Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 5:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ​ກໍ​ຍອມຮັບ​ຄຳພະຍານ​ນີ້. ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ເຊື່ອ​ພຣະເຈົ້າ​ກໍ​ເຮັດ​ໃຫ້​ພຣະອົງ​ເປັນ​ຜູ້ຕົວະ, ເພາະ​ພວກເຂົາ​ບໍ່​ເຊື່ອ​ຄຳພະຍານ​ທີ່​ພຣະເຈົ້າ​ໄດ້​ໃຫ້​ກ່ຽວກັບ​ພຣະບຸດ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ຜູ້​ທີ່​ເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ກໍ​ມີ​ພະຍານ​ຢູ່​ໃນ​ຕົວ​ເອງ ຜູ້​ທີ່​ບໍ່​ເຊື່ອ​ພຣະເຈົ້າ ກໍໄດ້​ເຮັດ​ໃຫ້​ພຣະອົງ​ເປັນ​ຜູ້​ຕົວະ ເພາະ​ຕົນ​ບໍ່ໄດ້​ເຊື່ອ​ຄຳ​ພະຍານ ທີ່​ພຣະເຈົ້າ​ໄດ້​ຊົງ​ເປັນ​ພະຍານ​ອ້າງ​ເຖິງ​ພຣະບຸດ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




1 ໂຢຮັນ 5:10
22 Jak'a apnaqawi uñst'ayäwi  

ເພາະ​ພຣະເຈົ້າ​ຮັກ​ໂລກ​ຈົນ​ໄດ້​ມອບ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ ເພື່ອ​ທຸກຄົນ​ທີ່​ເຊື່ອ​ໃນ​ພຣະບຸດ​ນັ້ນ​ຈະ​ບໍ່​ຈິບຫາຍ ແຕ່​ມີ​ຊີວິດ​ອັນ​ຕະຫລອດໄປ​ເປັນນິດ.


ຜູ້ໃດ​ທີ່​ເຊື່ອ​ໃນ​ພຣະອົງ​ກໍ​ບໍ່​ຖືກ​ພິພາກສາ ແຕ່​ຜູ້ໃດ​ທີ່​ບໍ່​ເຊື່ອ​ກໍ​ຖືກ​ພິພາກສາ​ຢູ່​ແລ້ວ ເພາະ​ພວກເຂົາ​ບໍ່​ເຊື່ອ​ໃນ​ນາມ​ຂອງ​ພຣະບຸດ​ອົງ​ດຽວ​ຂອງ​ພຣະເຈົ້າ.


ແຕ່​ຜູ້​ທີ່​ຍອມຮັບ​ຄຳພະຍານ​ນັ້ນ​ກໍ​ຢືນຢັນ​ວ່າ​ພຣະເຈົ້າ​ເປັນ​ຈິງ.


ພວກເຈົ້າ​ບໍ່​ໄດ້​ມີ​ຖ້ອຍຄຳ​ຂອງ​ພຣະອົງ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ ເພາະວ່າ​ພວກເຈົ້າ​ບໍ່​ເຊື່ອ​ໃນ​ຜູ້​ທີ່​ພຣະອົງ​ໄດ້​ໃຊ້​ມາ​ນັ້ນ.


ຟີລິບ​ເວົ້າ​ວ່າ, “ຖ້າ​ທ່ານ​ເຊື່ອ​ດ້ວຍ​ສຸດໃຈ​ຂອງ​ທ່ານ ກໍ​ຮັບ​ບັບຕິສະມາ​ໄດ້”. ຂ້າລາຊະການ​ຕອບ​ວ່າ, “ຂ້ອຍ​ເຊື່ອ​ວ່າ​ພຣະເຢຊູຄຣິດເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ”.


ພຣະວິນຍານ​ເອງ​ໄດ້​ຢືນຢັນ​ຮ່ວມ​ກັບ​ຈິດວິນຍານ​ຂອງ​ພວກເຮົາ​ວ່າ​ພວກເຮົາ​ເປັນ​ບຸດ​ຂອງ​ພຣະເຈົ້າ.


ສິ່ງ​ທີ່​ເຮົາ​ກຳລັງ​ກ່າວ​ຢູ່​ນີ້​ກໍ​ຄື ຕາບ​ໃດ​ທີ່​ຜູ້ຮັບມໍລະດົກ​ຍັງ​ເປັນ​ຍັງ​ບໍ່​ເປັນ​ຜູ້​ໃຫຍ່, ລາວ​ກໍ​ບໍ່​ແຕກຕ່າງ​ຫຍັງ​ກັບ​ຂ້າທາດ, ເຖິງແມ່ນວ່າ​ລາວ​ຈະ​ເປັນ​ເຈົ້າຂອງ​ຊັບສິນ​ທັງໝົດ.


ເພາະວ່າ​ພວກເຈົ້າ​ທັງຫລາຍ​ເປັນ​ລູກ​ຂອງ​ພຣະອົງ, ພຣະເຈົ້າ​ຈຶ່ງ​ໄດ້​ສົ່ງ​ພຣະວິນຍານ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກເຮົາ, ພຣະວິນຍານ​ຜູ້​ຮ້ອງ​ວ່າ, “ອັບບາ, ພໍ່”.


ດ້ວຍວ່າ ພວກເຈົ້າ​ໄດ້​ຕາຍ​ແລ້ວ ແລະ ບັດນີ້​ຊີວິດ​ຂອງ​ພວກເຈົ້າ​ກໍ​ຖືກ​ເຊື່ອງຊ້ອນ​ໄວ້​ດ້ວຍ​ກັນ​ກັບ​ພຣະຄຣິດເຈົ້າ​ໃນ​ພຣະເຈົ້າ.


ພີ່ນ້ອງ​ທັງຫລາຍ​ຈົ່ງ​ລະວັງ​ໃຫ້​ດີ, ເພື່ອ​ຈະ​ບໍ່​ມີ​ຈັກ​ຄົນ​ໃນ​ພວກເຈົ້າ​ມີ​ໃຈ​ບາບ ບໍ່ເຊື່ອ​ແລ້ວ​ຫັນໜີ​ໄປ​ຈາກ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່.


ພວກເຮົາ​ມີ​ຖ້ອຍຄຳ​ຂອງ​ການທຳນວາຍ​ເໝືອນກັນ ເຊິ່ງ​ເປັນ​ສິ່ງ​ທີ່​ເຊື່ອຖືໄດ້​ຢ່າງ​ຄົບຖ້ວນ, ຈະ​ເປັນ​ເລື່ອງ​ດີ​ຖ້າ​ພວກເຈົ້າ​ເອົາໃຈໃສ່​ຖ້ອຍຄຳ​ເຫລົ່ານີ້ ເໝືອນ​ແສງສະຫວ່າງ​ທີ່​ສ່ອງ​ໃນ​ບ່ອນ​ມືດ​ຈົນ​ກວ່າ​ຈະ​ເຖິງ​ວັນ​ຮຸ່ງເຊົ້າ ແລະ ດາວ​ແຫ່ງ​ອາລຸນ​ຍາມເຊົ້າ​ຈະ​ປາກົດ​ຂຶ້ນ​ໃນ​ໃຈ​ຂອງ​ພວກເຈົ້າ.


ຖ້າ​ພວກເຮົາ​ອ້າງ​ວ່າ​ບໍ່​ໄດ້​ເຮັດ​ບາບ ພວກເຮົາ​ກໍ​ເຮັດ​ໃຫ້​ພຣະອົງ​ເປັນ​ຜູ້ຕົວະ ແລະ ພຣະຄຳ​ຂອງ​ພຣະອົງ​ກໍ​ບໍ່​ໄດ້​ຢູ່​ໃນ​ພວກເຮົາ​ເລີຍ.


ທຸກຄົນ​ທີ່​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ​ກໍ​ເກີດ​ຈາກ​ພຣະເຈົ້າ ແລະ ທຸກຄົນ​ທີ່​ຮັກ​ພຣະບິດາເຈົ້າ​ກໍ​ຮັກ​ລູກ​ຂອງ​ພຣະອົງ​ດ້ວຍ.


ແລ້ວ​ພະຍານາກ​ກໍ​ຄຽດແຄ້ນ​ຍິງ​ນັ້ນ ແລະ ໄປ​ເຮັດ​ສົງຄາມ​ກັບ​ລູກ​ຫລານ​ຂອງ​ນາງ​ທີ່​ເຫລືອ​ຄື ຄົນ​ເຫລົ່ານັ້ນ​ທີ່​ຖືຮັກສາ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ ຢຶດຖື​ຄຳພະຍານ​ຂອງ​ພວກເຂົາ​ກ່ຽວກັບ​ພຣະເຢຊູເຈົ້າ.


ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ຜູ້ໃດ​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ໃຫ້​ມານາ​ທີ່​ເຊື່ອງ​ໄວ້ ແລະ ເຮົາ​ຈະ​ໃຫ້​ຫີນ​ຂາວ​ອັນ​ມີ​ຊື່​ໃໝ່​ຈາລຶກ​ໄວ້​ແກ່​ຜູ້​ນັ້ນ ເຊິ່ງ​ຜູ້​ທີ່​ໄດ້​ຮັບ​ເທົ່ານັ້ນ​ຈຶ່ງ​ຈະ​ຮູ້ຈັກ.


ເຮົາ​ຈະ​ມອບ​ດາວ​ອາລຸນ​ໃຫ້​ແກ່​ຜູ້​ນັ້ນ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka