Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 4:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ສ່ວນ​ພວກເຮົາ​ມາ​ຈາກ​ພຣະເຈົ້າ, ຜູ້ໃດ​ກໍ​ຕາມ​ທີ່​ຮູ້​ຈັກ​ພຣະເຈົ້າ​ກໍ​ຍ່ອມ​ຟັງ​ພວກເຮົາ. ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ໄດ້​ມາ​ຈາກ​ພຣະເຈົ້າ​ຍ່ອມ​ບໍ່​ຟັງ​ພວກເຮົາ. ນີ້​ຄື​ວິທີ​ທີ່​ພວກເຮົາ​ຮັບຮູ້​ວ່າ​ເປັນ​ພຣະວິນຍານ​ແຫ່ງ​ຄວາມຈິງ ແລະ ວິນຍານ​ແຫ່ງ​ຄວາມບໍ່ຈິງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ສ່ວນ​ເຮົາ​ທັງຫລາຍ​ເປັນ​ຝ່າຍ​ພຣະເຈົ້າ ຜູ້ໃດ​ທີ່​ຮູ້ຈັກ​ພຣະເຈົ້າ​ກໍ​ຟັງ​ພວກເຮົາ, ຜູ້ໃດ​ທີ່​ບໍ່​ເປັນ​ຝ່າຍ​ພຣະເຈົ້າ ກໍ​ບໍ່​ຟັງ​ພວກເຮົາ. ດັ່ງນີ້ແຫລະ ພວກເຮົາ​ຈຶ່ງ​ບອກ​ໄດ້​ວ່າ​ວິນຍານ​ຝ່າຍ​ຄວາມຈິງ ແລະ​ວິນຍານ​ຝ່າຍ​ຄວາມຜິດ​ນັ້ນ​ແຕກຕ່າງ​ກັນ​ຢ່າງ​ໃດ.

Uka jalj uñjjattʼäta Copia luraña




1 ໂຢຮັນ 4:6
33 Jak'a apnaqawi uñst'ayäwi  

“ພຣະບິດາເຈົ້າ​ຂອງ​ເຮົາ​ມອບ​ທຸກສິ່ງ​ໃຫ້​ແກ່​ເຮົາ. ບໍ່​ມີ​ຜູ້ໃດ​ຮູ້ຈັກ​ວ່າ​ພຣະບຸດ​ເປັນ​ຜູ້ໃດ​ນອກ​ຈາກ​ພຣະບິດາເຈົ້າ ແລະ ບໍ່​ມີ​ຜູ້ໃດ​ຮູ້ຈັກ​ວ່າ​ພຣະບິດາເຈົ້າ​ເປັນ​ຜູ້ໃດ​ນອກ​ຈາກ​ພຣະບຸດ ແລະ ບັນດາ​ຜູ້​ທີ່​ພຣະບຸດ​ໄດ້​ເລືອກ​ທີ່​ຈະ​ເປີດເຜີຍ​ພຣະອົງ​ແກ່​ພວກເຂົາ”.


ເຮົາ​ຍັງ​ມີ​ແກະ​ອື່ນ​ທີ່​ບໍ່​ແມ່ນ​ຂອງ​ຄອກ​ນີ້. ເຮົາ​ຈະ​ຕ້ອງ​ນໍາ​ແກະ​ເຫລົ່ານັ້ນ​ມາ​ເໝືອນກັນ. ແກະ​ເຫລົ່ານັ້ນ​ຈະ​ຟັງ​ສຽງ​ຂອງ​ເຮົາ​ເໝືອນກັນ ແລະ ຈະ​ຮວມ​ກັນ​ເປັນ​ຝູງ​ດຽວ ແລະ ມີ​ຜູ້ລ້ຽງ​ແຕ່​ຜູ້​ດຽວ.


ແກະ​ຂອງ​ເຮົາ​ກໍ​ຟັງ​ສຽງ​ຂອງ​ເຮົາ, ເຮົາ​ຮູ້ຈັກ​ແກະ​ນັ້ນ ແລະ ແກະ​ນັ້ນ​ກໍ​ຕິດຕາມ​ເຮົາ.


ຄົນຍາມ​ປະຕູ​ກໍ​ໄຂ​ປະຕູ​ໃຫ້​ຄົນ​ນັ້ນ ແລະ ແກະ​ກໍ​ຟັງ​ສຽງ​ຂອງ​ເພິ່ນ. ເພິ່ນ​ເອີ້ນ​ແກະ​ຂອງ​ຕົນ​ຕາມ​ຊື່​ຂອງ​ມັນ ແລະ ພາ​ພວກມັນ​ອອກ​ໄປ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ກໍ​ຕາມ​ທີ່​ຕ້ອນຮັບ​ຜູ້​ທີ່​ເຮົາ​ໃຊ້​ໄປ​ກໍ​ຕ້ອນຮັບ​ເຮົາ​ເໝືອນກັນ ແລະ ຜູ້​ທີ່​ຕ້ອນຮັບ​ເຮົາ​ກໍ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ”.


ຄື​ອົງ​ພຣະວິນຍານ​ແຫ່ງ​ຄວາມຈິງ. ໂລກ​ບໍ່​ອາດ​ຈະ​ຮັບ​ພຣະອົງ​ໄດ້ ເພາະ​ໂລກ​ບໍ່​ເຫັນ ແລະ ບໍ່​ຮູ້ຈັກ​ພຣະອົງ. ແຕ່​ພວກເຈົ້າ​ຮູ້ຈັກ​ພຣະອົງ​ເພາະ​ພຣະອົງ​ຢູ່​ກັບ​ພວກເຈົ້າ ແລະ ຈະ​ຢູ່​ໃນ​ພວກເຈົ້າ.


“ເຮົາ​ຈະ​ສົ່ງ​ອົງ​ພຣະຜູ້ຊ່ວຍ​ຈາກ​ພຣະບິດາເຈົ້າ​ມາ​ຫາ​ພວກເຈົ້າ​ຄື ພຣະວິນຍານ​ແຫ່ງ​ຄວາມຈິງ ເຊິ່ງ​ເປັນ​ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ເມື່ອ​ພຣະອົງ​ມາ​ແລ້ວ ພຣະອົງ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ.


ແຕ່​ເມື່ອ​ພຣະວິນຍານ​ແຫ່ງ​ຄວາມຈິງ​ມາ ພຣະອົງ​ຈະນຳ​ພວກເຈົ້າ​ໄປ​ສູ່​ຄວາມຈິງ​ທັງໝົດ. ພຣະອົງ​ຈະ​ບໍ່​ກ່າວ​ໂດຍ​ພຣະອົງ​ເອງ​ແຕ່​ຈະ​ກ່າວ​ສະເພາະ​ສິ່ງ​ທີ່ໄດ້​ຍິນ ແລະ ຈະ​ບອກ​ພວກເຈົ້າ​ໃຫ້​ຮູ້ຈັກ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ.


ດັ່ງນັ້ນ ປີລາດ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ຖ້າ​ຢ່າງ​ນັ້ນ​ເຈົ້າ​ເປັນ​ກະສັດ​ບໍ!” ພຣະເຢຊູເຈົ້າ​ຕອບ​ວ່າ, “ທ່ານ​ເອງ​ເປັນ​ຜູ້​ບອກ​ວ່າ​ເຮົາ​ເປັນ​ກະສັດ. ແທ້​ຈິງ​ແລ້ວ ເພາະ​ເຫດ​ນີ້​ເຮົາ​ຈຶ່ງ​ເກີດ​ມາ ແລະ ເຂົ້າ​ມາ​ໃນ​ໂລກ​ເພື່ອ​ຈະ​ເປັນ​ພະຍານ​ເຖິງ​ຄວາມຈິງ. ທຸກ​ຄົນ​ທີ່​ຢູ່​ຝ່າຍ​ຄວາມຈິງ​ກໍ​ຍ່ອມ​ຟັງ​ເຮົາ”.


ພຣະເຢຊູເຈົ້າ​ກ່າວ​ອີກ​ວ່າ, “ສັນຕິສຸກ​ຈົ່ງ​ຢູ່​ກັບ​ເຈົ້າ​ທັງຫລາຍ! ພຣະບິດາເຈົ້າ​ໄດ້​ໃຊ້​ເຮົາ​ມາ​ຢ່າງໃດ ເຮົາ​ກໍ​ໃຊ້​ພວກເຈົ້າ​ໄປ​ຢ່າງນັ້ນ”.


ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ພຣະບິດາເຈົ້າ​ຂອງ​ທ່ານ​ຢູ່​ໃສ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຈົ້າ​ບໍ່​ຮູ້ຈັກ​ເຮົາ ຫລື ພຣະບິດາເຈົ້າ​ຂອງ​ເຮົາ, ຖ້າ​ພວກເຈົ້າ​ຮູ້ຈັກ​ເຮົາ ພວກເຈົ້າ​ກໍ​ຮູ້ຈັກ​ພຣະບິດາເຈົ້າ​ຂອງ​ເຮົາ​ເໝືອນກັນ”.


ແຕ່​ພຣະອົງ​ກ່າວ​ຕໍ່ໄປ​ວ່າ, “ພວກເຈົ້າ​ມາ​ຈາກ​ເບື້ອງລຸ່ມ ເຮົາ​ມາ​ຈາກ​ເບື້ອງເທິງ. ພວກເຈົ້າ​ເປັນ​ຂອງ​ຝ່າຍ​ໂລກ​ນີ້ ເຮົາ​ບໍ່​ໄດ້​ເປັນ​ຂອງ​ຝ່າຍ​ໂລກ​ນີ້.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ ໂປໂລ ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ອັກຄະສາວົກ ແລະ ຖືກ​ແຍກ​ໄວ້​ເພື່ອ​ຂ່າວປະເສີດ​ຂອງ​ພຣະເຈົ້າ,


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະເຈົ້າ​ໄດ້​ໃຫ້​ວິນຍານ​ແຫ່ງ​ຄວາມ​ມຶນຊາ​ແກ່​ພວກເຂົາ, ຕາ​ທີ່​ເບິ່ງ​ບໍ່​ເຫັນ ແລະ ຫູ​ທີ່​ບໍ່​ສາມາດ​ຍິນ ຈົນ​ເຖິງ​ທຸກ​ວັນ​ນີ້”.


ຖ້າ​ຜູ້ໃດ​ຄິດ​ວ່າ​ຕົນເອງ​ເປັນ​ຜູ້ທຳນວາຍ ຫລື ມີ​ຂອງປະທານ​ຈາກ​ພຣະວິນຍານ ກໍ​ໃຫ້​ພວກເຂົາ​ຍອມຮັບ​ວ່າ​ຂໍ້ຄວາມ​ທີ່​ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ​ທັງຫລາຍ​ນັ້ນ​ເປັນ​ຄຳສັ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ.


ພວກເຈົ້າ​ກຳລັງ​ຕັດສິນ​ຕາມ​ລັກສະນະ​ພາຍນອກ. ຖ້າ​ຜູ້ໃດ​ໝັ້ນໃຈ​ວ່າ​ຕົນ​ເປັນ​ຄົນ​ຂອງ​ພຣະຄຣິດເຈົ້າ, ກໍ​ຄວນ​ພິຈາລະນາ​ອີກ​ວ່າ​ພວກເຮົາ​ກໍ​ເປັນ​ຄົນ​ຂອງ​ພຣະຄຣິດເຈົ້າ​ຫລາຍ​ກວ່າ​ທີ່​ພວກເຂົາ​ເປັນ​ຢູ່.


ພຣະອົງ​ຈະ​ລົງໂທດ​ບັນດາ​ຜູ້​ທີ່​ບໍ່​ຮູ້ຈັກ​ພຣະເຈົ້າ ແລະ ບໍ່​ເຊື່ອຟັງ​ຂ່າວປະເສີດ​ຂອງ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ພຣະວິນຍານ​ກ່າວ​ໄວ້​ຢ່າງ​ຈະແຈ້ງ​ແລ້ວ​ວ່າ ໃນ​ພາຍຫລັງ​ມາ​ຈະ​ມີ​ບາງຄົນ​ປະຖິ້ມ​ຄວາມເຊື່ອ​ແລ້ວ​ໄປ​ຕິດຕາມ​ວິນຍານ​ຫລອກລວງ ແລະ ສິ່ງ​ຕ່າງໆ​ທີ່​ສອນ​ໂດຍ​ພວກ​ຜີມານຮ້າຍ.


ເຮົາ​ຢາກ​ໃຫ້​ພວກເຈົ້າ​ລະນຶກ​ເຖິງ​ຖ້ອຍຄຳ​ທີ່​ພວກ​ຜູ້ທຳນວາຍ​ບໍລິສຸດ​ກ່າວ​ໄວ້​ໃນ​ເມື່ອກ່ອນ​ນັ້ນ ແລະ ລະນຶກ​ເຖິງ​ຄຳສັ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ​ໄດ້​ສັ່ງ​ຜ່ານທາງ​ພວກ​ອັກຄະສາວົກ​ຂອງ​ພວກເຈົ້າ.


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ຢ່າ​ເຊື່ອ​ໝົດ​ທຸກ​ວິນຍານ ແຕ່​ຈົ່ງ​ທົດສອບ​ເບິ່ງ​ວ່າ​ວິນຍານ​ນັ້ນ​ມາ​ຈາກ​ພຣະເຈົ້າ ຫລື ບໍ່, ເພາະ​ມີ​ຜູ້ທຳນວາຍປອມ​ຫລາຍຄົນ​ໄດ້​ອອກໄປ​ໃນ​ໂລກ.


ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ພວກເຈົ້າ​ມາ​ຈາກ​ພຣະເຈົ້າ ແລະ ໄດ້​ຊະນະ​ພວກເຂົາ​ເຫລົ່ານັ້ນ​ແລ້ວ, ເພາະວ່າ​ພຣະອົງ​ຜູ້​ຢູ່​ໃນ​ພວກເຈົ້າ​ກໍ​ຍິ່ງໃຫຍ່​ກວ່າ​ຜູ້​ນັ້ນ​ທີ່​ຢູ່​ໃນ​ໂລກ.


ຜູ້​ທີ່​ບໍ່​ຮັກ​ກໍ​ບໍ່​ຮູ້​ຈັກ​ພຣະເຈົ້າ​ເພາະ​ພຣະເຈົ້າ​ເປັນ​ຄວາມຮັກ.


ພວກເຮົາ​ກໍ​ຮູ້​ວ່າ​ພວກເຮົາ​ເປັນ​ລູກ​ຂອງ​ພຣະເຈົ້າ ແລະ ທົ່ວ​ໂລກ​ກໍ​ຕົກ​ຢູ່​ໃຕ້​ການຄວບຄຸມ​ຂອງ​ມານຊົ່ວຮ້າຍ.


ແຕ່​ເພື່ອນ​ທີ່ຮັກ​ທັງຫລາຍ ຈົ່ງ​ລະນຶກ​ເຖິງ​ສິ່ງ​ທີ່​ບັນດາ​ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໄດ້​ບອກ​ໄວ້​ກ່ອນ​ລ່ວງໜ້າ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka