8 ຜູ້ທີ່ບໍ່ຮັກກໍບໍ່ຮູ້ຈັກພຣະເຈົ້າເພາະພຣະເຈົ້າເປັນຄວາມຮັກ.
8 ຜູ້ໃດທີ່ບໍ່ຮັກກໍບໍ່ຮູ້ຈັກພຣະເຈົ້າ ເພາະພຣະເຈົ້າຊົງເປັນຄວາມຮັກ.
ສຸດທ້າຍນີ້ ພີ່ນ້ອງທັງຫລາຍເອີຍ, ຈົ່ງຊື່ນຊົມຍິນດີ! ຈົ່ງສູ້ຊົນເພື່ອການຟື້ນຟູຢ່າງເຕັມທີ່, ຈົ່ງໜູນໃຈກັນ, ຈົ່ງເປັນນ້ຳໜຶ່ງໃຈດຽວກັນ, ຈົ່ງຢູ່ຢ່າງສະຫງົບ. ແລ້ວພຣະເຈົ້າແຫ່ງຄວາມຮັກ ແລະ ສັນຕິສຸກຈະຢູ່ກັບພວກເຈົ້າ.
ແຕ່ຍ້ອນຄວາມຮັກອັນຍິ່ງໃຫຍ່ຂອງພຣະອົງທີ່ມີຕໍ່ພວກເຮົາ, ພຣະເຈົ້າຜູ້ອຸດົມສົມບູນດ້ວຍຄວາມເມດຕາ
ເພາະວ່າ “ພຣະເຈົ້າຂອງພວກເຮົາເປັນໄຟທີ່ເຜົາໄໝ້”.
ນີ້ເປັນຖ້ອຍຄຳທີ່ພວກເຮົາໄດ້ຍິນຈາກພຣະອົງ ແລະ ປະກາດແກ່ພວກເຈົ້າຄື: ພຣະເຈົ້າເປັນຄວາມສະຫວ່າງ, ໃນພຣະອົງບໍ່ມີຄວາມມືດເລີຍ.
ຜູ້ໃດກໍຕາມທີ່ເວົ້າວ່າ, “ຂ້ານ້ອຍຮູ້ຈັກພຣະອົງ” ແຕ່ບໍ່ໄດ້ເຮັດຕາມສິ່ງທີ່ພຣະອົງສັ່ງ ຜູ້ນັ້ນກໍເປັນຄົນຕົວະ ແລະ ຄວາມຈິງກໍບໍ່ໄດ້ຢູ່ໃນຜູ້ນັ້ນເລີຍ.
ຜູ້ໃດທີ່ອ້າງວ່າຢູ່ໃນຄວາມສະຫວ່າງແຕ່ຍັງກຽດຊັງພີ່ນ້ອງຂອງຕົນຢູ່ ຜູ້ນັ້ນກໍຍັງຢູ່ໃນຄວາມມືດ.
ນີ້ຄືວິທີທີ່ພວກເຮົາຈະຮູ້ວ່າຜູ້ໃດເປັນລູກຂອງພຣະເຈົ້າ ແລະ ຜູ້ໃດເປັນລູກຂອງມານຮ້າຍຄື: ຜູ້ໃດກໍຕາມບໍ່ເຮັດສິ່ງທີ່ຖືກຕ້ອງ ຫລື ຜູ້ໃດກໍຕາມທີ່ບໍ່ຮັກພີ່ນ້ອງຂອງຕົນ ຜູ້ນັ້ນກໍບໍ່ແມ່ນລູກຂອງພຣະເຈົ້າ.
ບໍ່ມີຜູ້ໃດທີ່ຢູ່ໃນພຣະອົງແລ້ວຍັງເຮັດບາບຕໍ່ໄປ. ບໍ່ມີຜູ້ໃດທີ່ເຮັດບາບຕໍ່ໄປແລ້ວໄດ້ເຫັນ ແລະ ໄດ້ຮູ້ຈັກພຣະອົງ.
ດັ່ງນັ້ນ ພວກເຮົາຈຶ່ງຮູ້ຈັກ ແລະ ເພິ່ງພາໃນຄວາມຮັກທີ່ພຣະເຈົ້າມີຕໍ່ພວກເຮົາ. ພຣະເຈົ້າເປັນຄວາມຮັກ. ຜູ້ໃດກໍຕາມດຳເນີນຊີວິດຢູ່ໃນຄວາມຮັກກໍດຳເນີນຊີວິດຢູ່ໃນພຣະເຈົ້າ ແລະ ພຣະເຈົ້າຢູ່ພາຍໃນພວກເຂົາ.
ເພື່ອນທີ່ຮັກທັງຫລາຍເອີຍ, ໃຫ້ພວກເຮົາຮັກເຊິ່ງກັນແລະກັນ ເພາະຄວາມຮັກມາຈາກພຣະເຈົ້າ. ທຸກຄົນທີ່ຮັກກໍໄດ້ເກີດຈາກພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ.