7 ເພາະມີສາມສິ່ງທີ່ເປັນພະຍານຄື:
7 ມີພະຍານຢູ່ສາມປະການ
ຂະນະທີ່ເປໂຕກຳລັງເວົ້າຢູ່ນັ້ນ ກໍມີກ້ອນເມກອັນສຸກໃສມາປົກຄຸມພວກເພິ່ນໄວ້ ແລະ ມີສຽງໜຶ່ງດັງອອກມາຈາກກ້ອນເມກນັ້ນວ່າ, “ທ່ານຜູ້ນີ້ຄືບຸດທີ່ຮັກຂອງເຮົາ ເຮົາພໍໃຈເພິ່ນຫລາຍ ຈົ່ງເຊື່ອຟັງເພິ່ນ!”
ແຕ່ຖ້າພວກເຂົາບໍ່ຍອມຟັງ ຈົ່ງພາຄົນໜຶ່ງ ຫລື ສອງຄົນໄປນຳ ເພື່ອວ່າ ‘ທຸກຄະດີຈະຕ້ອງມີພະຍານຢືນຢັນສອງ ຫລື ສາມປາກ’.
ເຫດສະນັ້ນ ຈົ່ງໄປ ແລະ ເຮັດໃຫ້ຄົນທຸກຊາດເປັນລູກສິດ, ໃຫ້ພວກເຂົາຮັບບັບຕິສະມາໃນນາມແຫ່ງພຣະບິດາ ພຣະບຸດ ແລະ ພຣະວິນຍານບໍລິສຸດເຈົ້າ,
ເມື່ອຕົ້ນເດີມນັ້ນພຣະທຳດຳລົງຢູ່ ແລະ ພຣະທຳຢູ່ກັບພຣະເຈົ້າ, ແລະ ພຣະທຳເປັນພຣະເຈົ້າ.
ເຮົາກັບພຣະບິດາເຈົ້າເປັນອັນໜຶ່ງອັນດຽວກັນ”.
ຂ້າແດ່ພຣະບິດາເຈົ້າ ຂໍເຮັດໃຫ້ນາມຂອງພຣະອົງໄດ້ຮັບກຽດ!” ແລ້ວກໍມີສຽງມາຈາກສະຫວັນວ່າ, “ເຮົາໄດ້ເຮັດໃຫ້ນາມຂອງເຮົາໄດ້ຮັບກຽດແລ້ວ ແລະ ເຮົາຈະເຮັດໃຫ້ນາມຂອງເຮົາໄດ້ຮັບກຽດອີກ”.
ຄືອົງພຣະວິນຍານແຫ່ງຄວາມຈິງ. ໂລກບໍ່ອາດຈະຮັບພຣະອົງໄດ້ ເພາະໂລກບໍ່ເຫັນ ແລະ ບໍ່ຮູ້ຈັກພຣະອົງ. ແຕ່ພວກເຈົ້າຮູ້ຈັກພຣະອົງເພາະພຣະອົງຢູ່ກັບພວກເຈົ້າ ແລະ ຈະຢູ່ໃນພວກເຈົ້າ.
“ເຮົາຈະສົ່ງອົງພຣະຜູ້ຊ່ວຍຈາກພຣະບິດາເຈົ້າມາຫາພວກເຈົ້າຄື ພຣະວິນຍານແຫ່ງຄວາມຈິງ ເຊິ່ງເປັນຜູ້ທີ່ມາຈາກພຣະບິດາເຈົ້າ, ເມື່ອພຣະອົງມາແລ້ວ ພຣະອົງຈະເປັນພະຍານໃຫ້ແກ່ເຮົາ.
ເພາະວ່າພຣະບິດາເຈົ້າມີຊີວິດໃນພຣະອົງເອງສັນໃດ ພຣະອົງກໍໃຫ້ພຣະບຸດມີຊີວິດໃນພຣະອົງເອງສັນນັ້ນ.
ເຮົາເປັນພະຍານໃຫ້ໂຕເຮົາເອງ ແລະ ພະຍານອີກຜູ້ໜຶ່ງຂອງເຮົາກໍຄືພຣະບິດາເຈົ້າຜູ້ໃຊ້ເຮົາມາ”.
ພຣະເຢຊູເຈົ້າຕອບວ່າ, “ຖ້າເຮົາຍົກຍ້ອງໃຫ້ກຽດແກ່ເຮົາເອງ, ກຽດຂອງເຮົາກໍບໍ່ມີຄວາມໝາຍ. ພຣະບິດາເຈົ້າຂອງເຮົາຄືຜູ້ທີ່ພວກເຈົ້າບອກວ່າເປັນພຣະເຈົ້າຂອງພວກເຈົ້າ ເປັນຜູ້ທີ່ຍົກຍ້ອງໃຫ້ກຽດເຮົາ.
ເມື່ອພຣະອົງຖືກຍົກຂຶ້ນສູ່ເບື້ອງຂວາມືຂອງພຣະເຈົ້າແລ້ວ ພຣະອົງໄດ້ຮັບພຣະວິນຍານບໍລິສຸດເຈົ້າຈາກພຣະບິດາເຈົ້າຕາມສັນຍາ ແລະ ໄດ້ເທລົງມາ ເໝືອນດັ່ງທີ່ພວກເຈົ້າໄດ້ເຫັນ ແລະ ໄດ້ຍິນຢູ່ນີ້.
ພວກຂ້ານ້ອຍຈຶ່ງເປັນພະຍານເຖິງເລື່ອງເຫລົ່ານີ້ ແລະ ພຣະວິນຍານບໍລິສຸດເຈົ້າທີ່ພຣະເຈົ້າໄດ້ໃຫ້ແກ່ບັນດາຜູ້ທີ່ເຊື່ອຟັງພຣະອົງນັ້ນ ກໍເປັນພະຍານເໝືອນກັນ”.
ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ແລະ ຄວາມຮັກຂອງພຣະເຈົ້າ ແລະ ຄວາມສາມັກຄີທຳຂອງພຣະວິນຍານບໍລິສຸດເຈົ້າ ຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນ.
ພວກເຮົາໄດ້ປະກາດກ່ຽວກັບພຣະທຳແຫ່ງຊີວິດ ເຊິ່ງດຳລົງຢູ່ຕັ້ງແຕ່ປະຖົມມະການ, ເຊິ່ງພວກເຮົາໄດ້ຍິນ, ເຊິ່ງພວກເຮົາໄດ້ເຫັນກັບຕາ, ເຊິ່ງພວກເຮົາໄດ້ແນມເບິ່ງ ແລະ ໄດ້ສຳພັດດ້ວຍມືຂອງພວກເຮົາ.
ພຣະເຢຊູຄຣິດເຈົ້າຄືຜູ້ທີ່ໄດ້ມາໂດຍນ້ຳ ແລະ ໂດຍໂລຫິດ. ພຣະອົງບໍ່ໄດ້ມາໂດຍນ້ຳພຽງແຕ່ຢ່າງດຽວ, ແຕ່ໂດຍນ້ຳ ແລະ ໂລຫິດ. ແລະ ແມ່ນພຣະວິນຍານບໍລິສຸດເຈົ້າເປັນພະຍານໃຫ້ ເພາະວ່າພຣະວິນຍານບໍລິສຸດເຈົ້າເປັນຄວາມຈິງ.
ພຣະວິນຍານບໍລິສຸດເຈົ້າ, ນ້ຳ ແລະ ໂລຫິດ ແລະ ທັງສາມນີ້ກໍສອດຄ່ອງກັນ.
ເສື້ອຄຸມທີ່ພຣະອົງຫົ່ມນັ້ນກໍໄດ້ຈຸ່ມໃນເລືອດ ແລະ ນາມຂອງພຣະອົງຄືພຣະຄຳຂອງພຣະເຈົ້າ.