທີ່​ນັ້ນ ແລະ ໄປ​ຍັງ​ບ່ອນ​ຕ່າງໆ​ທົ່ວ​ແຂວງ​ຄາລາເຕຍ ແລະ ຟີເຄຍ, ເພື່ອ​ໜູນໃຈ​ສາວົກ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ.


ພວກເພິ່ນ​ເຮັດ​ຢ່າງ​ນີ້​ຢູ່​ສອງ​ປີ ຈົນ​ຊາວ​ຢິວ ແລະ ຊາວ​ກຣີກ​ທັງຫລາຍ​ທີ່​ຢູ່​ໃນ​ແຂວງ​ເອເຊຍ​ໄດ້​ຍິນ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ.


ເຖິງ​ຢ່າງໃດ​ກໍ​ຕາມ, ກໍ​ຖືກ​ຕໍ່ຕ້ານ​ຈາກ​ສະມາຊິກ​ຂອງ​ທຳມະສາລາ​ຂອງ​ພວກ​ຢິວ​ແຫ່ງ​ອິດສະຫລະ (ຕາມ​ທີ່​ພວກເຂົາ​ເອີ້ນ​ກັນ) ຄື​ພວກ​ຢິວ​ຈາກ​ເມືອງ​ກີເຣເນ, ເມືອງ​ອາເລັກຊັນເດຍ ທັງ​ຈາກ​ແຂວງ​ກີລີເກຍ ແລະ ເອເຊຍ​ໄດ້​ເລີ່ມ​ໂຕ້ຖຽງ​ກັບ​ຊະເຕຟາໂນ.


ບັນດາ​ຜູ້​ທີ່​ກະຈັດ​ກະຈາຍ​ໄປ​ນັ້ນ ກໍ​ໄດ້​ພາກັນ​ປະກາດ​ພຣະຄຳ​ຕາມ​ບ່ອນ​ຕ່າງໆ​ທີ່​ພວກເຂົາ​ໄປ.


ຄຣິສຕະຈັກ​ຕ່າງໆ​ໃນ​ແຂວງ​ເອເຊຍ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ທັງຫລາຍ. ອາກີລາ ແລະ ປີຊະກີລາ ແລະ ຄຣິສຕະຈັກ​ທີ່​ພົບ​ກັນ​ໃນ​ເຮືອນ​ຂອງ​ພວກເຂົາ​ກໍ​ຝາກ​ຄວາມຄິດເຖິງ​ຢ່າງ​ອົບອຸ່ນ​ໃນ​ອົງພຣະຜູ້ເປັນເຈົ້າ​ມາ​ຍັງ​ພວກເຈົ້າ​ດ້ວຍ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຄວາມທຸກລຳບາກ​ທີ່​ພວກເຮົາ​ໄດ້​ປະເຊີນ​ໃນ​ແຂວງ​ເອເຊຍ. ພວກເຮົາ​ຢູ່​ພາຍໃຕ້​ຄວາມກົດດັນ​ອັນ​ໃຫຍ່ ຈົນ​ສຸດ​ຄວາມ​ສາມາດ​ຂອງ​ພວກເຮົາ​ທີ່​ຈະ​ທົນ​ໄດ້, ຈົນ​ວ່າ​ພວກເຮົາ​ໝົດ​ຫວັງ​ທີ່​ຈະ​ເອົາ​ຊີວິດ​ໃຫ້​ພົ້ນ​ໄດ້.


ແລະ ພີ່ນ້ອງ​ທຸກຄົນ​ທີ່​ຢູ່​ກັບ​ເຮົາ, ເຖິງ​ຄຣິສຕະຈັກ​ຕ່າງໆ​ໃນ​ແຂວງ​ຄາລາເຕຍ:


ຈົ່ງ​ລະນຶກ​ວ່າ​ໃນ​ເວລາ​ນັ້ນ​ພວກເຈົ້າ​ໄດ້​ແຍກອອກ​ຈາກ​ພຣະຄຣິດເຈົ້າ, ບໍ່​ໄດ້​ເປັນ​ພົນລະເມືອງ​ຂອງ​ອິດສະຣາເອນ ແລະ ເປັນ​ຄົນຕ່າງດ້າວ​ຢູ່​ນອກ​ບັນດາ​ພັນທະສັນຍາ​ທີ່​ສັນຍາ​ໄວ້, ບໍ່​ມີ​ຄວາມຫວັງ ແລະ ຢູ່​ໃນ​ໂລກ​ນີ້​ໂດຍ​ບໍ່ມີພຣະເຈົ້າ.


ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ແມ່ນ​ຄົນຕ່າງດ້າວ ແລະ ຄົນແປກໜ້າ​ອີກ​ຕໍ່ໄປ, ແຕ່​ເປັນ​ພົນລະເມືອງ​ດຽວ​ກັບ​ບັນດາ​ຄົນ​ຂອງ​ພຣະເຈົ້າ ແລະ ເປັນ​ສະມາຊິກ​ໃນ​ຄອບຄົວ​ຂອງ​ພຣະອົງ​ເໝືອນກັນ,


ເຈົ້າ​ກໍ​ຮູ້​ວ່າ ທຸກຄົນ​ໃນ​ແຂວງເອເຊຍ​ກໍ​ໄດ້​ປະຖິ້ມ​ເຮົາ ລວມທັງ​ຟູເຄໂລ ແລະ ເຮຣະໂມເກນ.


ຄົນ​ທັງປວງ​ເຫລົ່ານີ້​ໄດ້​ຕາຍ​ໄປ​ຂະນະ​ທີ່​ດຳເນີນຊີວິດ​ໂດຍ​ຄວາມເຊື່ອ. ພວກເພິ່ນ​ບໍ່​ໄດ້​ຮັບ​ສິ່ງ​ທີ່​ສັນຍາ​ໄວ້, ພວກເພິ່ນ​ພຽງ​ແຕ່​ໄດ້​ເຫັນ ແລະ ຕ້ອນຮັບ​ໄວ້​ຕັ້ງແຕ່​ຢູ່​ໄກ ແລະ ຍອມຮັບ​ວ່າ​ພວກເພິ່ນ​ເປັນ​ພຽງ​ຄົນຕ່າງຖິ່ນ ແລະ ຄົນແປກໜ້າ​ໃນ​ໂລກ​ນີ້.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຢາໂກໂບ, ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ, ເຖິງ​ຄົນ​ສິບສອງ​ເຜົ່າ​ທີ່​ກະຈັດກະຈາຍ​ຢູ່​ໃນ​ຊາດ​ຕ່າງໆ:


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃນ​ຖານະ​ທີ່​ເປັນ​ຄົນຕ່າງດ້າວ ແລະ ເປັນ​ຄົນຕ່າງຖິ່ນ, ຈົ່ງ​ລະເວັ້ນ​ຈາກ​ຄວາມປາຖະໜາ​ຊົ່ວ ເຊິ່ງ​ຕໍ່ສູ້​ກັບ​ຈິດວິນຍານ​ຂອງ​ພວກເຈົ້າ


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຊີໂມນ​ເປໂຕ ຜູ້​ເປັນ​ຜູ້ຮັບໃຊ້ ແລະ ເປັນ​ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ, ເຖິງ​ບັນດາ​ຜູ້​ທີ່​ໄດ້​ຮັບ​ຄວາມເຊື່ອ​ອັນ​ລ້ຳຄ່າ​ເໝືອນ​ກັບ​ທີ່​ພວກເຮົາ​ໄດ້​ຮັບ​ໂດຍ​ຜ່ານທາງ​ຄວາມຊອບທຳ​ຂອງ​ພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ:


ເຊິ່ງ​ກ່າວ​ວ່າ: “ຈົ່ງ​ຂຽນ​ສິ່ງ​ທີ່​ເຈົ້າ​ເຫັນ​ນັ້ນ​ລົງ​ໃນ​ໜັງສືມ້ວນ ແລະ ສົ່ງ​ໄປ​ຍັງ​ຄຣິສຕະຈັກ​ທັງ​ເຈັດ​ຄື: ຄຣິສຕະຈັກ​ທີ່​ຢູ່​ໃນ​ເມືອງ​ເອເຟໂຊ, ເມືອງ​ຊະມີນາ, ເມືອງ​ເປຄາໂມ, ເມືອງ​ທົວເຕຣາ, ເມືອງ​ຊາເດ, ເມືອງ​ຟີລາເດັນເຟຍ ແລະ ເມືອງ​ລາວດີເກອາ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka