Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 5:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ພຣະວິນຍານບໍລິສຸດເຈົ້າ, ນ້ຳ ແລະ ໂລຫິດ ແລະ ທັງ​ສາມ​ນີ້​ກໍ​ສອດຄ່ອງກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ຄື: ພຣະວິນຍານ ນໍ້າ ແລະ​ພຣະ​ໂລຫິດ ແລະ​ພະຍານ​ທັງ​ສາມ​ນີ້​ກໍ​ສອດຄ່ອງ​ກັນ.

Uka jalj uñjjattʼäta Copia luraña




1 ໂຢຮັນ 5:8
14 Jak'a apnaqawi uñst'ayäwi  

ເຫດສະນັ້ນ ຈົ່ງ​ໄປ ແລະ ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກສິດ, ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ນາມ​ແຫ່ງ​ພຣະບິດາ ພຣະບຸດ ແລະ ພຣະວິນຍານບໍລິສຸດເຈົ້າ,


ມີ​ຫລາຍ​ຄົນ​ກ່າວ​ຄຳພະຍານ​ບໍ່​ຈິງ​ຕໍ່ສູ້​ພຣະອົງ, ແຕ່​ຄຳເວົ້າ​ຂອງ​ພວກເຂົາ​ຂັດແຍ້ງ​ກັນ​ເອງ.


“ເຮົາ​ຈະ​ສົ່ງ​ອົງ​ພຣະຜູ້ຊ່ວຍ​ຈາກ​ພຣະບິດາເຈົ້າ​ມາ​ຫາ​ພວກເຈົ້າ​ຄື ພຣະວິນຍານ​ແຫ່ງ​ຄວາມຈິງ ເຊິ່ງ​ເປັນ​ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ເມື່ອ​ພຣະອົງ​ມາ​ແລ້ວ ພຣະອົງ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ.


ແຕ່​ທະຫານ​ຄົນ​ໜຶ່ງ​ເອົາ​ຫອກ​ແທງ​ໃສ່​ຂ້າງ​ຂອງ​ພຣະເຢຊູເຈົ້າ ເລືອດ ແລະ ນ້ຳ​ກໍ​ໄຫລ​ອອກ​ມາ​ທັນທີ.


ຖ້ອຍຄຳ​ຂອງ​ພວກ​ຜູ້ທຳນວາຍ​ກໍ​ສອດຄ່ອງ​ກັບ​ເລື່ອງ​ນີ້ ຕາມ​ທີ່​ໄດ້​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ:


ພຣະວິນຍານ​ເອງ​ໄດ້​ຢືນຢັນ​ຮ່ວມ​ກັບ​ຈິດວິນຍານ​ຂອງ​ພວກເຮົາ​ວ່າ​ພວກເຮົາ​ເປັນ​ບຸດ​ຂອງ​ພຣະເຈົ້າ.


ໄດ້​ປະທັບຕາ​ສະແດງ​ຄວາມເປັນເຈົ້າຂອງ​ໃສ່​ພວກເຮົາ ແລະ ໄດ້​ມອບ​ພຣະວິນຍານ​ຂອງ​ພຣະອົງ​ໃສ່​ໄວ້​ໃນ​ໃຈ​ພວກເຮົາ​ເປັນ​ເຄື່ອງມັດຈຳ, ເປັນ​ການ​ຮັບປະກັນ​ໃນ​ສິ່ງ​ທີ່​ຈະ​ມາ​ເຖິງ.


ແລະ ພຣະເຢຊູຄຣິດເຈົ້າ​ກໍ​ເໝືອນ​ກັນ ພຣະອົງ​ທົນທຸກ​ຢູ່​ນອກ​ປະຕູ​ເມືອງ​ເພື່ອ​ຊຳລະ​ຄົນ​ຂອງ​ພຣະເຈົ້າ​ໃຫ້​ບໍລິສຸດ​ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ.


ເປັນ​ໄປ​ບໍ່​ໄດ້​ສຳລັບ​ຜູ້​ທີ່​ເຄີຍ​ເຫັນ​ຈະແຈ້ງ​ມາ​ແລ້ວ, ຜູ້​ທີ່​ເຄີຍ​ຊີມ​ລົດ​ຂອງປະທານ​ຈາກ​ສະຫວັນ, ຜູ້​ທີ່​ເຄີຍ​ມີ​ສ່ວນຮ່ວມ​ໃນ​ພຣະວິນຍານບໍລິສຸດເຈົ້າ,


ແລະ ນ້ຳ​ນີ້​ເປັນ​ສັນຍາລັກ​ການຮັບບັບຕິສະມາ ເຊິ່ງ​ບັດນີ້​ໄດ້​ຊ່ວຍ​ພວກເຈົ້າ​ທັງຫລາຍ​ໃຫ້​ລອດພົ້ນ​ເໝືອນກັນ ບໍ່​ແມ່ນ​ເປັນ​ການ​ກຳຈັດ​ສິ່ງ​ເປື້ອນເປິ​ອອກ​ຈາກ​ຮ່າງກາຍ ແຕ່​ເປັນ​ການ​ປະຕິຍານ​ຕໍ່​ພຣະເຈົ້າ​ວ່າ​ຈະ​ຮັກສາ​ຈິດສຳນຶກ​ທີ່​ດີ. ບັບຕິສະມາ​ໄດ້​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໂດຍ​ການ​ເປັນຄືນມາຈາກຕາຍ​ຂອງ​ພຣະເຢຊູຄຣິດເຈົ້າ,


ພວກເຮົາ​ຮັບ​ຄຳພະຍານ​ຂອງ​ມະນຸດ, ແຕ່​ຄຳພະຍານ​ຂອງ​ພຣະເຈົ້າ​ກໍ​ຍິ່ງໃຫຍ່​ກວ່າ​ເພາະວ່າ​ເປັນ​ຄຳພະຍານ​ຂອງ​ພຣະເຈົ້າ, ເຊິ່ງ​ພຣະອົງ​ໄດ້​ໃຫ້​ກ່ຽວກັບ​ພຣະບຸດ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka