Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 5:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ການ​ເຮັດ​ຜິດ​ທຸກ​ຢ່າງ​ລ້ວນ​ແຕ່​ເປັນ​ບາບ, ແຕ່​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມຕາຍ​ກໍ​ມີ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ການ​ອະທຳ​ທຸກຢ່າງ​ກໍ​ເປັນ​ຜິດບາບ ແຕ່​ການບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມ​ຕາຍ​ກໍ​ມີ​ຢູ່.

Uka jalj uñjjattʼäta Copia luraña




1 ໂຢຮັນ 5:17
10 Jak'a apnaqawi uñst'ayäwi  

ຫລັງ​ຈາກ​ທີ່​ຄວາມປາຖະໜາ​ຊົ່ວ​ໄດ້​ກໍ່​ໃຫ້​ເກີດ​ຂຶ້ນ​ແລ້ວ, ກໍ​ເຮັດ​ໃຫ້​ເກີດ​ມີ​ບາບ ແລະ ເມື່ອ​ບາບ​ຈະເລີນ​ຂຶ້ນ​ຢ່າງ​ເຕັມຂະໜາດ​ແລ້ວ​ກໍ​ກໍ່​ໃຫ້​ເກີດ​ມີ​ຄວາມຕາຍ.


ລູກ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ​ຢ່າງ​ນີ້​ກໍ​ເພື່ອ​ພວກເຈົ້າ​ຈະ​ບໍ່​ໄດ້​ເຮັດ​ບາບ. ແຕ່​ຖ້າ​ຜູ້ໃດ​ເຮັດ​ບາບ ພວກເຮົາ​ກໍ​ມີ​ຜູ້​ແກ້ຄວາມ​ຕໍ່​ພຣະບິດາເຈົ້າ​ຄື​ພຣະເຢຊູຄຣິດເຈົ້າ ອົງ​ຜູ້ຊອບທຳ.


ທຸກຄົນ​ທີ່​ເຮັດ​ບາບ​ກໍ​ລະເມີດ​ກົດບັນຍັດ, ແທ້ຈິງ​ແລ້ວ, ບາບ​ກໍ​ຄື​ການ​ລະເມີດ​ກົດບັນຍັດ.


ຖ້າ​ພວກເຈົ້າ​ເຫັນ​ພີ່ນ້ອງ​ຂອງ​ຕົນ​ເຮັດ​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມຕາຍ, ພວກເຈົ້າ​ຄວນ​ອະທິຖານ​ຂໍ ແລະ ພຣະເຈົ້າ​ຈະ​ໃຫ້​ຊີວິດ​ແກ່​ພວກເຂົາ. ເຮົາ​ໝາຍ​ເຖິງ​ບັນດາ​ຄົນ​ທີ່​ເຮັດ​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມຕາຍ. ບາບ​ທີ່​ນຳ​ໄປ​ສູ່​ຄວາມຕາຍ​ກໍ​ມີ. ເຮົາ​ບໍ່​ໄດ້​ກ່າວ​ວ່າ​ພວກເຈົ້າ​ຄວນ​ອະທິຖານ​ຂໍ​ສຳລັບ​ຄົນ​ທີ່​ເຮັດ​ບາບ​ຢ່າງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka