Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 5:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ຜູ້ໃດ​ຈະ​ມີໄຊ​ເໜືອ​ໂລກ? ກໍ​ມີ​ແຕ່​ຜູ້​ທີ່​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ເທົ່ານັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ຜູ້ໃດ​ໜໍ ທີ່​ໄຊຊະນະ​ຕໍ່​ໂລກ ຖ້າ​ບໍ່ແມ່ນ​ຜູ້​ທີ່​ເຊື່ອ​ວ່າ ພຣະເຢຊູເຈົ້າ​ຊົງ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




1 ໂຢຮັນ 5:5
5 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ກ່າວ​ວ່າ, “‘ຖ້າ​ສາມາດ​ຊ່ວຍ​ໄດ້’ ບໍ? ທຸກສິ່ງ​ເປັນ​ໄປ​ໄດ້​ສຳລັບ​ຜູ້​ທີ່​ເຊື່ອ”.


ຟີລິບ​ເວົ້າ​ວ່າ, “ຖ້າ​ທ່ານ​ເຊື່ອ​ດ້ວຍ​ສຸດໃຈ​ຂອງ​ທ່ານ ກໍ​ຮັບ​ບັບຕິສະມາ​ໄດ້”. ຂ້າລາຊະການ​ຕອບ​ວ່າ, “ຂ້ອຍ​ເຊື່ອ​ວ່າ​ພຣະເຢຊູຄຣິດເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ”.


ຖ້າ​ຜູ້ໃດ​ຍອມຮັບ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ພຣະເຈົ້າ​ກໍ​ດຳລົງ​ຢູ່​ໃນ​ຜູ້​ນັ້ນ ແລະ ພວກເຂົາ​ກໍ​ຢູ່​ໃນ​ພຣະເຈົ້າ.


ທຸກຄົນ​ທີ່​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ​ກໍ​ເກີດ​ຈາກ​ພຣະເຈົ້າ ແລະ ທຸກຄົນ​ທີ່​ຮັກ​ພຣະບິດາເຈົ້າ​ກໍ​ຮັກ​ລູກ​ຂອງ​ພຣະອົງ​ດ້ວຍ.


ພວກເຮົາ​ກໍ​ຮູ້​ເໝືອນກັນ​ວ່າ​ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ມາ ແລະ ໄດ້​ໃຫ້​ຄວາມເຂົ້າໃຈ​ແກ່​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ອົງ​ທ່ຽງແທ້. ແລະ ພວກເຮົາ​ກໍ​ຢູ່​ໃນ​ພຣະອົງ​ຜູ້​ທ່ຽງແທ້ ຄື​ຢູ່​ໃນ​ພຣະເຢຊູຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້ ແລະ ເປັນ​ຊີວິດ​ນິລັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka