Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 5:19 - ພຣະຄຳພີລາວສະບັບສະໄໝໃໝ່

19 ພວກເຮົາ​ກໍ​ຮູ້​ວ່າ​ພວກເຮົາ​ເປັນ​ລູກ​ຂອງ​ພຣະເຈົ້າ ແລະ ທົ່ວ​ໂລກ​ກໍ​ຕົກ​ຢູ່​ໃຕ້​ການຄວບຄຸມ​ຂອງ​ມານຊົ່ວຮ້າຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

19 ເຮົາ​ທັງຫລາຍ​ຮູ້​ແລ້ວ​ວ່າ ພວກເຮົາ​ເກີດ​ຈາກ​ພຣະເຈົ້າ ມະນຸດສະໂລກ​ທັງໝົດ​ຈົມ​ຢູ່​ໃຕ້​ອຳນາດ​ຂອງ​ມານຊົ່ວຮ້າຍ.

Uka jalj uñjjattʼäta Copia luraña




1 ໂຢຮັນ 5:19
29 Jak'a apnaqawi uñst'ayäwi  

ແລະ ມານຮ້າຍ​ໄດ້​ເວົ້າ​ຕໍ່​ພຣະອົງ​ວ່າ, “ເຮົາ​ຈະ​ໃຫ້​ສິດອຳນາດ ແລະ ສະຫງ່າລາສີ​ທັງໝົດ​ນີ້​ແກ່​ທ່ານ ເພາະ​ສິ່ງ​ທັງໝົດ​ເຫລົ່ານີ້​ໄດ້​ຖືກ​ມອບ​ໃຫ້​ແກ່​ເຮົາ​ແລ້ວ ແລະ ເຮົາ​ຈະ​ມອບ​ໃຫ້​ແກ່​ຜູ້ໃດ​ກໍ​ໄດ້​ຕາມ​ທີ່​ເຮົາ​ຕ້ອງການ.


ບັດນີ້ ເຖິງ​ເວລາ​ພິພາກສາ​ໂລກ​ນີ້​ແລ້ວ ແລະ ຜູ້ປົກຄອງ​ໂລກ​ນີ້​ຈະ​ຖືກ​ຂັບໄລ່​ອອກ​ໄປ.


ເຮົາ​ຈະ​ເວົ້າ​ກັບ​ພວກເຈົ້າ​ໄດ້​ອີກ​ບໍ່​ດົນ ເພາະ​ຜູ້ປົກຄອງ​ໂລກ​ນີ້​ກຳລັງ​ຈະ​ມາ. ຜູ້​ນັ້ນ​ບໍ່​ມີ​ສິດອຳນາດ​ເໜືອ​ເຮົາ.


ແລະ ໃນ​ເລື່ອງ​ການ​ພິພາກສາ ກໍ​ເພາະ​ບັດນີ້​ຜູ້ປົກຄອງ​ໂລກ​ນີ້​ຖືກ​ຕັດສິນລົງໂທດ​ແລ້ວ.


ຂ້ານ້ອຍ​ບໍ່​ໄດ້​ອະທິຖານ​ຂໍ​ໃຫ້​ພຣະອົງ​ເອົາ​ພວກເຂົາ​ອອກ​ໄປ​ຈາກ​ໂລກ ແຕ່​ຂໍ​ໃຫ້​ພຣະອົງ​ປົກປ້ອງ​ພວກເຂົາ​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ.


ພຣະວິນຍານ​ເອງ​ໄດ້​ຢືນຢັນ​ຮ່ວມ​ກັບ​ຈິດວິນຍານ​ຂອງ​ພວກເຮົາ​ວ່າ​ພວກເຮົາ​ເປັນ​ບຸດ​ຂອງ​ພຣະເຈົ້າ.


ບັດນີ້ ນີ້​ແມ່ນ​ຄວາມອວດອ້າງ​ຂອງ​ພວກເຮົາ​ຄື: ຈິດສຳນຶກ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ ພວກເຮົາ​ໄດ້​ປະພຶດ​ຕົນ​ຢູ່​ໃນ​ໂລກ​ນີ້ ແລະ ໂດຍ​ສະເພາະ​ໃນ​ຄວາມສຳພັນ​ຂອງ​ພວກເຮົາ​ກັບ​ພວກເຈົ້າ​ດ້ວຍ​ຄວາມສັດຊື່ ແລະ ຄວາມຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ. ພວກເຮົາ​ບໍ່​ໄດ້​ປະພຶດ​ຕາມ​ປັນຍາ​ຝ່າຍໂລກ ແຕ່​ຕາມ​ພຣະຄຸນ​ຂອງ​ພຣະເຈົ້າ.


ພະ​ຂອງ​ຍຸກ​ນີ້​ເຮັດ​ໃຫ້​ຈິດໃຈ​ຂອງ​ບັນດາ​ຄົນທີ່ບໍ່ເຊື່ອ​ບອດ​ໄປ, ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ສາມາດ​ເຫັນ​ແສງສະຫວ່າງ​ຂອງ​ຂ່າວປະເສີດ​ທີ່​ສະແດງ​ສະຫງ່າລາສີ​ຂອງ​ພຣະຄຣິດເຈົ້າ ຜູ້​ເປັນ​ເໝືອນ​ພຣະເຈົ້າ​ທຸກ​ຢ່າງ.


ເພາະ​ພວກເຮົາ​ຮູ້​ແລ້ວ​ວ່າ ຖ້າ​ຫາກ​ເຕັນ​ຝ່າຍໂລກ​ນີ້​ທີ່​ພວກເຮົາ​ອາໄສ​ຢູ່​ນັ້ນ​ຖືກ​ທຳລາຍ​ລົງ ພວກເຮົາ​ກໍ​ມີ​ອາຄານ​ຈາກ​ພຣະເຈົ້າ ເປັນ​ບ້ານ​ນິລັນດອນ​ໃນ​ສະຫວັນ, ເຊິ່ງ​ບໍ່​ໄດ້​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ.


ພຣະອົງ​ຜູ້​ໄດ້​ສະຫລະ​ພຣະອົງ​ເອງ​ເພື່ອ​ຄວາມບາບ​ທັງຫລາຍ​ຂອງ​ພວກເຮົາ ເພື່ອ​ຊ່ວຍ​ຊີວິດ​ພວກເຮົາ​ຈາກ​ຍຸກ​ປັດຈຸບັນ​ອັນ​ຊົ່ວຮ້າຍ​ນີ້, ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ແລະ ພຣະບິດາເຈົ້າ​ຂອງ​ພວກເຮົາ,


ເຊິ່ງ​ພວກເຈົ້າ​ເຄີຍ​ດຳເນີນຊີວິດ​ເມື່ອ​ພວກເຈົ້າ​ໄດ້​ຕິດຕາມ​ທາງ​ຂອງ​ໂລກ​ນີ້ ແລະ ວິຖີ​ຂອງ​ຜູ້ມີອຳນາດ​ແຫ່ງ​ຍ່ານ​ຟ້າ​ອາກາດ, ເຊິ່ງ​ເປັນ​ວິນຍານ​ທີ່​ເວລາ​ນີ້​ທຳງານ​ຢູ່​ໃນ​ບັນດາ​ຜູ້​ທີ່​ບໍ່ເຊື່ອຟັງ.


ດ້ວຍ​ເຫດ​ນີ້ ເຮົາ​ກຳລັງ​ທົນທຸກ​ເໝືອນ​ທີ່​ເຮົາ​ເປັນຢູ່. ແຕ່​ເຮົາ​ກໍ​ບໍ່​ອາຍ ເພາະວ່າ​ເຮົາ​ຮູ້ຈັກ​ພຣະອົງ​ຜູ້​ທີ່​ເຮົາ​ໄດ້​ເຊື່ອ ແລະ ເຮົາ​ໝັ້ນໃຈ​ວ່າ​ພຣະອົງ​ສາມາດ​ເບິ່ງແຍງ​ຮັກສາ​ສິ່ງ​ທີ່​ເຮົາ​ໄດ້​ມອບ​ໄວ້​ກັບ​ພຣະອົງ​ຈົນ​ເຖິງ​ວັນ​ນັ້ນ​ໄດ້.


ຄັ້ງ​ໜຶ່ງ​ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່ຈ້າ, ບໍ່​ເຊື່ອຟັງ, ຫລອກລວງ ແລະ ຕົກ​ເປັນ​ຂ້າທາດ​ຂອງ​ກິເລດຕັນຫາ ແລະ ຄວາມສະໜຸກ​ສະໜານ​ທຸກ​ຊະນິດ. ພວກເຮົາ​ເຄີຍ​ໃຊ້​ຊີວິດ​ໃນ​ຄວາມ​ຊົ່ວຮ້າຍ ແລະ ອິດສາ, ຖືກ​ກຽດຊັງ ແລະ ກຽດຊັງ​ເຊິ່ງກັນແລະກັນ.


ພວກເຈົ້າ​ຄົນ​ຫລິ້ນຊູ້, ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ການ​ເປັນ​ມິດ​ກັບ​ໂລກ​ກໍ​ຄື​ການ​ເປັນ​ສັດຕູ​ຕໍ່ສູ້​ພຣະເຈົ້າ? ດ້ວຍເຫດນີ້, ຜູ້ໃດ​ທີ່​ເລືອກ​ຈະ​ເປັນມິດ​ກັບ​ໂລກ​ກໍ​ກາຍເປັນ​ສັດຕູ​ຕໍ່​ພຣະເຈົ້າ


ພວກເຮົາ​ຮູ້ຈັກ​ແລ້ວ​ວ່າ​ພວກເຮົາ​ໄດ້​ຜ່ານພົ້ນ​ຄວາມຕາຍ​ເຂົ້າ​ສູ່​ຊີວິດ​ແລ້ວ, ເພາະວ່າ​ພວກເຮົາ​ຮັກ​ເຊິ່ງກັນແລະກັນ. ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ຮັກ ຜູ້​ນັ້ນ​ກໍ​ຍັງ​ຢູ່​ໃນ​ຄວາມຕາຍ.


ຜູ້ໃດ​ທີ່​ຖືຮັກສາ​ຄຳສັ່ງ​ຂອງ​ພຣະເຈົ້າ​ກໍ​ດຳເນີນຊີວິດ​ຢູ່​ໃນ​ພຣະອົງ ແລະ ພຣະອົງ​ກໍ​ຢູ່​ໃນ​ພວກເຂົາ. ນີ້​ແມ່ນ​ວິທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ພຣະອົງ​ຢູ່​ໃນ​ພວກເຮົາ​ຄື: ພວກເຮົາ​ຮູ້​ໂດຍ​ພຣະວິນຍານ​ທີ່​ພຣະອົງ​ໄດ້​ໃຫ້​ແກ່​ພວກເຮົາ.


ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ​ກໍ​ຍອມຮັບ​ຄຳພະຍານ​ນີ້. ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ເຊື່ອ​ພຣະເຈົ້າ​ກໍ​ເຮັດ​ໃຫ້​ພຣະອົງ​ເປັນ​ຜູ້ຕົວະ, ເພາະ​ພວກເຂົາ​ບໍ່​ເຊື່ອ​ຄຳພະຍານ​ທີ່​ພຣະເຈົ້າ​ໄດ້​ໃຫ້​ກ່ຽວກັບ​ພຣະບຸດ​ຂອງ​ພຣະອົງ.


ເຮົາ​ຂຽນ​ຂໍ້ຄວາມ​ເຫລົ່ານີ້​ມາ​ເຖິງ​ພວກເຈົ້າ​ທັງຫລາຍ​ທີ່​ເຊື່ອ​ໃນ​ນາມ​ຂອງ​ພຣະບຸດ​ຂອງ​ພຣະເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ​ພວກເຈົ້າ​ມີ​ຊີວິດ​ນິລັນດອນ.


ແລະ ຖ້າ​ພວກເຮົາ​ຮູ້​ວ່າ​ພຣະອົງ​ຟັງ​ພວກເຮົາ ເມື່ອ​ພວກເຮົາ​ຂໍ​ສິ່ງໃດ ພວກເຮົາ​ກໍ​ຮູ້​ວ່າ​ພວກເຮົາ​ຈະ​ໄດ້​ຮັບ​ສິ່ງ​ທີ່​ພວກເຮົາ​ໄດ້​ຂໍ​ຈາກ​ພຣະອົງ.


ພວກເຮົາ​ຮູ້​ວ່າ​ຜູ້​ທີ່​ເກີດ​ຈາກ​ພຣະເຈົ້າ​ບໍ່​ເຮັດ​ບາບ​ຕໍ່ໄປ; ແຕ່​ພຣະອົງ​ຜູ້​ເກີດ​ຈາກ​ພຣະເຈົ້າ​ຄຸ້ມຄອງ​ພວກເຂົາ​ໄວ້​ໃຫ້​ປອດໄພ ແລະ ມານຊົ່ວຮ້າຍ​ບໍ່​ສາມາດ​ເຮັດ​ອັນຕະລາຍ​ຕໍ່​ພວກເຂົາ​ໄດ້.


ພວກເຮົາ​ກໍ​ຮູ້​ເໝືອນກັນ​ວ່າ​ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ມາ ແລະ ໄດ້​ໃຫ້​ຄວາມເຂົ້າໃຈ​ແກ່​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ອົງ​ທ່ຽງແທ້. ແລະ ພວກເຮົາ​ກໍ​ຢູ່​ໃນ​ພຣະອົງ​ຜູ້​ທ່ຽງແທ້ ຄື​ຢູ່​ໃນ​ພຣະເຢຊູຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້ ແລະ ເປັນ​ຊີວິດ​ນິລັນດອນ.


ພະຍານາກ​ໃຫຍ່​ທີ່​ຖືກ​ໂຍນ​ລົງ​ມາ​ນັ້ນ​ແມ່ນ​ງູ​ດຶກດຳບັນ​ທີ່​ເອີ້ນ​ວ່າ​ມານຮ້າຍ ຫລື ມານຊາຕານ, ຜູ້​ທີ່​ນຳພາ​ຄົນ​ທັງ​ໂລກ​ໃຫ້​ຫລົງຜິດ. ມັນ​ຖືກ​ໂຍນ​ລົງ​ມາ​ເທິງ​ໂລກ​ພ້ອມ​ກັບ​ບັນດາ​ເທວະດາ​ຂອງ​ມັນ.


ເພິ່ນ​ໄດ້​ໂຍນ​ມັນ​ລົງ​ໃນ​ເຫວເລິກ, ໃສ່​ກະແຈ ແລະ ປະທັບຕາ​ໃສ່​ມັນ​ໄວ້ ເພື່ອ​ບໍ່​ໃຫ້​ມັນ​ອອກ​ມາ​ຫລອກລວງ​ບັນດາ​ປະຊາຊາດ​ທັງຫລາຍ​ອີກ​ຈົນ​ກວ່າ​ຈະ​ຄົບ​ໜຶ່ງພັນ​ປີ. ຫລັງຈາກນັ້ນ, ມັນ​ຈະ​ຕ້ອງ​ຖືກ​ປ່ອຍ​ອອກ​ມາ​ຊົ່ວໄລຍະ​ສັ້ນໆ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka